Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 38

ການ​ປ່ວຍ​ຂອງ​ເຮເຊກີຢາ

(2ກສ 20:1-11; 2ຂຄ 32:24-26)

ໃນ​ເວລາ​ນັ້ນ​ເຮເຊກີຢາ​ເຈັບ​ໜັກ ແລະ ເຖິງ​ຂັ້ນ​ໃກ້​ຈະ​ຕາຍ. ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ມາ​ເຂົ້າ​ພົບ​ເພິ່ນ ແລະ ເວົ້າ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນີ້​ວ່າ: ຈົ່ງ​ຈັດການ​ບ້ານ​ເມືອງ​ໃຫ້​ຮຽບຮ້ອຍ, ເພາະ​ເຈົ້າ​ຈະ​ບໍ່​ຫາຍ​ປ່ວຍ; ແຕ່​ເຈົ້າ​ກຳລັງ​ຈະ​ຕາຍ”.

ເຮເຊກີຢາ​ຫັນ​ໜ້າ​ເຂົ້າ​ຫາ​ຝາ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ​ຂໍ​ໂຜດ​ລະນຶກ​ວ່າ​ຂ້ານ້ອຍ​ໄດ້​ດຳເນີນ​ຊີວິດ​ຢູ່​ໃນ​ທາງ​ຂອງ​ພຣະອົງ​ຢ່າງ​ສັດຊື່ ແລະ ຍອມ​ອຸທິດ​ຕົນ​ຢ່າງ​ໝົດ​ໃຈ ແລະ ເຮັດ​ສິ່ງ​ທີ່​ດີ​ໃນ​ສາຍ​ຕາ​ຂອງ​ພຣະອົງ​ແນວໃດ”. ແລ້ວ​ເຮເຊກີຢາ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.

ຈາກນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ກໍ​ມາ​ເຖິງ​ເອຊາຢາ​ວ່າ: “ຈົ່ງ​ໄປ​ບອກ​ເຮເຊກີຢາ​ວ່າ, ‘ພຣະເຈົ້າ​ຢາເວ​ພຣະເຈົ້າ​ຂອງ​ດາວິດ, ບັນພະບູລຸດ​ຂອງ​ທ່ານ​ກ່າວ​ດັ່ງ​ນີ້​ວ່າ: ເຮົາ​ໄດ້​ຍິນ​ຄຳ​ອະທິຖານ ແລະ ໄດ້​ເຫັນ​ນ້ຳຕາ​ຂອງ​ເຈົ້າ​ແລ້ວ; ເຮົາ​ຈະ​ຕໍ່​ອາຍຸ​ໃຫ້​ເຈົ້າ​ອີກ​ສິບຫ້າ​ປີ. ເຮົາ​ຈະ​ຊ່ວຍ​ເຈົ້າ​ກັບ​ເມືອງ​ນີ້​ໃຫ້​ພົ້ນ​ຈາກ​ມື​ກະສັດ​ອັດຊີເຣຍ. ເຮົາ​ຈະ​ປົກປ້ອງ​ເມືອງ​ນີ້​ໄວ້.

“ ‘ນີ້​ເປັນ​ໝາຍສຳຄັນ​ທີ່​ພຣະເຈົ້າ​ຢາເວ​ໃຫ້​ແກ່​ທ່ານ​ເພື່ອ​ສະແດງ​ວ່າ​ພຣະເຈົ້າ​ຢາເວ​ຈະ​ເຮັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ຄື: ເຮົາ​ຈະ​ເຮັດ​ໃຫ້​ເງົາ​ທີ່​ຕາເວັນ​ສ່ອງ​ລົງ​ເທິງ​ຂັ້ນໄດ​ຂອງ​ອາຮາດ​ເຄື່ອນ​ຖອຍ​ຫລັງ​ໄປ​ສິບ​ຂັ້ນ’ ” ດັ່ງນັ້ນ ແສງຕາເວັນ​ຈຶ່ງ​ຖອຍ​ຫລັງ​ກັບ​ໄປ​ຈາກ​ທີ່​ນັ້ນ​ສິບ​ຂັ້ນ.

ເມື່ອ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ຫາຍດີ: ເພິ່ນ​ໄດ້​ຂຽນ​ໄວ້​ວ່າ:

ຂ້ານ້ອຍ​ໄດ້​ເວົ້າ​ວ່າ, “ໃນ​ເວລາ​ທີ່​ຊີວິດ​ຂອງ​ຂ້ານ້ອຍ​ຮຸ່ງເຮືອງ​ທີ່ສຸດ

ຂ້ານ້ອຍ​ຈະ​ຕ້ອງ​ຜ່ານ​ເຂົ້າ​ປະຕູ​ແຫ່ງ​ຄວາມ​ຕາຍ​ບໍ

ແລະ ປີ​ທີ່​ເຫລືອ​ຢູ່​ຂອງ​ຂ້ານ້ອຍ​ກໍ​ຈະ​ຕ້ອງ​ຖືກ​ລັກ​ໄປ​ບໍ?”

ຂ້ານ້ອຍ​ໄດ້​ເວົ້າ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ໄດ້​ເຫັນ​ພຣະເຈົ້າ​ຢາເວ​ອີກ​ແລ້ວ

ຈະ​ບໍ່​ເຫັນ​ພຣະເຈົ້າ​ຢາເວ​ໃນ​ແດນ​ຜູ້​ມີ​ຊີວິດ​ອີກ​ຕໍ່ໄປ;

ຂ້ານ້ອຍ​ຈະ​ບໍ່​ໄດ້​ເຫັນ​ມະນຸດ​ອີກ​ແລ້ວ,

ຫລື ຈະ​ບໍ່​ໄດ້​ຢູ່​ຮ່ວມ​ກັບ​ໝູ່​ມະນຸດ​ໃນ​ໂລກ​ນີ້​ອີກ​ຕໍ່ໄປ.

ເຮືອນ​ຂອງ​ຂ້ານ້ອຍ​ຖືກ​ຮື້ ແລະ ນຳ​ໄປ​ຈາກ​ຂ້ານ້ອຍ.

ເໝືອນ​ເຕັນ ຂອງ​ຄົນລ້ຽງແກະ​ຖືກ​ຖອນ​ອອກ​ໄປ.

ຂ້ານ້ອຍ​ມ້ວນ​ເກັບ​ຊີວິດ​ຂອງ​ຂ້ານ້ອຍ​ດັ່ງ​ຊ່າງ​ຕໍ່າຜ້າ

ແລະ ພຣະອົງ​ໄດ້​ຕັດ​ຂ້ານ້ອຍ​ອອກ​ຈາກ​ຫູກ;

ທັງ​ເວັນ​ທັງ​ຄືນ​ພຣະອົງ​ໄດ້​ນຳ​ຂ້ານ້ອຍ​ມາ​ເຖິງ​ຈຸດ​ຈົບ.

ຂ້ານ້ອຍ​ອົດທົນ​ລໍ​ຖ້າ​ຈົນ​ຮຸ່ງເຊົ້າ,

ແຕ່​ພຣະອົງ​ໄດ້​ຫັກ​ກະດູກ​ທັງໝົດ​ຂອງ​ຂ້ານ້ອຍ​ດັ່ງ​ໂຕສິງ;

ທັງ​ເວັນ​ທັງ​ຄືນ​ພຣະອົງ​ໄດ້​ນຳ​ຂ້ານ້ອຍ​ມາ​ເຖິງ​ຈຸດ​ຈົບ.

ຂ້ານ້ອຍ​ຮ້ອງໄຫ້​ວ່ອງໄວ ຫລື ຄື​ນົກ​ແອ່ນ,

ຂ້ານ້ອຍ​ຄວນ​ຄາງ​ເໝືອນ​ນົກເຂົາ​ທີ່​ໄວ້​ທຸກ.

ຕາ​ຂອງ​ຂ້ານ້ອຍ​ອ່ອນແຮງ​ເມື່ອ​ແນມ​ເບິ່ງ​ຟ້າ​ສະຫວັນ.

ຂ້າແດ່​ອົງພຣະຜູ້ເປັນເຈົ້າ; ຂ້ານ້ອຍ​ເປັນ​ທຸກ​ຫລາຍ, ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ!”

ແຕ່​ຂ້ານ້ອຍ​ຈະ​ເວົ້າ​ຫຍັງ​ໄດ້?

ພຣະອົງ​ໄດ້​ກ່າວ​ກັບ​ຂ້ານ້ອຍ ແລະ ແມ່ນ​ພຣະອົງ​ເອງ​ທີ່​ເຮັດ​ສິ່ງ​ນີ້.

ຂ້ານ້ອຍ​ຈະ​ເດີນ​ໄປ​ດ້ວຍ​ຄວາມ​ຖ່ອມໃຈ​ຕະຫລອດ​ຊີວິດ​ຂອງ​ຂ້ານ້ອຍ

ເພາະ​ຄວາມ​ຂົມຂື່ນ​ໃນ​ວິນຍານ​ຂອງ​ຂ້ານ້ອຍ.

ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ມະນຸດ​ດຳລົງ​ຊີວິດ​ຢູ່​ໄດ້​ດ້ວຍ​ສິ່ງ​ເຫລົ່ານີ້

ແລະ ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ພົບ​ຊີວິດ​ໃນ​ສິ່ງ​ເຫລົ່ານີ້​ດ້ວຍ.

ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ຫາຍດີ

ແລະ ໃຫ້​ຂ້ານ້ອຍ​ມີ​ຊີວິດ​ຢູ່.

ແນ່ນອນ ທີ່​ຂ້ານ້ອຍ​ທຸກທໍລະມານ​ແບບ​ນີ້

ກໍ​ເປັນ​ຜົນປະໂຫຍດ​ແກ່​ຂ້ານ້ອຍ​ເອງ.

ໂດຍ​ຄວາມ​ຮັກ​ຂອງ​ພຣະອົງ ພຣະອົງ​ໄດ້​ປົກປ້ອງ​ຂ້ານ້ອຍ

ໃຫ້​ພົ້ນ​ຈາກ​ຄວາມ​ຈິບຫາຍ;

ພຣະອົງ​ໄດ້​ນຳ​ບາບ​ທັງໝົດ​ຂອງ​ຂ້ານ້ອຍ

ໄປ​ໄວ້​ດ້ານ​ຫລັງ​ຂອງ​ພຣະອົງ.

ເພາະ​ຂຸມ​ຝັງ​ສົບ​ບໍ່​ສາມາດ​ສັນລະເສີນ​ພຣະອົງ,

ຄວາມ​ຕາຍ​ບໍ່​ສາມາດ​ຮ້ອງເພງ​ສັນລະເສີນ​ພຣະອົງ;

ບັນດາ​ຜູ້​ທີ່​ລົງ​ໄປ​ສູ່​ເຫວ​ເລິກ

ບໍ່​ສາມາດ​ຫວັງ​ໃນ​ຄວາມ​ສັດຊື່​ຂອງ​ພຣະອົງ.

ຜູ້​ມີ​ຊີວິດ​ເທົ່ານັ້ນ​ສາມາດ​ສັນລະເສີນ​ພຣະອົງ,

ດັ່ງ​ທີ່​ຂ້ານ້ອຍ​ກຳລັງ​ເຮັດ​ຢູ່​ໃນ​ມື້ນີ້;

ບັນດາ​ພໍ່ແມ່​ບອກ​ເຖິງ​ຄວາມ​ສັດຊື່​ຂອງ​ພຣະອົງ

ແກ່​ລູກ​ທັງຫລາຍ​ຂອງ​ພວກເຂົາ.

ພຣະເຈົ້າ​ຢາເວ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ລອດພົ້ນ,

ແລະ ພວກເຮົາ​ຈະ​ຮ້ອງເພງ​ດ້ວຍ​ກິດຕາ ແລະ ພິນ

ຕະຫລອດ​ວັນ​ຄືນ​ຊີວິດ​ຂອງ​ພວກເຮົາ

ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.

ເອຊາຢາ​ໄດ້​ເວົ້າ​ວ່າ, “ຈົ່ງ​ຕຽມ​ຢາ​ຈາກ​ໝາກເດື່ອ ແລ້ວ​ນຳ​ໄປ​ໂພະ​ໃສ່​ຝີ​ນັ້ນ, ແລະ ເພິ່ນ​ຈະ​ຫາຍດີ”.

ເຮເຊກີຢາ​ໄດ້​ຖາມ​ວ່າ, “ສິ່ງໃດ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ຮູ້​ວ່າ​ເຮົາ​ຈະ​ຂຶ້ນ​ໄປ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ອີກ?”

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.