Skip to content
BibleKenya

Biblica® Open Lao Contemporary Version

ຢາໂກໂບ 1

ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,

ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ.

ການທົດລອງ ແລະ ການລໍ້ລວງ

ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ໃດ​ທີ່​ພວກເຈົ້າ​ປະເຊີນ​ກັບ​ການທົດລອງ​ໃນ​ຫລາຍ​ຮູບແບບ​ຈົ່ງ​ຖື​ເປັນ​ເລື່ອງ​ທີ່​ໜ້າ​ຍິນດີ​ແທ້ໆ, ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ການ​ທົດລອງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມອົດທົນ. ຈົ່ງ​ໃຫ້​ຄວາມອົດທົນ​ບັນລຸ​ເຖິງ​ເປົ້າໝາຍ​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ຜູ້​ໃຫຍ່​ຂຶ້ນ ແລະ ຄວບຖ້ວນ​ໂດຍ​ບໍ່​ຂາດ​ຫຍັງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ. ແຕ່​ໃນ​ເວລາ​ທີ່​ພວກເຈົ້າ​ຂໍ​ນັ້ນ ພວກເຈົ້າ​ຕ້ອງ​ເຊື່ອ ແລະ ບໍ່​ສົງໄສ, ເພາະວ່າ​ຜູ້ໃດ​ທີ່​ສົງໄສ​ກໍ​ເປັນ​ເໝືອນ​ຄື້ນ​ໃນ​ທະເລ​ທີ່​ຖືກ​ລົມພັດ​ຊັດ​ໄປ​ມາ. ຜູ້​ນັ້ນ​ຢ່າ​ຫວັງວ່າ​ຈະ​ໄດ້​ຮັບ​ສິ່ງໃດ​ຈາກ​ອົງພຣະຜູ້ເປັນເຈົ້າ. ເຊິ່ງ​ເປັນ​ຄົນ​ສອງໃຈ ແລະ ບໍ່​ໝັ້ນຄົງ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ກະທຳ.

ບັນດາ​ຜູ້ທີ່ເຊື່ອ​ທີ່​ຕ່ຳຕ້ອຍ​ນັ້ນ​ຈົ່ງ​ພູມໃຈ​ໃນ​ຖານະ​ອັນ​ສູງສົ່ງ​ຂອງ​ຕົນ. ແຕ່​ຄົນຮັ່ງມີ​ນັ້ນ​ຄວນ​ພາກພູມໃຈ​ໃນ​ຄວາມອັບອາຍ​ຂອງ​ຕົນ ເພາະ​ຜູ້​ທີ່​ຮັ່ງມີ​ນັ້ນ​ຈະ​ລ່ວງລັບ​ໄປ​ເໝືອນດັ່ງ​ດອກໄມ້​ປ່າ. ເພາະ​ເມື່ອ​ຕາເວັນ​ຂຶ້ນ​ດ້ວຍ​ຄວາມຮ້ອນກ້າ ແລະ ເຮັດ​ໃຫ້​ພືດ​ຫ່ຽວແຫ້ງ, ດອກ​ຂອງ​ມັນ​ກໍ​ຫລົ່ນ​ລົງ ແລະ ຄວາມງາມ​ກໍ​ຖືກ​ທຳລາຍ. ໃນ​ທຳນອງດຽວກັນ​ນີ້ ຄົນ​ຮັ່ງມີ​ກໍ​ຈະ​ເສື່ອມສູນ​ໄປ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນ​ກິດຈະການ​ຂອງ​ຕົນ​ຢູ່.

ຄວາມສຸກ​ມີ​ແກ່​ຜູ້​ທີ່​ອົດທົນ​ຕໍ່​ການທົດລອງ ເພາະ​ເມື່ອ​ຜ່ານ​ການທົດສອບ​ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ.

ເມື່ອ​ຖືກ​ລໍ້ລວງ​ໃຫ້​ເຮັດ​ບາບ ຢ່າ​ໃຫ້​ຜູ້ໃດ​ເວົ້າ​ວ່າ, “ພຣະເຈົ້າ​ລໍ້ລວງ​ຂ້ານ້ອຍ” ເພາະວ່າ​ຄວາມຊົ່ວ​ບໍ່​ສາມາດ​ລໍ້ລວງ​ພຣະເຈົ້າ​ໃຫ້​ເຮັດ​ບາບ​ໄດ້ ແລະ ພຣະອົງ​ກໍ​ບໍ່​ໄດ້​ລໍ້ລວງ​ຜູ້ໃດ, ແຕ່​ວ່າ​ແຕ່ລະຄົນ​ຖືກ​ລໍ້ລວງ​ກໍ​ເມື່ອ​ພວກເຂົາ​ຖືກ​ຊັກຈູງ​ໄປ​ໂດຍ​ຄວາມປາຖະໜາ​ຊົ່ວ​ຂອງ​ຕົນ ແລະ ຖືກ​ລໍ້ລວງ. ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.

ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ຜູ້ໃດ​ຖືກ​ລໍ້ລວງ​ເລີຍ. ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ. ພຣະອົງ​ເລືອກ​ທີ່​ຈະ​ໃຫ້​ພວກເຮົາ​ບັງເກີດ​ຜ່ານ​ທາງ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ເພື່ອ​ພວກເຮົາ​ຈະ​ໄດ້​ເປັນ​ຜົນທຳອິດ​ຂອງ​ທຸກສິ່ງ​ທີ່​ໄດ້​ພຣະອົງ​ສ້າງ.

ຈົ່ງ​ຟັງ ແລະ ເຮັດ​ຕາມ

ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃຫ້​ຈົດຈຳ​ຂໍ້​ນີ້​ຄື: ທຸກຄົນ​ຈະ​ຕ້ອງ​ໄວ​ໃນ​ການຟັງ, ຊ້າ​ໃນ​ການເວົ້າ ແລະ ຊ້າ​ໃນ​ການໃຈຮ້າຍ, ເພາະວ່າ​ຄວາມຄຽດຮ້າຍ​ຂອງ​ມະນຸດ​ບໍ່​ໄດ້​ກໍ່​ໃຫ້​ເກີດ​ຄວາມຊອບທຳ​ທີ່​ພຣະເຈົ້າ​ປະສົງ. ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມເປື້ອນເປິ​ທາງ​ສິນທຳ​ທຸກຢ່າງ ແລະ ຄວາມຊົ່ວຊ້າ​ທີ່​ແຜ່​ຫລາຍ ແລ້ວ​ຖ່ອມໂຕລົງ​ຮັບ​ເອົາ​ພຣະຄຳ​ທີ່​ໄດ້​ປູກ​ໄວ້​ໃນ​ພວກເຈົ້າ ເຊິ່ງ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.

ຢ່າ​ພຽງ​ແຕ່​ຟັງ​ພຣະຄຳ ແລະ ຫລອກລວງ​ຕົນ​ເອງ​ເທົ່ານັ້ນ, ແຕ່​ຈົ່ງ​ປະຕິບັດ​ຕາມ​ພຣະຄຳ​ນັ້ນ. ຜູ້ໃດ​ທີ່​ຟັງ​ພຣະຄຳ​ແຕ່​ບໍ່​ໄດ້​ປະຕິບັດ​ຕາມ, ຜູ້​ນັ້ນ​ກໍ​ເປັນ​ເໝືອນ​ຄົນ​ທີ່​ແຍງເບິ່ງ​ໜ້າ​ຂອງ​ຕົນ​ເອງ​ໃນ​ແວ່ນ ແລະ ຫລັງ​ຈາກ​ແຍງເບິ່ງ​ແລ້ວ​ກໍ​ໄປ ແລະ ໃນທັນໃດ​ນັ້ນ​ກໍ​ລືມ​ວ່າ​ໜ້າ​ຂອງ​ຕົນ​ເອງ​ເປັນ​ຢ່າງໃດ. ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ຕັ້ງໃຈ​ເບິ່ງ​ກົດບັນຍັດ​ອັນ​ສົມບູນ​ທີ່​ໃຫ້​ເສລີພາບ ແລະ ສືບຕໍ່​ໃນ​ເສລີພາບ​ນັ້ນ ໂດຍ​ບໍ່​ລືມ​ສິ່ງ​ທີ່​ພວກເຂົາ​ໄດ້​ຍິນ, ແຕ່​ປະຕິບັດ​ຕາມ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ພອນ​ໃນ​ສິ່ງ​ທີ່​ຕົນ​ກະທຳ.

ບັນດາ​ຜູ້​ທີ່​ຄິດ​ວ່າ​ຕົນ​ເອງ​ເຄັ່ງ​ສາສະໜາ​ແຕ່​ບໍ່​ຄວບຄຸມ​ລີ້ນ​ຂອງ​ຕົນ​ໃຫ້​ດີ​ກໍ​ຫລອກລວງ​ຕົນ​ເອງ ແລະ ສາສະໜາ​ຂອງ​ພວກເຂົາ​ກໍ​ໄຮ້ຄ່າ. ສາສະໜາ​ທີ່​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ຍອມຮັບ​ວ່າ​ບໍລິສຸດ ແລະ ບໍ່​ມີ​ຂໍ້ບົກພ່ອງ​ຄື: ການເບິ່ງແຍງ​ບັນດາ​ເດັກກ່ຳພ້າ ແລະ ແມ່ໝ້າຍ​ທີ່​ທຸກຍາກ​ຂອງ ແລະ ໃນ​ການຮັກສາ​ຕົນ​ເອງ​ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.