Biblica® Open Lao Contemporary Version
ຢາໂກໂບ 5
ຕັກເຕືອນຄົນຮັ່ງມີຜູ້ທີ່ຂົ່ມເຫັງ
ບັດນີ້ ພວກເຈົ້າຄົນຮັ່ງມີເອີຍ ຈົ່ງຟັງສາ, ຈົ່ງຮ້ອງໄຫ້ ແລະ ໂອ່ຍຄາງຍ້ອນຄວາມທຸກທໍລະມານທີ່ຈະເກີດຂຶ້ນກັບພວກເຈົ້າ. ຊັບສົມບັດຂອງພວກເຈົ້າໄດ້ເສື່ອມສູນໄປ ແລະ ໂຕມອດກໍໄດ້ກັດກິນເຄື່ອງນຸ່ງຂອງພວກເຈົ້າແລ້ວ. ຄຳ ແລະ ເງິນຂອງພວກເຈົ້າກໍເປັນຂີ້ໝ້ຽງ. ຂີ້ໝ້ຽງນັ້ນຈະເປັນພະຍານຕໍ່ສູ້ພວກເຈົ້າ ແລະ ກັດກິນເນື້ອໜັງຂອງພວກເຈົ້າເໝືອນດັ່ງໄຟ. ພວກເຈົ້າໄດ້ສະສົມຊັບສົມບັດໄວ້ໃນວັນສຸດທ້າຍ ເບິ່ງແມ! ຄ່າຈ້າງທີ່ພວກເຈົ້າສໍ້ໂກງຄົນງານທີ່ກ່ຽວເຂົ້າໃນທົ່ງນາຂອງພວກເຈົ້ານັ້ນ ກໍກຳລັງຮ້ອງຕໍ່ສູ້ພວກເຈົ້າຢູ່. ສຽງຮ້ອງທຸກຂອງຜູ້ເກັບກ່ຽວໄດ້ຂຶ້ນໄປເຖິງຫູຂອງອົງພຣະຜູ້ເປັນເຈົ້າຜູ້ລິດອຳນາດຍິ່ງໃຫຍ່. ພວກເຈົ້າໄດ້ໃຊ້ຊີວິດຢູ່ໃນໂລກຢ່າງຫລູຫລາ ແລະ ຕາມໃຈຂອງຕົນເອງ. ພວກເຈົ້າລ້ຽງຕົນເອງໄວ້ລໍຖ້າວັນປະຫານ1 ພວກເຈົ້າຕັດສິນລົງໂທດ ແລະ ຂ້າຜູ້ບໍລິສຸດ ຜູ້ທີ່ບໍ່ໄດ້ຕໍ່ຕ້ານພວກເຈົ້າ.
ອົດທົນໃນຄວາມທຸກຍາກລຳບາກ
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດທົນຈົນກວ່າອົງພຣະຜູ້ເປັນເຈົ້າຈະມາ. ຈົ່ງເບິ່ງຊາວນາທີ່ລໍຖ້າພືດຜົນອັນລ້ຳຄ່າຈາກແຜ່ນດິນ, ລໍຖ້າຝົນຕົ້ນລະດູ ແລະ ຝົນປາຍລະດູດ້ວຍຄວາມອົດທົນຫລາຍປານໃດ. ພວກເຈົ້າກໍເໝືອນກັນ, ຈົ່ງອົດທົນ ແລະ ຕັ້ງໝັ້ນຄົງຢູ່ເພາະວ່າອົງພຣະຜູ້ເປັນເຈົ້າໃກ້ຈະມາແລ້ວ. ພີ່ນ້ອງທັງຫລາຍເອີຍ, ຢ່າຈົ່ມໃຫ້ກັນແລະກັນເພື່ອຈະບໍ່ຖືກຕັດສິນໂທດ. ອົງຜູ້ພິພາກສາຢືນຢູ່ທີ່ປະຕູແລ້ວ!
ພີ່ນ້ອງທັງຫລາຍເອີຍ, ຈົ່ງເອົາບັນດາຜູ້ທຳນວາຍໃນນາມຂອງອົງພຣະຜູ້ເປັນເຈົ້າເປັນແບບຢ່າງຂອງຄວາມອົດທົນໃນການປະເຊີນກັບຄວາມທຸກຍາກລຳບາກ. ດັ່ງທີ່ພວກເຈົ້າຮູ້ແລ້ວວ່າ, ພວກເຮົາຖືວ່າບັນດາຜູ້ທີ່ອົດທົນນັ້ນກໍເປັນສຸກ. ພວກເຈົ້າກໍໄດ້ຍິນເຖິງຄວາມອົດທົນຂອງໂຢບ ແລະ ໄດ້ເຫັນວ່າໃນທີ່ສຸດອົງພຣະຜູ້ເປັນເຈົ້າໃຫ້ເກີດຫຍັງຂຶ້ນ. ອົງພຣະຜູ້ເປັນເຈົ້າເຕັມດ້ວຍຄວາມກະລຸນາ ແລະ ຄວາມເມດຕາ.
ພີ່ນ້ອງທັງຫລາຍເອີຍ, ເໜືອສິ່ງອື່ນທັງໝົດຄື: ຢ່າສາບານ, ບໍ່ວ່າຈະອ້າງເຖິງສະຫວັນ ຫລື ອ້າງເຖິງແຜ່ນດິນໂລກ ຫລື ອ້າງເຖິງສິ່ງອື່ນໃດ. ພວກເຈົ້າຄວນຈະກ່າວວ່າ “ແມ່ນ” ຫລື “ບໍ່ແມ່ນ” ບໍ່ດັ່ງນັ້ນພວກເຈົ້າຈະຖືກຕັດສິນລົງໂທດ.
ຄຳອະທິຖານດ້ວຍຄວາມເຊື່ອ
ມີຜູ້ໃດໃນທ່າມກາງພວກເຈົ້າຄວາມເດືອດຮ້ອນບໍ? ໃຫ້ພວກເຂົາອະທິຖານ. ມີຜູ້ໃດມີຄວາມສຸກບໍ? ໃຫ້ພວກເຂົາຮ້ອງເພງສັນລະເສີນພຣະເຈົ້າ. ມີຜູ້ໃດໃນພວກເຈົ້າເຈັບປ່ວຍບໍ? ໃຫ້ພວກເຂົາເຊີນບັນດາຜູ້ປົກຄອງຄຣິສຕະຈັກມາອະທິຖານເພື່ອ ແລະ ເຈີມພວກເຂົາດ້ວຍນ້ຳມັນໃນນາມຂອງອົງພຣະຜູ້ເປັນເຈົ້າ. ແລະ ຄຳອະທິຖານດ້ວຍຄວາມເຊື່ອຈະເຮັດໃຫ້ຜູ້ປ່ວຍນັ້ນຫາຍດີ. ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ພວກເຂົາຫາຍດີ. ຖ້າວ່າພວກເຂົາໄດ້ເຮັດບາບ ພວກເຂົາກໍຈະໄດ້ຮັບການອະໄພ. ເຫດສະນັ້ນ ຈົ່ງສາລະພາບຄວາມບາບຂອງພວກເຈົ້າຕໍ່ກັນແລະກັນ ແລະ ອະທິຖານເພື່ອກັນແລະກັນ ເພື່ອວ່າພວກເຈົ້າຈະຫາຍດີ. ຄຳອະທິຖານຂອງຄົນຊອບທຳນັ້ນມີພະລັງ ແລະ ເກີດຜົນ.
ເອລີຢາກໍເປັນມະນຸດເໝືອນກັນກັບພວກເຮົາທັງຫລາຍ. ເພິ່ນໄດ້ທຸ້ມເທອະທິຖານຂໍບໍ່ໃຫ້ຝົນຕົກ, ຝົນກໍບໍ່ຕົກລົງເທິງແຜ່ນດິນຕະຫລອດສາມປີເຄິ່ງ. ເມື່ອເພິ່ນອະທິຖານອີກ ແລ້ວຟ້າສະຫວັນກໍໃຫ້ຝົນຕົກ ແລະ ແຜ່ນດິນໂລກກໍຜະລິດພືດຜົນ.
ພີ່ນ້ອງທັງຫລາຍເອີຍ, ຖ້າມີຄົນໜຶ່ງໃນພວກເຈົ້າຫລົງທາງໄປຈາກຄວາມຈິງ ແລະ ມີບາງຄົນນຳເອົາຄົນນັ້ນກັບຄືນມາ, ຈົ່ງຈົດຈຳໄວ້ວ່າ: ຜູ້ໃດກໍຕາມເຮັດໃຫ້ຄົນບາບຫັນໜີຈາກທາງທີ່ຫລົງຜິດຂອງພວກເຂົາ ກໍຈະຊ່ວຍພວກເຂົາໃຫ້ພົ້ນຈາກຄວາມຕາຍ ແລະ ລຶບລ້າງຄວາມບາບທັງຫລາຍ.
Source notes (1)
- Footnote ຫລື ເຈົ້າເອງເໝືອນກັບຢູ່ໃນມື້ລ້ຽງສະຫລອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.