Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 51

ຄວາມພົ້ນ​ນິລັນດອນ​ສຳລັບ​ຊີໂອນ

“ຈົ່ງ​ຟັງ​ເຮົາ, ພວກເຈົ້າ​ຜູ້​ສະແຫວງ​ຫາ​ຄວາມ​ຊອບທຳ

ແລະ ຜູ້​ສະແຫວງຫາ​ພຣະເຈົ້າ​ຢາເວ:

ຈົ່ງ​ເບິ່ງ​ສີລາ​ທີ່​ເຈົ້າ​ຕັດ​ອອກ​ມາ

ແລະ ເບິ່ງ​ບໍ່​ຫີນ​ທີ່​ເຈົ້າ​ຖືກ​ຂຸດ​ອອກ​ມາ;

ຈົ່ງ​ເບິ່ງ​ອັບຣາຮາມ, ບັນພະບຸລຸດ​ຂອງ​ເຈົ້າ,

ແລະ ຊາຣາ, ຜູ້​ເກີດ​ເຈົ້າ.

ເມື່ອ​ເຮົາ​ເອີ້ນ​ລາວ ມີ​ລາວ​ພຽງ​ຄົນ​ດຽວ,

ແລະ ເຮົາ​ກໍ​ອວຍພອນ​ລາວ ແລະ ເຮັດ​ໃຫ້​ລາວ​ມີ​ຈຳນວນ​ຫລາຍ.

ພຣະເຈົ້າ​ຢາເວ​ຈະ​ເລົ້າໂລມ​ໃຈ​ຊີໂອນ​ຢ່າງ​ແນ່ນອນ

ແລະ ຈະ​ແນມເບິ່ງ​ຊາກ​ຫັກພັງ​ທັງໝົດ​ຂອງ​ຊີໂອນ​ດ້ວຍ​ຄວາມ​ເມດຕາ;

ພຣະອົງ​ຈະ​ເຮັດ​ໃຫ້​ທະເລຊາຍ​ຂອງ​ຊີໂອນ​ເປັນ​ເໝືອນ​ສວນ​ເອເດນ,

ບ່ອນ​ຖິ້ມ​ຮ້າງ​ຂອງ​ນາງ​ເປັນ​ເໝືອນ​ອຸທິຍານ​ຂອງ​ພຣະເຈົ້າ​ຢາເວ.

ທີ່ນັ້ນ​ຈະ​ມີ​ຄວາມ​ຊື່ນຊົມ​ຍິນດີ

ມີ​ການ​ຂອບພຣະຄຸນ​ພຣະເຈົ້າ ແລະ ສຽງ​ຮ້ອງ​ເພງ.

“ຈົ່ງ​ຟັງ​ເຮົາ, ປະຊາຊົນ​ຂອງ​ເຮົາ;

ຈົ່ງ​ຟັງ​ເຮົາ, ຊົນຊາດ​ຂອງ​ເຮົາ;

ກົດບັນຍັດ​ຈະ​ອອກ​ມາ​ຈາກ​ເຮົາ;

ຄວາມ​ຍຸຕິທຳ​ຂອງ​ເຮົາ​ຈະ​ເປັນ​ແສງສະຫວ່າງ​ແກ່​ຊົນຊາດ​ຕ່າງໆ:

ຄວາມ​ຊອບທຳ​ຂອງ​ເຮົາ​ເຂົ້າ​ມາ​ໃກ້​ຢ່າງ​ວ່ອງໄວ,

ຄວາມພົ້ນ​ຂອງ​ເຮົາ​ກຳລັງ​ມາ,

ແຂນ​ຂອງ​ເຮົາ​ຈະ​ນຳ​ຄວາມ​ຍຸຕິທຳ​ມາ​ໃຫ້​ຊົນຊາດ​ຕ່າງໆ.

ເກາະ​ແກ້ງ​ຕ່າງໆ​ຈະ​ແນມເບິ່ງ​ເຮົາ

ແລະ ລໍ​ຖ້າ​ແຂນ​ຂອງ​ເຮົາ​ດ້ວຍ​ຄວາມ​ຫວັງ.

ຈົ່ງ​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ຟ້າ​ສະຫວັນ,

ແລະ ເບິ່ງ​ໂລກ​ເບື້ອງ​ລຸ່ມ;

ຟ້າ​ສະຫວັນ​ຈະ​ລັບ​ຫາຍ​ໄປ​ເໝືອນ​ຄວັນໄຟ,

ໂລກ​ຈະ​ເປັນ​ເໝືອນ​ເຄື່ອງນຸ່ງ​ເກົ່າ​ທີ່​ຂາດ​ໄປ

ແລະ ຄົນ​ໃນ​ໂລກ​ຈະ​ຕາຍ​ໄປ​ເໝືອນ​ດັ່ງ​ແມງໄມ້.

ແຕ່​ຄວາມພົ້ນ​ຂອງ​ເຮົາ​ຈະ​ດຳລົງ​ຢູ່​ຕະຫລອດໄປ.

ຄວາມ​ຊອບທຳ​ຂອງ​ເຮົາ​ຈະ​ບໍ່​ສິ້ນສຸດ.

“ຈົ່ງ​ຟັງ​ເຮົາ, ພວກເຈົ້າ​ຜູ້​ຮູ້​ວ່າ​ແມ່ນຫຍັງ​ຄື​ຄວາມ​ຖືກຕ້ອງ,

ຊົນຊາດ​ທີ່​ຖື​ຮັກສາ​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ໃຈ:

ຢ່າ​ຢ້ານ​ການ​ຕຳໜິ​ຕິ​ຕຽນ​ຂອງ​ມະນຸດ

ຫລື ຢ່າ​ຫວັ່ນໄຫວ​ໄປ​ກັບ​ຄຳ​ໝິ່ນປະໝາດ​ຂອງ​ພວກເຂົາ.

ເພາະ​ແມງໄມ້​ຈະ​ເຈາະ​ກິນ​ພວກເຂົາ​ເໝືອນ​ດັ່ງ​ເຄື່ອງນຸ່ງ;

ໜອນ​ຈະ​ກັດ​ກິນ​ພວກເຂົາ​ເໝືອນ​ດັ່ງ​ຂົນແກະ.

ແຕ່​ຄວາມ​ຊອບທຳ​ຂອງ​ເຮົາ​ຈະ​ດຳລົງ​ຢູ່​ຕະຫລອດໄປ,

ຄວາມ​ພົ້ນ​ຂອງ​ເຮົາ​ຈະ​ດໍາລົງ​ຢູ່​ສືບໄປ​ທຸກ​ຊົ່ວ​ອາຍຸ​ຄົນ”.

ຈົ່ງ​ລຸກ​ຂຶ້ນ! ແຂນ​ຂອງ​ພຣະເຈົ້າ​ຢາເວ,

ຈົ່ງ​ຫົ່ມ​ຕົວເອງ​ດ້ວຍ​ກຳລັງ!

ຈົ່ງ​ຕື່ນ​ຂຶ້ນ, ເໝືອນ​ໃນ​ອະ​ດີດ​ທີ່​ຜ່ານມາ,

ເໝືອນ​ຄົນ​ລຸ້ນ​ກ່ອນ.

ບໍ່ແມ່ນ​ພຣະອົງ​ບໍ​ທີ່​ຕັດ​ຣາຮາບ​ອອກ​ເປັນ​ຕ່ອນໆ,

ແລະ ແທງ​ສັດຮ້າຍ​ໂຕ​ນັ້ນ?

ບໍ່​ແມ່ນ​ພຣະອົງ​ບໍ​ທີ່​ເຮັດ​ໃຫ້​ທະເລ​ແຫ້ງ?

ຄື​ເຮັດ​ໃຫ້​ມະຫາສະໝຸດ​ອັນ​ເລິກ​ແຫ້ງ​ໄປ,

ຜູ້​ໄດ້​ເຮັດ​ທາງ​ໄວ້​ໃນ​ທະເລ​ເລິກ

ເພື່ອ​ຜູ້​ທີ່​ພຣະອົງ​ໄດ້​ໄຖ່​ໄວ້​ຈະ​ຂ້າມ​ຟາກ​ໄປ​ໄດ້?

ບັນດາ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ໄຖ່​ໄວ້​ຈະ​ກັບມາ.

ພວກເຂົາ​ຈະ​ຮ້ອງເພງ​ເຂົ້າ​ເມືອງ​ຊີໂອນ;

ຄວາມ​ສຸກ​ນິລັນດອນ​ເປັນ​ມົງກຸດ​ປະດັບ​ຫົວ​ຂອງ​ພວກເຂົາ.

ຄວາມ​ປິຕິ ແລະ ຄວາມ​ຊື່ນຊົມຍິນດີ​ຢ່າງ​ເຕັມລົ້ນ​ຈະ​ປົກຄຸມ​ພວກເຂົາ,

ຄວາມ​ທຸກ​ໂສກ ແລະ ການ​ທໍ້ຖ້ອຍ​ໃຈ​ຈະ​ໝົດ​ໄປ.

“ເຮົາ, ເຮົາ​ນີ້​ແຫລະ, ເປັນ​ຜູ້​ເລົ້າໂລມໃຈ​ເຈົ້າ.

ເຈົ້າ​ແມ່ນ​ໃຜ​ຈຶ່ງ​ຢ້ານ​ມະນຸດ​ທໍາມະດາ,

ຢ້ານ​ລູກ​ຫລານ​ຂອງ​ມະນຸດ​ທີ່​ເປັນ​ພຽງ​ຕົ້ນຫຍ້າ,

ພວກເຈົ້າ​ລືມ​ພຣະເຈົ້າ​ຢາເວ​ພຣະຜູ້ສ້າງ​ຂອງ​ພວກເຈົ້າ,

ຜູ້​ກາງ​ຟ້າ​ສະຫວັນ​ອອກ​ມາ

ແລະ ວາງ​ຮາກຖານ​ຂອງ​ໂລກ,

ເປັນຫຍັງ​ເຈົ້າ​ຈຶ່ງ​ມີ​ຊີວິດ​ຢູ່​ທຸກ​ມື້​ດ້ວຍ​ຄວາມ​ຢ້ານ

ເພາະ​ຄວາມ​ໂກດຮ້າຍ​ຂອງ​ຜູ້​ຂົ່ມເຫັງ,

ຜູ້​ຫວັງ​ທໍາລາຍ?

ຄວາມ​ໂກດຮ້າຍ​ຂອງ​ຜູ້​ຂົ່ມເຫັງ​ຢູ່​ໃສ?

ພວກ​ນັກໂທດ​ທີ່​ຢ້ານກົວ​ຈະ​ໄດ້​ຮັບ​ການ​ປົດປ່ອຍ​ໃນ​ໄວໆ​ນີ້;

ພວກເຂົາ​ຈະ​ບໍ່​ຕາຍ​ໃນ​ຄຸກ​ຂອງ​ພວກເຂົາ,

ແລະ ພວກເຂົາ​ຈະ​ບໍ່​ຂາດ​ອາຫານ,

ເພາະ​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ,

ຜູ້​ປຸກ​ທະເລ​ເຮັດ​ໃຫ້​ຄຶກຄະນອງ

ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຄື​ນາມ​ຂອງ​ພຣະອົງ.

ເຮົາ​ໄດ້​ໃສ່​ຄໍາເວົ້າ​ຂອງ​ເຮົາ​ໄວ້​ໃນ​ປາກ​ຂອງ​ເຈົ້າ

ແລະ ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້​ດ້ວຍ​ຮົ່ມ​ເງົາ​ແຫ່ງ​ມື​ຂອງ​ເຮົາ

ເຮົາ​ເປັນ​ຜູ້​ຕັ້ງ​ຟ້າ​ສະຫວັນ​ໄວ້​ໃນ​ບ່ອນ​ຂອງ​ມັນ,

ເປັນ​ຜູ້​ວາງ​ຮາກຖານ​ຂອງ​ໂລກ,

ແລະ ເປັນ​ຜູ້​ກ່າວ​ກັບ​ຊີໂອນ​ວ່າ, ‘ເຈົ້າ​ເປັນ​ປະຊາຊົນ​ຂອງ​ເຮົາ’ ”.

ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ

ຕື່ນ​ຂຶ້ນ, ຕື່ນ​ຂຶ້ນ!

ຈົ່ງ​ລຸກ​ຂຶ້ນ, ນະຄອນ​ເຢຣູຊາເລັມ,

ເຈົ້າ​ຜູ້​ໄດ້​ດື່ມ​ຈາກ​ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ,

ທີ່​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຢາເວ,

ເຈົ້າ​ດື່ມ​ຈົນ​ໝົດ​ຈອກ

ທີ່​ເຮັດ​ໃຫ້​ເຈົ້າ​ໂຊເຊ​ໄປ​ມາ.

ລູກຊາຍ​ທັງໝົດ​ທີ່​ນາງ​ເກີດ​ອອກ​ມາ

ບໍ່​ມີ​ຈັກຄົນ​ດຽວ​ທີ່​ຈະ​ນຳ​ທາງ​ນາງ:

ລູກຊາຍ​ທັງໝົດ​ທີ່​ນາງ​ລ້ຽງດູ​ມາ

ບໍ່​ມີ​ຈັກ​ຄົນ​ດຽວ​ທີ່​ຈະ​ຈູງ​ນາງ​ໄປ.

ໄພພິບັດ​ອັນ​ໃຫຍ່​ເກີດ​ຂຶ້ນ​ກັບ​ເຈົ້າ​ສອງ​ເທົ່າ

ໃຜ​ຈະ​ສາມາດ​ເລົ້າໂລມ​ໃຈ​ເຈົ້າ​ໄດ້?

ຫາຍະນະ ແລະ ຄວາມ​ຈິບຫາຍ ການ​ກັນດານ​ອາຫານ ແລະ ການ​ສູ້ຮົບ

ໃຜ​ຈະ​ສາມາດ​ໜູນໃຈ​ເຈົ້າ​ໄດ້?

ພວກລູກ​ຂອງ​ເຈົ້າ​ເປັນ​ລົມ​ໄປ​ແລ້ວ;

ພວກເຂົາ​ນອນ​ຢູ່​ທຸກ​ແຈ​ຂອງ​ຖະໜົນ​ທຸກ​ເສັ້ນ,

ດັ່ງ​ເຍືອງ​ຕິດ​ຢູ່​ໃນ​ຕາໜ່າງ.

ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ,

ແລະ ການ​ຕຳໜິ​ຈາກ​ພຣະເຈົ້າ​ຂອງ​ເຈົ້າ.

ເຫດສະນັ້ນ ຈົ່ງ​ຟັງ​ສິ່ງ​ນີ້, ເຈົ້າ​ຜູ້​ທຸກ​ທໍລະມານ,

ຜູ້​ມຶນເມົາ​ແຕ່​ບໍ່​ແມ່ນ​ດ້ວຍ​ລິດ​ເຫລົ້າ​ອະງຸ່ນ.

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ,

ພຣະເຈົ້າ​ຂອງ​ເຈົ້າ, ຜູ້​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ​ກ່າວ​ວ່າ:

“ເບິ່ງ​ແມ, ເຮົາ​ໄດ້​ນຳ​ຖ້ວຍ​ທີ່​ເຮັດ​ໃຫ້​ເຈົ້າ​ໂຊເຊ

ອອກ​ໄປ​ຈາກ​ມື​ຂອງ​ເຈົ້າ;

ເຈົ້າ​ຈະ​ບໍ່​ດື່ມ​ຈາກ​ຖ້ວຍ​ນັ້ນ,

ຄື​ຖ້ວຍ​ແຫ່ງ​ໂກດຮ້າຍ​ຂອງ​ເຮົາ​ອີກ​ຕໍ່ໄປ.

ເຮົາ​ຈະ​ເອົາ​ຖ້ວຍ​ນັ້ນ​ໃສ່​ໃນ​ມື​ຂອງ​ບັນດາ​ຜູ້​ທີ່​ທໍລະມານ​ເຈົ້າ,

ຜູ້​ກ່າວ​ກັບ​ເຈົ້າ​ວ່າ,

‘ຈົ່ງ​ນອນ​ລົງ​ເພື່ອ​ພວກເຮົາ​ຈະ​ໄດ້​ຢຽບ​ຢໍ່າ​ເຈົ້າ’.

ແລະ ເຈົ້າ​ໄດ້​ເຮັດ​ໃຫ້​ຫລັງ​ຂອງ​ເຈົ້າ​ເປັນ​ດັ່ງ​ພື້ນດິນ,

ເໝືອນ​ດັ່ງ​ພື້ນ​ຖະໜົນ​ໃຫ້​ຢຽບຢໍ່າ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.