Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 39

ຄະນະ​ທູດ​ຈາກ​ບາບີໂລນ

(2ກສ 20:12-19)

ໃນ​ເວລາ​ນັ້ນ​ເມໂລດັກ​ບາລາດານ​ລູກຊາຍ​ຂອງ​ກະສັດ​ບາລາດານ​ແຫ່ງ​ບາບີໂລນ​ໄດ້​ຮູ້​ຂ່າວ​ວ່າ​ເຮເຊກີຢາ​ປ່ວຍ ແລະ ບັດນີ້​ໄດ້​ຫາຍດີ​ເປັນ​ປົກກະຕິ​ແລ້ວ ກໍ​ໄດ້​ສົ່ງ​ຈົດໝາຍ ແລະ ຂອງຂັວນ​ມາ​ໃຫ້​ເຮເຊກີຢາ. ເຮເຊກີຢາ​ຕ້ອນຮັບ​ຄະນະ​ທູດ​ດ້ວຍ​ຄວາມ​ຍິນດີ ແລະ ໄດ້​ສະແດງ​ສົມບັດ​ທັງໝົດ​ໃນ​ຄັງ​ໃຫ້​ພວກເຂົາ​ເບິ່ງ ຄື​ເງິນ, ຄໍາ, ເຄື່ອງ​ເທດ​ຕ່າງໆ, ນ້ຳມັນ​ຢ່າງ​ດີ ອາວຸດ​ຍຸດທະພັນ​ທັງໝົດ ແລະ ທຸກສິ່ງ​ທຸກຢ່າງ​ທີ່​ມີ. ບໍ່​ມີ​ຫຍັງ​ໃນ​ວັງ ຫລື ທົ່ວ​ອານາຈັກ​ທີ່​ເຮເຊກີຢາ​ບໍ່​ໄດ້​ສະແດງ​ໃຫ້​ພວກເຂົາ​ເບິ່ງ.

ດັ່ງນັ້ນ​ຜູ້ທຳນວາຍ​ເອຊາຢາ​ຈຶ່ງ​ມາ​ຫາ​ກະສັດ​ເຮເຊກີຢາ ແລະ ຖາມ​ວ່າ, “ຄົນ​ພວກ​ນັ້ນ​ໄດ້​ເວົ້າ​ຫຍັງ? ແລະ ພວກເຂົາ​ມາ​ຈາກໃສ?”

ເຮເຊກີຢາ​ຕອບ​ວ່າ “ມາ​ຈາກ​ບາບີໂລນ​ດິນແດນ​ທາງ​ໄກ”.

ຜູ້ທຳນວາຍ​ໄດ້​ຖາມ​ວ່າ, “ພວກເຂົາ​ໄດ້​ເຫັນ​ຫຍັງ​ແດ່​ໃນ​ວັງ​ຂອງ​ເຈົ້າ?”

ເຮເຊກີຢາ​ຕອບ​ວ່າ “ພວກເຂົາ​ໄດ້​ເຫັນ​ທຸກສິ່ງ​ທຸກຢ່າງ​ໃນ​ວັງ​ຂອງ​ເຮົາ, ບໍ່​ມີ​ຫຍັງ​ໃນ​ຄັງ​ຂອງ​ເຮົາ​ທີ່​ເຮົາ​ບໍ່​ໄດ້​ໃຫ້​ພວກເຂົາ​ເບິ່ງ”.

ເອຊາຢາ​ຈຶ່ງ​ເວົ້າ​ຕໍ່​ເຮເຊກີຢາ​ວ່າ, “ຈົ່ງ​ຟັງ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ວ່າ: ເວລາ​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ ເມື່ອ​ທຸກ​ຢ່າງ​ໃນ​ວັງ​ຂອງ​ເຈົ້າ, ແລະ ທຸກສິ່ງ​ທີ່​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້​ສະ​ສົມ​ໄວ້​ຈົນ​ເຖິງ​ມື້​ນີ້, ຈະ​ຖືກ​ກວາດ​ໄປ​ຍັງ​ບາບີໂລນ. ຈະ​ບໍ່​ມີ​ຫຍັງ​ເຫລືອ​ຢູ່, ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນີ້. ແລະ ເຊື້ອສາຍ​ຂອງ​ເຈົ້າ​ບາງຄົນ, ຜູ້​ທີ່​ເປັນ​ເລືອດ​ເນື້ອ​ຂອງ​ເຈົ້າ ຄື​ຜູ້​ທີ່​ເກີດ​ຈາກ​ເຈົ້າ, ຈະ​ຖືກ​ກວາດ​ຕ້ອນ​ໄປ, ແລະ ຈະ​ກາຍເປັນ​ຂັນທີ​ຢູ່​ໃນ​ວັງ​ຂອງ​ກະສັດ​ບາບີໂລນ”.

ເຮເຊກີຢາ​ຕອບ​ວ່າ “ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ຕາມ​ທີ່​ທ່ານ​ກ່າວ​ມາ​ກໍ​ດີ​ຢູ່”, ເພາະ​ເຮເຊກີຢາ​ຄິດ​ວ່າ, “ຢ່າງ​ໜ້ອຍ​ກໍ​ຍັງ​ມີ​ຄວາມ​ສະຫງົບສຸກ ແລະ ຄວາມ​ຫມັ້ນຄົງ​ປອດໄພ​ໃນ​ຊົ່ວ​ອາຍຸ​ຂອງ​ເຮົາ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.