Biblica® Open Lao Contemporary Version
ເອຊາຢາ 34
ການຕັດສິນລົງໂທດຊົນຊາດທັງຫລາຍ
ບັນດາປະຊາຊາດ, ຈົ່ງເຂົ້າມາໃກ້, ແລະ ຟັງ;
ປະຊາຊົນທັງຫລາຍ, ຈົ່ງຕັ້ງໃຈຟັງ!
ແຜ່ນດິນໂລກ ແລະ ທຸກສິ່ງໃນນັ້ນຈົ່ງຟັງ,
ທັງໂລກ, ແລະ ທຸກສິ່ງທີ່ອອກມາຈາກໂລກ!
ພຣະເຈົ້າຢາເວໃຈຮ້າຍຊົນຊາດທັງໝົດ;
ຄວາມໂກດຮ້າຍຂອງພຣະອົງຕໍ່ກອງທັບທັງໝົດຂອງພວກເຂົາ.
ພຣະອົງຈະທຳລາຍພວກເຂົາທັງໝົດ,
ແລະ ປະໃຫ້ພວກເຂົາຖືກຂ້າໝົດ.
ຮ່າງກາຍຂອງພວກເຂົາຈະຖືກຖິ້ມອອກໄປ,
ຊາກສົບຂອງພວກເຂົາຈະສົ່ງກິ່ນເນົ່າເໝັນ;
ພູເຂົາທັງຫລາຍຈະເຕັມໄປດ້ວຍເລືອດຂອງພວກເຂົາ.
ດວງດາວທັງໝົດໃນທ້ອງຟ້າຈະສູນສະຫລາຍ
ແລະ ສະຫວັນຖືກມ້ວນດັ່ງໜັງສືມ້ວນ;
ດວງດາວທັງຫລາຍຈະຕົກຈາກຟ້າ
ດັ່ງໃບອະງຸ່ນແຫ້ງຫລົ່ນຈາກເຄືອອະງຸ່ນ,
ດັ່ງຜົນໝາກເດື່ອຫ່ຽວແຫ້ງຈາກຕົ້ນ.
ເມື່ອດາບຂອງເຮົາດື່ມຈົນເຕັມອິ່ມໃນຟ້າສະຫວັນແລ້ວ;
ເບິ່ງແມ, ມັນຈະລົງມາພິພາກສາລົງໂທດເອໂດມ,
ຊົນຊາດທີ່ເຮົາໄດ້ທຳລາຍຈົນໝົດ.
ດາບຂອງພຣະເຈົ້າຢາເວອາບເລືອດ,
ມັນມີໄຂມັນເກາະ
ເປັນເລືອດລູກແກະ ແລະ ແບ້,
ເປັນໄຂມັນຈາກຫມາກໄຂ່ຫລັງແກະໂຕຜູ້,
ເພາະພຣະເຈົ້າຢາເວຈະໃຫ້ມີເຄື່ອງບູຊາໃນໂບຊະຣາ
ແລະ ການຂ້າຄັ້ງໃຫຍ່ໃນເອໂດມ.
ແລະ ງົວປ່າຈະລົ້ມລົງພ້ອມພວກເຂົາ.
ທັງລູກງົວ ແລະ ງົວກະທິງໃຫຍ່.
ດິນແດນຂອງພວກເຂົາຈະນອງເລືອດ,
ແລະ ຂີ້ຝຸ່ນດິນຈະຊຸ່ມດ້ວຍໄຂມັນ.
ເພາະພຣະເຈົ້າຢາເວມີມື້ທີ່ຈະແກ້ແຄ້ນ,
ມີປີທີ່ຈະຊົດໃຊ້ໃຫ້ຊີໂອນ.
ແມ່ນ້ຳທັງຫລາຍຂອງເອໂດມຈະກາຍເປັນຂຸມ,
ຂີ້ຝຸ່ນດິນຂອງນາງຈະກາຍເປັນໄຟລຸກໄໝ້;
ແຜ່ນດິນເອໂດມຈະກາຍເປັນຂຸມທີ່ລຸກໄໝ້!
ທັງເວັນທັງຄືນມັນຈະບໍ່ດັບ;
ຄວັນໄຟຂອງມັນພຸ່ງຂຶ້ນມາຊົ່ວນິດນິລັນດອນ.
ມັນຈະຮ້າງເປົ່າຕະຫລອດໄປທຸກຊົ່ວອາຍຸຄົນ;
ຈະບໍ່ມີຜູ້ໃດສັນຈອນໄປມາອີກເລີຍ.
ນົກເຄົ້າ ແລະ ນົກເຄົ້າແມວ ຈະຄອບຄອງບ່ອນນັ້ນ;
ນົກເຄົ້າໃຫຍ່ ແລະ ກາຈະເຮັດຮັງຢູ່ທີ່ນັ້ນ.
ພຣະເຈົ້າຈະດຶງສາຍວັດແທກແຫ່ງ
ຄວາມວຸ້ນວາຍ
ແລະ ເຊືອກແຫ່ງຄວາມຮ້າງເໜືອເອໂດມ.
ຜູ້ຍິ່ງໃຫຍ່ຂອງເອໂດມຈະບໍ່ເຫລືອສິ່ງໃດໃຫ້ເອີ້ນວ່າເປັນອານາຈັກອີກ,
ເຈົ້ານາຍທັງໝົດຂອງນາງຈະສູນສິ້ນໄປ.
ກົກໜາມຈະງອກຂຶ້ນປົກຄຸມປ້ອມປ້ອງກັນ,
ຫຍ້າ ແລະ ຟຸ່ມໜາມຈະງອກຂຶ້ນໃນປ້ອມຂອງເອໂດມ.
ມັນຈະກາຍເປັນບ່ອນຢູ່ຂອງໝາໄນ,
ເປັນບ້ານຂອງນົກເຄົ້າ.
ສັດປ່າໃນທະເລຊາຍຈະພົບກັບໝາປ່າ,
ແລະ ແບ້ປ່າຈະຮ້ອງຫາກັນ;
ບັນດາສັດແຫ່ງຕອນກາງຄືນຈະອາໄສຢູ່ທີ່ນັ້ນ
ແລະ ຫາບ່ອນພັກໃຫ້ໂຕມັນເອງ.
ນົກເຄົ້າຈະສ້າງຮັງ ແລະ ວາງໄຂ່ທີ່ນັ້ນ,
ມັນຈະຟັກລູກອອກມາ, ແລະ ເຝົ້າຮັກສາລູກນ້ອຍ
ປົກໄວ້ພາຍໃຕ້ປີກຂອງມັນ;
ພວກກາຈະມາຊຸມນຸມ
ກັນເປັນຄູ່ໆ.
ຈົ່ງຄົ້ນເບິ່ງ ແລະ ອ່ານຈາກໜັງສືມ້ວນຂອງພຣະເຈົ້າຢາເວ ແລະ ຈະພົບວ່າ:
ສັດເຫລົ່ານີ້ຈະບໍ່ຂາດຫາຍໄປຈັກໂຕ,
ບໍ່ມີໂຕໃດບໍ່ມີຄູ່.
ເພາະພຣະເຈົ້າກ່າວສັ່ງໄວ້ ດ້ວຍປາກຂອງພຣະອົງເອງ,
ແລະ ພຣະວິນຍານຂອງພຣະອົງຈະລວມພວກມັນເຂົ້າດ້ວຍກັນ.
ພຣະອົງແບ່ງປັນສ່ວນຕ່າງໆຂອງດິນແດນພວກມັນ;
ມືຂອງພຣະອົງຈັດໃຫ້ຕາມເຊືອກວັດແທກ.
ພວກມັນຈະໄດ້ຄອບຄອງຕະຫລອດໄປ
ແລະ ອາໄສຢູ່ທີ່ນັ້ນຕະຫລອດທຸກຊົ່ວອາຍຸຄົນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.