Biblica® Open Lao Contemporary Version
ເອຊາຢາ 49
ຜູ້ຮັບໃຊ້ຂອງພຣະເຈົ້າຢາເວ
ຈົ່ງຟັງເຮົາ, ເກາະແກ້ງທັງຫລາຍ;
ຊົນຊາດໄກທັງຫລາຍ, ຟັງທາງນີ້:
ພຣະເຈົ້າຢາເວໄດ້ເອີ້ນຂ້ານ້ອຍຕັ້ງແຕ່ຂ້ານ້ອຍຍັງບໍ່ເກີດ;
ພຣະອົງໄດ້ເອີ້ນຊື່ຂອງຂ້ານ້ອຍຕັ້ງແຕ່ຂ້ານ້ອຍຢູ່ໃນທ້ອງແມ່.
ພຣະອົງໄດ້ເຮັດໃຫ້ປາກຂອງຂ້ານ້ອຍຄົມດັ່ງດາບ,
ໄດ້ເຊື່ອງຂ້ານ້ອຍໄວ້ໃນຮົ່ມເງົາແຫ່ງມືຂອງພຣະອົງ;
ພຣະອົງເຮັດໃຫ້ຂ້ານ້ອຍເປັນລູກທະນູແຫລມຄົມ
ແລະ ໄດ້ເກັບຂ້ານ້ອຍໄວ້ໃນບັ້ງທະນູຂອງພຣະອົງ.
ພຣະອົງກ່າວແກ່ຂ້ານ້ອຍວ່າ, “ອິດສະຣາເອນ, ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ,
ເຮົາຈະສະແດງຄວາມງົດງາມຂອງເຮົາໃນໂຕເຈົ້າ”.
ແຕ່ຂ້ານ້ອຍກ່າວວ່າ, “ຂ້ານ້ອຍໄດ້ເຮັດວຽກຢ່າງບໍ່ມີປະໂຫຍດ;
ລົງແຮງໄປໂດຍບໍ່ມີຫຍັງ ແລະ ໄຮ້ຄ່າ.
ເຖິງປານນັ້ນສິ່ງທີ່ຂ້ານ້ອຍຄວນໄດ້ກໍຢູ່ໃນມືຂອງພຣະເຈົ້າຢາເວ,
ບຳເໜັດຂອງຂ້ານ້ອຍຢູ່ທີ່ພຣະເຈົ້າຂອງຂ້ານ້ອຍ”.
ແລະ ບັດນີ້ພຣະເຈົ້າຢາເວກ່າວວ່າ
ພຣະອົງຜູ້ໄດ້ສ້າງຂ້ານ້ອຍໃນມົດລູກແມ່ເພື່ອໃຫ້ເປັນຜູ້ຮັບໃຊ້ຂອງພຣະອົງ
ເພື່ອນຳຢາໂຄບກັບມາຫາພຣະອົງ
ແລະ ຮວບຮວມອິດສະຣາເອນມາຫາພຣະອົງເອງ,
ເພາະຂ້ານ້ອຍມີກຽດໃນສາຍຕາຂອງພຣະເຈົ້າຢາເວ
ແລະ ພຣະເຈົ້າຂອງຂ້ານ້ອຍກຳລັງຂອງຂ້ານ້ອຍ
ພຣະອົງກ່າວວ່າ:
“ມັນເປັນເລື່ອງນ້ອຍເກີນໄປທີ່ຈະໃຫ້ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ
ເພື່ອຟື້ນຟູຊົນເຜົ່າຕ່າງໆຂອງຢາໂຄບໃຫ້ກັບສູ່ສະພາບເດີມ
ແລະ ນຳຊົນຊາດອິດສະຣາເອນທີ່ເຮົາຮັກສາໄວ້ກັບມາຫາເຮົາ.
ເຮົາຈະໃຫ້ເຈົ້າເປັນແສງສະຫວ່າງສຳລັບຄົນຕ່າງຊາດ.
ເພື່ອເຈົ້າຈະນຳຄວາມພົ້ນຂອງເຮົາໄປຈົນເຖິງສຸດປາຍແຜ່ນດິນໂລກ”.
ພຣະເຈົ້າຢາເວ ພຣະຜູ້ໄຖ່
ອົງບໍລິສຸດແຫ່ງອິດສະຣາເອນ
ກ່າວແກ່ຜູ້ນັ້ນທີ່ຄົນທັງຊາດກຽດຊັງ ແລະ ດູໝິ່ນ,
ເຖິງຜູ້ເປັນຄົນຮັບໃຊ້ຂອງບັນດາຜູ້ປົກຄອງນັ້ນວ່າ:
“ກະສັດທັງຫລາຍຈະເຫັນເຈົ້າ ແລະ ຢືນຂຶ້ນ,
ເຈົ້ານາຍທັງຫລາຍຈະເຫັນເຈົ້າ ແລະ ກົ້ມກາບລົງ,
ເພາະພຣະເຈົ້າຢາເວ, ຜູ້ສັດຊື່,
ອົງບໍລິສຸດແຫ່ງອິດສະຣາເອນ, ຜູ້ໄດ້ເລືອກເຈົ້າ”.
ການຟື້ນຟູອິດສະຣາເອນ
ພຣະເຈົ້າຢາເວກ່າວວ່າ:
“ໃນເວລາແຫ່ງຄວາມກະລຸນາຂອງເຮົາ ເຮົາຈະຕອບເຈົ້າ,
ແລະ ໃນວັນແຫ່ງຄວາມພົ້ນ ເຮົາຈະຊ່ວຍເຈົ້າ:
ເຮົາຈະຮັກສາ ແລະ ເຮັດໃຫ້ເຈົ້າ
ເປັນຄຳໝັ້ນສັນຍາແກ່ປະຊາຊົນທັງຫລາຍ,
ເພື່ອໃຫ້ດິນແດນນັ້ນກັບຄືນສູ່ສະພາບປົກກະຕິ
ແລະ ຮື້ຟື້ນກຳມະສິດທີ່ຖືກຖິ້ມຮ້າງຂຶ້ນມາໃໝ່,
ເພື່ອກ່າວແກ່ຊະເລີຍວ່າ, ‘ຈົ່ງອອກມາ’,
ແລະ ກ່າວແກ່ຜູ້ຢູ່ໃນຄວາມມືດມົນວ່າ, ‘ຈົ່ງເປັນອິດສະຫລະ!’
“ພວກເຂົາຈະຖືກລ້ຽງຢູ່ແຄມທາງ
ແລະ ພົບທົ່ງຫຍ້າເທິງເນີນພູແຫ້ງແລ້ງທຸກແຫ່ງ.
ພວກເຂົາຈະບໍ່ຫິວ ຫລື ກະຫາຍ,
ແສງຕາເວັນແຮງກ້າ ແລະ ລົມທະເລຊາຍອັນຮ້ອນເອົ້າຈະບໍ່ແຜດເຜົາພວກເຂົາອີກຕໍ່ໄປ.
ພຣະອົງຜູ້ເມດຕາສົງສານພວກເຂົາຈະນຳພວກເຂົາ
ແລະ ພາພວກເຂົາມາຍັງແຄມນ້ຳພຸ.
ເຮົາຈະປ່ຽນພູເຂົາທຸກໜ່ວຍຂອງເຮົາໃຫ້ເປັນທາງລຽບ,
ແລະ ທາງຫລວງຂອງເຮົາຈະຖືກຍົກຂຶ້ນ.
ເບິ່ງແມ, ພວກເຂົາຈະມາຈາກແດນໄກ,
ບາງຄົນມາຈາກທິດເໜືອ, ບາງຄົນມາຈາກທິດຕາເວັນຕົກ,
ບາງຄົນກໍມາຈາກອາຊວານ”
ຟ້າສະຫວັນ, ຈົ່ງໂຫ່ຮ້ອງຍິນດີ;
ແຜ່ນດິນໂລກ, ຈົ່ງຊື່ນຊົມ;
ພູເຂົາທັງຫລາຍ, ຈົ່ງເປັ່ງສຽງຮ້ອງເພງ!
ເພາະພຣະເຈົ້າຢາເວເລົ້າໂລມຈິດໃຈປະຊາຊົນຂອງພຣະອົງ
ແລະ ຈະເມດຕາຜູ້ທີ່ທຸກທໍລະມານຂອງພຣະອົງ.
ແຕ່ຊີໂອນກ່າວວ່າ, “ພຣະເຈົ້າຢາເວປະຖິ້ມຂ້ານ້ອຍແລ້ວ,
ອົງພຣະຜູ້ເປັນເຈົ້າລືມຂ້ານ້ອຍໄປແລ້ວ”.
“ແມ່ຈະລືມລູກນ້ອຍໃນເອິກຂອງນາງ
ແລະ ຈະບໍ່ສົງສານລູກທີ່ນາງໃຫ້ກຳເນີດໄດ້ບໍ?
ແມ່ນນາງອາດຈະລືມໄດ້,
ແຕ່ເຮົາຈະບໍ່ລືມເຈົ້າ!
ເບິ່ງແມ, ເຮົາໄດ້ສະຫລັກຊື່ຂອງເຈົ້າໄວ້ເທິງຝາມືຂອງເຮົາ;
ກຳແພງຂອງເຈົ້າຢູ່ຕໍ່ໜ້າເຮົາສະເໝີ.
ພວກລູກຂອງເຈົ້າຮີບກັບມາ,
ແລະ ບັນດາຜູ້ທີ່ເຮັດໃຫ້ເຈົ້າຮ້າງເປົ່າກໍໄປຈາກເຈົ້າ.
ຈົ່ງຫລຽວເບິ່ງໄປຮອບໆ;
ລູກທັງໝົດຂອງເຈົ້າພາກັນມາຫາເຈົ້າ”.
ພຣະເຈົ້າຢາເວກ່າວວ່າ, “ເຮົາມີຊີວິດຢູ່ແນ່ນອນສັນໃດ
ພວກເຂົາກໍຈະເປັນເຄື່ອງປະດັບຕົກແຕ່ງຂອງເຈົ້າສັນນັ້ນ;
ເຈົ້າຈະເປັນເໝືອນເຈົ້າສາວ ມີພວກເຂົາເປັນເຄື່ອງນຸ່ງປະດັບ.
“ເຖິງແມ່ນວ່າເຈົ້າຖືກເຮັດໃຫ້ເປັນຊາກຫັກພັງ ແລະ ຫົກຮ້າງ
ດິນແດນຂອງເຈົ້າຖືກຖິ້ມຮ້າງ,
ແຕ່ບັດນີ້ຈະຄັບແຄບເກີນໄປສຳລັບປະຊາຊົນຂອງເຈົ້າ,
ແລະ ຜູ້ທີ່ຮ້າງເຈົ້າຈະອອກໄປໄກລັບ.
ລູກຫລານທີ່ເກີດໃນໄລຍະທີ່ເຈົ້າເປັນຊະເລີຍ
ຈະເວົ້າໃຫ້ເຈົ້າໄດ້ຍິນວ່າ,
‘ບ່ອນນີ້ຄັບແຄບເກີນໄປສຳລັບພວກເຮົາ;
ຂໍບ່ອນອາໄສກວ້າງຂວາງກວ່ານີ້ແດ່’.
ແລ້ວເຈົ້າຈະຄິດໃນໃຈວ່າ,
‘ຜູ້ໃດໄດ້ເກີດຄົນເຫລົ່ານີ້ໃຫ້ເຮົາ?
ເຮົາຖືກພັດພາກ ແລະ ເປັນໝັນ;
ຕົກເປັນຊະເລີຍ ແລະ ຖືກປະຖິ້ມ.
ຜູ້ໃດລ້ຽງດູຄົນເຫລົ່ານີ້ຂຶ້ນມາ?
ເຮົາຖືກຖິ້ມໄວ້ຄົນດຽວ,
ແລ້ວຄົນເຫລົ່ານີ້ມາຈາກໃສ?’ ”
ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ:
“ເບິ່ງແມ, ເຮົາຈະສົ່ງສັນຍານແກ່ບັນດາຊົນຊາດຕ່າງໆ,
ເຮົາຈະຍົກທຸງຂອງເຮົາໃຫ້ຊົນຊາດທັງຫລາຍ;
ພວກເຂົາຈະອຸ້ມລູກຊາຍຂອງເຈົ້າໄວ້ໃນອ້ອມແຂນພາກັບມາຫາເຈົ້າ
ສ່ວນລູກສາວຂອງເຈົ້າຈະໃຫ້ຂີ່ຄໍພວກເຂົາມາ.
ກະສັດທັງຫລາຍຈະເປັນພໍ່ລ້ຽງຂອງເຈົ້າ
ແລະ ລາຊິນີທັງຫລາຍຈະເປັນແມ່ຜູ້ລ້ຽງດູເຈົ້າ.
ພວກເຂົາຈະກົ້ມກາບກົ້ມໜ້າລົງພື້ນດິນຕໍ່ໜ້າເຈົ້າ;
ພວກເຂົາຈະເລຍດິນໃຕ້ຕີນເຈົ້າ.
ເມື່ອນັ້ນເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ;
ບັນດາຜູ້ທີ່ຫວັງໃນເຮົາຈະບໍ່ຜິດຫວັງ”.
ຈະຍາດເຍື່ອໄປຈາກນັກຮົບ,
ຫລື ຈະຊ່ວຍຊະເລີຍຈາກບັນດາຜູ້ໂຫດຮ້າຍໄດ້ບໍ?
ແຕ່ພຣະເຈົ້າຢາເວກ່າວວ່າ:
“ຊະເລີຍຈະຖືກປຸ້ນຄືນຈາກນັກຮົບ,
ສິ່ງທີ່ຖືກປຸ້ນຈະຖືກປຸ້ນຄືນຈາກຜູ້ໂຫດຮ້າຍ;
ເຮົາຈະຕໍ່ສູ້ກັບບັນດາຜູ້ທີ່ຕໍ່ສູ້ເຈົ້າ,
ແລະ ເຮົາຈະຊ່ວຍພວກລູກຂອງເຈົ້າໃຫ້ລອດພົ້ນ.
ເຮົາຈະເຮັດໃຫ້ຜູ້ທີ່ກົດຂີ່ຂົ່ມເຫັງເຈົ້າກິນຊີ້ນຂອງຕົນເອງ,
ພວກເຂົາຈະເມົາດ້ວຍເລືອດຂອງຕົນເອງເໝືອນເມົາເຫລົ້າອະງຸ່ນ.
ແລະ ມະນຸດຊາດທັງໝົດຈະຮູ້ວ່າ,
ເຮົາ, ພຣະເຈົ້າຢາເວຄືພຣະຜູ້ຊ່ວຍໃຫ້ພົ້ນຂອງເຈົ້າ,
ເປັນພຣະຜູ້ໄຖ່ຂອງເຈົ້າ, ອົງຜູ້ມີລິດອໍານາດຍິ່ງໃຫຍ່ຂອງຢາໂຄບ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.