Biblica® Open Lao Contemporary Version
ເອຊາຢາ 35
ຄວາມຊື່ນຊົມຍິນດີຂອງຜູ້ທີ່ໄດ້ຮັບການໄຖ່
ທະເລຊາຍ ແລະ ດິນແດນທີ່ແຕກແຫງຈະຍິນດີ;
ຖິ່ນແຫ້ງແລ້ງກັນດານຈະຊື່ນຊົມຍິນດີ ແລະ ເບັ່ງບານ.
ດັ່ງດອກໄມ້ງາມ, ມັນຈະເບັ່ງບານ;
ມັນຈະຊື່ນຊົມຍິນດີຢ່າງໃຫຍ່ ແລະ ໂຫ່ຮ້ອງດ້ວຍຄວາມຍິນດີ.
ມັນຈະໄດ້ຮັບສະຫງ່າລາສີແຫ່ງເລບານອນ,
ຄວາມຮຸ່ງເຮືອງຂອງກາເມນ ແລະ ທົ່ງຊາໂຣນ;
ພວກເຂົາຈະເຫັນສະຫງ່າລາສີຂອງພຣະເຈົ້າຢາເວ,
ແລະ ລິດອຳນາດແຫ່ງພຣະເຈົ້າຂອງພວກເຮົາ.
ຈົ່ງເສີມກໍາລັງມືທີ່ອ່ອນແຮງ,
ຈົ່ງໃຫ້ຫົວເຂົ່າທີ່ອ່ອນແຮງໝັ້ນຄົງ;
ຈົ່ງກ່າວແກ່ຜູ້ທີ່ມີຈິດໃຈຢ້ານກົວວ່າ,
“ຈົ່ງເຂັ້ມແຂງ, ຢ່າຢ້ານເລີຍ;
ພຣະເຈົ້າຂອງເຈົ້າຈະມາ,
ພຣະອົງຈະມາພ້ອມກັບການແກ້ແຄ້ນ;
ພຣະອົງຈະມາເພື່ອຊ່ວຍກູ້ເຈົ້າ
ພ້ອມກັບການແກ້ແຄ້ນສັດຕູຂອງເຈົ້າ”.
ດັ່ງນັ້ນ ຕາຂອງຄົນຕາບອດຈະຖືກເປີດ
ແລະ ຫູຂອງຄົນຫູໜວກຈະໄດ້ຍິນ.
ຄົນຂາພິການຈະໂດດເຕັ້ນດັ່ງກວາງ
ແລະ ບັນດາຄົນໃບ້ຈະໂຫ່ຮ້ອງຍິນດີ
ນ້ຳຈະພຸ່ງຂຶ້ນໃນຖິ່ນແຫ້ງແລ້ງກັນດານ
ແມ່ນ້ຳທັງຫລາຍຈະໄຫລໃນບ່ອນແຫ້ງແລ້ງ.
ທະເລຊາຍອັນຮ້ອນເອົ້າຈະກາຍເປັນໜອງ,
ພື້ນດິນແຕກແຫງຈະກາຍເປັນຫ້ວຍນ້ຳພຸ.
ບ່ອນຮົກຮ້າງທີ່ເຄີຍເປັນບ່ອນຢູ່ອາໄສຂອງໝາໄນ,
ຈະມີຕົ້ນຫຍ້າ ແລະ ຕົ້ນອໍ້ ແລະ ຕົ້ນໝາກກອກຂຶ້ນມາ.
ຈະມີທາງຫລວງໃນທີ່ນັ້ນ;
ມັນຈະຖືກເອີ້ນວ່າ “ທາງແຫ່ງຄວາມບໍລິສຸດ”;
ຜູ້ທີ່ມີມົນທິນຈະບໍ່ເດີນໄປທາງນັ້ນ
ຈະສະຫງວນໄວ້ສຳລັບຜູ້ທີ່ດຳເນີນໃນທາງນັ້ນ;
ຄົນໂງ່ຄົນຊົ່ວຮ້າຍຈະບໍ່ໄປມາໃນທາງນັ້ນ.
ທີ່ນັ້ນບໍ່ມີໂຕສິງ,
ບໍ່ມີສັດຮ້າຍຢູ່ໃນທາງນັ້ນ;
ຈະບໍ່ພົບເຫັນພວກມັນຢູ່ທີ່ນັ້ນ.
ແຕ່ຜູ້ທີ່ໄດ້ຮັບການໄຖ່ໄວ້ແລ້ວເທົ່ານັ້ນທີ່ຈະເດີນໃນທາງນັ້ນ,
ແລະ ບັນດາຜູ້ທີ່ພຣະເຈົ້າຢາເວໄດ້ໄຖ່ໄວ້ຈະກັບມາ.
ພວກເຂົາຈະຮ້ອງເພງເຂົ້າເມືອງຊີໂອນ;
ຄວາມສຸກນິລັນດອນເປັນມົງກຸດປະດັບຫົວຂອງພວກເຂົາ.
ຄວາມປິຕິ ແລະ ຄວາມຊື່ນຊົມຍິນດີຢ່າງເຕັມລົ້ນຈະປົກຄຸມພວກເຂົາ,
ຄວາມທຸກໂສກ ແລະ ການທໍ້ຖ້ອຍໃຈຈະໝົດໄປ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.