Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 42

ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ

“ນີ້​ຄື​ຜູ້ຮັບໃຊ້​ຂອງ​ເຮົາ, ທີ່​ເຮົາ​ເຝົ້າ​ເບິ່ງແຍງ,

ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ທີ່​ເຮົາ​ຊົມຊື່ນ;

ເຮົາ​ຈະ​ເອົາ​ວິນຍານ​ຂອງ​ເຮົາ​ລົງ​ໃສ່​ໃນ​ລາວ,

ແລະ ລາວ​ຈະ​ນຳ​ຄວາມ​ຍຸຕິທຳ​ໄປ​ເຖິງ​ຊົນຊາດ​ຕ່າງໆ.

ລາວ​ຈະ​ບໍ່​ໂຫ່ຮ້ອງ ຫລື ສົ່ງ​ສຽງ​ຮ້ອງ,

ຫລື ບໍ່​ເປັ່ງ​ສຽງ​ຂອງ​ລາວ​ຕາມ​ຖະໜົນ.

ຕົ້ນອໍ້​ຊ້ຳ​ແລ້ວ ລາວ​ຈະ​ບໍ່​ຫັກ,

ແລະ ໄສ້​ຕະ​ກຽງ​ທີ່​ກໍາລັງ​ຈະ​ມອດ ລາວ​ຈະ​ບໍ່​ດັບ.

ລາວ​ຈະ​ນຳ​ຄວາມ​ຍຸຕິທຳ​ມາ​ຢ່າງ​ສັດຊື່;

ລາວ​ຈະ​ບໍ່​ສະດຸດ ຫລື ທໍ້​ຖອຍ

ຈົນ​ກວ່າ​ລາວ​ຈະ​ໄດ້​ຕັ້ງ​ຄວາມ​ຍຸຕິທຳ​ຂຶ້ນ​ໃນ​ໂລກ.

ໝູ່​ເກາະ​ຈະ​ຝາກ​ຄວາມ​ຫວັງ​ໄວ້​ທີ່​ຄຳສັ່ງສອນ​ຂອງ​ລາວ”.

ນີ້​ຄື​ສິ່ງ​ທີ່​ພຣະເຈົ້າ ພຣະເຈົ້າ​ຢາເວ​ກ່າວ

ພຣະອົງ​ຜູ້​ສ້າງ​ຟ້າ​ສະຫວັນ ແລະ ກາງ​ມັນ​ອອກ,

ຜູ້​ທີ່​ແຜ່​ແຜ່ນດິນ​ໂລກ​ອອກ​ໄປ​ພ້ອມ​ກັບ​ສັບພະສິ່ງ​ທີ່​ເກີດ​ຈາກ​ໂລກ,

ຜູ້​ໃຫ້​ລົມຫາຍໃຈ​ແກ່​ມະນຸດ,

ແລະ ໃຫ້​ຊີວິດ​ແກ່​ທຸກຄົນ​ທີ່​ເດີນ​ໃນ​ໂລກ:

“ເຮົາ, ພຣະເຈົ້າ​ຢາເວ, ໄດ້​ເອີ້ນ​ເຈົ້າ​ມາ​ດ້ວຍ​ຄວາມ​ຊອບທຳ;

ເຮົາ​ຈະ​ຈັບ​ມື​ເຈົ້າ​ໄວ້.

ເຮົາ​ຈະ​ຄຸ້ມຄອງ​ເຈົ້າ ແລະ ເຮັດ​ໃຫ້​ເຈົ້າ

ເປັນ​ຄຳໝັ້ນສັນຍາ​ສຳລັບ​ບັນດາ​ປະຊາຊາດ

ແລະ ເປັນ​ແສງສະຫວ່າງ​ແກ່​ບັນດາ​ຄົນຕ່າງຊາດ,

ໃຫ້​ເປີດ​ຕາ​ຂອງ​ຄົນ​ຕາບອດ,

ເພື່ອ​ປົດປ່ອຍ​ຊະເລີຍ​ໃຫ້​ເປັນ​ອິດສະຫລະ​ຈາກ​ຄຸກ

ແລະ ປົດປ່ອຍ​ຜູ້​ທີ່​ນັ່ງ​ຢູ່​ໃນ​ຄວາມ​ມືດ​ອອກ​ຈາກ​ບ່ອນ​ຄຸມ​ຂັງ.

“ເຮົາ​ຄື​ພຣະເຈົ້າ​ຢາເວ; ນັ້ນ​ແມ່ນ​ນາມຊື່​ຂອງ​ເຮົາ!

ເຮົາ​ຈະ​ບໍ່​ຍົກ​ສະຫງ່າລາສີ​ຂອງ​ເຮົາ​ໃຫ້​ຄົນອື່ນ

ຫລື ຄຳ​ສັນລະເສີນ​ຍົກຍ້ອງ​ຂອງ​ເຮົາ ເຮົາ​ຈະ​ບໍ່​ໃຫ້​ແກ່​ຮູບເຄົາລົບ​ຕ່າງໆ.

ເບິ່ງ​ແມ, ສິ່ງ​ທີ່​ເຮົາ​ກ່າວໄວ້​ຕັ້ງ​ແຕ່​ທຳອິດ​ໄດ້​ເກີດ​ຂຶ້ນ​ແລ້ວ,

ແລະ ເຮົາ​ປະກາດ​ສິ່ງ​ໃໝ່ໆ;

ຕັ້ງ​ແຕ່​ສິ່ງເຫລົ່ານັ້ນ​ຍັງ​ບໍ່​ເກີດ​ຂຶ້ນ

ເຮົາ​ກໍ​ປະກາດ​ສິ່ງເຫລົ່ານັ້ນ​ແກ່​ພວກເຈົ້າ​ທັງຫລາຍ”.

ບົດເພງ​ສັນລະເສີນ​ພຣະເຈົ້າ​ຢາເວ

ຈົ່ງ​ຮ້ອງ​ເພງ​ບົດ​ໃໝ່​ຖວາຍ​ແດ່​ພຣະເຈົ້າ​ຢາເວ,

ຄໍາ​ສັນລະເສີນ​ຂອງ​ພຣະອົງ​ຈາກ​ສຸດ​ປາຍ​ແຜ່ນດິນ​ໂລກ,

ເຈົ້າ​ຜູ້​ລົງ​ໄປ​ຍັງ​ທະເລ ແລະ ທຸກສິ່ງ​ທີ່​ຢູ່​ໃນ​ທະເລ,

ເກາະ​ແກ້ງ​ທັງຫລາຍ ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ທີ່​ນັ້ນ.

ໃຫ້​ຖິ່ນແຫ້ງແລ້ງກັນດານ ແລະ ເມືອງ​ຕ່າງໆ​ເປັ່ງ​ສຽງ​ຂອງ​ພວກມັນ;

ໃຫ້​ຖິ່ນແຫ້ງແລ້ງ​ທັງຫລາຍ​ທີ່​ຊາວ​ເກດາ​ອາໄສ​ຢູ່​ຈົ່ງ​ຊື່ນບານ.

ໃຫ້​ຊາວ​ເສລາ​ຮ້ອງ​ເພງ​ຢ່າງ​ຊື່ນຊົມຍິນດີ;

ໃຫ້​ພວກເຂົາ​ໂຫ່​ຮ້ອງ​ຈາກ​ຍອດ​ພູເຂົາ.

ໃຫ້​ພວກເຂົາ​ຖວາຍ​ສະຫງ່າລາສີ​ແດ່​ພຣະເຈົ້າ​ຢາເວ

ແລະ ເປັ່ງ​ສຽງ​ສັນລະເສີນ​ພຣະອົງ​ໃນ​ເກາະ​ແກ້ງ​ທັງຫລາຍ.

ພຣະເຈົ້າ​ຢາເວ ຈະ​ເຄື່ອນ​ທັບ​ມາ​ຢ່າງ​ຜູ້​ຊະນະ,

ພຣະອົງ​ຫ້າວຫັນ​ດັ່ງ​ນັກຮົບ;

ດ້ວຍ​ສຽງ​ໂຫ່​ຮ້ອງ​ພຣະອົງ​ຈະ​ເອົາ​ໄຊ​ໃນ​ສະໜາມຮົບ

ແລະ ຊະນະ​ພວກ​ສັດຕູ​ຂອງ​ພຣະອົງ.

“ເຮົາ​ໄດ້​ມິດງຽບ​ໄວ້​ດົນນານ​ແລ້ວ,

ເຮົາ​ງຽບ​ຢູ່ ແລະ ຫ້າມ​ຕົນ​ເອງ​ໄວ້.

ແຕ່​ບັດນີ້, ເຮົາ​ຮ້ອງ​ອອກ​ມາ​ດັ່ງ​ຍິງ​ເກີດ​ລູກ,

ເຮົາ​ຫາຍໃຈ​ຖີ່ ແລະ ຫອບ.

ເຮົາ​ຈະ​ທຳລາຍ​ພູເຂົາ ແລະ ໂນນພູ​ຕ່າງໆ

ແລະ ເຮັດ​ໃຫ້​ພືດ​ຜັກ​ທັງໝົດ​ຂອງ​ມັນ​ຫ່ຽວແຫ້ງ;

ເຮົາ​ຈະ​ເຮັດ​ໃຫ້​ແມ່ນ້ຳ​ກາຍ​ເປັນ​ເກາະ

ແລະ ເຮັດ​ໃຫ້​ສະນ້ຳ​ທັງຫລາຍ​ແຫ້ງແລ້ງ.

ເຮົາ​ຈະ​ນຳ​ຄົນ​ຕາບອດ​ໄປ​ຕາມ​ທາງ​ທີ່​ພວກເຂົາ​ບໍ່​ຮູ້​ຈັກ,

ເຮົາ​ຈະ​ພາ​ພວກເຂົາ​ໄປ​ຕາມ​ເສັ້ນ​ທາງ​ທີ່​ພວກເຂົາ​ບໍ່​ຄຸ້ນ​ເຄີຍ;

ເຮົາ​ຈະ​ປ່ຽນ​ຄວາມ​ມືດ​ໃຫ້ເປັນ​ຄວາມ​ສະຫວ່າງ​ຕໍ່ໜ້າ​ພວກເຂົາ

ແລະ ເຮັດ​ບ່ອນ​ຫລຸບ​ບ່ອນ​ໂນນ​ໃຫ້​ຮາບພຽງ.

ເຮົາ​ຈະ​ເຮັດ​ສິ່ງ​ເຫລົ່ານີ້

ເຮົາ​ຈະ​ບໍ່​ປະຖິ້ມ​ພວກເຂົາ.

ສ່ວນ​ບັນດາ​ຜູ້​ທີ່​ວາງໃຈ​ໃນ​ຮູບເຄົາລົບ,

ຜູ້​ທີ່​ເວົ້າ​ກັບ​ຮູບເຄົາລົບ​ວ່າ, ‘ທ່ານ​ເປັນ​ພະ​ຂອງ​ພວກເຮົາ’,

ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຫັນ​ກັບ​ໄປ​ຢ່າງ​ໜ້າ​ອັບອາຍ​ທີ່ສຸດ.

ອິດສະຣາເອນ​ຕາບອດ ແລະ ຫູ​ໜວກ

“ຈົ່ງ​ຟັງ, ພວກເຈົ້າ​ຄົນ​ຫູ​ໜວກ;

ເບິ່ງ​ແມ, ພວກເຈົ້າ​ຄົນ​ຕາບອດ ແລະ ຈົ່ງ​ເບິ່ງ​ເຫັນ!

ມີ​ຜູ້ໃດ​ຕາບອດ​ນອກ​ຈາກ​ຜູ້ຮັບໃຊ້​ຂອງ​ເຮົາ,

ແລະ ມີ​ຜູ້ໃດ​ຫູ​ໜວກ​ຄື​ຜູ້ສົ່ງຂ່າວ​ທີ່​ເຮົາ​ສົ່ງ​ໄປ?

ຜູ້ໃດ​ຕາບອດ​ຄື​ຜູ້​ທີ່​ເຮັດ​ຄໍາໝັ້ນສັນຍາ​ກັບ​ເຮົາ?

ຜູ້ໃດ​ຕາບອດ​ຄື​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ?

ເຈົ້າ​ໄດ້​ເຫັນ​ຫລາຍ​ສິ່ງ​ຫລາຍ​ຢ່າງ, ແຕ່​ເຈົ້າ​ບໍ່​ເອົາໃຈໃສ່;

ຫູ​ເຈົ້າ​ເປີດ​ກວ້າງ, ແຕ່​ບໍ່​ໄດ້​ຍິນ​ສິ່ງໃດ”.

ພຣະເຈົ້າ​ຢາເວ​ພໍໃຈ

ທີ່​ຈະ​ເຮັດ​ໃຫ້​ກົດບັນຍັດ​ຂອງ​ພຣະອົງ​ຍິ່ງໃຫຍ່ ແລະ ມີ​ກຽດ

ເພື່ອ​ເຫັນ​ແກ່​ຄວາມ​ຊອບທຳ​ຂອງ​ພຣະອົງ.

ແຕ່​ນີ້​ແມ່ນ​ປະຊາຊົນ​ທີ່​ຖືກ​ປຸ້ນ ແລະ ຕົກ​ເປັນ​ຊະເລີຍ,

ພວກເຂົາ​ທັງໝົດ​ຕົກ​ຢູ່​ໃນ​ຂຸມ​ກັບດັກ

ຫລື ຫລົບ​ລີ້​ຢູ່​ໃນ​ຄຸກ.

ພວກເຂົາ​ຖືກ​ປຸ້ນ,

ໂດຍ​ບໍ່​ມີ​ຜູ້ໃດ​ຊ່ວຍ​ພວກເຂົາ;

ພວກເຂົາ​ຕົກ​ເປັນ​ຊະເລີຍ,

ໂດຍ​ບໍ່​ມີ​ຜູ້ໃດ​ເວົ້າ​ວ່າ “ປ່ອຍ​ພວກເຂົາ​ກັບ​ໄປ”.

ຜູ້ໃດ​ໃນ​ພວກ​ເຈົ້າ​ຈະ​ຮັບ​ຟັງ​ເລື່ອງ​ນີ້

ຫລື ເອົາໃຈໃສ່​ກັບ​ອະນາຄົດ​ທີ່​ຈະ​ມາ​ເຖິງ?

ຜູ້ໃດ​ມອບ​ຢາໂຄບ​ໃຫ້​ເປັນ​ຊະເລີຍ,

ແລະ ໃຫ້​ອິດສະຣາເອນ​ຖືກ​ປຸ້ນ?

ບໍ່ແມ່ນ​ພຣະເຈົ້າ​ຢາເວ​ບໍ,

ຜູ້​ທີ່​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ?

ເພາະ​ພວກເຂົາ​ບໍ່​ໄດ້​ເຮັດ​ຕາມ​ວິຖີ​ທາງ​ຂອງ​ພຣະອົງ;

ພວກເຂົາ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.

ດັ່ງນັ້ນ​ພຣະອົງ​ຈຶ່ງ​ໄດ້​ເທ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ​ລົງ​ເທິງ​ພວກເຂົາ,

ຄື​ສົງຄາມ​ອັນ​ຮຸນແຮງ,

ໃຫ້​ພວກເຂົາ​ຕົກ​ຢູ່​ໃນ​ແປວໄຟ, ແຕ່​ພວກເຂົາ​ກໍ​ຍັງ​ບໍ່​ເຂົ້າໃຈ;

ໄຟ​ເຜົາ​ຜານ​ພວກເຂົາ, ແຕ່​ພວກເຂົາ​ກໍ​ບໍ່​ໄດ້​ເອົາໃຈໃສ່.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.