Skip to content
BibleKenya

Biblica® Open Lao Contemporary Version

1 ເປໂຕ 1

ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ເປໂຕ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ,

ເຖິງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້, ເຊິ່ງ​ເປັນ​ຄົນຕ່າງຖິ່ນ​ທີ່​ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ, ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ.

ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.

ສັນລະເສີນ​ພຣະເຈົ້າ​ສຳລັບ​ຄວາມຫວັງ​ອັນ​ມີຊີວິດ​ຢູ່

ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ, ແລະ ເຂົ້າ​ໃນ​ມໍລະດົກ​ອັນ​ບໍ່​ມີ​ວັນ​ເສື່ອມສູນ, ບໍ່​ເປື່ອຍເນົ່າ ຫລື ບໍ່​ຈາງຫາຍໄປ. ມໍລະດົກ​ນີ້​ໄດ້​ຮັກສາ​ໄວ້​ໃນ​ສະຫວັນ​ເພື່ອ​ພວກເຈົ້າ. ຜູ້​ທີ່​ພຣະເຈົ້າ​ໄດ້​ປົກປ້ອງ​ໄວ້​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ​ຜ່ານທາງ​ຄວາມເຊື່ອ ຈົນ​ເຖິງ​ຄວາມພົ້ນ ເຊິ່ງ​ພ້ອມ​ແລ້ວ​ທີ່​ຈະ​ເປີດເຜີຍ​ໃນ​ຍຸກສຸດທ້າຍ. ພວກເຈົ້າ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່​ໃນ​ສິ່ງ​ທັງໝົດ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ຂະນະ​ນີ້​ພວກເຈົ້າ​ຕ້ອງ​ທົນທຸກ​ກັບ​ຄວາມໂສກເສົ້າ​ໃນ​ການທົດລອງ​ທຸກ​ຢ່າງ​ຊົ່ວຂະນະໜຶ່ງ ສິ່ງ​ເຫລົ່ານີ້​ມີ​ມາ​ກໍ​ເພື່ອ​ພິສູດ​ວ່າ​ພວກເຈົ້າ​ມີ​ຄວາມເຊື່ອ​ແທ້, ຄວາມເຊື່ອ​ນີ້​ລ້ຳຄ່າ​ຍິ່ງ​ກວ່າ​ຄຳ ເຊິ່ງ​ສາມາດ​ເສື່ອມສູນ​ໄປ​ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຫລອມ​ດ້ວຍ​ໄຟ ຄວາມເຊື່ອ​ນີ້​ກໍ່​ໃຫ້​ເກີດ​ຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດ​ເມື່ອ​ພຣະເຢຊູຄຣິດເຈົ້າ​ຈະ​ມາ​ປາກົດ. ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຍັງ​ບໍ່​ເຫັນ​ພຣະອົງ, ແຕ່​ກໍ​ຮັກ​ພຣະອົງ ແລະ ແມ່ນ​ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ກໍ​ເຊື່ອ​ໃນ​ພຣະອົງ ແລະ ເຕັມ​ດ້ວຍ​ຄວາມຍິນດີ​ອັນ​ຍິ່ງໃຫຍ່​ຈົນ​ບໍ່​ສາມາດ​ຈະ​ບັນລະຍາຍ​ໄດ້, ເພາະ​ພວກເຈົ້າ​ກຳລັງ​ໄດ້​ຮັບ​ຜົນ​ສຸດທ້າຍ​ຂອງ​ຄວາມເຊື່ອ​ຂອງ​ພວກເຈົ້າ ຄື​ຄວາມພົ້ນ​ແຫ່ງ​ຈິດວິນຍານ​ຂອງ​ພວກເຈົ້າ.

ກ່ຽວກັບ​ເລື່ອງ​ຄວາມພົ້ນ​ນີ້, ບັນດາ​ຜູ້ທຳນວາຍ​ຜູ້​ທີ່​ໄດ້​ກ່າວ​ເຖິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ນັ້ນ​ກໍ​ໄດ້​ຄົ້ນຄວ້າ​ຢ່າງ​ຕັ້ງໃຈ ແລະ ດ້ວຍ​ຄວາມເອົາໃຈໃສ່​ທີ່ສຸດ. ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ. ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.

ຈົ່ງ​ບໍລິສຸດ

ເຫດສະນັ້ນ ຈົ່ງ​ຕຽມ​ຄວາມຄິດ​ຈິດໃຈ​ໃຫ້​ພ້ອມ ແລະ ມີ​ສະຕິ, ຈົ່ງ​ຕັ້ງ​ຄວາມຫວັງ​ໄວ້​ເທິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ເມື່ອ​ພຣະເຢຊູຄຣິດເຈົ້າ​ມາ​ປາກົດ. ໃນ​ຖານະ​ລູກ​ທີ່​ເຊື່ອຟັງ, ຢ່າ​ດຳເນີນ​ຕາມ​ຄວາມປາຖະໜາ​ຊົ່ວ​ທີ່​ພວກເຈົ້າ​ເຄີຍ​ມີ​ເມື່ອ​ເວລາ​ທີ່​ພວກເຈົ້າ​ໃຊ້​ຊີວິດ​ໃນ​ຄວາມໂງ່​ນັ້ນ. ແຕ່​ພວກເຈົ້າ​ຈົ່ງ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ ເໝືອນດັ່ງ​ພຣະອົງ​ຜູ້​ເອີ້ນ​ເອົາ​ພວກເຈົ້າ​ນັ້ນ​ບໍລິສຸດ. ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ຈົ່ງ​ບໍລິສຸດ, ເພາະ​ເຮົາ​ບໍລິສຸດ”.1

ເມື່ອ​ພວກເຈົ້າ​ຂໍ​ຕໍ່​ພຣະບິດາເຈົ້າ​ຜູ້​ຕັດສິນ​ການກະທຳ​ຂອງ​ແຕ່ລະຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ​ດ້ວຍ​ຄວາມຢຳເກງ. ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພຣະອົງ​ໄດ້​ໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ວິຖີ​ຊີວິດ​ອັນ​ບໍ່​ມີ​ປະໂຫຍດ ເຊິ່ງ​ພວກເຈົ້າ​ໄດ້​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ ບໍ່​ໄດ້​ໄຖ່​ດ້ວຍ​ສິ່ງ​ທີ່​ເສື່ອມສູນ​ໄປ​ເຊັ່ນ​ເງິນ ຫລື ຄຳ, ແຕ່​ດ້ວຍ​ໂລຫິດ​ອັນ​ລ້ຳຄ່າ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ລູກແກະ​ທີ່​ບໍ່ມີຕຳໜິ ຫລື ຂໍ້ບົກຜ່ອງ​ໃດໆ. ພຣະອົງ​ໄດ້​ເລືອກ​ພຣະຄຣິດເຈົ້າ​ໄວ້​ຕັ້ງແຕ່​ກ່ອນ​ສ້າງ​ໂລກ ແຕ່​ໄດ້​ໃຫ້​ພຣະຄຣິດເຈົ້າ​ປາກົດ​ໃນ​ວາລະ​ສຸດທ້າຍ​ນີ້​ເພື່ອ​ເຫັນແກ່​ພວກເຈົ້າ​ທັງຫລາຍ. ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.

ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.2 ເພາະ​ພວກເຈົ້າ​ໄດ້​ບັງເກີດ​ໃໝ່​ແລ້ວ, ບໍ່​ແມ່ນ​ເກີດ​ຈາກ​ເມັດພັນ​ອັນ​ເສື່ອມສູນ​ໄດ້ ແຕ່​ຈາກ​ເມັດພັນ​ອັນ​ບໍ່​ມີ​ເສື່ອມສູນ ຜ່ານທາງ​ພຣະຄຳ​ຂອງ​ພຣະເຈົ້າ​ອັນ​ມີຊີວິດ ແລະ ຕັ້ງໝັ້ນຄົງ​ຖາວອນ. ເພາະວ່າ,

“ມະນຸດ​ທຸກຄົນ​ນັ້ນ​ເປັນ​ເໝືອນດັ່ງ​ຕົ້ນຫຍ້າ

ແລະ ສະຫງ່າລາສີ​ທັງໝົດ​ຂອງ​ພວກເຂົາ​ກໍ​ເປັນ​ເໝືອນດັ່ງ​ດອກຫຍ້າ​ຕາມ​ທົ່ງນາ,

ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລະ ດອກ​ມັນ​ກໍ​ຫລົ່ນ​ລົງ,

ແຕ່​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ”.3

ແລະ ນີ້​ຄື​ຖ້ອຍຄຳ​ທີ່​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ.

Source notes (3)
  1. Footnote ລລວ 11:44,45; 19:2; 20:7
  2. Footnote ສຳເນົາ​ຕົ້ນ​ສະບັບ​ເກົ່າແກ່​ບາງ​ສະບັບ​ວ່າ ດ້ວຍ​ໃຈ​ບໍລິສຸດ
  3. Footnote ອຊຢ 40:6-8

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.