Skip to content
BibleKenya

Biblica® Open Lao Contemporary Version

ຢາໂກໂບ 4

ຈົ່ງ​ຍອມຈຳນົນ​ຕໍ່​ພຣະເຈົ້າ

ອັນໃດ​ເປັນ​ສາເຫດ​ຂອງ​ການຕໍ່ສູ້ ແລະ ການຜິດຖຽງກັນ​ໃນ​ທ່າມກາງ​ພວກເຈົ້າ? ກໍ​ແມ່ນ​ຄວາມປາຖະໜາ​ຂອງ​ພວກເຈົ້າ​ທີ່​ເຮັດ​ໃຫ້​ມີ​ການຕໍ່ສູ້​ກັນ​ຢູ່​ບໍ່​ຂາດ​ພາຍໃນ​ພວກເຈົ້າ​ບໍ່​ແມ່ນ​ບໍ? ພວກເຈົ້າ​ປາຖະໜາ​ຫາ​ແຕ່​ບໍ່​ໄດ້, ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຂ້າ​ກັນ. ພວກເຈົ້າ​ຢາກ​ໄດ້​ແຕ່​ບໍ່​ໄດ້​ໃນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຜິດຖຽງກັນ ແລະ ຕໍ່ສູ້​ກັນ. ພວກເຈົ້າ​ບໍ່​ມີ​ເພາະ​ພວກເຈົ້າ​ບໍ່​ໄດ້​ຂໍ​ພຣະເຈົ້າ. ເມື່ອ​ພວກເຈົ້າ​ຂໍ​ແລ້ວ​ພວກເຈົ້າ​ບໍ່​ໄດ້​ຮັບ​ກໍ​ເພາະ​ພວກເຈົ້າ​ຂໍ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ເພື່ອ​ຈະ​ນຳ​ໄປ​ສະໜອງ​ຕາມ​ຄວາມຕ້ອງການ​ຂອງ​ຕົນ​ເອງ.

ພວກເຈົ້າ​ຄົນ​ຫລິ້ນຊູ້,1 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດຕູ​ຕໍ່ສູ້​ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດ​ທີ່​ເລືອກ​ຈະ​ເປັນມິດ​ກັບ​ໂລກ​ກໍ​ກາຍເປັນ​ສັດຕູ​ຕໍ່​ພຣະເຈົ້າ ຫລື ພວກເຈົ້າ​ຄິດ​ວ່າ​ພຣະຄຳພີ​ກ່າວ​ໂດຍ​ບໍ່​ມີ​ເຫດຜົນ​ວ່າ​ຈິດວິນຍານ​ທີ່​ພຣະເຈົ້າ​ໃຫ້​ທີ່​ຢູ່​ໃນ​ພວກເຮົາ​ນັ້ນ ກໍ​ຢາກ​ໃຫ້​ພວກເຮົາ​ເປັນ​ຂອງ​ພຣະເຈົ້າ​ເທົ່ານັ້ນ?2 ແຕ່​ພຣະອົງ​ມີ​ພຣະຄຸນ​ໃຫ້​ແກ່​ພວກເຮົາ​ຫລາຍ​ກວ່າ​ນັ້ນ​ອີກ. ດ້ວຍເຫດນີ້ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ:

“ພຣະເຈົ້າ​ຕໍ່ສູ້​ຜູ້​ທີ່​ຈອງຫອງ

ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ຖ່ອມຕົວລົງ”.3

ດັ່ງນັ້ນ ພວກເຈົ້າ​ຈົ່ງ​ຍອມຈຳນົນ​ຕໍ່​ພຣະເຈົ້າ. ຈົ່ງ​ຕໍ່ສູ້​ກັບ​ມານ ແລະ ມັນ​ຈະ​ໜີ​ໄປ​ຈາກ​ພວກເຈົ້າ​ໄປ. ຈົ່ງ​ຫຍັບເຂົ້າ​ໃກ້​ພຣະເຈົ້າ ແລະ ພຣະອົງ​ຈະ​ມາ​ໃກ້​ພວກເຈົ້າ. ຄົນບາບ​ທັງຫລາຍ​ເອີຍ, ຈົ່ງ​ລ້າງ​ມື​ຂອງ​ຕົນ​ໃຫ້​ສະອາດ ແລະ ພວກເຈົ້າ​ຄົນ​ສອງ​ໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງ​ພວກເຈົ້າ​ໃຫ້​ບໍລິສຸດ. ຈົ່ງ​ໂສກເສົ້າ​ເສຍໃຈ, ຈົ່ງ​ໄວ້ທຸກ ແລະ ຮ້ອງໄຫ້. ຈົ່ງ​ປ່ຽນ​ຈາກ​ສຽງ​ຫົວ​ມາ​ເປັນ​ການໄວ້ທຸກ ແລະ ຈາກ​ຄວາມຍິນດີ​ຂອງ​ພວກເຈົ້າ​ມາ​ເປັນ​ຄວາມເສົ້າໝອງ. ພວກເຈົ້າ​ຈົ່ງ​ຖ່ອມໂຕລົງ​ຕໍ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ.

ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນ​ເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ. ມີ​ຜູ້ປະທານ​ກົດບັນຍັດ ແລະ ຜູ້ພິພາກສາ​ພຽງ​ຜູ້​ດຽວ​ຄື​ພຣະອົງ​ຜູ້​ສາມາດ​ຊ່ວຍ​ໃຫ້​ພົ້ນ ແລະ ທຳລາຍ​ໄດ້. ແຕ່​ພວກເຈົ້າ​ເປັນ​ຜູ້ໃດ​ຄື​ຕັດສິນ​ເພື່ອນບ້ານ​ຂອງ​ຕົນ?

ການອວດ​ເຖິງ​ມື້ອື່ນ

ບັດນີ້​ຈົ່ງ​ຟັງ, ພວກເຈົ້າ​ທີ່​ເວົ້າ​ວ່າ, “ວັນ​ນີ້ ຫລື ມື້ອື່ນ​ພວກເຮົາ​ຈະ​ໄປ​ເມືອງ​ນັ້ນ ຫລື ເມືອງ​ນີ້, ຈະ​ຢູ່​ທີ່​ນັ້ນ​ໜຶ່ງ​ປີ, ຈະ​ເຮັດ​ທຸລະກິດ ແລະ ສະສົມ​ເງິນ​ໄວ້”. ພວກເຈົ້າ​ບໍ່​ຮູ້​ເລີຍ​ວ່າ​ມື້ອື່ນ​ຈະ​ມີ​ເກີດ​ຫຍັງ​ຂຶ້ນ. ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ? ພວກເຈົ້າ​ເປັນ​ເໝືອນ​ນ້ຳໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ​ແລ້ວ​ກໍ​ຈາງຫາຍ​ໄປ. ແທນທີ່​ຈະ​ກ່າວ​ຢ່າງ​ນັ້ນ ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ຈະ​ມີຊີວິດ​ຢູ່​ເພື່ອ​ເຮັດ​ສິ່ງ​ນີ້ ຫລື ສິ່ງ​ນັ້ນ”. ດັ່ງ​ທີ່​ເປັນ​ຢູ່, ພວກເຈົ້າ​ເວົ້າ​ໂອ້ອວດ​ໃນ​ຄວາມຍິ່ງ​ຈອງຫອງ​ຂອງ​ພວກເຈົ້າ. ການໂອ້ອວດ​ທັງໝົດ​ນັ້ນ​ເປັນ​ສິ່ງ​ຊົ່ວຮ້າຍ. ດັ່ງນັ້ນ ຖ້າ​ຜູ້ໃດ​ຮູ້​ວ່າ​ສິ່ງໃດ​ເປັນ​ສິ່ງ​ດີ​ທີ່​ພວກເຂົາ​ຄວນ​ຈະ​ເຮັດ ແລະ ບໍ່​ໄດ້​ເຮັດ, ສິ່ງ​ນັ້ນ​ກໍ​ເປັນ​ບາບ​ສຳລັບ​ພວກເຂົາ.

Source notes (3)
  1. Footnote ການ​ເວົ້າ​ເຖິງ​ຄວາມສັດຊື່​ໃນ​ພັນທະສັນຍາ, ເບິ່ງ ຮສອ 3:1
  2. Footnote ຫລື ພຣະເຈົ້າ​ຫວງ​ຈິດວິນຍານ​ທີ່​ຢູ່​ໃນ​ພວກເຮົາ​ດ້ວຍ​ຄວາມຫວງແຫນ ຫລື ພຣະວິນຍານ​ທີ່​ພຣະເຈົ້າ​ໃຫ້​ຢູ່​ໃນ​ພວກເຮົາ​ຫວງແຫນ
  3. Footnote ສພສ 3:34

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.