Biblica® Open Lao Contemporary Version
ເອຊາຢາ 40
ການເລົ້າໂລມໃຈສໍາລັບຄົນຂອງພຣະເຈົ້າ
ພຣະເຈົ້າຂອງທ່ານກ່າວວ່າ,
ຈົ່ງເລົ້າໂລມ, ຈົ່ງເລົ້າໂລມໃຈປະຊາຊົນຂອງເຮົາ.
ຈົ່ງກ່າວແກ່ເຢຣູຊາເລັມຢ່າງອ່ອນໂຍນ
ແລະ ແຈ້ງໃຫ້ນາງຮູ້ວ່າ
ນາງໄດ້ຜ່ານຄວາມທຸກລໍາບາກແລ້ວ,
ຄວາມບາບຂອງນາງໄດ້ຮັບການອະໄພແລ້ວ,
ທີ່ນາງໄດ້ຮັບໂທດຈາກມືຂອງພຣະເຈົ້າຢາເວ
ເປັນສອງເທົ່າຕາມຄວາມບາບທັງໝົດທີ່ນາງໄດ້ເຮັດໄປ.
ສຽງຂອງຜູ້ໜຶ່ງຮ້ອງວ່າ:
“ຈົ່ງຕຽມທາງໃນຖິ່ນແຫ້ງແລ້ງກັນດານ
ສຳລັບພຣະເຈົ້າຢາເວ;
ຈົ່ງເຮັດທາງຫລວງຂອງພຣະເຈົ້າ
ໃນຖິ່ນແຫ້ງແລ້ງກັນດານໃຫ້ຊື່ໄປ.
ຮ່ອມພູທຸກບ່ອນຈະຖືກຍົກຂຶ້ນ,
ພູເຂົາ ແລະ ເນີນພູທຸກແຫ່ງຈະຖືກເຮັດໃຫ້ຕ່ຳລົງ;
ພື້ນດິນສູງໂນນຈະຖືກເຮັດໃຫ້ຮາບພຽງ,
ບ່ອນຫລຸບບ່ອນໂນນຈະຖືກເຮັດໃຫ້ເປັນທົ່ງຮາບພຽງ.
ແລະ ສະຫງ່າລາສີຂອງພຣະເຈົ້າຢາເວຈະໄດ້ຮັບການເປີດເຜີຍ,
ແລະ ມະນຸດທັງໝົດຈະໄດ້ເຫັນຮ່ວມກັນ
ເພາະປາກຂອງພຣະເຈົ້າຢາເວໄດ້ກ່າວໄວ້ແລ້ວ”.
ສຽງໜຶ່ງກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງຮ້ອງ”.
ແລະ ຂ້າພະເຈົ້າຖາມວ່າ, “ຂ້າພະເຈົ້າຄວນຈະຮ້ອງວ່າແນວໃດ?”
ສຽງນັ້ນກ່າວວ່າ, “ມະນຸດທຸກຄົນເປັນເໝືອນຕົ້ນຫຍ້າ,
ແລະ ຄວາມຊື່ສັດທັງໝົດຂອງພວກເຂົາກໍເປັນເໝືອນດອກໄມ້ໃນທົ່ງນາ.
ຕົ້ນຫຍ້າຫ່ຽວແຫ້ງ ແລະ ດອກໄມ້ກໍຫລົ່ນໄປ,
ເພາະພຣະເຈົ້າຢາເວໄດ້ຫາຍໃຈຫົດໃສ່ພວກມັນ.
ແນ່ນອນ ມະນຸດເປັນດັ່ງຕົ້ນຫຍ້າ.
ຕົ້ນຫຍ້າຫ່ຽວແຫ້ງ ແລະ ດອກໄມ້ກໍຫລົ່ນໄປ,
ແຕ່ພຣະຄຳຂອງພຣະເຈົ້າຂອງພວກເຮົາດໍາລົງນິລັນດອນ”.
ທ່ານຜູ້ນຳຂ່າວດີມາຍັງຊີໂອນ,
ຈົ່ງຂຶ້ນໄປເທິງພູເຂົາສູງ.
ທ່ານຜູ້ນຳຂ່າວດີມາຍັງເຢຣູຊາເລັມ,
ຈົ່ງເປັ່ງສຽງຮ້ອງສຸດສຽງ,
ຈົ່ງຍົກສຽງຂຶ້ນ, ຢ່າຢ້ານເລີຍ;
ຈົ່ງຮ້ອງບອກເມືອງຕ່າງໆຂອງຢູດາຍວ່າ,
“ນີ້ຄືພຣະເຈົ້າຂອງທ່ານ!”
ເບິ່ງແມ, ພຣະເຈົ້າຢາເວ ອົງເຈົ້ານາຍມາດ້ວຍລິດອຳນາດ,
ແລະ ພຣະອົງປົກຄອງດ້ວຍແຂນອັນຍິ່ງໃຫຍ່ຂອງພຣະອົງ.
ເບິ່ງແມ, ບຳເໜັດລາງວັນຂອງພຣະອົງກໍຢູ່ກັບພຣະອົງ,
ແລະ ຄ່າຕອບແທນຂອງພຣະອົງກໍຢູ່ກັບພຣະອົງ.
ພຣະອົງລ້ຽງດູຝູງແກະຂອງພຣະອົງດັ່ງຄົນລ້ຽງແກະ:
ພຣະອົງຮວບຮວມບັນດາລູກແກະໄວ້ໃນອ້ອມແຂນຂອງພຣະອົງ
ແລະ ອຸ້ມພວກມັນໄວ້ໃກ້ເອິກ;
ພຣະອົງນຳແມ່ແກະທີ່ມີລູກຢ່າງອ່ອນໂຍນ.
ຜູ້ໃດວັດແທກຫ້ວຍນ້ຳທັງຫລາຍໄດ້ດ້ວຍອົ້ງມືຂອງຕົນ,
ແລະ ແທກຂະໜາດຟ້າສະຫວັນດ້ວຍຝາມື?
ຜູ້ໃດນໍບັນຈຸຂີ້ຝຸ່ນດິນຂອງໂລກໄວ້ໃນກະຕ່າ,
ຫລື ຊັ່ງນ້ຳໜັກຂອງພູເຂົາເທິງຊິງ
ແລະ ຊັ່ງເນີນພູວ່າໜັກເທົ່າໃດ?
ໃຜຈະເຂົ້າໃຈພຣະວິນຍານຂອງພຣະເຈົ້າຢາເວ,
ຫລື ເປັນທີ່ປຶກສາໃຫ້ຄຳແນະນຳແກ່ພຣະອົງໄດ້?
ຜູ້ໃດທີ່ພຣະເຈົ້າຢາເວໄດ້ປຶກສາເພື່ອພຣະອົງຈະໄດ້ຮູ້ແຈ້ງ?
ແລະ ຜູ້ໃດສອນຫົນທາງທີ່ຖືກຕ້ອງແກ່ພຣະອົງ?
ຜູ້ໃດເປັນຄົນສອນຄວາມຮູ້ແກ່ພຣະອົງ,
ແລະ ຊີ້ນໍາທາງແຫ່ງຄວາມເຂົ້າໃຈໃຫ້ແກ່ພຣະອົງໄດ້?
ແນ່ນອນ ປະຊາຊາດທັງໝົດເປັນເໝືອນນ້ຳຢອດໜຶ່ງໃນຖັງ;
ພວກເຂົາປຽບເໝືອນຂີ້ຝຸ່ນເທິງຊິງ;
ພຣະເຈົ້າຊັ່ງເກາະຕ່າງໆເໝືອນດັ່ງພວກມັນເປັນພຽງຂີ້ຝຸ່ນດິນ.
ເລບານອນບໍ່ພໍເປັນຟືນສຳລັບແທ່ນບູຊາ,
ສັດທັງຫລາຍຂອງມັນກໍບໍ່ພໍເປັນເຄື່ອງເຜົາບູຊາ.
ໃນສາຍຕາຂອງພຣະອົງ ຊົນຊາດທັງຫລາຍກໍໄຮ້ຄ່າ;
ພວກເຂົາມີຄ່າອັນໃດສຳລັບພຣະອົງ
ພວກເຂົາບໍ່ມີຄ່າຫຍັງ.
ຖ້າເປັນແບບນີ້ແລ້ວ ທ່ານຈະເອົາພຣະເຈົ້າປຽບກັບຜູ້ໃດ?
ທ່ານຈະເອົາພຣະອົງໄປທຽບກັບຮູບເຄົາລົບອົງໃດ?
ສ່ວນຮູບເຄົາລົບນັ້ນ, ຊ່າງກໍຫລໍ່ຂຶ້ນ,
ແລ້ວຊ່າງຄໍາຈຶ່ງຫຸ້ມດ້ວຍຄໍາ
ແລະ ເຮັດສາຍຄໍເງິນໃຫ້ມັນ.
ຄົນທີ່ທຸກຍາກເກີນກວ່າຈະຫາເຄື່ອງຖວາຍແບບນັ້ນ
ກໍຈະຫາໄມ້ທີ່ບໍ່ມອດກັດບໍ່ໄດ້;
ພວກເຂົາຫາຊ່າງຝີມືຜູ້ຊຳນານ
ເພື່ອເຮັດຮູບເຄົາລົບຕັ້ງໄວ້ບໍ່ໃຫ້ລົ້ມລົງ.
ທ່ານບໍ່ຮູ້ບໍ?
ທ່ານບໍ່ເຄີຍໄດ້ຍິນບໍ?
ບໍ່ມີຜູ້ໃດບອກທ່ານຕັ້ງແຕ່ຕົ້ນບໍ?
ທ່ານບໍ່ເຂົ້າໃຈຕັ້ງແຕ່ກ່ອນວາງຮາກຖານຂອງໂລກບໍ?
ພຣະອົງນັ່ງຢູ່ເທິງບັນລັງເໜືອເສັ້ນຮອບວົງຂອງໂລກ,
ແລະ ປະຊາຊົນໃນໂລກກໍເປັນເໝືອນຕັກແຕນ.
ພຣະອົງໄດ້ກາງຟ້າສະຫວັນອອກດັ່ງກາງຜ້າກັ້ງ,
ແລະ ຄຶງມັນດັ່ງເຕັນ ສຳລັບພັກອາໄສ.
ພຣະອົງເຮັດໃຫ້ບັນດາເຈົ້າຊາຍບໍ່ມີຫຍັງ
ແລະ ຫລຸດຄ່າບັນດາຜູ້ປົກຄອງຂອງໂລກໃຫ້ເປັນສູນ.
ພວກເຂົາຖືກປູກໄດ້ບໍ່ດົນ,
ແລະ ປູກຂຶ້ນບໍ່ເທົ່າໃດ,
ແມ່ນແຕ່ຮາກກໍຍັງບໍ່ທັນຢັ່ງເລິກໃນດິນ,
ຈາກນັ້ນ ພຣະອົງກໍເປົ່າລົມໃສ່ ແລະ ພວກເຂົາກໍຫ່ຽວແຫ້ງໄປ,
ແລະ ເປັນເໝືອນແກບຖືກກວາດໄປໃນພະຍຸໝູນ.
ອົງບໍລິສຸດສູງສົ່ງກ່າວວ່າ, “ເຈົ້າຈະປຽບເຮົາກັບຜູ້ໃດ?
ຜູ້ໃດຈະທຽບກັບເຮົາໄດ້?”
ຈົ່ງເງີຍໜ້າຂຶ້ນ ແລະ ເບິ່ງຟ້າສະຫວັນ:
ຜູ້ໃດໄດ້ສ້າງສິ່ງທັງປວງເຫລົ່ານີ້?
ພຣະອົງຜູ້ນຳດວງດາວອອກມາເທື່ອລະດວງ
ແລະ ເອີ້ນຊື່ຂອງພວກມັນ.
ເພາະລິດອຳນາດອັນຍິ່ງໃຫຍ່ ແລະ ກຳລັງອັນຍິ່ງໃຫຍ່ຂອງພຣະອົງ,
ຈຶ່ງບໍ່ມີດາວຂາດຫາຍໄປຈັກດວງ.
ຢາໂຄບ, ເປັນຫຍັງເຈົ້າຈຶ່ງຈົ່ມ?
ອິດສະຣາເອນ, ເປັນຫຍັງເຈົ້າຈຶ່ງຈົ່ມ,
“ທາງຂອງເຮົາຖືກເຊື່ອງໄວ້ຈາກພຣະເຈົ້າຢາເວ;
ພຣະເຈົ້າຂອງເຮົາບໍ່ສົນໃຈເລື່ອງຂອງເຮົາ”?
ເຈົ້າບໍ່ຮູ້ບໍ?
ເຈົ້າບໍ່ເຄີຍໄດ້ຍິນບໍ?
ພຣະເຈົ້າຢາເວເປັນພຣະເຈົ້ານິລັນດອນ,
ພະຜູ້ສ້າງທຸກສິ່ງໃນໂລກ.
ພຣະອົງຈະບໍ່ອິດເມື່ອຍ ຫລື ອ່ອນລ້າ,
ແລະ ຄວາມເຂົ້າໃຈຂອງພຣະອົງບໍ່ມີຜູ້ໃດຢັ່ງຮູ້ໄດ້.
ພຣະອົງໃຫ້ກຳລັງແກ່ຜູ້ອິດເມື່ອຍ
ແລະ ເສີມກຳລັງແກ່ຜູ້ອ່ອນແອ.
ແມ່ນແຕ່ຄົນໜຸ່ມກໍຍັງອິດເມື່ອຍ ແລະ ອ່ອນແຮງ,
ແລະ ຊາຍໜຸ່ມກໍຍັງສະດຸດລົ້ມ;
ແຕ່ບັນດາຜູ້ທີ່ລໍຄອຍພຣະເຈົ້າຢາເວດ້ວຍຄວາມຫວັງ
ຈະໄດ້ຮັບການເສີມກຳລັງຂຶ້ນໃໝ່.
ພວກເຂົາຈະບິນດ້ວຍປີກເໝືອນນົກອິນຊີ;
ພວກເຂົາຈະແລ່ນໄປ ແລະ ບໍ່ຮູ້ຈັກອິດເມື່ອຍ,
ພວກເຂົາຈະຍ່າງໄປ ແລະ ບໍ່ອ່ອນເພຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.