Skip to content
BibleKenya

Biblica® Open Lao Contemporary Version

ຢາໂກໂບ 2

ຫ້າມ​ບໍ່​ໃຫ້​ເລືອກໜ້າຄົນ

ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຮົາ​ຈະ​ຕ້ອງ​ບໍ່​ລຳອຽງ. ສົມມຸດ​ວ່າ​ມີ​ຊາຍ​ຄົນ​ໜຶ່ງ​ໃສ່ແຫວນຄຳ ແລະ ແຕ່ງກາຍ​ງົດງາມ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ຂອງ​ພວກເຈົ້າ ແລະ ມີ​ຄົນ​ທຸກຍາກ​ຄົນ​ໜຶ່ງ​ແຕ່ງກາຍ​ດ້ວຍ​ເຄື່ອງນຸ່ງ​ເກົ່າ​ເປື້ອນເປິ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ເໝືອນກັນ. ຖ້າ​ພວກເຈົ້າ​ໃຫ້​ຄວາມສົນໃຈ​ແກ່​ຄົນ​ທີ່​ແຕ່ງກາຍ​ງົດງາມ​ເປັນ​ພິເສດ ແລະ ກ່າວ​ວ່າ, “ນີ້​ເປັນ​ບ່ອນນັ່ງ​ທີ່​ດີ​ສຳລັບ​ທ່ານ” ແຕ່​ກ່າວ​ກັບ​ຄົນ​ທຸກຍາກ​ນັ້ນ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ບ່ອນ​ນີ້” ຫລື ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ພື້ນ​ໃກ້​ຕີນ​ຂອງ​ເຮົາ” ພວກເຈົ້າ​ກໍ​ມີ​ການຈຳແນກ​ໃນ​ທ່າມກາງ​ພວກເຈົ້າ​ເອງ ແລະ ກາຍເປັນ​ຜູ້ຕັດສິນ​ຄົນ​ດ້ວຍ​ຄວາມຄິດ​ຊົ່ວ​ບໍ່ແມ່ນ​ບໍ?

ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ? ແຕ່​ພວກເຈົ້າ​ບໍ່​ໃຫ້​ກຽດ​ຄົນຍາກຈົນ. ບໍ່​ແມ່ນ​ຄົນຮັ່ງມີ​ບໍ​ທີ່​ຂູດຮີດ​ພວກເຈົ້າ? ບໍ່​ແມ່ນ​ພວກເຂົາ​ນີ້​ບໍ​ທີ່​ລາກ​ພວກເຈົ້າ​ໄປ​ຂຶ້ນ​ສານ? ບໍ່​ແມ່ນ​ພວກເຂົາ​ບໍ​ທີ່​ເວົ້າ​ໝິ່ນປະໝາດ​ນາມ​ອັນ​ສູງສົ່ງ​ຂອງ​ພຣະອົງ​ຂອງ​ພຣະອົງ?

ຖ້າ​ພວກເຈົ້າ​ຖືຮັກສາ​ພຣະບັນຍັດ​ທີ່​ມີ​ຢູ່​ໃນ​ພຣະຄຳພີ​ແທ້ໆ​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”1 ພວກເຈົ້າ​ກໍ​ເຮັດ​ຖືກ​ແລ້ວ. ແຕ່​ຖ້າ​ພວກເຈົ້າ​ມີ​ການເລືອກໜ້າຄົນ, ພວກເຈົ້າ​ກໍ​ເຮັດ​ບາບ ແລະ ຖືກ​ຕັດສິນ​ໂດຍ​ກົດບັນຍັດ​ວ່າ​ເປັນ​ຜູ້ລະເມີດ​ກົດບັນຍັດ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ກົດບັນຍັດ​ໄດ້​ທັງໝົດ​ແຕ່​ເຮັດ​ຜິດພາດ​ພຽງ​ຈຸດ​ດຽວ ກໍ​ມີ​ຄວາມຜິດ​ເທົ່າ​ກັບ​ລະເມີດ​ກົດບັນຍັດ​ທັງໝົດ. ເພາະ​ພຣະອົງ​ຜູ້​ກ່າວ​ວ່າ, “ຢ່າ​ຫລິ້ນຊູ້”2 ນັ້ນ​ຍັງ​ກ່າວ​ອີກ​ວ່າ, “ຢ່າ​ຂ້າ​ຄົນ”3 ຖ້າ​ພວກເຈົ້າ​ບໍ່​ໄດ້​ຫລິ້ນຊູ້​ແຕ່​ໄດ້​ຂ້າ​ຄົນ, ພວກເຈົ້າ​ກໍ​ໄດ້​ກາຍມາ​ເປັນ​ຜູ້​ລະເມີດ​ກົດບັນຍັດ.

ຈົ່ງ​ເວົ້າ ແລະ ເຮັດ​ເໝືອນ​ຢ່າງ​ຄົນ​ເຫລົ່ານັ້ນ​ທີ່​ກຳລັງ​ຮັບ​ການ​ຕັດສິນ​ດ້ວຍ​ກົດບັນຍັດ​ທີ່​ໃຫ້​ເສລີພາບ, ເພາະວ່າ​ການພິພາກສາ​ທີ່​ບໍ່ມີຄວາມເມດຕາ​ຈະ​ສະແດງ​ແກ່​ຜູ້​ທີ່​ບໍ່​ມີ​ຄວາມເມດຕາ. ຄວາມເມດຕາ​ມີ​ໄຊຊະນະ​ເໜືອ​ການພິພາກສາ!

ຄວາມເຊື່ອ ແລະ ການ​ປະຕິບັດ

ພີ່ນ້ອງ​ທັງຫລາຍ, ຖ້າ​ຄົນ​ໜຶ່ງ​ອ້າງ​ວ່າ​ຕົນ​ມີ​ຄວາມເຊື່ອ​ແຕ່​ບໍ່​ມີ​ການປະຕິບັດ​ມັນ​ຈະ​ມີ​ປະໂຫຍດ​ອັນໃດ? ຄວາມເຊື່ອ​ແບບ​ນີ້​ສາມາດ​ຊ່ວຍ​ພວກເຂົາ​ໃຫ້​ລອດພົ້ນ​ໄດ້​ບໍ? ສົມມຸດ​ວ່າ​ມີ​ພີ່ນ້ອງ​ຄົນ​ໃດ​ບໍ່​ມີ​ເຄື່ອງນຸ່ງຫົ່ມ ແລະ ອາຫານ​ປະຈຳວັນ. ຖ້າ​ມີ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ, ຮັກສາ​ຮ່າງກາຍ​ໃຫ້​ອົບອຸ່ນ ແລະ ກິນ​ໃຫ້​ອີ່ມ​ສາ,” ແຕ່​ບໍ່​ໄດ້​ໃຫ້​ສິ່ງຂອງ​ໃດໆ​ທີ່​ຈຳເປັນ​ຝ່າຍຮ່າງກາຍ​ຂອງ​ພວກເຂົາ​ຈະ​ມີ​ປະໂຫຍດ​ອັນ​ໃດ? ໃນ​ທຳນອງດຽວກັນ, ຄວາມເຊື່ອ​ພຽງ​ຢ່າງ​ດຽວ​ໂດຍ​ບໍ່​ມີ​ການປະຕິບັດ​ກໍ​ເປັນ​ຄວາມເຊື່ອ​ທີ່​ຕາຍ​ແລ້ວ.

ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ເຈົ້າ​ມີ​ຄວາມເຊື່ອ ສ່ວນ​ຂ້ອຍ​ມີ​ການປະຕິບັດ”.

ຈົ່ງ​ສະແດງ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ບໍ່​ມີ​ການປະຕິບັດ​ມາ ແລ້ວ​ເຮົາ​ຈະ​ສະແດງ​ຄວາມເຊື່ອ​ຂອງ​ເຮົາ​ດ້ວຍ​ການປະຕິບັດ​ຂອງ​ເຮົາ. ເຈົ້າ​ເຊື່ອ​ວ່າ​ມີ​ພຣະເຈົ້າ​ອົງ​ດຽວ​ກໍ​ດີ​ແລ້ວ! ແມ່ນແຕ່​ພວກ​ຜີມານຮ້າຍ​ກໍ​ຍັງ​ເຊື່ອ​ຢ່າງ​ນັ້ນ ແລະ ຢ້ານ​ຈົນ​ໂຕສັ່ນ.

ຄົນໂງ່​ເອີຍ, ພວກເຈົ້າ​ຕ້ອງການ​ຫລັກຖານ​ວ່າ​ຄວາມເຊື່ອ​ທີ່​ບໍ່​ມີ​ການປະຕິບັດ​ນັ້ນ​ໄຮ້ປະໂຫຍດ4​ແມ່ນ​ບໍ? ພຣະເຈົ້າ​ຖື​ວ່າ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ເປັນ​ຜູ້ຊອບທຳ​ກໍ​ຍ້ອນ​ການປະຕິບັດ​ຂອງ​ເພິ່ນ​ທີ່​ໄດ້​ຖວາຍ​ອີຊາກ ລູກຊາຍ​ຂອງ​ເພິ່ນ​ເທິງ​ແທ່ນບູຊາ​ບໍ່​ແມ່ນ​ບໍ? ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຄວາມເຊື່ອ ແລະ ການປະຕິບັດ​ຂອງ​ເພິ່ນ​ກໍ​ເຮັດ​ຄຽງຄູ່​ກັນ​ໄປ ແລະ ຄວາມເຊື່ອ​ຂອງ​ເພິ່ນ​ຄົບຖ້ວນ​ສົມບູນ​ໂດຍ​ສິ່ງ​ທີ່​ເພິ່ນ​ໄດ້​ປະຕິບັດ. ແລະ ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ກ່າວ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”5 ແລະ ເພິ່ນ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ​ສະຫາຍ​ຂອງ​ພຣະເຈົ້າ. ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຜູ້​ທີ່​ຈະ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ກໍ​ດ້ວຍ​ການປະຕິບັດ​ຂອງ​ພວກເຂົາ​ບໍ່​ແມ່ນ​ພຽງ​ຄວາມເຊື່ອ​ຢ່າງ​ດຽວ.

ໃນ​ທຳນອງດຽວກັນ ແມ່ນ​ແຕ່​ນາງ​ຣາຮາບ​ຍິງໂສເພນີ​ຍັງ​ຖືກ​ນັບ​ວ່າ​ເປັນ​ຄົນຊອບທຳ​ເພາະ​ການປະຕິບັດ​ຂອງ​ນາງ​ໃນ​ເວລາ​ທີ່​ນາງ​ໃຫ້​ທີ່ພັກ​ແກ່​ພວກສອດແນມ ແລະ ຊ່ວຍ​ສົ່ງ​ພວກເຂົາ​ໄປ​ອີກ​ທາງ​ໜຶ່ງ​ບໍ່​ແມ່ນ​ບໍ? ຮ່າງກາຍ​ທີ່​ບໍ່​ມີ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ, ດັ່ງນັ້ນ​ຄວາມເຊື່ອ​ທີ່​ບໍ່ມີ​ການປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ.

Source notes (5)
  1. Footnote ລລວ 19:18
  2. Footnote ອພຍ 20:14; ພບຍ 5:18
  3. Footnote ອພຍ 20:13; ພບຍ 5:17
  4. Footnote ສຳເນົາ​ຕົ້ນ​ສະບັບ​ເກົ່າແກ່​ບາງ​ສຳເນົາ​ວ່າ ຕາຍ​ແລ້ວ
  5. Footnote ປຖກ 15:6

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.