Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 41

ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ອິດສະຣາເອນ

“ເກາະ​ທັງຫລາຍ, ຈົ່ງ​ງຽບ ແລະ ຟັງ​ເຮົາ!

ໃຫ້​ຊົນຊາດ​ທັງຫລາຍ​ໄດ້​ຟື້ນ​ກຳລັງ​ຂຶ້ນ​ໃໝ່!

ໃຫ້​ພວກເຂົາ​ກ້າວ​ອອກ​ມາ​ຂ້າງ​ໜ້າ​ນີ້ ແລະ ເວົ້າ;

ໃຫ້​ພວກເຮົາ​ມາ​ພົບ​ກັນ​ໃນ​ບ່ອນ​ພິພາກສາ.

“ຜູ້ໃດ​ນໍ​ໄດ້​ປຸກ​ບຸກຄົນ​ໜຶ່ງ​ຈາກ​ທິດ​ຕາເວັນ​ອອກ,

ເອີ້ນ​ລາວ​ໃຫ້​ມາ​ຮັບໃຊ້​ດ້ວຍ​ຄວາມ​ຊອບທຳ?

ພຣະອົງ​ມອບ​ຊົນຊາດ​ຕ່າງໆ​ແກ່​ລາວ.

ແລະ ປາບ​ບັນດາ​ກະສັດ​ຕໍ່ໜ້າ​ລາວ.

ພຣະອົງ​ໃຊ້​ດາບ​ຂອງ​ພຣະອົງ​ປ່ຽນ​ກະສັດ​ເຫລົ່ານັ້ນ​ເປັນ​ຂີ້ຝຸ່ນດິນ,

ຄັນ​ທະນູ​ຂອງ​ລາວ​ເຮັດ​ໃຫ້​ກະສັດ​ເຫລົ່ານັ້ນ​ເປັນ​ດັ່ງ​ແກບ​ປິວ​ໄປ.

ລາວ​ໄລ່ຕາມ​ຄົນ​ເຫລົ່ານັ້ນ​ໄປ ແລະ ເດີນ​ໄປ​ຢ່າງ​ປອດໄພ,

ຕາມ​ເສັ້ນ​ທາງ​ທີ່​ລາວ​ບໍ່​ເຄີຍ​ທຽວ​ມາ​ກ່ອນ.

ຜູ້ໃດ​ເປັນ​ຜູ້​ເຮັດ​ແບບ​ນີ້ ແລະ ເຮັດ​ຈົນ​ສຳ​ເລັດ,

ຄື​ຜູ້​ທີ່​ເອີ້ນ​ຄົນ​ໃນ​ຊົ່ວ​ອາຍຸ​ຕ່າງໆ​ມາ​ຕັ້ງ​ແຕ່​ຕົ້ນ?

ເຮົາ, ພຣະເຈົ້າ​ຢາເວ ເປັນ​ຜູ້​ທໍາອິດ

ແລະ ເປັນ​ຜູ້​ສຸດທ້າຍ ເຮົາ​ຄື​ຜູ້​ນັ້ນ”.

ເກາະ​ທັງຫລາຍ​ເຫັນ​ແລ້ວ​ກໍ​ຢ້ານກົວ;

ທີ່​ສຸດ​ປາຍ​ແຜ່ນດິນ​ໂລກ​ສັ່ນ​ສະ​ທ້ານ.

ພວກເຂົາ​ເຂົ້າ​ມາ​ໃກ້ ແລະ ອອກ​ມາ​ຂ້າງ​ໜ້າ;

ພວກເຂົາ​ຊ່ວຍເຫລືອ​ກັນ

ແລະ ເວົ້າ​ແກ່​ຜູ້​ຮ່ວມ​ງານ​ຂອງ​ຕົນ​ວ່າ, “ຈົ່ງ​ເຂັ້ມແຂງ!”

ຊ່າງ​ໂລຫະ​ໃຫ້​ກຳລັງ​ໃຈ​ຊ່າງ​ຄໍາ,

ແລະ ຜູ້​ໃຊ້​ຄ້ອນ​ເຮັດ​ໃຫ້​ລຽບ

ກໍ​ໃຫ້​ກຳລັງ​ໃຈ​ຜູ້​ຕີ.

ພວກເຂົາ​ເວົ້າ​ເຖິງ​ວຽກງານ​ການ​ເຊື່ອມ​ວ່າ, “ດີ”

ອີກ​ຄົນ​ໜຶ່ງ​ເອົາ​ຕະປູ​ຕອກ​ຮູບເຄົາລົບ​ເພື່ອ​ມັນ​ຈະ​ບໍ່​ລົ້ມ​ລົງ.

“ສ່ວນ​ເຈົ້າ, ອິດສະຣາເອນ, ຜູ້ຮັບໃຊ້​ຂອງ​ເຮົາ,

ຢາໂຄບ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້,

ເຈົ້າ​ຜູ້​ເປັນ​ລູກ​ຫລານ​ຂອງ​ອັບຣາຮາມ​ສະຫາຍ​ຂອງ​ເຮົາ,

ເຮົາ​ໄດ້​ພາ​ເຈົ້າ​ມາ​ຈາກ​ສຸດ​ປາຍ​ແຜ່ນດິນ​ໂລກ,

ເຮົາ​ໄດ້​ເອີ້ນ​ເຈົ້າ​ມາ​ຈາກ​ມູມ​ໄກ​ທີ່ສຸດ.

ເຮົາ​ເວົ້າ​ວ່າ, ‘ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງ​ເຮົາ’;

ເຮົາ​ໄດ້​ເລືອກ​ເຈົ້າ ແລະ ບໍ່​ເຄີຍ​ປະຖິ້ມ​ເຈົ້າ.

ດັ່ງນັ້ນ ຢ່າຢ້ານ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ;

ຢ່າ​ຕົກໃຈ, ເພາະ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ.

ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ ແລະ ເຮົາ​ຈະ​ຊ່ວຍ​ເຈົ້າ;

ເຮົາ​ຈະ​ຊູ​ເຈົ້າ​ໄວ້​ດ້ວຍ​ມື​ຂວາ​ອັນ​ຊອບທຳ​ຂອງ​ເຮົາ.

“ບັນດາ​ຜູ້​ທີ່​ໃຈຮ້າຍ​ເຈົ້າ

ຈະ​ອັບອາຍ​ຂາຍ​ໜ້າ ແລະ ອັບອາຍ​ຢ່າງ​ແນ່ນອນ;

ຜູ້​ທີ່​ຕໍ່ຕ້ານ​ເຈົ້າ

ຈະ​ໄຮ້​ຄ່າ ແລະ ພິນາດ​ຈິບຫາຍ​ໄປ.

ເຖິງແມ່ນວ່າ​ເຈົ້າ​ຈະ​ຊອກ​ຫາ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ,

ເຈົ້າ​ກໍ​ຈະ​ບໍ່​ພົບ​ພວກເຂົາ.

ບັນດາ​ຜູ້​ທີ່​ສູ້ຮົບ​ກັບ​ເຈົ້າ

ຈະ​ບໍ່​ມີ​ຄຸນຄ່າ​ຫຍັງ​ໝົດ.

ເພາະ​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ

ຜູ້​ຈັບ​ມື​ຂວາ​ຂອງ​ເຈົ້າ​ໄວ້

ແລະ ບອກ​ກັບ​ເຈົ້າ​ວ່າ, ຢ່າ​ຢ້ານ​ເລີຍ;

ເຮົາ​ຈະ​ຊ່ວຍ​ເຈົ້າ.

ຢ່າ​ຢ້ານ​ເລີຍ, ເຈົ້າ​ໜອນ​ຢາໂຄບ,

ອິດສະຣາເອນ​ນ້ອຍ,

ເພາະ​ເຮົາ​ເອງ​ຈະ​ຊ່ວຍ​ເຈົ້າ” ພຣະເຈົ້າ​ຢາເວ​ປະກາດ​ດັ່ງ​ນັ້ນ,

ພຣະອົງ​ເປັນ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ພຣະຜູ້ໄຖ່​ຂອງ​ເຈົ້າ.

“ເບິ່ງ​ແມ, ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ດັ່ງ​ໄມ້ຟາດເຂົ້າ,

ທີ່​ໃໝ່ ແລະ ຄົມ ມີ​ແຂ້ວ​ຫລາຍ​ເຫລັ້ມ.

ເຈົ້າ​ຈະ​ນວດ ແລະ ບຸກ​ໂຈມຕີ​ພູເຂົາ​ຕ່າງໆ

ເຮັດ​ໃຫ້​ເນີນພູ​ທັງຫລາຍ​ເປັນ​ເໝືອນ​ແກບ.

ເຈົ້າ​ຈະ​ໂຍນ​ພວກມັນ, ລົມ​ຈະ​ຫອບ​ພວກມັນ​ຂຶ້ນ,

ແລະ ພະຍຸ​ຈະ​ພັດ​ພວກມັນ​ກະຈາຍ​ໄປ.

ສ່ວນ​ເຈົ້າ​ຈະ​ຊື່ນຊົມ​ຍິນດີ​ໃນ​ພຣະເຈົ້າ​ຢາເວ

ແລະ ຖວາຍ​ກຽດ​ແກ່​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ.

“ຄົນ​ທຸກ ແລະ ຂັດສົນ​ຊອກຫາ​ນ້ຳ​ດື່ມ,

ແຕ່​ບໍ່​ມີ​ເລີຍ;

ລິ້ນ​ຂອງ​ພວກເຂົາ​ແຫ້ງ​ດ້ວຍ​ຄວາມ​ກະຫາຍ.

ແຕ່​ເຮົາ ພຣະເຈົ້າ​ຢາເວ ຈະ​ຕອບ​ພວກເຂົາ;

ເຮົາ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຈະ​ບໍ່​ປະຖິ້ມ​ພວກເຂົາ​ເລີຍ.

ເຮົາ​ຈະ​ເຮັດ​ໃຫ້​ແມ່ນ້ຳ​ໄຫລ​ເທິງ​ພູເຂົາ​ສູງ​ທີ່​ແຫ້ງ​ແລ້ງ,

ແລະ ໃຫ້​ມີ​ນ້ຳພຸ​ໃນ​ຮ່ອມພູ.

ເຮົາ​ຈະ​ປ່ຽນ​ຖິ່ນແຫ້ງແລ້ງກັນດານ​ເປັນ​ສະ​ນ້ຳ,

ແລະ ປ່ຽນ​ພື້ນ​ດິນ​ແຕກ​ແຫງ​ໃຫ້​ກາຍ​ເປັນ​ນ້ຳພຸ.

ເຮົາ​ຈະ​ປູກ​ຕົ້ນໄມ້ສີດາ ແລະ ຕົ້ນກະຖິນເທດ

ຕົ້ນໄມ້ຫອມ ແລະ ຕົ້ນໝາກກອກ​ໃນ​ທະເລຊາຍ.

ເຮົາ​ຈະ​ປູກ​ຕົ້ນ​ສົນ​ຊະນິດ​ຕ່າງໆ​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານ,

ທັງ​ຕົ້ນ​ສົນ ແລະ ຕົ້ນແປກ​ດ້ວຍ,

ເພື່ອ​ຄົນ​ທັງຫລາຍ​ຈະ​ເຫັນ ແລະ ຮູ້,

ຈະ​ພິຈາລະນາ ແລະ ເຂົ້າໃຈ,

ວ່າ​ມື​ຂອງ​ພຣະເຈົ້າ​ຢາເວ ໄດ້​ເຮັດ​ສິ່ງ​ນີ້,

ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ມັນ​ຂຶ້ນ”.

ພຣະເຈົ້າ​ຢາເວ​ກ່າວ​ວ່າ,

“ຈົ່ງ​ສະເໜີ​ຄະດີ​ຂອງ​ເຈົ້າ”.

ກະສັດ​ຂອງ​ຢາໂຄບ​ກ່າວ​ວ່າ.

“ຈົ່ງ​ສະແດງ​ຂໍ້​ໂຕ້ແຍ້ງ​ຂອງ​ເຈົ້າ​ມາ”,

“ຈົ່ງ​ນຳ​ບັນດາ​ຮູບເຄົາລົບ​ຂອງ​ເຈົ້າ,

ເຂົ້າ​ມາ​ບອກ​ພວກເຮົາ

ວ່າ​ກຳລັງ​ຈະ​ເກີດ​ຫຍັງ​ຂຶ້ນ.

ຈົ່ງ​ເລົ່າ​ເຫດການ​ໃນ​ອະດີດ,

ເພື່ອ​ພວກເຮົາ​ຈະ​ໄດ້​ພິຈາລະນາ ແລະ ຮັບ​ຮູ້​ຈຸດ​ຈົບ.

ຫລື ຈະ​ເລົ່າ​ໃຫ້​ພວກເຮົາ​ຟັງ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ,

ຈົ່ງ​ບອກ​ພວກເຮົາ​ມາ​ວ່າ​ອະນາຄົດ​ຈະ​ມີ​ສິ່ງໃດ​ແດ່,

ເພື່ອ​ພວກເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ແມ່ນ​ພະ​ທັງຫລາຍ.

ເຮັດຫຍັງ​ຈັກ​ຢ່າງ​ແມ, ຈະ​ດີ ຫລື ຊົ່ວ​ກໍ​ໄດ້,

ເພື່ອ​ພວກເຮົາ​ຈະ​ໄດ້​ທໍ້ຖ້ອຍ ແລະ ຢ້ານກົວ.

ແຕ່​ພວກເຈົ້າ​ບໍ່​ມີ​ຄ່າ​ຫຍັງ​ເລີຍ

ແລະ ຜົນງານ​ຂອງ​ພວກເຈົ້າ​ກໍ​ໄຮ້​ຄ່າ;

ຜູ້​ໃດ​ກໍ​ຕາມ​ທີ່​ເລືອກ​ພວກເຈົ້າ​ກໍ​ໜ້າ​ລັງກຽດ.

“ເຮົາ​ໄດ້​ເອີ້ນ​ບຸກຄົນ​ຜູ້​ໜຶ່ງ​ຈາກ​ທາງ​ທິດ​ເໜືອ, ແລະ ລາວ​ກໍ​ມາ

ລາວ​ມາ​ຈາກ​ບ່ອນ​ທີ່​ດວງ​ຕາເວັນ​ຂຶ້ນ ລາວ​ຮ້ອງຫາ​ນາມ​ຂອງ​ເຮົາ.

ລາວ​ຢຽບຢໍ່າ​ບັນດາ​ຜູ້​ປົກຄອງ​ດັ່ງ​ຢຽບ​ປູນ.

ລາວ​ເປັນ​ເໝືອນ​ຊ່າງ​ປັ້ນໝໍ້​ຢຽບຢໍ່າ​ດິນ​ໜຽວ.

ຜູ້ໃດ​ບອກ​ເຖິງ​ສິ່ງ​ນີ້​ໃຫ້​ພວກເຮົາ​ໄດ້​ຮູ້​ມາ​ຕັ້ງ​ແຕ່​ຕົ້ນ,

ຫລື ບອກ​ໄວ້​ຕັ້ງ​ແຕ່​ທຳອິດ ພວກເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ, ‘ລາວ​ເວົ້າ​ຖືກ’?

ບໍ່​ມີ​ຜູ້ໃດ​ເວົ້າ​ໄວ້,

ບໍ່​ມີ​ຜູ້ໃດ​ແຈ້ງ​ໄວ້​ກ່ອນ,

ບໍ່​ມີ​ຜູ້ໃດ​ໄດ້​ຍິນ​ສິ່ງໃດ​ຈາກ​ເຈົ້າ​ເລີຍ.

ເຮົາ​ເປັນ​ຄົນ​ທຳອິດ​ທີ່​ບອກ​ຊີໂອນ​ວ່າ, ‘ເບິ່ງ​ແມ, ພວກເຂົາ​ມາ​ແລ້ວ!’

ເຮົາ​ໃຫ້​ຜູ້ນໍາ​ຂ່າວດີ​ມາ​ໃຫ້​ເຢຣູຊາເລັມ.

ເຮົາ​ເບິ່ງ​ແຕ່​ບໍ່​ມີ​ຜູ້ໃດ​ຈັກ​ຄົນ

ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ​ໃນ​ພວກເຂົາ​ທີ່​ຈະ​ໃຫ້​ຄຳ​ປຶກສາ,

ບໍ່​ມີ​ຜູ້ໃດ​ຕອບ​ເມື່ອ​ເຮົາ​ຖາມ​ພວກເຂົາ.

ເບິ່ງ​ແມ, ພະ​ທັງຫລາຍ​ລ້ວນ​ແຕ່​ເປັນ​ພະ​ປອມ!

ການ​ກະທໍາ​ຂອງ​ພວກເຂົາ​ລ້ວນ​ແຕ່​ໄຮ້​ຄ່າ;

ຮູບພະ​ຕ່າງໆ​ຂອງ​ພວກເຂົາ​ເປັນ​ພຽງ​ລົມ ແລະ ຄວາມ​ສັບສົນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.