Biblica® Open Lao Contemporary Version
ເອຊາຢາ 45
“ຖ້ອຍຄໍາຂອງພຣະເຈົ້າຢາເວເຖິງຜູ້ທີ່ພຣະອົງໄດ້ເຈີມໄວ້,
ຄືໄຊຣັດ, ຜູ້ທີ່ເຮົາໄດ້ຈັບໄວ້ດ້ວຍມືຂວາ
ໃຫ້ປາບຊົນຊາດຕ່າງໆທີ່ຢູ່ຕໍ່ໜ້າລາວ
ແລະ ປົດອາວຸດຂອງບັນດາກະສັດ,
ເພື່ອເປີດປະຕູທີ່ຢູ່ຕໍ່ໜ້າລາວ
ເພື່ອບໍ່ໃຫ້ມີປະຕູໃດຖືກປິດໄວ້:
ເຮົາຈະນຳໜ້າເຈົ້າໄປ
ແລະ ເຮັດໃຫ້ພູເຂົາທັງຫລາຍຮາບພຽງ;
ເຮົາຈະພັງປະຕູທອງສຳລິດ
ແລະ ຕັດເຫລັກໄລປະຕູໃຫ້ຫັກ.
ເຮົາຈະຍົກສົມບັດທີ່ເຊື່ອງໄວ້ໃນຄວາມມືດ,
ຂຸມຊັບຕ່າງໆທີ່ເກັບໄວ້ໃນບ່ອນລັບໃຫ້ແກ່ເຈົ້າ,
ເພື່ອເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ,
ພຣະເຈົ້າແຫ່ງອິດສະຣາເອນ, ຜູ້ເອີ້ນເຈົ້າມາຕາມຊື່ຂອງເຈົ້າ.
ເພື່ອເຫັນແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ,
ອິດສະຣາເອນຜູ້ທີ່ເຮົາໄດ້ເລືອກໄວ້,
ເຮົາຈຶ່ງເອີ້ນເຈົ້າມາຕາມຊື່ຂອງເຈົ້າ
ແລະ ມອບຕຳແໜ່ງອັນມີກຽດແກ່ເຈົ້າ,
ເຖິງວ່າເຈົ້າຈະບໍ່ຮູ້ຈັກເຮົາ.
ເຮົາຄືພຣະເຈົ້າຢາເວ, ແລະ ບໍ່ມີໃຜອື່ນ;
ນອກຈາກເຮົາແລ້ວ ບໍ່ມີພຣະເຈົ້າອື່ນໃດ.
ເຮົາຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນ,
ເຖິງວ່າເຈົ້າຈະບໍ່ຮູ້ຈັກເຮົາ,
ດັ່ງນັ້ນ ຈາກຕາເວັນຂຶ້ນ
ຈົນຮອດຕາເວັນຕົກ
ມະນຸດຈະຮູ້ວ່າບໍ່ມີຜູ້ໃດນອກຈາກເຮົາ.
ເຮົາຄືພຣະເຈົ້າຢາເວ, ບໍ່ມີພະອື່ນໃດອີກ.
ເຮົາກໍານົດຄວາມສະຫວ່າງ ແລະ ສ້າງຄວາມມືດ,
ເຮົານຳຄວາມຈະເລີນ ແລະ ໄພພິບັດມາ;
ເຮົາ, ພຣະເຈົ້າຢາເວ, ເຮັດທຸກສິ່ງນີ້.
“ຟ້າສະຫວັນເບື້ອງເທິງ, ຈົ່ງເທຄວາມຊອບທຳລົງມາ;
ເມກທັງຫລາຍຈົ່ງປົດປ່ອຍຄວາມຊອບທຳລົງມາ.
ໂລກຈົ່ງເປີດກວ້າງ,
ໃຫ້ຄວາມພົ້ນເກີດຂຶ້ນມາ,
ແລະ ໃຫ້ຄວາມຊອບທຳງອກງາມໄປນໍາກັນ;
ເຮົາ, ພຣະເຈົ້າຢາເວ, ໄດ້ສ້າງສິ່ງເຫລົ່ານີ້.
“ວິບັດແກ່ຜູ້ທີ່ຂັດແຍ້ງກັບພຣະຜູ້ສ້າງຂອງພວກເຂົາ,
ພວກເຂົາເປັນພຽງເສດໝໍ້ດິນ
ທ່າມກາງກອງໝໍ້ດິນຢູ່ພື້ນດິນ.
ດິນໜຽວຈະເວົ້າກັບຊ່າງປັ້ນໄດ້ບໍວ່າ,
‘ເຈົ້າກຳລັງເຮັດຫຍັງ?’
ໝໍ້ດິນຈະເວົ້າໄດ້ບໍວ່າ,
‘ຊ່າງປັ້ນໝໍ້ບໍ່ມີມືບໍ?’
ວິບັດແກ່ຜູ້ທີ່ກ່າວກັບພໍ່ຂອງຕົນວ່າ,
‘ເຈົ້າເກີດຫຍັງມາ?’
ຫລື ເວົ້າກັບແມ່ວ່າ,
‘ເຈົ້າໄດ້ເກີດຫຍັງມາ?’
“ພຣະເຈົ້າຢາເວອົງບໍລິສຸດ,
ແລະ ພຣະຜູ້ສ້າງຂອງອິດສະຣາເອນກ່າວດັ່ງນີ້ວ່າ:
ກ່ຽວກັບສິ່ງທີ່ຈະເກີດຂຶ້ນ
ເຈົ້າຖາມເຮົາເລື່ອງລູກຫລານຂອງເຮົາ,
ຫລື ອອກຄໍາສັ່ງເຮົາກ່ຽວກັບວຽກງານທີ່ມືຂອງເຮົາເຮັດບໍ?
ເຮົານີ້ແຫລະສ້າງໂລກ
ແລະ ສ້າງມະນຸດເທິງແຜ່ນດິນໂລກ.
ມືຂອງເຮົານີ້ແຫລະກາງຟ້າສະຫວັນອອກ;
ແລະ ສັ່ງດວງດາວທັງຫລາຍ.
ເຮົາຈະຍົກໄຊຣັດຂຶ້ນໃນຄວາມຊອບທຳຂອງເຮົາ:
ເຮົາຈະເຮັດໃຫ້ທາງທັງໝົດຂອງລາວຊື່ໄປ.
ລາວຈະສ້າງນະຄອນຂອງເຮົາຂຶ້ນໃໝ່
ແລະ ປົດປ່ອຍປະຊາຊົນຂອງເຮົາຜູ້ທີ່ຕົກເປັນຊະເລີຍ,
ແຕ່ນີ້ບໍ່ແມ່ນເພື່ອສິນຈ້າງລາງວັນ,
ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ກ່າວດັ່ງນັ້ນ”.
ພຣະເຈົ້າຢາເວກ່າວວ່າ:
“ຜົນຜະລິດຂອງເອຢິບ ແລະ ສິນຄ້າຂອງກູເຊ,
ແລະ ຂອງຄົນເຊບາຮ່າງສູງ
ສິ່ງເຫລົ່ານັ້ນຈະເປັນຂອງເຈົ້າ;
ແລະ ຈະເປັນກໍາມະສິດຂອງເຈົ້າ;
ຄົນເຫລົ່ານີ້ຈະມາຕິດຕາມເຈົ້າ,
ມາທັງທີ່ຍັງຕິດໂສ້ຢູ່.
ພວກເຂົາຈະມາກົ້ມກາບຕໍ່ໜ້າເຈົ້າ
ແລະ ອ້ອນວອນເຈົ້າ, ວ່າ,
‘ແນ່ນອນ ພຣະເຈົ້າຢູ່ກັບເຈົ້າ, ແລະ ບໍ່ມີຜູ້ອື່ນ;
ບໍ່ມີພຣະເຈົ້າອື່ນໃດອີກ’ ”.
ຂ້າແດ່ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງອິດສະຣາເອນ,
ແນ່ນອນ ພຣະອົງເປັນພຣະເຈົ້າຜູ້ເຊື່ອງພຣະອົງເອງໄວ້.
ທຸກຄົນທີ່ເຮັດຮູບເຄົາລົບຈະອັບອາຍ;
ພວກເຂົາຈະອັບອາຍຂາຍໜ້າໄປນໍາກັນ.
ສ່ວນອິດສະຣາເອນນັ້ນ ພຣະເຈົ້າຢາເວຈະຊ່ວຍກູ້
ດ້ວຍຄວາມພົ້ນນິລັນດອນ;
ເຈົ້າຈະບໍ່ຕ້ອງອັບອາຍຂາຍໜ້າ,
ຕະຫລອດໄປທຸກຊົ່ວອາຍຸ.
ພຣະເຈົ້າຢາເວກ່າວວ່າ
ພຣະອົງຜູ້ໄດ້ສ້າງຟ້າສະຫວັນ,
ພຣະອົງເປັນພຣະເຈົ້າ;
ພຣະອົງຜູ້ອອກແບບ ແລະ ສ້າງໂລກ,
ພຣະອົງຕັ້ງມັນໄວ້;
ພຣະອົງບໍ່ໄດ້ສ້າງໃຫ້ເປັນບ່ອນວ່າງເປົ່າ,
ແຕ່ໄດ້ສ້າງໂລກໃຫ້ເປັນທີ່ຢູ່ອາໄສ
ພຣະອົງກ່າວວ່າ:
“ເຮົາຄືພຣະເຈົ້າຢາເວ,
ແລະ ບໍ່ມີພຣະເຈົ້າອື່ນໃດອີກ.
ເຮົາບໍ່ໄດ້ເວົ້າໃນບ່ອນລັບ,
ຈາກບ່ອນໜຶ່ງບ່ອນໃດໃນດິນແດນແຫ່ງຄວາມມືດ;
ເຮົາບໍ່ໄດ້ເວົ້າກັບລູກຫລານຂອງຢາໂຄບວ່າ,
‘ຈົ່ງສະແຫວງຫາເຮົາຢ່າງບໍ່ມີປະໂຫຍດ’.
ເຮົາ, ພຣະເຈົ້າຢາເວ, ເວົ້າຄວາມຈິງ;
ເຮົາປະກາດສິ່ງທີ່ຖືກຕ້ອງ.
“ຈົ່ງມາ ແລະ ຊຸມນຸມກັນ; ຈົ່ງຮວບຮວມກັນມາ,
ບັນດາຜູ້ໜີໄພຈາກຊາດຕ່າງໆ.
ຜູ້ແຫ່ຮູບເຄົາລົບໄມ້ກໍໂງ່ຈ້າ,
ຜູ້ພາວັນນາອະທິຖານອ້ອນວອນຕໍ່ພະທີ່ຊ່ວຍຫຍັງພວກເຂົາບໍ່ໄດ້.
ຈົ່ງປະກາດສິ່ງທີ່ເກີດຂຶ້ນ, ສະເໜີມາແມ
ໃຫ້ພວກເຂົາປຶກສາຫາລືກັນ.
ຜູ້ໃດໄດ້ບອກເລື່ອງນີ້ໄວ້ລ່ວງໜ້າດົນນານມາແລ້ວ?
ຜູ້ໃດກ່າວວາຈາໄວ້ຕັ້ງແຕ່ອະດີດ?
ບໍ່ແມ່ນເຮົາຜູ້ເປັນພຣະເຈົ້າຢາເວບໍ?
ນອກຈາກເຮົາແລ້ວບໍ່ມີພຣະເຈົ້າອື່ນໃດ
ພຣະເຈົ້າຜູ້ຊອບທຳ ແລະ ພຣະຜູ້ຊ່ວຍ;
ບໍ່ມີຜູ້ໃດອື່ນນອກຈາກເຮົາ.
“ມວນມະນຸດທົ່ວໂລກ
ຈົ່ງຫັນມາຫາເຮົາ, ແລະ ຮັບການຊ່ວຍໃຫ້ລອດພົ້ນ,
ເພາະເຮົາເປັນພຣະເຈົ້າ, ແລະ ບໍ່ມີພຣະເຈົ້າອື່ນໃດອີກ.
ເຮົາໄດ້ສາບານໄວ້ແລ້ວດ້ວຍຕົວຂອງເຮົາເອງ,
ປາກຂອງເຮົາໄດ້ກ່າວໄວ້ດ້ວຍຄວາມຊື່ສັດ
ຖ້ອຍຄໍາທີ່ຈະບໍ່ມີວັນປ່ຽນແປງ:
ຄືທຸກຄົນຈະຄຸເຂົ່າກາບລົງຕໍ່ໜ້າເຮົາ;
ທຸກລິ້ນຈະສາບານໂດຍອ້າງເຖິງເຮົາ.
ພວກເຂົາຈະກ່າວເຖິງເຮົາວ່າ,
‘ໃນພຣະເຈົ້າຢາເວເທົ່ານັ້ນທີ່ມີຄວາມຊອບທຳ ແລະ ກໍາລັງ’ ”.
ທຸກຄົນທີ່ຄຽດແຄ້ນຕໍ່ສູ້ພຣະອົງ
ຈະມາຫາພຣະອົງ ແລະ ອັບອາຍຂາຍໜ້າ.
ແຕ່ໃນພຣະເຈົ້າຢາເວລູກຫລານທັງໝົດຂອງອິດສະຣາເອນ
ຈະໄດ້ເປັນຜູ້ຊອບທໍາ
ແລະ ຈະຍົກຍ້ອງສັນລະເສີນພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.