Biblica® Open Lao Contemporary Version
ເອຊາຢາ 37
ຄຳທຳນວາຍວ່າເຢຣູຊາເລັມຈະໄດ້ຮັບການຊ່ວຍກູ້
(2ກສ 19:1-13)
ເມື່ອກະສັດເຮເຊກີຢາໄດ້ຍິນດັ່ງນີ້ກໍ ເພິ່ນກໍຈີກເຄື່ອງນຸ່ງຂອງຕົນ ແລະ ນຸ່ງຜ້າກະສອບ ແລ້ວເຂົ້າສູ່ວິຫານຂອງພຣະເຈົ້າຢາເວ. ເພິ່ນໄດ້ສົ່ງເອລີອາກິມ ຜູ້ບໍລິຫານວັງ, ເຊັບນາ ຜູ້ເປັນເລຂາ ແລະ ບັນດາປະໂລຫິດອາວຸໂສ ໄປພົບຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດ, ທຸກຄົນລ້ວນແຕ່ນຸ່ງຊຸດຜ້າກະສອບ. ພວກເຂົາໄດ້ເວົ້າກັບເອຊາຢາວ່າ, “ເຮເຊກີຢາໄດ້ເວົ້າດັ່ງນີ້ວ່າ: ວັນນີ້ເປັນວັນແຫ່ງຄວາມທຸກຍາກລຳບາກ, ການຕຳໜິ ແລະ ຄວາມອັບອາຍ ເໝືອນກັບເວລາທີ່ເດັກນ້ອຍກຳລັງຈະເກີດມາ ແລະ ຜູ້ເປັນແມ່ບໍ່ມີແຮງຈະເບັ່ງພວກເຂົາອອກມາ. ບາງເທື່ອພຣະເຈົ້າຢາເວພຣະເຈົ້າຂອງທ່ານຈະໄດ້ຍິນຖ້ອຍຄຳຂອງຜູ້ບັນຊາການ, ທີ່ກະສັດອັດຊີເຣຍເຈົ້ານາຍຂອງລາວ, ໄດ້ໃຊ້ມາໝິ່ນປະໝາດພຣະເຈົ້າຜູ້ມີຊີວິດຢູ່, ແລະ ພຣະອົງຈະລົງໂທດລາວຍ້ອນຖ້ອຍຄຳທີ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ຍິນນັ້ນ. ເຫດສະນັ້ນ ຂໍອະທິຖານເພື່ອພວກເຮົາທີ່ເຫລືອຢູ່ນີ້ດ້ວຍ”.
ເມື່ອບັນດາຂ້າລາຊະການຂອງກະສັດເຮເຊກີຢາມາພົບເອຊາຢາ, ເອຊາຢາກໍເວົ້າກັບພວກເຂົາວ່າ, “ຈົ່ງໄປບອກນາຍຂອງທ່ານວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຢ່າຢ້ານສິ່ງທີ່ເຈົ້າໄດ້ຍິນ ຄືບັນດາຖ້ອຍຄຳທີ່ລູກນ້ອງຂອງກະສັດອັດຊີເຣຍໄດ້ໝິ່ນປະໝາດເຮົາ. ຈົ່ງຟັງ! ເມື່ອໃດທີ່ລາວໄດ້ຍິນຂ່າວຈາກການລາຍງານ, ເຮົາຈະເຮັດໃຫ້ລາວຢາກກັບຄືນໄປທີ່ປະເທດຂອງຕົນ ແລະ ເຮົາຈະໃຫ້ຖືກຂ້າດ້ວຍດາບຢູ່ທີ່ນັ້ນ’ ”.
ເມື່ອຜູ້ບັນຊາການກອງທັບອັດຊີເຣຍໄດ້ຂ່າວວ່າກະສັດຂອງຕົນໄດ້ອອກໄປຈາກລາກິດແລ້ວ, ກໍຖອນທັບໄປ ແລະ ພົບລາວກຳລັງສູ້ຮົບຢູ່ກັບເມືອງລິບນາ.
ແລ້ວເຊັນນາເກຣິບກໍໄດ້ຮັບລາຍງານວ່າຕີຣາກາ ກະສັດແຫ່ງກູເຊ ແຫ່ງເອຢິບຍົກທັບຈະມາສູ້ຮົບກັບເພິ່ນ. ດັ່ງນັ້ນ ເພິ່ນຈຶ່ງສົ່ງຄົນໄປຫາເຮເຊກີຢາພ້ອມກັບຖ້ອຍຄຳວ່າ: “ຈົ່ງໄປບອກກະສັດເຮເຊກີຢາແຫ່ງຢູດາຍດັ່ງນີ້ວ່າ: ຢ່າຍອມໃຫ້ພະທີ່ທ່ານເພິ່ງພານັ້ນຫລອກລວງທ່ານເມື່ອເພິ່ນກ່າວວ່າ, ‘ເຢຣູຊາເລັມຈະບໍ່ຕົກຢູ່ໃນມືກະສັດອັດຊີເຣຍ’. ທ່ານກໍຮູ້ດີວ່າບັນດາກະສັດອັດຊີເຣຍໄດ້ເຮັດຫຍັງແກ່ປະເທດທັງໝົດ, ກະສັດເຫລົ່ານັ້ນໄດ້ທຳລາຍລ້າງທຸກສິ່ງທຸກຢ່າງ ແລ້ວທ່ານຈະໄດ້ຮັບການກອບກູ້ບໍ? ບັນດາພະຂອງຊົນຊາດຕ່າງໆທີ່ບັນພະບຸລຸດຂອງເຮົາໄດ້ທຳລາຍລ້າງໄປນັ້ນໄດ້ຊ່ວຍກອບກູ້ພວກເຂົາໄວ້ບໍ ຄືພະທັງຫລາຍຂອງໂກຊານ, ຮາຣານ, ເຣເຊັບ ແລະ ຄົນເອເດນທີ່ຢູ່ໃນເຕລາສາ? ກະສັດແຫ່ງນະຄອນຮາມັດ ກະສັດອັກປັດ, ກະສັດເສຟາກວາອິມ, ເຮນາ ແລະ ອີວາຢູ່ໃສ?”
ຄຳອະທິຖານຂອງເຮເຊກີຢາ
(2ກສ 19:14-19)
ເມື່ອເຮເຊກີຢາໄດ້ຮັບຂໍ້ຄວາມສະບັບນີ້ຈາກຜູ້ສົ່ງຂ່າວ ແລະ ອ່ານຈົບ. ແລ້ວເພິ່ນກໍໄດ້ໄປຍັງວິຫານຂອງພຣະເຈົ້າຢາເວ ແລະ ພືໜັງສືນັ້ນອອກຕໍ່ໜ້າພຣະເຈົ້າຢາເວ. ແລະ ເຮເຊກີຢາໄດ້ອະທິຖານຕໍ່ພຣະເຈົ້າຢາເວວ່າ: “ຂ້າແດ່ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນ, ຜູ້ຢູ່ເທິງບ່ອນນັ່ງລະຫວ່າງເຄຣຸບ, ພຣະອົງຜູ້ດຽວທີ່ເປັນພຣະເຈົ້າເໜືອອານາຈັກທັງໝົດຂອງໂລກ. ພຣະອົງໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ. ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດຫງ່ຽງຫູ ແລະ ຟັງ, ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດເບິ່ງ ແລະ ຟັງຖ້ອຍຄຳທັງໝົດທີ່ເຊັນນາເກຣິບໄດ້ສົ່ງມາໝິ່ນປະໝາດພຣະເຈົ້າຜູ້ມີຊີວິດຢູ່.
“ຂ້າແດ່ພຣະເຈົ້າຢາເວ, ເປັນຄວາມຈິງທີ່ບັນດາກະສັດອັດຊີເຣຍໄດ້ທຳລາຍຊົນຊາດທັງໝົດນີ້ ແລະ ແຜ່ນດິນຂອງພວກເຂົາ. ພວກເຂົາໄດ້ເຜົາທຳລາຍພະຂອງຄົນເຫລົ່ານັ້ນຖິ້ມເພາະພະເຫລົ່ານັ້ນບໍ່ແມ່ນພຣະເຈົ້າ ເປັນພຽງແຕ່ໄມ້ ແລະ ຫີນ, ທີ່ເຮັດຂຶ້ນດ້ວຍມືມະນຸດ. ບັດນີ້, ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ, ຂໍໂຜດຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກມືຂອງລາວດ້ວຍ, ເພື່ອອານາຈັກທັງໝົດໃນໂລກນີ້ຈະໄດ້ຮູ້ວ່າ, ພຣະເຈົ້າຢາເວ, ພຣະອົງແຕ່ພຽງຜູ້ດຽວເທົ່ານັ້ນທີ່ເປັນພຣະເຈົ້າ”.
ການລົ້ມຈົມຂອງເຊັນນາເກຣິບ
(2ກສ 19:20-37; 2ຂຄ 32:20-21)
ດັ່ງນັ້ນ ເອຊາຢາລູກຊາຍອາໂມດຈຶ່ງໄດ້ສົ່ງຂໍ້ຄວາມມາຫາເຮເຊກີຢາວ່າ: “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວວ່າ: ເພາະເຈົ້າໄດ້ອະທິຖານເລື່ອງກະສັດເຊັນນາເກຣິບແຫ່ງອັດຊີເຣຍຕໍ່ເຮົາ, ພຣະເຈົ້າຢາເວຈຶ່ງກ່າວເຖິງເຊັນນາເກຣິບດັ່ງນີ້ວ່າ:
“ລູກສາວພົມມະຈາລີແຫ່ງຊີໂອນ
ດູໝິ່ນ ແລະ ເຢາະເຍີ້ຍເຈົ້າ.
ລູກສາວແຫ່ງເຢຣູຊາເລັມ
ແກວ່ງຫົວເມື່ອເຈົ້າປົບໜີ.
ຜູ້ໃດທີ່ເຈົ້າເວົ້າໝິ່ນປະໝາດ ແລະ ເຢາະເຢີ້ຍ?
ເຈົ້າຂຶ້ນສຽງ
ແລະ ເຮັດຕາຈອງຫອງໃສ່ຜູ້ໃດ?
ຕໍ່ອົງບໍລິສຸດແຫ່ງອິດສະຣາເອນບໍ!
ເຈົ້າໃຊ້ຜູ້ສົ່ງຂ່າວຂອງເຈົ້າ
ມາກ່າວໝິ່ນປະໝາດພຣະເຈົ້າຢາເວ.
ແລະ ເຈົ້າໄດ້ເວົ້າວ່າ,
‘ດ້ວຍລົດຮົບທັງຫລາຍຂອງເຮົາ
ເຮົາໄດ້ຂຶ້ນໄປເຖິງບັນດາຍອດພູເຂົາສູງ,
ສູ່ຍອດສູງທີ່ສຸດແຫ່ງເລບານອນ.
ເຮົາໄດ້ຕັດບັນດາຕົ້ນໄມ້ສີດາທີ່ສູງທີ່ສຸດ,
ແລະ ຕົ້ນສົນທີ່ດີທີ່ສຸດ.
ເຮົາໄດ້ຂຶ້ນໄປຮອດຍອດທີ່ສູງທີ່ສຸດ,
ຄືປ່າອັນອຸດົມສົມບູນທີ່ສຸດ.
ເຮົາໄດ້ຂຸດນ້ຳສ້າງຫລາຍແຫ່ງໃນຕ່າງແດນ
ແລະ ໄດ້ດື່ມນ້ຳຢູ່ທີ່ນັ້ນ.
ດ້ວຍຕີນຂອງເຮົາ
ສາຂາຂອງແມ່ນ້ຳນິນໃນເອຢິບກໍແຫ້ງ’.
“ເຈົ້າບໍ່ເຄີຍໄດ້ຍິນບໍ?
ເຮົາໄດ້ສັ່ງໄວ້ແຕ່ດົນນານມາແລ້ວ.
ເຮົາໄດ້ວາງແຜນໄວ້ຕັ້ງແຕ່ອະດີດ;
ແລະ ບັດນີ້ເຮົາກໍເຮັດໃຫ້ເປັນໄປຕາມນັ້ນ,
ຄືໃຫ້ເຈົ້າປ່ຽນປ້ອມປ້ອງກັນເມືອງທັງຫລາຍ
ໃຫ້ກາຍເປັນກອງຫີນ.
ປະຊາຊົນຂອງພວກເຂົາໝົດອຳນາດ,
ຕົກໃຈ ແລະ ອັບອາຍ.
ພວກເຂົາເປັນດັ່ງພືດພັນໃນທົ່ງນາ,
ພວກເຂົາເປັນເໝືອນໜໍ່ອ່ອນຂຽວສົດ,
ເໝືອນຫຍ້າງອກຂຶ້ນເທິງຫລັງຄາ,
ຖືກແດດແຜດເຜົາກ່ອນຈະໃຫຍ່ຂຶ້ນມາ.
“ແຕ່ເຮົາຮູ້ວ່າເຈົ້າມາຈາກໃສ
ແລະ ເຈົ້າມາ ແລະ ໄປຕອນໃດ.
ແລະ ຮູ້ວ່າເຈົ້າໃຈຮ້າຍເຮົາສໍ່າໃດ.
ເພາະເຈົ້າໃຈຮ້າຍໃສ່ເຮົາ
ແລະ ເພາະຄໍາເວົ້າອວດຕົວຂອງເຈົ້າມາຮອດຫູຂອງເຮົາ,
ເຮົາຈະເອົາເບັດກ່ຽວດັງຂອງເຈົ້າ
ແລະ ເອົາບັງຫຽນໃສ່ປາກຂອງເຈົ້າ,
ແລະ ເຮົາຈະເຮັດໃຫ້ເຈົ້າຫັນກັບໄປ
ຕາມເສັ້ນທາງທີ່ເຈົ້າມາ.
“ເຮເຊກີຢາ, ນີ້ຈະເປັນໝາຍສຳຄັນແກ່ເຈົ້າຄື:
“ປີນີ້ເຈົ້າຈະກິນພືດທີ່ເກີດຂຶ້ນເອງ,
ແລະ ປີທີສອງກໍຈະກິນພືດທີ່ອອກຜົນຕາມມາ.
ແຕ່ໃນປີທີສາມ ຈົ່ງຫວ່ານ ແລະ ເກັບກ່ຽວ,
ຈົ່ງເຮັດສວນອະງຸ່ນ ແລະ ກິນໝາກຂອງມັນ.
ປະຊາຊົນຢູດາຍທີ່ເຫລືອຢູ່ນັ້ນ
ຈະຢັ່ງຮາກ ແລະ ເກີດຜົນອີກຄັ້ງໜຶ່ງ.
ເພາະຈະມີຄົນທີ່ເຫລືອຢູ່ມາຈາກເຢຣູຊາເລັມ,
ແລະ ຜູ້ລອດຊີວິດກຸ່ມໜຶ່ງຈະມາຈາກພູເຂົາຊີໂອນ.
ຄວາມກະຕືລືລົ້ນຂອງພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່
ຈະເຮັດໃຫ້ສຳເລັດຕາມນີ້.
“ເຫດສະນັ້ນ ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວເຖິງກະສັດອັດຊີເຣຍວ່າ:
“ລາວຈະບໍ່ໄດ້ເຂົ້າມາໃນເມືອງນີ້
ຫລື ຍິງທະນູໃນຢູ່ນີ້.
ລາວຈະບໍ່ມາຖືໂລ່ຢູ່ໜ້າເມືອງ
ຫລື ສ້າງສິ່ງປິດລ້ອມໂຈມຕີເມືອງ.
ລາວມາທາງໃດກໍຈະກັບໄປທາງນັ້ນ;
ລາວຈະບໍ່ໄດ້ເຂົ້າມາໃນເມືອງນີ້”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
“ເຮົາຈະປົກປ້ອງ ແລະ ຊ່ວຍເມືອງນີ້ໄວ້,
ເພື່ອເຫັນແກ່ເຮົາເອງ ແລະ ເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ!”
ແລ້ວເທວະດາຂອງພຣະເຈົ້າຢາເວກໍອອກໄປຂ້າຄົນໃນຄ້າຍອັດຊີເຣຍ 185.000 ຄົນ ເຊົ້າມື້ຕໍ່ມາເມື່ອຜູ້ຄົນຕື່ນຂຶ້ນກໍເຫັນຊາກສົບກະຈາຍຢູ່! ກະສັດເຊັນນາເກຣິບແຫ່ງອັດຊີເຣຍຈຶ່ງສັ່ງໃຫ້ຮື້ຄ້າຍ ແລະ ຖອນທັບກັບໄປຍັງເມືອງນີເນເວ ແລະ ຢູ່ທີ່ນັ້ນ.
ມື້ໜຶ່ງຂະນະທີ່ນະມັດສະການຢູ່ໃນວິຫານຂອງລາວ ອັດຣາມເມເຫລັກ ແລະ ຊາເລເຊີລູກຊາຍຂອງລາວເອງໄດ້ຂ້າລາວດ້ວຍດາບ ແລ້ວໜີໄປຍັງດິນແດນອາຣາຣັດ ແລະ ເອສາຮັດໂດນລູກຊາຍອີກຄົນໜຶ່ງຂອງລາວຂຶ້ນປົກຄອງແທນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.