Biblica® Open Lao Contemporary Version
ເອຊາຢາ 47
ບາບີໂລນລົ້ມສະຫລາຍ
“ລູກສາວພົມມະຈາລີແຫ່ງບາບີໂລນ,
ຈົ່ງນັ່ງລົງເກືອກຝຸ່ນ;
ຈົ່ງນັ່ງລົງກັບພື້ນໂດຍປາດສະຈາກບັນລັງ,
ລາຊີນີແຫ່ງເມືອງບາບີໂລນ,
ເຈົ້າຈະບໍ່ຖືກເອີ້ນວ່າ
ອ່ອນໂຍນ ຫລື ລະອຽດອ່ອນອີກຕໍ່ໄປ.
ຈົ່ງເອົາໂມ້ຫີນມາໂມ້ແປ້ງ;
ປົດຜ້າປົກໜ້າຂອງເຈົ້າອອກ.
ຈົ່ງຮື້ກະໂປ່ງຂຶ້ນ, ໃຫ້ເຫັນຂາ,
ແລະ ຍ່າງຂ້າມນ້ຳໄປ.
ການເປືອຍກາຍຂອງເຈົ້າ ຈະຖືກເປີດເຜີຍ
ແລະ ຄວາມອັບອາຍຂອງເຈົ້າກໍຈະຖືກເປີດເຜີຍ.
ເຮົາຈະແກ້ແຄ້ນເຈົ້າ:
ເຮົາຈະບໍ່ລະເວັ້ນຜູ້ໃດເລີຍ”.
ພຣະຜູ້ໄຖ່ຂອງເຮົາມີຊື່ວ່າພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່
ເປັນອົງບໍລິສຸດແຫ່ງອິດສະຣາເອນ.
“ລາຊີນີແຫ່ງເມືອງບາບີໂລນ,
ຈົ່ງນັ່ງງຽບໆໃນຄວາມມືດ,
ເຈົ້າຈະບໍ່ໄດ້ຊື່ວ່າ
ລາຊີນີແຫ່ງອານາຈັກທັງຫລາຍອີກຕໍ່ໄປ;
ເຮົາໃຈຮ້າຍປະຊາຊົນຂອງເຮົາ
ແລະ ແກວ່ງມໍລະດົກຂອງເຮົາຖິ້ມ;
ເຮົາມອບພວກເຂົາໄວ້ໃນມືຂອງເຈົ້າ,
ແລະ ເຈົ້າກໍບໍ່ໄດ້ເມດຕາປານີພວກເຂົາ.
ແມ່ນແຕ່ຄົນເຖົ້າແກ່
ເຈົ້າກໍບັງຄັບໃຫ້ແບກແອກໜັກຫລາຍ.
ເຈົ້າເວົ້າວ່າ, ‘ຂ້ອຍຈະເປັນລາຊີນີ
ຕະຫລອດໄປເປັນນິດ!’
ແຕ່ເຈົ້າບໍ່ໄດ້ພິຈາລະນາສິ່ງເຫລົ່ານີ້
ຫລື ບໍ່ໄດ້ສຳນຶກສິ່ງທີ່ອາດຈະເກີດຂຶ້ນ.
“ສະນັ້ນ ຈົ່ງຟັງ, ເຈົ້າຜູ້ຮັກຄວາມສະໜຸກ,
ຜູ້ຢູ່ຢ່າງປອດໄພ
ແລະ ບອກໂຕເອງວ່າ,
‘ຂ້ອຍນີ້ແຫລະ, ແລະ ບໍ່ມີຜູ້ໃດອື່ນນອກຈາກຂ້ອຍ.
ຂ້ອຍຈະບໍ່ມີວັນເປັນໝ້າຍ
ຫລື ຕ້ອງສູນເສຍລູກ’.
ທັງສອງສິ່ງນີ້ຈະໂຈມຕີເຈົ້າ
ໃນຊົ່ວພັບຕາ, ພາຍໃນມື້ດຽວ:
ທັງຄວາມເປັນໝ້າຍ ແລະ ການສູນເສຍລູກ.
ມັນຈະມາເຖິງເຈົ້າເຕັມຂະໜາດ,
ທັງໆທີ່ເຈົ້າມີເວດມົນ
ແລະ ຄາຖາອາຄົມທັງໝົດ.
ເຈົ້າໄວ້ວາງໃຈໃນຄວາມຊົ່ວຮ້າຍຂອງເຈົ້າ
ແລະ ເວົ້າວ່າ, ‘ບໍ່ມີຜູ້ໃດເຫັນເຮົາດອກ’.
ສະຕິປັນຍາ ແລະ ຄວາມຮູ້ຂອງເຈົ້າພາເຈົ້າຫລົງຜິດ
ເມື່ອເຈົ້າບອກໂຕເອງວ່າ
‘ຂ້ອຍນີ້ແຫລະ, ບໍ່ມີຜູ້ໃດອື່ນນອກຈາກຂ້ອຍ’.
ໄພພິບັດຈະມາເຖິງເຈົ້າ,
ແລະ ເຈົ້າຈະບໍ່ຮູ້ວ່າຈະກຳຈັດມັນອອກໄປໄດ້ແນວໃດ.
ຄວາມຈິບຫາຍຈະຕົກຖືກເຈົ້າ
ເຊິ່ງເຈົ້າບໍ່ສາມາດລຶບລ້າງໄດ້;
ຫາຍະນະທີ່ເຈົ້າບໍ່ຄາດຄິດ
ຈະມາເຖິງເຈົ້າໂດຍທັນທີທັນໃດ.
“ຈົ່ງຫລິ້ນຄາຖາອາຄົມຂອງເຈົ້າ,
ແລະ ໃຊ້ເວດມົນທັງຫລາຍຕໍ່ໄປ,
ດັ່ງທີ່ເຈົ້າໄດ້ເຮັດມາຕັ້ງແຕ່ຍັງນ້ອຍ.
ບາງທີເຈົ້າອາດຈະເຮັດສຳເລັດ,
ບາງທີເຈົ້າອາດຈະເຮັດໃຫ້ເກີດຄວາມຢ້ານ.
ຄຳປຶກສາທັງໝົດທີ່ເຈົ້າໄດ້ຮັບ ມີແຕ່ຈະເຮັດໃຫ້ເຈົ້າໝົດແຮງ!
ໃຫ້ນັກໂຫລາສາດທັງຫລາຍຂອງເຈົ້າອອກມາທາງໜ້າ,
ໃຫ້ນັກເບິ່ງດາວທັງຫລາຍທຳນວາຍໂຊກຊະຕາທຸກເດືອນ,
ມາຊ່ວຍເຈົ້າໃຫ້ພົ້ນຈາກສິ່ງທີ່ຈະເກີດຂຶ້ນ.
ແນ່ນອນ ພວກເຂົາເປັນເໝືອນຕໍເຂົ້າ;
ໄຟຈະເຜົາຜານພວກເຂົາໝົດ.
ພວກເຂົາບໍ່ສາມາດຊ່ວຍແມ່ນແຕ່ຕົນເອງໃຫ້ພົ້ນ
ຈາກລິດຂອງແປວໄຟ.
ນີ້ບໍ່ແມ່ນຖ່ານໄຟເຮັດໃຫ້ອຸ່ນສະບາຍ;
ບໍ່ແມ່ນໄຟເພື່ອນັ່ງຝີງ.
ຄົນເຫລົ່ານີ້ທີ່ເຈົ້າເມື່ອຍນຳ
ແລະ ເຮັດວຽກນຳຕັ້ງແຕ່ຍັງເປັນເດັກນ້ອຍ
ກໍເປັນໄດ້ແຕ່ເທົ່ານີ້ເອງ.
ພວກເຂົາທັງໝົດຫລົງໄປຕາມຄວາມຜິດພາດຂອງຕົນ;
ບໍ່ມີຈັກຄົນທີ່ສາມາດຊ່ວຍເຈົ້າໄດ້.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.