Biblica® Open Lao Contemporary Version
ເອຊາຢາ 36
ເຊັນນາເກຣິບຂົ່ມຂູ່ເຢຣູຊາເລັມ
(2ກສ 18:13,17-37; 2ຂຄ 32:9-19)
ໃນປີທີສິບສີ່ແຫ່ງການປົກຄອງຂອງກະສັດເຮເຊກີຢາ, ກະສັດເຊັນນາເກຣິບກະສັດແຫ່ງອັດຊີເຣຍມາໂຈມຕີ ແລະ ຢຶດເມືອງທີ່ມີປ້ອມປ້ອງກັນທັງໝົດຂອງຢູດາຍ ແລະ ຢຶດເມືອງໄດ້. ດັ່ງນັ້ນກະສັດອັດຊີເຣຍຈຶ່ງສົ່ງຜູ້ບັນຊາການພ້ອມດ້ວຍກອງທັບໃຫຍ່ຈາກລາກິດມາຫາກະສັດເຮເຊກີຢາທີ່ນະຄອນເຢຣູຊາເລັມ. ເມື່ອຜູ້ບັນຊາການຜູ້ນັ້ນມາຢຸດຢູ່ທີ່ທາງລະບາຍນ້ຳຂອງສະເບື້ອງເທິງ, ທີ່ເປັນເສັ້ນທາງສູ່ບ່ອນຊັກຜ້າ, ຜູ້ຮັບຜິດຊອບວັງເອລີອາກິມລູກຊາຍຂອງຮິນກີຢາ, ເຊັບນາເລຂາທິການ ແລະ ໂຢອາລູກຊາຍຂອງອາສັບຜູ້ບັນທຶກ ກໍອອກໄປພົບລາວ.
ຜູ້ບັນຊາການອັດຊີເຣຍເວົ້າຕໍ່ພວກເຂົາວ່າ, “ຈົ່ງໄປບອກເຮເຊກີຢາວ່າ:
“ ‘ນີ້ແມ່ນສິ່ງທີ່ກະສັດແຫ່ງອັດຊີເຣຍ, ກະສັດຜູ້ຍິ່ງໃຫຍ່, ເວົ້າວ່າ: ແມ່ນຫຍັງທີ່ເຮັດໃຫ້ເຈົ້າມີຄວາມໝັ້ນໃຈ? ທ່ານເວົ້າວ່າທ່ານມີຍຸດທະສາດ ແລະ ລິດອຳນາດ ແຕ່ນັ້ນກໍເປັນພຽງແຕ່ຄຳເວົ້າ ທ່ານເພິ່ງຜູ້ໃດຈຶ່ງກ້າກະບົດຕໍ່ຂ້າພະເຈົ້າ? ເບິ່ງແມ, ຂ້າພະເຈົ້າຮູ້ວ່າທ່ານເພິ່ງເອຢິບ, ເຊິ່ງເປັນເໝືອນໄມ້ຄ້ອນເທົ້າຕົ້ນອໍ້ທີ່ຫັກ ຜູ້ໃດທີ່ເອື່ອຍໃສ່ມັນກໍຖືກສ້ຽນຕຳເຈັບມື! ຜູ້ໃດທີ່ເພິ່ງກະສັດຟາໂຣແຫ່ງເອຢິບກໍເປັນແບບນີ້. ແລະ ຖ້າທ່ານເວົ້າກັບຂ້າພະເຈົ້າວ່າ, “ພວກເຮົາກຳລັງເພິ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ” ກໍແມ່ນພຣະເຈົ້າອົງນີ້ບໍ່ແມ່ນບໍທີ່ເຮເຊກີຢາໄດ້ທຳລາຍແທ່ນບູຊາກັບສະຖານບູຊາເທິງທີ່ສູງທັງຫລາຍ ແລະ ກ່າວກັບຊາວຢູດາຍ ແລະ ເຢຣູຊາເລັມວ່າ, “ພວກເຈົ້າຈະຕ້ອງນະມັດສະການທີ່ແທ່ນບູຊານີ້?”
“ ‘ມາ, ມາຕໍ່ລອງກັບກະສັດອັດຊີເຣຍນາຍຂອງຂ້າພະເຈົ້າວ່າ: ຂ້າພະເຈົ້າຈະໃຫ້ມ້າສອງພັນໂຕແກ່ທ່ານ ຖ້າທ່ານຫາຄົນຂີ່ມ້າມາໄດ້! ເຮັດແນວໃດພວກເຈົ້າຈະຕໍ່ສູ້ກັບຜູ້ປົກຄອງທີ່ນ້ອຍທີ່ສຸດຄົນໜຶ່ງຂອງນາຍເຮົາໄດ້, ເຖິງແມ່ນວ່າພວກເຈົ້າເພິ່ງພາລົດມ້າ ແລະ ມ້າຈາກເອຢິບກໍ່ຕາມ? ຫລາຍກວ່ານັ້ນ, ເຈົ້າຄິດວ່າເຮົາມາໂຈມຕີ ແລະ ທຳລາຍດິນແດນນີ້ໂດຍປາດສະຈາກພຣະເຈົ້າຢາເວບໍ? ພຣະເຈົ້າຢາເວເອງນັ້ນແຫລະທີ່ບອກໃຫ້ເຮົາຍົກທັບມາໂຈມຕີ ແລະ ທຳລາຍດິນແດນນີ້’ ”.
ແລ້ວເອລີອາກິມ, ເຊັບນາ ແລະ ໂຢອາກໍເວົ້າກັບນາຍທະຫານນັ້ນວ່າ, “ກະລຸນາເວົ້າກັບຜູ້ຮັບໃຊ້ຂອງທ່ານເປັນພາສາອາຣາມິກ, ເພາະພວກເຮົາຟັງເຂົ້າໃຈ. ຢ່າເວົ້າກັບພວກເຮົາເປັນພາສາເຮັບເຣີເລີຍ ຄົນທັງຫລາຍທີ່ຢູ່ເທິງກຳແພງຈະໄດ້ຍິນ”.
ແຕ່ນາຍທະຫານນັ້ນຕອບວ່າ “ນາຍເຮົາໃຊ້ເຮົາມາເວົ້າກັບເຈົ້າ ແລະ ນາຍຂອງເຈົ້າເທົ່ານັ້ນບໍ? ບໍ່ແມ່ນກັບພວກທີ່ນັ່ງຢູ່ເທິງກຳແພງນຳບໍ? ພວກນັ້ນກໍເໝືອນເຈົ້າ ຈະຕ້ອງກິນອາຈົມ ແລະ ດື່ມຍ່ຽວຂອງໂຕເອງ”.
ແລ້ວນາຍທະຫານອັດຊີເຣຍກໍຢືນຂຶ້ນ ແລະ ຮ້ອງບອກເປັນພາສາເຮັບເຣີວ່າ, “ຈົ່ງຟັງບັນດາຖ້ອຍຄຳຂອງກະສັດຜູ້ຍິ່ງໃຫຍ່, ຄືກະສັດແຫ່ງອັດຊີເຣຍ! ກະສັດກ່າວດັ່ງນີ້ວ່າ: ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງພວກເຈົ້າ. ລາວຊ່ວຍກູ້ພວກເຈົ້າບໍ່ໄດ້! ຢ່າປ່ອຍໃຫ້ເຮເຊກີຢາຊັກຈູງໃຈພວກເຈົ້າໃຫ້ວາງໃຈໃນພຣະເຈົ້າຢາເວ ຢ່າເຊື່ອເມື່ອລາວບອກວ່າ ‘ພຣະເຈົ້າຢາເວຈະ ຊ່ວຍກູ້ພວກເຮົາແນ່ນອນ; ເມືອງນີ້ຈະບໍ່ຕົກຢູ່ໃນກຳມືຂອງກະສັດອັດຊີເຣຍ’.
“ຢ່າໄປຟັງເຮເຊກີຢາ ກະສັດອັດຊີເຣຍກ່າວດັ່ງນີ້ວ່າ ໃຫ້ຈົງຮັກພັກດີຕໍ່ເຮົາ ແລະ ອອກມາຫາເຮົາ ແລ້ວພວກເຈົ້າທຸກຄົນຈະໄດ້ກິນອະງຸ່ນ ແລະ ໝາກເດື່ອຈາກສວນຂອງຕົນ ແລະ ດື່ມນ້ຳຈາກບໍ່ຂອງຕົນ ຈົນກວ່າເຮົາຈະມາພາພວກເຈົ້າໄປດິນແດນໜຶ່ງທີ່ຄືກັນກັບດິນແດນຂອງພວກເຈົ້າເອງ ເປັນດິນແດນທີ່ມີເມັດເຂົ້າ ເຫລົ້າອະງຸ່ນໃໝ່, ເຂົ້າຈີ່ ແລະ ສວນອະງຸ່ນອັນອຸດົມສົມບູນ.
“ຢ່າຍອມໃຫ້ເຮເຊກີຢາຕົວະພວກເຈົ້າໃຫ້ຫລົງຜິດ ເມື່ອລາວເວົ້າວ່າ, ‘ພຣະເຈົ້າຢາເວຈະຊ່ວຍກອບກູ້ພວກເຮົາ’. ມີພະຂອງຊາດໃດແດ່ທີ່ກອບກູ້ດິນແດນຂອງຕົນໃຫ້ພົ້ນຈາກມືກະສັດອັດຊີເຣຍໄດ້? ຢູ່ໃສບັນດາພະຂອງເມືອງຮາມັດ ແລະ ອັກປັດ? ຢູ່ໃສບັນດາພະຂອງເມືອງເສຟາກວາອິມ? ພະເຫລົ່ານັ້ນຊ່ວຍຊາມາເຣຍໃຫ້ພົ້ນຈາກມືຂອງເຮົາໄດ້ບໍ? ມີພະອົງໃດໃນຊົນຊາດເຫລົ່ານີ້ແດ່ທີ່ສາມາດຊ່ວຍດິນແດນຂອງຕົນໃຫ້ລອດພົ້ນຈາກເຮົາໄດ້? ແລ້ວພຣະເຈົ້າຢາເວຈະສາມາດຊ່ວຍກອບກູ້ເຢຣູຊາເລັມຈາກມືຂອງເຮົາໄດ້ບໍ?”
ແຕ່ເຫລົ່າປະຊາຊົນມິດງຽບ ບໍ່ໂຕ້ຕອບຈັກຄຳ ເພາະກະສັດໄດ້ກ່າວສັ່ງວ່າ “ຢ່າຕອບລາວ”.
ແລ້ວເຈົ້າກົມວັງເອລີອາກິມລູກຊາຍຂອງຮິນກີຢາ ເລຂາເຊັບນາ ແລະ ຜູ້ເບິ່ງແຍງຫລວງໂຢອາລູກຊາຍຂອງອາສັບຈຶ່ງກັບໄປພົບເຮເຊກີຢາດ້ວຍເສື້ອຜ້າຈີກຂາດ ແລະ ກາບທູນຕາມທີ່ແມ່ທັບອັດຊີເຣຍໄດ້ກ່າວໄວ້.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.