Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 48

ອິດສະຣາເອນ​ຜູ້​ດື້​ດ້ານ

“ຈົ່ງ​ຟັງ​ສິ່ງ​ນີ້, ເຊື້ອສາຍ​ຂອງ​ຢາໂຄບ,

ເຈົ້າ​ຜູ້​ໄດ້​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ອິດສະຣາເອນ

ແລະ ສືບ​ເຊື້ອສາຍ​ຈາກ​ຢູດາ,

ເຈົ້າ​ຜູ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ

ແລະ ອ້ອນວອນ​ຫາ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ

ແຕ່​ບໍ່ແມ່ນ​ດ້ວຍ​ຄວາມຈິງ ຫລື ຄວາມ​ຊອບທຳ

ເຈົ້າ​ຜູ້​ອ້າງ​ຕົນ​ວ່າ​ເປັນ​ພົນລະເມືອງ​ຂອງ​ນະຄອນ​ສັກສິດ

ແລະ ອ້າງ​ວ່າ​ເພິ່ງ​ໃນ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ

ຜູ້​ມີ​ຊື່​ວ່າ​ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່:

ເຮົາ​ໄດ້​ກ່າວ​ເຖິງ​ສິ່ງ​ເກົ່າ​ໄວ້​ລ່ວງ​ໜ້າ​ດົນນານ​ມາ​ແລ້ວ,

ປາກ​ຂອງ​ເຮົາ​ໄດ້​ປະກາດ​ເຖິງ​ສິ່ງເຫລົ່ານັ້ນ ແລະ ເຮົາ​ໄດ້​ບອກ​ໃຫ້​ຮູ້​ເຫດການ​ເຫລົ່ານັ້ນ;

ຈາກນັ້ນ ເຮົາ​ກໍ​ເຮັດ​ຕາມ​ທັນ​ທີ, ແລະ ພວກມັນ​ກໍ​ເປັນ​ໄປ​ຕາມ​ນັ້ນ.

ເພາະ​ເຮົາ​ຮູ້​ວ່າ​ເຈົ້າ​ດື້​ດ້ານ​ຫົວ​ແຂງ​ສໍ່າ​ໃດ;

ກ້າມຊີ້ນ​ຄໍ​ຂອງ​ເຈົ້າ​ເປັນ​ເຫລັກ

ໜ້າຜາກ​ຂອງ​ເຈົ້າ​ຄື​ທອງສຳລິດ.

ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ສິ່ງ​ເຫລົ່ານີ້​ແກ່​ເຈົ້າ​ໄວ້​ລ່ວງ​ໜ້າ​ດົນນານ​ມາ​ແລ້ວ;

ກ່ອນ​ທີ່​ມັນ​ຈະ​ເກີດ​ຂຶ້ນ ເຮົາ​ກໍ​ໄດ້​ແຈ້ງ​ເຈົ້າ​ແລ້ວ

ເພື່ອ​ເຈົ້າ​ຈະ​ບໍ່​ສາມາດ​ເວົ້າ​ໄດ້​ວ່າ,

‘ຮູບເຄົາລົບ​ຂອງ​ຂ້ານ້ອຍ​ເຮັດ​ສິ່ງ​ເຫລົ່ານີ້;

ພະ​ໄມ້ ແລະ ພະ​ໂລຫະ​ຂອງ​ຂ້ານ້ອຍ​ເຮັດ​ໃຫ້​ເກີດ​ຂຶ້ນ’.

ເຈົ້າ​ເຄີຍ​ໄດ້​ຍິນ​ເຖິງ​ສິ່ງ​ເຫລົ່ານີ້​ມາ​ແລ້ວ; ຈົ່ງ​ວິເຄາະ​ເບິ່ງ​ໃຫ້​ຖີ່​ຖ້ວນ

ເຈົ້າ​ຈະ​ບໍ່​ຍອມຮັບ​ບໍ?

“ນັບ​ຈາກ​ນີ້​ໄປ ເຮົາ​ຈະ​ບອກ​ສິ່ງ​ໃໝ່ໆ,

ຄື​ສິ່ງ​ເລິກລັບ​ທີ່​ເຈົ້າ​ບໍ່​ຮູ້​ນັ້ນ​ແກ່​ເຈົ້າ.

ເປັນ​ສິ່ງ​ທີ່​ຖືກ​ສ້າງ​ຂຶ້ນ​ໃນ​ປັດຈຸບັນ​ນີ້, ແລະ ບໍ່ແມ່ນ​ດົນ​ມາ​ແລ້ວ;

ກ່ອນ​ໜ້າ​ນີ້ ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ.

ເຈົ້າ​ຈຶ່ງ​ບໍ່​ສາມາດ​ເວົ້າ​ໄດ້​ວ່າ,

‘ເຮົາ​ຮູ້​ແລ້ວ’.

ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ ຫລື ເຂົ້າໃຈ;

ແຕ່​ເດີມ​ມາ​ຫູ​ຂອງ​ເຈົ້າ​ບໍ່​ໄດ້​ເປີດ​ອອກ.

ເຮົາ​ຮູ້​ດີ​ວ່າ​ເຈົ້າ​ທໍລະຍົດ​ເທົ່າ​ໃດ;

ເຈົ້າ​ໄດ້​ຊື່​ວ່າ​ກະບົດ​ມາ​ຕັ້ງ​ແຕ່​ເກີດ.

ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ ເຮົາ​ຈຶ່ງ​ອົດກັ້ນ​ຄວາມ​ໂກດຮ້າຍ​ໄວ້;

ເພາະ​ເຫັນ​ແກ່​ສັນລະເສີນ​ຂອງ​ເຮົາ ເຮົາ​ຈຶ່ງ​ຢັບຢັ້ງ​ຄວາມ​ໂກດຮ້າຍ​ໄວ້,

ເພື່ອ​ຈະ​ບໍ່​ໄດ້​ທໍາລາຍ​ພວກເຈົ້າ​ຈົນ​ໝົດ.

ເບິ່ງ​ແມ ເຮົາ​ໄດ້​ທົດສອບ​ເຈົ້າ, ເຖິງ​ວ່າ​ບໍ່ແມ່ນ​ຄື​ຫລອມ​ເງິນ;

ເຮົາ​ໄດ້​ທົດສອບ​ເຈົ້າ​ໃນ​ເຕົາ​ຫລອມ​ແຫ່ງ​ຄວາມ​ທຸກ​ລະທົມ.

ເພາະ​ເຫັນ​ແກ່​ເຮົາ​ເອງ, ເຮົາ​ຈຶ່ງ​ເຮັດ​ການ​ນີ້, ເພາະ​ເຫັນ​ແກ່​ເຮົາ​ເອງ.

ເຮົາ​ຈະ​ປ່ອຍ​ໃຫ້​ໂຕ​ເອງ​ເສຍ​ຊື່​ໄດ້​ແນວໃດ?

ເຮົາ​ຈະ​ບໍ່​ຍົກ​ສະຫງ່າລາສີ​ຂອງ​ເຮົາ​ໃຫ້​ຜູ້ອື່ນ?

ເຕົາ​ແຫ່ງ​ຄວາມ​ທົນທຸກ

“ຢາໂຄບ, ຈົ່ງ​ຟັງ​ເຮົາ,

ອິດສະຣາເອນ, ຜູ້​ທີ່​ເຮົາ​ໄດ້​ເອີ້ນ​ມາ:

ເຮົາ​ຄື​ຜູ້​ນັ້ນ;

ເຮົາ​ຄື​ຜູ້​ທໍາອິດ ແລະ ຜູ້​ສຸດທ້າຍ.

ມື​ຂອງ​ເຮົາ​ເອງ​ທີ່​ໄດ້​ວາງ​ຮາກຖານ​ຂອງ​ໂລກ,

ແລະ ມື​ຂວາ​ຂອງ​ເຮົາ​ກາງ​ຟ້າ​ສະຫວັນ​ອອກ​ມາ;

ເມື່ອ​ເຮົາ​ເອີ້ນ​ພວກມັນ,

ພວກມັນ​ກໍ​ມາ​ຊຸມນຸມ​ກັນ.

“ພວກເຈົ້າ​ທຸກຄົນ, ຈົ່ງ​ມາ​ຊຸມນຸມ​ກັນ, ແລະ ຈົ່ງ​ຟັງ:

ຮູບເຄົາລົບ​ຕົນ​ໃດ​ໄດ້​ທຳນວາຍ​ສິ່ງ​ເຫລົ່ານີ້​ໄວ້?

ພັນທະມິດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ເລືອກ​ໄວ້

ຈະ​ເຮັດ​ໃຫ້​ເປົ້າໝາຍ​ຂອງ​ພຣະອົງ​ຕໍ່ສູ້​ບາບີໂລນ​ສຳ​ເລັດ;

ແຂນ​ຂອງ​ພຣະອົງ​ຈະ​ລົງໂທດ​ຊາວ​ບາບີໂລນ.

ເຮົາ, ເຮົາ​ເອງ, ໄດ້​ກ່າວ​ໄວ້​ວ່າ;

ແມ່ນແລ້ວ, ເຮົາ​ໄດ້​ເອີ້ນ​ລາວ.

ເຮົາ​ຈະ​ນຳ​ລາວ​ມາ,

ແລະ ລາວ​ຈະເຮັດ​ພັນທະກິດ​ຂອງ​ລາວ​ສຳ​ເລັດ.

“ຈົ່ງ​ເຂົ້າ​ມາ​ໃກ້​ເຮົາ ແລະ ຟັງ​ສິ່ງ​ນີ້:

“ນັບ​ຕັ້ງ​ແຕ່​ທຳອິດ​ທີ່​ເຮົາ​ກ່າວ​ໄວ້ ເຮົາ​ບໍ່​ໄດ້​ເວົ້າ​ແບບ​ລັບໆ;

ເຮົາ​ຢູ່​ທີ່ນັ້ນ​ແລ້ວ​ຕັ້ງ​ແຕ່​ເວລາ​ທີ່​ມັນ​ໄດ້​ເກີດ​ຂຶ້ນ”.

ແລະ ບັດນີ້​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ

ໄດ້​ໃຊ້​ຂ້າພະເຈົ້າ​ມາ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ.

ພຣະເຈົ້າ​ຢາເວ ພຣະຜູ້ໄຖ່​ຂອງ​ເຈົ້າ,

ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ:

“ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ,

ຜູ້​ສອນ​ເຈົ້າ​ວ່າ​ອັນໃດ​ດີ​ທີ່ສຸດ​ສຳລັບ​ເຈົ້າ,

ຜູ້​ນຳ​ເຈົ້າ​ໄປ​ຕາມ​ທາງ​ທີ່​ເຈົ້າ​ຄວນ​ໄປ.

ຖ້າ​ພຽງ​ແຕ່​ເຈົ້າ​ເອົາໃຈໃສ່​ໃນ​ຄຳສັ່ງ​ຂອງ​ເຮົາ,

ຕອນນີ້​ເຈົ້າ​ກໍ​ມີ​ສັນຕິສຸກ​ຫລັ່ງ​ໄຫລ​ດັ່ງ​ແມ່ນ້ຳ,

ຄວາມ​ເປັນຢູ່​ທີ່​ດີ​ດັ່ງ​ຄື້ນ​ໃນ​ທະເລ.

ລູກ​ຫລານ​ຂອງ​ເຈົ້າ​ຈະ​ເປັນ​ເໝືອນ​ເມັດ​ດິນຊາຍ,

ລູກ​ຫລານ​ຂອງ​ເຈົ້າ​ຈະ​ເປັນ​ເໝືອນ​ເມັດ​ເຂົ້າ​ນັບ​ບໍ່​ຖ້ວນ;

ຊື່​ຂອງ​ພວກເຂົາ​ຈະ​ບໍ່​ຖືກ​ຕັດ​ອອກ

ຫລື ຖືກ​ທຳລາຍ​ຕໍ່ໜ້າ​ເຮົາ”.

ຈົ່ງ​ອອກ​ຈາກ​ບາບີໂລນ,

ຈົ່ງ​ໜີ​ອອກ​ຈາກ​ຊາວ​ບາບີໂລນ!

ຈົ່ງ​ປະກາດ​ແບບ​ນີ້​ດ້ວຍ​ສຽງ​ໂຫ່​ຮ້ອງ​ຍິນດີ.

ຈົ່ງ​ປະກາດ​ມັນ.

ຈົ່ງ​ແຈ້ງ​ໄປ​ເຖິງ​ທີ່​ສຸດປາຍ​ແຜ່ນດິນ​ໂລກ​ວ່າ;

“ພຣະເຈົ້າ​ຢາເວ​ໄດ້​ໄຖ່​ຢາໂຄບ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ”.

ພວກເຂົາ​ບໍ່​ກະຫາຍ​ເມື່ອ​ພຣະອົງ​ນຳ​ພວກເຂົາ​ຜ່ານ​ທະເລຊາຍ;

ພຣະອົງ​ໄດ້​ເຮັດ​ໃຫ້​ນ້ຳ​ໄຫລ​ອອກຈາກ​ສີລາ​ເພື່ອ​ພວກເຂົາ;

ພຣະອົງ​ຍະ​ສີລາ

ແລະ ນ້ຳ​ກໍ​ໄຫລ​ອອກ​ມາ.

ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ບໍ່​ມີ​ສັນຕິສຸກ​ສຳລັບ​ຄົນ​ຊົ່ວ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.