Biblica® Open Lao Contemporary Version
ຢາໂກໂບ 3
ການຝຶກລີ້ນ
ພີ່ນ້ອງທີ່ເຊື່ອທັງຫລາຍເອີຍ, ບໍ່ແມ່ນຫລາຍຄົນໃນພວກເຈົ້າຈະຕ້ອງເປັນອາຈານ, ເພາະພວກເຈົ້າກໍຮູ້ຢູ່ວ່າພວກເຮົາທີ່ເປັນຜູ້ສອນນັ້ນຈະຖືກຕັດສິນຢ່າງເຂັ້ມງວດກວ່າຜູ້ອື່ນ. ພວກເຮົາທຸກຄົນລ້ວນແຕ່ຜິດພາດໃນຫລາຍທາງ. ຜູ້ທີ່ບໍ່ເຄີຍເຮັດຜິດທາງວາຈາກໍເປັນຄົນດີຄົບຖ້ວນ ສາມາດຄວບຄຸມຮ່າງກາຍທັງໝົດຂອງຕົນໄດ້.
ເມື່ອພວກເຮົາເອົາບັງຫງຽນໃສ່ປາກມ້າເພື່ອເຮັດໃຫ້ມັນເຊື່ອຟັງພວກເຮົາ, ພວກເຮົາກໍສາມາດບັງຄັບສັດນັ້ນໄປທາງໃດກໍໄດ້ທັງໂຕ. ຫລື ໃຫ້ເບິ່ງເຮືອເປັນຕົວຢ່າງ. ເຖິງແມ່ນວ່າມັນຈະມີຂະໜາດໃຫຍ່ ແລະ ແລ່ນໄປຕາມແຮງຂອງລົມ ແຕ່ມັນກໍມີຫາງເສືອເຮືອນ້ອຍໆຄອຍຖ້າຂັດທ້າຍເຮືອໃຫ້ໄປໃນທີ່ຕ່າງໆຕາມທີ່ນາຍທ້າຍຕ້ອງການ. ລີ້ນກໍເໝືອນກັນ, ເປັນອະໄວຍະວະນ້ອຍໆຂອງຮ່າງກາຍ, ແຕ່ລິ້ນກໍມັກເວົ້າໂອ້ອວດ. ຈົ່ງພິຈາລະນາເບິ່ງແປວໄຟນ້ອຍໆຍັງສາມາດເຜົາໄໝ້ປ່າໃຫຍ່ໄດ້. ລີ້ນກໍເປັນດັ່ງໄຟ, ເປັນໂລກແຫ່ງຄວາມຊົ່ວຮ້າຍທີ່ຢູ່ໃນທ່າມກາງອະໄວຍະວະທັງຫລາຍຂອງຮ່າງກາຍ. ມັນເຮັດໃຫ້ຮ່າງກາຍທັງໝົດເສຍຫາຍ, ເຮັດໃຫ້ຊີວິດທັງຊີວິດລຸກເປັນໄຟ ແລະ ໂຕມັນເອງກໍຖືກເຜົາໂດຍໄຟນະລົກ.
ສັດທຸກຊະນິດມີນົກ, ສັດເລືອຄານ ແລະ ສັດທະເລທັງຫລາຍຍັງຖືກຝຶກແອບໃຫ້ເຊື່ອຟັງໄດ້ ແລະ ຖືກຝຶກແອບໃຫ້ເຊື່ອຟັງໂດຍມະນຸດ. ແຕ່ບໍ່ມີຜູ້ໃດຝຶກແອບລີ້ນໃຫ້ເຊື່ອຟັງໄດ້. ລີ້ນເປັນສິ່ງຊົ່ວຮ້າຍທີ່ບໍ່ເຄີຍຢຸດຢູ່ ມັນເຕັມດ້ວຍພິດແຫ່ງຄວາມຕາຍ.
ພວກເຮົາທັງຫລາຍສັນລະເສີນອົງພຣະຜູ້ເປັນເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາດ້ວຍລີ້ນ ແລະ ພວກເຮົາກໍໃຊ້ລີ້ນນັ້ນປ້ອຍດ່າມະນຸດຜູ້ທີ່ຖືກສ້າງຂຶ້ນຕາມແບບຂອງພຣະເຈົ້າ. ຄຳສັນລະເສີນ ແລະ ຄຳປ້ອຍດ່າຕ່າງກໍອອກມາຈາກປາກອັນດຽວກັນ. ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຢ່າໃຫ້ເປັນຢ່າງນັ້ນເລີຍ. ທັງນ້ຳຈືດ ແລະ ນ້ຳເຄັມ1ຈະໄຫລອອກມາຈາກບໍ່ນ້ຳດຽວກັນໄດ້ບໍ? ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຕົ້ນໝາກເດື່ອຈະເກີດໝາກເປັນໝາກກອກ ຫລື ເຄືອອະງຸ່ນຈະເກີດໝາກເປັນໝາກເດື່ອໄດ້ບໍ? ເຊັ່ນດຽວກັນ ບໍ່ນ້ຳເຄັມກໍບໍ່ສາມາດຜະລິດນ້ຳຈືດໄດ້.
ສະຕິປັນຍາສອງຢ່າງ
ຜູ້ໃດໃນທ່າມກາງພວກເຈົ້າເປັນຄົນສະຫລາດ ແລະ ມີຄວາມເຂົ້າໃຈ? ກໍໃຫ້ພວກເຂົາສະແດງສິ່ງນັ້ນອອກມາໃນການດຳເນີນຊີວິດທີ່ດີຂອງພວກເຂົາ ໂດຍການກະທຳອັນຖ່ອມໂຕລົງທີ່ມາຈາກສະຕິປັນຍາ. ແຕ່ຖ້າພວກເຈົ້າຂົມຂື່ນດ້ວຍໃຈອິດສາ ແລະ ທະເຍີທະຍານຢ່າງເຫັນແກ່ໂຕຢູ່ໃນໃຈຂອງພວກເຈົ້າ ກໍຢ່າໂອ້ອວດເຖິງເລື່ອງນັ້ນ ຫລື ປະຕິເສດຄວາມຈິງ. “ສະຕິປັນຍາ” ຢ່າງນີ້ບໍ່ໄດ້ມາຈາກສະຫວັນແຕ່ເປັນຂອງຝ່າຍໂລກ, ບໍ່ຢູ່ຝ່າຍວິນຍານ ແລະ ເປັນຂອງຝ່າຍມານ. ເພາະທີ່ໃດມີຄວາມອິດສາ ແລະ ຄວາມທະເຍີທະຍານຢ່າງເຫັນແກ່ໂຕ, ທີ່ນັ້ນກໍມີຄວາມວຸ້ນວາຍ ແລະ ມີການກະທຳທີ່ຊົ່ວຮ້າຍທຸກຊະນິດ.
ແຕ່ສະຕິປັນຍາທີ່ມາຈາກສະຫວັນກ່ອນອື່ນໝົດນັ້ນຄືບໍລິສຸດ, ຈາກນັ້ນຄືການຮັກສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມດ້ວຍຄວາມເມດຕາ ແລະ ເກີດຜົນດີ, ບໍ່ລໍາອຽງ ແລະ ຈິງໃຈ. ຜູ້ສ້າງສັນຕິສຸກກໍຫວ່ານໃນສັນຕິສຸກ ຍ່ອມເກັບກ່ຽວຜົນແຫ່ງຄວາມຊອບທຳ.
Source notes (1)
- Footnote ພາສາກຣີກວ່າ ຂົມ ເຊັ່ນດຽວກັບຂໍ້ 14
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.