Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 50

ບາບ​ຂອງ​ອິດສະຣາເອນ ແລະ ການ​ເຊື່ອຟັງ​ຂອງ​ຜູ້ຮັບໃຊ້

ພຣະເຈົ້າ​ຢາເວ​ກ່າວ​ວ່າ:

“ໜັງສື​ຢ່າຮ້າງ​ຂອງ​ແມ່​ເຈົ້າ

ທີ່​ເຮົາ​ໄດ້​ໄລ່​ນາງ​ໄປ​ຢູ່​ໃສ?

ຫລື ເຮົາ​ຂາຍ​ເຈົ້າ​ໄປ

ໃຫ້​ເຈົ້າ​ໜີ້​ຄົນ​ໃດ?

ເຈົ້າ​ຖືກ​ຂາຍ​ໄປ​ເພາະ​ຄວາມ​ບາບ​ຂອງ​ເຈົ້າ;

ແມ່​ຂອງ​ເຈົ້າ​ຖືກ​ໄລ່​ອອກ​ໄປ​ເພາະ​ການ​ລ່ວງລະເມີດ​ຂອງ​ເຈົ້າ.

ເມື່ອ​ເຮົາ​ມາ​ຮອດ, ເປັນຫຍັງ​ຈຶ່ງ​ບໍ່​ມີ​ຜູ້ໃດ​ຈັກ​ຄົນ?

ເມື່ອ​ເຮົາ​ເອີ້ນ, ເປັນຫຍັງ​ຈຶ່ງ​ບໍ່​ມີ​ຜູ້ໃດ​ຕອບ?

ແຂນ​ຂອງ​ເຮົາ​ສັ້ນ​ເກີນ​ກວ່າ​ທີ່​ຈະ​ໄຖ່​ເຈົ້າ​ບໍ?

ເຮົາ​ຂາດ​ກຳລັງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ບໍ?

ເຮົາ​ສັ່ງ​ພຽງ​ຄຳ​ດຽວ ທະເລ​ກໍ​ແຫ້ງ,

ເຮົາ​ເຮັດ​ໃຫ້​ແມ່ນ້ຳ​ກາຍ​ເປັນ​ຖິ່ນແຫ້ງແລ້ງກັນດານ;

ປາ​ຂອງ​ພວກເຂົາ​ເນົ່າເໝັນ​ເພາະ​ຂາດ​ນ້ຳ

ແລະ ຕາຍ​ເພາະ​ຄວາມ​ກະຫາຍ.

ເຮົາ​ເອົາ​ຄວາມ​ມືດ​ຫຸ້ມ​ຫໍ່​ຟ້າ​ສະຫວັນ

ແລະ ເຮັດ​ຜ້າ​ກະສອບ​ປົກ​ມັນ​ໄວ້”.

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ ໃຫ້​ລີ້ນ​ທີ່​ໄດ້​ຮັບ​ການ​ເຟິກ​ເປັນ​ຢ່າງ​ດີ​ແລ້ວ​ແກ່​ຂ້ານ້ອຍ,

ເພື່ອ​ໃຫ້​ຮູ້​ຈັກ​ຖ້ອຍຄຳ​ທີ່​ຊ່ວຍ​ຄ້ຳຊູ​ຜູ້​ອ່ອນແຮງ.

ທຸກໆ​ເຊົ້າ​ພຣະອົງ​ໄດ້​ປຸກ​ຂ້ານ້ອຍ,

ປຸກ​ຫູ​ຂອງ​ຂ້ານ້ອຍ​ໃຫ້​ຟັງ​ດັ່ງ​ຜູ້​ທີ່​ພຣະອົງ​ໄດ້​ສອນ.

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ ໄດ້​ເປີດ​ຫູ​ຂອງ​ຂ້ານ້ອຍ;

ແລະ ຂ້ານ້ອຍ​ບໍ່​ໄດ້​ກະບົດ,

ຫລື ຫັນ​ໜີ.

ຂ້ານ້ອຍ​ຍອມ​ແບ​ຫລັງ​ໃຫ້​ແກ່​ຜູ້​ທີ່​ຕີ​ຂ້ານ້ອຍ.

ແລະ ປິ່ນ​ແກ້ມ​ໃຫ້​ແກ່​ຜູ້​ທີ່​ດຶງ​ເຄົາ​ຂອງ​ຂ້ານ້ອຍ;

ຂ້ານ້ອຍ​ບໍ່​ໄດ້​ເຊື່ອງ​ໜ້າ​ໜີ

ຈາກ​ຜູ້​ທີ່​ເຢາະເຍີ້ຍ ແລະ ຖົ່ມ​ນ້ຳລາຍ​ໃສ່.

ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ຊ່ວຍ​ຂ້ານ້ອຍ,

ຂ້ານ້ອຍ​ຈະ​ບໍ່​ອັບອາຍ.

ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ເຮັດ​ໜ້າ​ຄື​ຫີນ​ເຫລັກ​ໄຟ,

ແລະ ຮູ້​ວ່າ​ຕົນເອງ​ຈະ​ບໍ່​ຕ້ອງ​ອັບອາຍ.

ພຣະອົງ​ຜູ້​ຕັດສິນ​ວ່າ​ຂ້ານ້ອຍ​ເປັນ​ຝ່າຍ​ຖືກ​ນັ້ນ​ຢູ່​ໃກ້.

ແລ້ວ​ຜູ້ໃດ​ຈະ​ມາ​ຟ້ອງ​ຂ້ານ້ອຍ?

ໃຫ້​ພວກເຮົາ​ມາ​ຊ້ອງ​ໜ້າ​ກັນ!

ໃຜ​ເປັນ​ຜູ້​ຟ້ອງ​ຂອງ​ຂ້ານ້ອຍ?

ໃຫ້​ລາວ​ມາ​ຊ້ອງ​ໜ້າ​ກັບ​ຂ້ານ້ອຍ!

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຄື​ຜູ້ຊ່ວຍ​ຂ້ານ້ອຍ.

ຜູ້ໃດ​ກ່າວໂທດ​ຂ້ານ້ອຍ?

ພວກເຂົາ​ຈະ​ເກົ່າ​ໄປ​ເໝືອນ​ດັ່ງ​ເຄື່ອງນຸ່ງ

ແລະ ຖືກ​ແມງໄມ້​ກິນ​ໝົດ.

ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ຢຳເກງ​ພຣະເຈົ້າ​ຢາເວ

ແລະ ເຊື່ອຟັງ​ຖ້ອຍ​ຄຳ​ຜູ້ຮັບໃຊ້​ຂອງ​ພຣະອົງ?

ໃຫ້​ຜູ້​ທີ່​ດຳເນີນ​ໃນ​ຄວາມ​ມືດ,

ຜູ້​ທີ່​ບໍ່​ມີ​ແສງສະຫວ່າງ,

ຈົ່ງ​ໄວ້ວາງໃຈ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ

ແລະ ເພິ່ງພາ​ພຣະເຈົ້າ​ຂອງ​ຕົນ.

ແຕ່​ບັດນີ້, ພວກເຈົ້າ​ທຸກຄົນ​ທີ່​ຈູດ​ໄຟ

ແລະ ຈັດຕຽມ​ທວນໄຟ​ໃຫ້​ໂຕ​ເອງ,

ຈົ່ງ​ດໍາເນີນ​ຢູ່​ໃນ​ແສງສະຫວ່າງ​ຈາກ​ໄຟ​ຂອງ​ເຈົ້າ

ແລະ ຈາກ​ທວນໄຟ​ທີ່​ເຈົ້າ​ຈູດ​ຂຶ້ນ.

ສິ່ງ​ທີ່​ເຈົ້າ​ຈະ​ໄດ້​ຮັບ​ຈາກ​ມື​ຂອງ​ເຮົາ

ຄື​ເຈົ້າ​ຈະ​ນອນ​ລົງ​ໃນ​ຄວາມ​ທຸກທໍລະມານ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.