Biblica® Open Lao Contemporary Version
1 ເປໂຕ 2
ເຫດສະນັ້ນ ຈົ່ງກຳຈັດຄວາມຄິດຮ້າຍ ແລະ ການຫລອກລວງທຸກຢ່າງ, ຄວາມໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີທຸກຢ່າງອອກໄປຈາກພວກເຈົ້າ. ຈົ່ງເປັນເໝືອນດັ່ງເດັກນ້ອຍເກີດໃໝ່ທີ່ກະຫາຍຫານ້ຳນົມອັນບໍລິສຸດຝ່າຍວິນຍານ, ເພື່ອວ່າສິ່ງນີ້ຈະຊ່ວຍໃຫ້ພວກເຈົ້າໃຫຍ່ຂຶ້ນໃນຄວາມພົ້ນຂອງພວກເຈົ້າ, ບັດນີ້ ພວກເຈົ້າໄດ້ຮູ້ແລ້ວວ່າອົງພຣະຜູ້ເປັນເຈົ້ານັ້ນປະເສີດ.
ສີລາທີ່ມີຊີວິດ ແລະ ຜູ້ທີ່ເລືອກໄວ້
ຂະນະທີ່ພວກເຈົ້າມາຫາພຣະອົງຜູ້ເປັນສີລາທີ່ມີຊີວິດ ເຊິ່ງມະນຸດບໍ່ຍອມຮັບແຕ່ພຣະເຈົ້າໄດ້ເລືອກໄວ້ ແລະ ມີຄ່າສຳລັບພຣະອົງ. ພວກເຈົ້າກໍເໝືອນກັນ ພວກເຈົ້າເປັນເໝືອນສີລາທີ່ມີຊີວິດ ເຊິ່ງກຳລັງໄດ້ຮັບການກໍ່ຂຶ້ນເປັນວິຫານຝ່າຍວິນຍານ ເພື່ອເປັນປະໂລຫິດບໍລິສຸດ, ຖວາຍເຄື່ອງບູຊາຝ່າຍວິນຍານທີ່ພຣະເຈົ້າຍອມຮັບຜ່ານທາງພຣະເຢຊູຄຣິດເຈົ້າ. ເພາະໃນພຣະຄຳພີກ່າວວ່າ:
“ເບິ່ງແມ, ເຮົາວາງຫີນກ້ອນໜຶ່ງໄວ້ໃນເມືອງຊີໂອນ,
ເປັນຫີນເສົາເອກທີ່ເລືອກໄວ້ແລ້ວ ແລະ ລ້ຳຄ່າ,
ແລະ ຜູ້ທີ່ວາງໃຈໃນພຣະອົງ
ຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ”.1
ບັດນີ້ ສຳລັບພວກເຈົ້າຜູ້ທີ່ເຊື່ອ, ສີລານີ້ແມ່ນລ້ຳຄ່າ. ແຕ່ສຳລັບບັນດາຜູ້ທີ່ບໍ່ເຊື່ອນັ້ນ,
“ຫີນທີ່ຊ່າງກໍ່ໄດ້ຖິ້ມແລ້ວ
ກໍໄດ້ກາຍເປັນຫີນເສົາເອກ,”2
ແລະ,
“ເປັນຫີນທີ່ເຮັດໃຫ້ຄົນທັງຫລາຍສະດຸດ
ແລະ ເປັນຫີນທີ່ເຮັດໃຫ້ພວກເຂົາລົ້ມລົງ”.3
ພວກເຂົາສະດຸດກໍເພາະພວກເຂົາບໍ່ເຊື່ອຟັງຖ້ອຍຄຳນັ້ນ ເຊິ່ງກໍເປັນໄປຕາມທີ່ພວກເຂົາໄດ້ຖືກກຳນົດໄວ້ແລ້ວເໝືອນກັນ.
ແຕ່ພວກເຈົ້າເປັນຜູ້ທີ່ພຣະເຈົ້າເລືອກໄວ້, ເປັນປະໂລຫິດຫລວງ, ເປັນຊົນຊາດບໍລິສຸດ, ເປັນພົນລະເມືອງຂອງພຣະເຈົ້າ, ເພື່ອພວກເຈົ້າຈະໄດ້ປະກາດຄຳສັນລະເສີນພຣະອົງຜູ້ເອີ້ນພວກເຈົ້າອອກຈາກຄວາມມືດເຂົ້າສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ. ເມື່ອກ່ອນນັ້ນ ພວກເຈົ້າບໍ່ໄດ້ເປັນຄົນຂອງພຣະເຈົ້າ ແຕ່ບັດນີ້ພວກເຈົ້າເປັນຄົນຂອງພຣະອົງ, ເມື່ອກ່ອນນັ້ນ ພວກເຈົ້າບໍ່ໄດ້ຮັບຄວາມເມດຕາ ແຕ່ບັດນີ້ ພວກເຈົ້າໄດ້ຮັບຄວາມເມດຕາແລ້ວ.
ດຳເນີນຊີວິດຕາມພຣະເຈົ້າໃນສັງຄົມທີ່ບໍ່ເຊື່ອພຣະເຈົ້າ
ເພື່ອນທີ່ຮັກທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນຖານະທີ່ເປັນຄົນຕ່າງດ້າວ ແລະ ເປັນຄົນຕ່າງຖິ່ນ, ຈົ່ງລະເວັ້ນຈາກຄວາມປາຖະໜາຊົ່ວ ເຊິ່ງຕໍ່ສູ້ກັບຈິດວິນຍານຂອງພວກເຈົ້າ ຈົ່ງດຳເນີນຊີວິດໃຫ້ດີໃນທ່າມກາງຄົນບໍ່ເຊື່ອພຣະເຈົ້າ ເຖິງແມ່ນວ່າພວກເຂົາກ່າວຫາພວກເຈົ້າວ່າເຮັດຜິດ, ພວກເຂົາກໍຈະເຫັນການກະທຳທີ່ດີຂອງພວກເຈົ້າ ແລະ ຖວາຍກຽດພຣະເຈົ້າໃນວັນທີ່ພຣະອົງມາຢ້ຽມຢາມພວກເຮົາ.
ໂດຍເຫັນແກ່ອົງພຣະຜູ້ເປັນເຈົ້າ ພວກເຈົ້າຈົ່ງຍອມຢູ່ໃຕ້ທຸກອຳນາດທີ່ຕັ້ງຂຶ້ນໃນທ່າມກາງມະນຸດຄື: ບໍ່ວ່າຈະເປັນກະສັດໃນຖານະຜູ້ມີອຳນາດສູງສຸດ, ຫລື ບັນດາຜູ້ປົກຄອງທີ່ກະສັດໄດ້ສົ່ງມາເພື່ອລົງໂທດຜູ້ທີ່ເຮັດຜິດ ແລະ ຍົກຍ້ອງຜູ້ທີ່ເຮັດຖືກຕ້ອງ. ເພາະເປັນຄວາມປະສົງຂອງພຣະເຈົ້າທີ່ຈະໃຫ້ພວກເຈົ້າລະງັບຄຳເວົ້າຂອງຄົນໂງ່ດ້ວຍການເຮັດດີ ຈົ່ງດຳເນີນຊີວິດເໝືອນດັ່ງຄົນທີ່ມີເສລີພາບ, ແຕ່ຢ່າໃຊ້ເສລີພາບຂອງພວກເຈົ້າເປັນຂໍ້ອ້າງເພື່ອປົກປິດຄວາມຊົ່ວ, ຈົ່ງດຳເນີນຊີວິດເໝືອນເປັນຂ້າທາດຂອງພຣະເຈົ້າ. ຈົ່ງໃຫ້ກຽດແກ່ທຸກຄົນ, ຈົ່ງຮັກບັນດາພີ່ນ້ອງໃນຄວາມເຊື່ອດຽວກັນ, ຈົ່ງຢຳເກງພຣະເຈົ້າ, ຈົ່ງເຄົາລົບນັບຖືຜູ້ມີອຳນາດສູງສຸດ.
ຂ້າທາດທັງຫລາຍເອີຍ, ເພາະເຫັນແກ່ການຢຳເກງພຣະເຈົ້າຈົ່ງຍອມເຊື່ອຟັງນາຍຂອງຕົນດ້ວຍຄວາມເຄົາລົບ, ບໍ່ແມ່ນແຕ່ຕໍ່ນາຍທີ່ດີ ແລະ ເຫັນອົກເຫັນໃຈເທົ່ານັ້ນ ແຕ່ຕໍ່ນາຍທີ່ໂຫດຮ້າຍດ້ວຍ. ເພາະຜູ້ທີ່ຍອມທຸກທໍລະມານຢ່າງບໍ່ຍຸຕິທຳເພາະພວກເຂົາສຳນຶກໃນພຣະເຈົ້ານັ້ນກໍໜ້າຍົກຍ້ອງ. ແຕ່ຖ້າຫາກພວກເຈົ້າຖືກຂ້ຽນຕີເພາະໄດ້ເຮັດຜິດ ເຖິງພວກເຈົ້າຍອມທົນກໍຈະນັບເປັນຄວາມດີໄດ້ຢ່າງໃດ? ແຕ່ຖ້າພວກເຈົ້າຕ້ອງທົນທຸກເພາະເຮັດດີ ແລະ ພວກເຈົ້າຍອມທົນເອົາ ນີ້ເປັນສິ່ງທີ່ໜ້າຍົກຍ້ອງຕໍ່ໜ້າພຣະເຈົ້າ. ພຣະອົງເອີ້ນພວກເຈົ້າມາສູ່ສະພາບການຢ່າງນີ້ແຫລະ ເພາະວ່າພຣະຄຣິດເຈົ້າໄດ້ທົນທຸກເພື່ອພວກເຈົ້າ, ວາງແບບຢ່າງໄວ້ໃຫ້ພວກເຈົ້າ ເຊິ່ງພວກເຈົ້າຄວນດຳເນີນຕາມຮອຍຕີນຂອງພຣະອົງ.
“ພຣະອົງບໍ່ໄດ້ເຮັດບາບ
ແລະ ບໍ່ມີຄຳຫລອກລວງໃນປາກຂອງພຣະອົງ”4
ເມື່ອພວກເຂົາກ່າວດູຖູກພຣະອົງ, ພຣະອົງກໍບໍ່ໄດ້ຕອບໂຕ້, ເມື່ອພຣະອົງທົນທຸກທໍລະມານ, ພຣະອົງກໍບໍ່ໄດ້ຂົ່ມຂູ່, ແຕ່ກົງກັນຂ້າມ, ພຣະອົງໄດ້ມອບພຣະອົງເອງໄວ້ກັບພຣະເຈົ້າຜູ້ພິພາກສາຢ່າງຍຸຕິທຳ. “ພຣະອົງເອງຮັບແບກຄວາມບາບຂອງພວກເຮົາ” ໄວ້ໃນກາຍຂອງພຣະອົງເທິງໄມ້ກາງແຂນ5 ເພື່ອພວກເຮົາຈະໄດ້ຕາຍຕໍ່ຄວາມບາບ ແລະ ມີຊີວິດຢູ່ເພື່ອຄວາມຊອບທຳ ແລະ “ດ້ວຍບາດແຜຂອງພຣະອົງພວກເຈົ້າທັງຫລາຍກໍໄດ້ຮັບການຮັກສາໃຫ້ຫາຍດີ”. ເພາະ “ພວກເຈົ້າເປັນເໝືອນດັ່ງແກະທີ່ຫລົງທາງ,” ແຕ່ບັດນີ້ໄດ້ກັບມາຫາພຣະຜູ້ລ້ຽງ ແລະ ຜູ້ດູແລຈິດວິນຍານຂອງພວກເຈົ້າແລ້ວ.
Source notes (5)
- Footnote ອຊຢ 28:16
- Footnote ພສສ 118:22
- Footnote ອຊຢ 8:14
- Footnote ອຊຢ 53:9
- Footnote ຫລື ຕົ້ນໄມ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.