Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 46

ພະ​ທັງຫລາຍ​ຂອງ​ບາບີໂລນ

ພະ​ເບນ​ກົ້ມ​ລົງ, ພະ​ເນໂບ​ກໍ​ກົ້ມ​ລົງ​ຕໍ່າ;

ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຂົາ​ທີ່​ບັນທຸກ​ມາ​ເທິງ​ຫລັງ​ສັດ.

ພະ​ເຫລົ່ານັ້ນ​ທີ່​ຖືກ​ແບກ​ມາ​ນັ້ນ​ໜັກ​ຫລາຍ,

ເປັນ​ພາລະ​ແກ່​ຜູ້​ອິດເມື່ອຍ.

ພະ​ເຫລົ່ານັ້ນ​ກົ້ມ​ລົງ ແລະ ໝອບ​ລົງ​ນໍາ​ກັນ;

ຊ່ວຍ​ແບ່ງ​ເບົາ​ພາລະ​ຫຍັງ​ບໍ່​ໄດ້​ເລີຍ,

ເພາະ​ມັນ​ເອງ​ກໍ​ຕົກ​ເປັນ​ຊະເລີຍ​ຄືກັນ.

“ເຊື້ອສາຍ​ຢາໂຄບ, ຈົ່ງ​ຟັງ​ເຮົາ,

ເຊື້ອສາຍ​ອິດສະຣາເອນ​ທັງໝົດ​ທີ່​ຍັງ​ມີ​ຊີວິດ​ຢູ່,

ຜູ້​ທີ່​ເຮົາ​ໄດ້​ລ້ຽງດູ​ມາ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ

ແລະ ເບິ່ງແຍງ​ມາ​ຕັ້ງ​ແຕ່​ເຈົ້າ​ເກີດ.

ຈົນ​ເຈົ້າ​ເຂົ້າ​ສູ່​ໄວ​ເຖົ້າແກ່​ຜົມ​ຫງອກ

ເຮົາ​ຄື​ຜູ້​ນັ້ນ, ຜູ້​ທີ່​ຈະ​ປະຄັບປະຄອງ​ເຈົ້າ.

ເຮົາ​ໄດ້​ສ້າງ​ເຈົ້າ ແລະ ຈະ​ເບິ່ງແຍງ​ເຈົ້າ;

ເຮົາ​ຈະ​ອຸ້ມ​ຊູ ແລະ ຊ່ວຍ​ເຈົ້າ​ໃຫ້ລອດພົ້ນ.

“ເຈົ້າ​ຈະ​ປຽບ​ເຮົາ ແລະ ຖື​ວ່າ​ເຮົາ​ເທົ່າ​ທຽມ​ກັບ​ໃຜ?

ເຈົ້າ​ຈະ​ຫາ​ໃຜ​ມາ​ທຽບ​ເຮົາ​ໄດ້?

ມີຄົນ​ເທ​ຄຳ​ອອກ​ມາ​ຈາກ​ຖົງ

ແລະ ຊັ່ງ​ເງິນ​ເທິງ​ຊິງ;

ພວກເຂົາ​ຈ້າງ​ຊ່າງ​ຄໍາ​ໃຫ້​ເຮັດ​ພະ​ຂຶ້ນ​ມາ,

ແລ້ວ​ພວກເຂົາ​ກົ້ມ​ກາບ​ນະມັດສະການ​ຮູບເຄົາລົບ​ນັ້ນ.

ພວກເຂົາ​ຍົກ​ມັນ​ຂຶ້ນ​ເທິງ​ບ່າ ແລະ ແບກ​ມັນ​ໄປ;

ພວກເຂົາ​ຕັ້ງ​ມັນ​ໄວ້​ບ່ອນ​ໃດ, ແລະ ມັນ​ກໍ​ຢູ່​ບ່ອນ​ນັ້ນ.

ເພາະ​ມັນ​ເໜັງຕິງ​ບໍ່​ໄດ້.

ເຖິງແມ່ນວ່າ​ມີ​ຄົນ​ພາວັນນາ​ອະທິຖານ​ຂໍ, ມັນ​ກໍ​ບໍ່​ສາມາດ​ຕອບ;

ມັນ​ບໍ່​ສາມາດ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ບັນຫາ​ໄດ້.

“ຈົ່ງ​ຈົດຈຳ​ຂໍ້​ນີ້​ໄວ້, ເກັບ​ມັນ​ໄວ້​ໃນ​ໃຈ,

ຈົ່ງ​ຈື່​ໄວ້, ເຈົ້າ​ຜູ້​ກະບົດ​ທັງຫລາຍ.

ຈົ່ງ​ຈົດ​ຈຳ​ສິ່ງ​ເກົ່າ​ຕ່າງໆ, ສິ່ງເຫລົ່ານັ້ນ​ແຕ່​ດົນ​ນານ​ມາ​ແລ້ວ;

ເຮົາ​ເປັນ​ພຣະເຈົ້າ, ບໍ່​ມີ​ພະ​ອື່ນ​ໃດ;

ເຮົາ​ເປັນ​ພຣະເຈົ້າ, ບໍ່​ມີ​ໃຜ​ຄື​ເຮົາ;

ເຮົາ​ແຈ້ງ​ເຖິງ​ອະວະສານ​ຕັ້ງ​ແຕ່​ຕອນ​ທໍາອິດ,

ແຈ້ງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຕັ້ງ​ແຕ່​ບູຮານ,

ເຮົາ​ເວົ້າ​ໄວ້​ວ່າ, ແຜນການ​ຂອງ​ເຮົາ​ຈະ​ດໍາລົງ​ຢູ່.

ແລະ ເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ເຮົາ​ມັກ.

ເຮົາ​ເອີ້ນ​ນົກ​ລ່າ​ເຫຍື່ອ​ມາ​ຈາກ​ຕາເວັນ​ອອກ;

ຊາຍ​ຄົນ​ໜຶ່ງ​ຜູ້​ເຮັດ​ໃຫ້​ລຸລ່ວງ​ຕາມ​ເປົ້າໝາຍ​ຂອງ​ເຮົາ, ຈະ​ມາ​ຈາກ​ແດນ​ໄກ.

ເຮົາ​ເວົ້າ​ສິ່ງໃດ​ໄວ້, ເຮົາ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ.

ເຮົາ​ວາງ​ແຜນການ​ສິ່ງໃດ​ໄວ້ ເຮົາ​ຈະເຮັດ​ຕາມ​ແຜນການ​ນັ້ນ.

ຈົ່ງ​ຟັງ​ເຮົາ, ເຈົ້າ​ຄົນ​ດື້ດ້ານ,

ຜູ້​ຫ່າງ​ໄກ​ຈາກ​ຄວາມ​ຊອບທຳ​ຂອງ​ເຮົາ.

ເຮົາ​ນຳ​ຄວາມ​ຊອບທຳ​ຂອງ​ເຮົາ​ເຂົ້າ​ມາ​ໃກ້​ແລ້ວ,

ມັນ​ບໍ່​ໄດ້​ຢູ່​ໄກ;

ແລະ ຄວາມພົ້ນ​ຂອງ​ເຮົາ​ຈະ​ມາ​ເຖິງ​ໂດຍ​ບໍ່​ຫລ້າ​ຊ້າ.

ເຮົາ​ຈະ​ໃຫ້​ຄວາມພົ້ນ​ຂອງ​ເຮົາ​ແກ່​ຊີໂອນ,

ແລະ ຄວາມ​ຮຸ່ງເຮືອງ​ຂອງ​ເຮົາ​ແກ່​ອິດສະຣາເອນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.