Biblica® Open Lao Contemporary Version
ເອຊາຢາ 43
ພຣະຜູ້ຊ່ວຍໃຫ້ພົ້ນອົງດຽວຂອງອິດສະຣາເອນ
ແຕ່ບັດນີ້, ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວວ່າ
ຢາໂຄບ, ພຣະອົງຜູ້ໄດ້ສ້າງເຈົ້າ,
ອິດສະຣາເອນ, ພຣະອົງຜູ້ໄດ້ປັ້ນເຈົ້າ:
“ຢ່າຢ້ານເລີຍ, ເພາະເຮົາໄດ້ໄຖ່ເຈົ້າໄວ້ແລ້ວ;
ເຮົາໄດ້ເອີ້ນຊື່ເຈົ້າ; ເຈົ້າເປັນຂອງເຮົາ.
ເມື່ອເຈົ້າຂ້າມນ້ຳ,
ເຮົາຈະຢູ່ກັບເຈົ້າ;
ເມື່ອເຈົ້າຂ້າມແມ່ນ້ຳ,
ນ້ຳຈະບໍ່ຖ້ວມເຈົ້າ.
ເມື່ອເຈົ້າຍ່າງຜ່ານໄຟ,
ໄຟຈະບໍ່ໄໝ້ເຈົ້າ;
ແປວໄຟຈະບໍ່ເຜົາຜານເຈົ້າ.
ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ,
ເປັນອົງບໍລິສຸດແຫ່ງອິດສະຣາເອນ, ພຣະຜູ້ຊ່ວຍໃຫ້ພົ້ນຂອງເຈົ້າ;
ເຮົາໃຫ້ເອຢິບເປັນຄ່າໄຖ່ຂອງເຈົ້າ,
ເອົາກູເຊ ແລະ ເຊບາແລກປ່ຽນກັບເຈົ້າ.
ເພາະເຈົ້າມີຄ່າ ແລະ ມີກຽດໃນສາຍຕາຂອງເຮົາ,
ແລະ ເພາະເຮົາຮັກເຈົ້າ,
ເຮົາຈຶ່ງຍອມເອົາປະຊາຊົນແລກປ່ຽນກັບເຈົ້າ,
ເອົາຊົນຊາດຕ່າງໆແລກປ່ຽນກັບຊີວິດຂອງເຈົ້າ,
ຢ່າຢ້ານເລີຍ, ເພາະເຮົາຢູ່ກັບເຈົ້າ;
ເຮົາຈະນຳລູກຫລານຂອງເຈົ້າຈາກຕາເວັນອອກ
ແລະ ຮວບຮວມພວກເຈົ້າມາຈາກຕາເວັນຕົກ.
ເຮົາຈະບອກກັບທິດເໜືອວ່າ, ‘ຈົ່ງປ່ອຍພວກເຂົາມາ!’
ແລະ ບອກກັບທິດໃຕ້ວ່າ, ‘ຢ່າຈ່ອງດຶງພວກເຂົາໄວ້’.
ຈົ່ງພາລູກຊາຍຂອງເຮົາມາຈາກແດນໄກ
ແລະ ພາລູກສາວຂອງເຮົາມາຈາກສຸດປາຍແຜ່ນດິນໂລກ
ຄືທຸກຄົນທີ່ໄດ້ຖືກເອີ້ນຊື່ຕາມຊື່ຂອງເຮົາ,
ຜູ້ທີ່ເຮົາໄດ້ສ້າງຂຶ້ນເພື່ອສະຫງ່າລາສີຂອງເຮົາ,
ຜູ້ທີ່ເຮົາໄດ້ປັ້ນ ແລະ ສ້າງຂຶ້ນມາ”.
ຈົ່ງນຳບັນດາຜູ້ທີ່ມີຕາແຕ່ຕາບອດ,
ຜູ້ທີ່ມີຫູແຕ່ຫູໜວກ.
ທຸກຊົນຊາດປະຊຸມກັນ
ແລະ ປະຊາຊົນທັງຫລາຍຊຸມນຸມກັນ.
ມີພະໃດທຳນວາຍອະນາຄົດນີ້
ແລະ ປະກາດສິ່ງທີ່ຜ່ານມາແລ້ວແກ່ພວກເຮົາ?
ໃຫ້ພວກເຂົານໍາພະຍານຂອງພວກເຂົາມາຢືນຢັນວ່າພວກເຂົາຖືກ,
ເພື່ອຄົນອື່ນຈະໄດ້ຍິນ ແລະ ບອກວ່າ, “ມັນເປັນຄວາມຈິງ”.
ພຣະເຈົ້າຢາເວປະກາດວ່າ, “ເຈົ້າເປັນພະຍານຂອງເຮົາ,
ແລະ ເປັນຜູ້ຮັບໃຊ້ທີ່ເຮົາໄດ້ເລືອກໄວ້ແລ້ວ,
ເພື່ອເຈົ້າຈະຮູ້ຈັກເຮົາ ແລະ ເຊື່ອໃນເຮົາ
ແລະ ເຂົ້າໃຈວ່າເຮົາຄືຜູ້ນັ້ນ.
ກ່ອນໜ້າເຮົາບໍ່ມີພຣະອື່ນໃດຖືກປັ້ນຂຶ້ນ,
ແລະ ຫລັງຈາກເຮົາກໍບໍ່ມີພະໃດອີກ.
ເຮົານີ້ແຫລະ, ເຮົາຄືພຣະເຈົ້າຢາເວ.
ແລະ ນອກຈາກເຮົາແລ້ວ ບໍ່ມີພຣະຜູ້ຊ່ວຍໃຫ້ພົ້ນອື່ນໃດອີກ.
ເຮົາໄດ້ເປີດເຜີຍແກ່ເຈົ້າ ແລະ ຊ່ວຍເຈົ້າໃຫ້ລອດພົ້ນ ແລະ ປະກາດແກ່ເຈົ້າແລ້ວ.
ເຮົາເອງ, ແລະ ບໍ່ແມ່ນພະຕ່າງຊາດອື່ນໃດທ່າມກາງພວກເຈົ້າ”.
ພຣະເຈົ້າຢາເວປະກາດວ່າ, “ເຈົ້າເປັນພະຍານຂອງເຮົາວ່າ, ເຮົາເປັນພຣະເຈົ້າ.
ແມ່ນແລ້ວ, ແລະ ເຮົາຄືພຣະເຈົ້າອົງນັ້ນຕັ້ງແຕ່ອະດີດ.
ບໍ່ມີຜູ້ໃດຊ່ວຍກູ້ຈາກມືຂອງເຮົາໄດ້.
ເມື່ອເຮົາລົງມືເຮັດ, ຜູ້ໃດຈະຂັດຂວາງໄດ້?”
ຄວາມເມດຕາຂອງພຣະເຈົ້າ ແລະ ຄວາມບໍ່ສັດຊື່ຂອງອິດສະຣາເອນ
ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ພຣະຜູ້ໄຖ່ຂອງເຈົ້າທັງຫລາຍ,
ອົງບໍລິສຸດແຫ່ງອິດສະຣາເອນກ່າວວ່າ:
“ເພື່ອເຫັນແກ່ເຈົ້າ ເຮົາຈະສົ່ງກອງທັບໄປທີ່ບາບີໂລນ
ເຮັດໃຫ້ຊາວບາບີໂລນທັງໝົດກາຍເປັນຜູ້ລີ້ໄພ,
ໃນເຮືອທີ່ພວກເຂົາເຄີຍພາກພູມໃຈ.
ເຮົາຄືພຣະເຈົ້າຢາເວ ອົງບໍລິສຸດຂອງເຈົ້າ,
ພຣະຜູ້ສ້າງຂອງອິດສະຣາເອນ, ແລະ ກະສັດຂອງເຈົ້າ”.
ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ໄດ້ກ່າວ
ພຣະອົງຜູ້ໄດ້ສ້າງທາງຜ່ານທະເລ,
ເຮັດທາງຜ່ານນ້ຳເລິກໃຫຍ່,
ຜູ້ໄດ້ນຳລົດຮົບ ແລະ ມ້າທັງຫລາຍ,
ນຳກອງທັບ ແລະ ກອງກໍາລັງຕ່າງໆມານໍາກັນ,
ແລະ ພວກເຂົານອນຈົມຢູ່ທີ່ນັ້ນ, ບໍ່ໄດ້ລຸກຂຶ້ນມາອີກ,
ສູນສິ້ນ, ດັບໄປເໝືອນໄສ້ຕະກຽງ:
ພຣະເຈົ້າກ່າວວ່າ, “ຈົ່ງລືມສິ່ງທີ່ຜ່ານພົ້ນມາແລ້ວ;
ຢ່າຈົ່ມຢູ່ກັບອະດີດ.
ເບິ່ງແມ, ເຮົາກຳລັງເຮັດສິ່ງໃໝ່!
ບັດນີ້ ມັນເລີ່ມຂຶ້ນແລ້ວ; ເຈົ້າບໍ່ເຫັນບໍ?
ເຮົາກຳລັງສ້າງທາງໃນຖິ່ນແຫ້ງແລ້ງກັນດານ
ແລະ ແມ່ນໍ້າຕ່າງໆໃນບ່ອນແຫ້ງແລ້ງ.
ສັດປ່າທັງຫລາຍເຊັ່ນໝາໄນ ແລະ ນົກເຄົ້າ
ຕ່າງຍົກຍ້ອງເຮົາ,
ເພາະເຮົາໃຫ້ນ້ຳໃນຖິ່ນແຫ້ງແລ້ງກັນດານ
ແລະ ໃຫ້ແມ່ນໍ້າໃນບ່ອນແຫ້ງແລ້ງ,
ເພື່ອຈະໃຫ້ນ້ຳດື່ມແກ່ປະຊາຊົນທີ່ເຮົາໄດ້ເລືອກໄວ້,
ປະຊາຊົນທີ່ເຮົາໄດ້ປັ້ນໄວ້ສຳລັບເຮົາ
ເພື່ອພວກເຂົາຈະປະກາດຄໍາສັນລະເສີນຂອງເຮົາ.
“ເຖິງປານນັ້ນຢາໂຄບ, ເຈົ້າກໍບໍ່ໄດ້ເອີ້ນຫາເຮົາ,
ອິດສະຣາເອນ, ເຈົ້າບໍ່ຍອມອິດເມື່ອຍເພື່ອເຮົາ,
ເຈົ້າບໍ່ໄດ້ຖວາຍແກະເປັນເຄື່ອງເຜົາບູຊາແກ່ເຮົາ,
ຫລື ບໍ່ໄດ້ໃຫ້ກຽດເຮົາດ້ວຍເຄື່ອງບູຊາຕ່າງໆຂອງເຈົ້າ.
ເຮົາບໍ່ໄດ້ວາງພາລະເລື່ອງຖວາຍພືດຜົນເປັນເມັດ
ຫລື ໃຫ້ເຈົ້າອິດເມື່ອຍເພາະເລື່ອງເຄື່ອງຫອມ.
ເຈົ້າບໍ່ໄດ້ຊື້ເຄື່ອງຫອມມາໃຫ້ເຮົາ,
ທັງບໍ່ໄດ້ເຮັດໃຫ້ເຮົາພໍໃຈດ້ວຍໄຂມັນສັດຂອງເຄື່ອງບູຊາຂອງເຈົ້າ.
ແຕ່ເຈົ້າໄດ້ວາງພາລະເລື່ອງບາບຂອງເຈົ້າແກ່ເຮົາ
ແລະ ເຮັດໃຫ້ເຮົາເບື່ອໜ່າຍດ້ວຍຄວາມຜິດທັງຫລາຍຂອງເຈົ້າ.
“ເຮົາ, ແມ່ນແຕ່ເຮົາເອງ, ຄືຜູ້ທີ່ລຶບລ້າງ
ການບໍ່ເຊື່ອຟັງທັງຫລາຍຂອງເຈົ້າ, ເພື່ອເຫັນແກ່ເຮົາເອງ,
ແລະ ຈະບໍ່ຈົດຈຳບາບຂອງເຈົ້າອີກຕໍ່ໄປ.
ຈົ່ງທົບທວນອະດີດໃຫ້ເຮົາ,
ໃຫ້ພວກເຮົາມາໂຕ້ແຍ້ງກັນ;
ຈົ່ງເວົ້າອອກມາ ເພື່ອຈະພິສູດວ່າເຈົ້າບໍ່ມີຄວາມຜິດ.
ພໍ່ຄົນທໍາອິດຂອງເຈົ້າໄດ້ເຮັດບາບ;
ບັນດາຄົນທີ່ເຮົາໄດ້ສົ່ງໄປສອນເຈົ້າໄດ້ທໍລະຍົດເຮົາ.
ສະນັ້ນ ເຮົາຈຶ່ງເຮັດໃຫ້ຜູ້ຍິ່ງໃຫຍ່ປະຈຳວິຫານຂອງເຈົ້າຖືກອັບອາຍ;
ເຮົາໄດ້ມອບຢາໂຄບໃຫ້ຖືກທຳລາຍຈິບຫາຍ
ແລະ ປ່ອຍອິດສະຣາເອນໃຫ້ຖືກໝິ່ນປະໝາດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.