Biblica® Open Lao Contemporary Version
ເອຊາຢາ 33
ຄວາມທຸກ ແລະ ການຊ່ວຍເຫລືອ
ວິບັດແກ່ເຈົ້າ, ຜູ້ທຳລາຍ,
ເຈົ້າຜູ້ບໍ່ເຄີຍຖືກທຳລາຍມາກ່ອນ!
ວິບັດແກ່ເຈົ້າ, ຄົນທໍລະຍົດ,
ເຈົ້າຜູ້ບໍ່ເຄີຍຖືກທໍລະຍົດມາກ່ອນ!
ເມື່ອເຈົ້າຢຸດທຳລາຍ,
ເຈົ້າຈະຖືກທຳລາຍ;
ເມື່ອເຈົ້າຢຸດທໍລະຍົດ,
ເຈົ້າຈະຖືກທໍລະຍົດ.
ຂ້າແດ່ພຣະເຈົ້າຢາເວ, ໂຜດເມດຕາພວກຂ້ານ້ອຍດ້ວຍ.
ພວກຂ້ານ້ອຍສະແຫວງຫາພຣະອົງ.
ຂໍເປັນກຳລັງຂອງພວກຂ້ານ້ອຍທຸກເຊົ້າ,
ເປັນຄວາມພົ້ນຂອງພວກຂ້ານ້ອຍໃນຍາມທຸກລຳບາກ.
ເມື່ອກອງທັບຂອງພຣະອົງໂຫ່ຮ້ອງ, ປະຊາຊົນກໍປົບໜີໄປ;
ເມື່ອພຣະອົງລຸກຂຶ້ນ, ຊົນຊາດຕ່າງໆກໍກະຈັດກະຈາຍໄປ.
ປະຊາຊາດທັງຫລາຍ, ເຄື່ອງທີ່ພວກເຈົ້າປຸ້ນມາ ຈະຖືກເກັບກ່ຽວໂດຍຝູງຕັກແຕນໜຸ່ມ;
ດັ່ງຝູງຕັກແຕນທີ່ປະຊາຊົນຄຸບເອົາ.
ພຣະເຈົ້າຢາເວເປັນທີ່ຍົກຍ້ອງ, ເພາະພຣະອົງຢູ່ໃນບ່ອນສູງສົ່ງ;
ພຣະອົງຈະເຮັດໃຫ້ຊີໂອນເຕັມໄປດ້ວຍຄວາມຍຸຕິທຳ ແລະ ຄວາມຊອບທຳ.
ພຣະອົງຈະເປັນຄວາມໝັ້ນຄົງສຳລັບວັນເວລາຂອງພວກເຈົ້າ,
ເປັນຄັງອັນຮັ່ງມີແຫ່ງຄວາມພົ້ນ ສະຕິປັນຍາ ແລະ ຄວາມຮູ້;
ການຢຳເກງພຣະເຈົ້າຢາເວເປັນກຸນແຈໄຂຄັງນີ້.
ເບິ່ງແມ, ບັນດາຜູ້ກ້າຫານຂອງພວກເຂົາຮ້ອງໄຫ້ສຽງດັ່ງກາງຖະໜົນ;
ຄະນະທູດແຫ່ງສັນຕິຮ້ອງໄຫ້ຢ່າງຂົມຂື່ນ.
ທາງຫລວງກໍຮົກຮ້າງ,
ຕາມຖະໜົນຫົນທາງບໍ່ມີຜູ້ສັນຈອນ.
ຄໍາໝັ້ນສັນຍາຖືກລະເມີດ,
ບັນດາພະຍານຖືກດູໜິ່ນ,
ບໍ່ມີຜູ້ໃດໄດ້ຮັບຄວາມເຄົາລົບ.
ດິນແດນຫ່ຽວແຫ້ງ ແລະ ຊຸດໂຊມ,
ເລບານອນອັບອາຍ ແລະ ຫ່ຽວແຫ້ງໄປ;
ທົ່ງຊາໂຣນເປັນດັ່ງອາຣາບາ,
ບາຊານ ແລະ ກາເມນໃບໄມ້ກໍຫລົ່ນລົງ.
ພຣະເຈົ້າຢາເວກ່າວວ່າ, “ບັດນີ້ເຮົາຈະລຸກຂຶ້ນ.
ບັດນີ້ເຮົາຈະໄດ້ຮັບການຍົກຍ້ອງ.
ບັດນີ້ເຮົາຈະໄດ້ຮັບການຍົກຂຶ້ນ,
ເຈົ້າຕັ້ງທ້ອງແກບ,
ເຈົ້າໃຫ້ກຳເນີດເຟືອງ;
ລົມຫາຍໃຈຂອງເຈົ້າເປັນໄຟເຜົາຜານເຈົ້າ.
ປະຊາຊົນທັງຫລາຍຈະຖືກເຜົາໄໝ້ເປັນຂີ້ເຖົ່າ;
ຄືຟຸ່ມໜາມທີ່ຖືກຕັດ ພວກເຂົາຈະຖືກເຜົາ”.
ເຈົ້າຜູ້ຢູ່ໄກ, ຈົ່ງຟັງສິ່ງທີ່ເຮົາໄດ້ເຮັດ;
ເຈົ້າຜູ້ຢູ່ໃກ້ ຈົ່ງຮັບຮູ້ອຳນາດຂອງເຮົາ!
ພວກຄົນບາບໃນຊີໂອນຢ້ານກົວຈົນຕົວສັ່ນ;
ຄົນທີ່ບໍ່ນັບຖືພຣະເຈົ້າໂຕສັ່ນເຊັນ:
“ມີຜູ້ໃດໃນພວກເຮົາຢູ່ກັບໄຟທີ່ເຜົາຜານນີ້ໄດ້?
ມີຜູ້ໃດໃນພວກເຮົາຢູ່ກັບການເຜົາໄໝ້ຊົ່ວນິລັນດອນໄດ້?”
ຜູ້ທີ່ດຳເນີນຢ່າງຊອບທຳ
ແລະ ກ່າວສິ່ງທີ່ຖືກຕ້ອງ,
ຜູ້ປະຕິເສດປະໂຫຍດຈາກການບີບບັງຄັບ
ຜູ້ຮັກສາມືຂອງພວກເຂົາບໍ່ຮັບສິນບົນ,
ຜູ້ອັດຫູບໍ່ຍອມຟັງແຜນການຂ້າຄົນ
ແລະ ປິດຕາບໍ່ເຫັນດີກັບການວາງແຜນຊົ່ວ
ພວກເຂົາຄືຜູ້ໜຶ່ງທີ່ຈະອາໄສຢູ່ເທິງທີ່ສູງ,
ປ້ອມປ້ອງກັນເທິງພູເຂົາຈະເປັນບ່ອນລີ້ໄພຂອງພວກເຂົາ.
ອາຫານຂອງພວກເຂົາຈະຖືກຈັດຕຽມໄວ້,
ແລະ ນໍ້າຈະມີບໍ່ຂາດ.
ຕາຂອງພວກເຈົ້າຈະເຫັນກະສັດຜູ້ງົດງາມ
ແລະ ເຫັນດິນແດນທີ່ຢຽດອອກໄປ.
ໃນຄວາມຄິດຂອງພວກເຈົ້າ ພວກເຈົ້າຈະລະນຶກເຖິງຄວາມຢ້ານແຕ່ກ່ອນວ່າ:
“ເຈົ້ານາຍຄົນນັ້ນຢູ່ໃສ?
ຜູ້ເກັບຊ່ວຍສາອາກອນນັ້ນຢູ່ທີ່ໃດ?
ເຈົ້າໜ້າທີ່ຜູ້ເບິ່ງແຍງປ້ອມຍາມຕ່າງໆໄປໃສແລ້ວ?”
ພວກເຈົ້າຈະບໍ່ເຫັນຄົນຈອງຫອງເຫລົ່ານີ້ອີກ,
ຜູ້ທີ່ເວົ້າຈາຄຸມເຄືອ,
ຜູ້ທີ່ມີສຳນຽງພາສາແປກໆ ແລະ ເຂົ້າໃຈຍາກ.
ຈົ່ງເບິ່ງຊີໂອນ, ນະຄອນແຫ່ງເທດສະການຕ່າງໆຂອງພວກເຮົາ;
ຕາຂອງພວກເຈົ້າຈະເຫັນເຢຣູຊາເລັມ,
ບ່ອນພັກອັນສະຫງົບສຸກ, ເຕັນ ທີ່ບໍ່ຕ້ອງເຄື່ອນຍ້າຍຫລັກສຽບ;
ເສົາຈະບໍ່ຖືກຖອນຈັກເທື່ອ,
ແລະ ເຊືອກກໍບໍ່ຖືກຕັດຂາດ.
ທີ່ນັ້ນ ພຣະເຈົ້າຢາເວຈະເປັນອົງຜູ້ມີລິດອໍານາດຍິ່ງໃຫຍ່ຂອງພວກເຮົາ.
ມັນຈະເປັນດິນແດນແຫ່ງບັນດາແມ່ນ້ຳ ແລະ ຫ້ວຍ.
ບໍ່ມີເຮືອຫາງເສືອໃຫຍ່ແລ່ນ,
ບໍ່ມີເຮືອໃຫຍ່ໂອລານຜ່ານ.
ເພາະວ່າພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ,
ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍແກ່ພວກເຮົາ;
ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ;
ແມ່ນພຣະອົງເອງທີ່ຈະຊ່ວຍພວກເຮົາໃຫ້ລອດພົ້ນ.
ເຊືອກຜ້າໃບໃນເຮືອຂອງເຈົ້າກໍຍານ:
ເສົາເຮືອກໍສັ່ນຄອນ,
ໃບເຮືອກໍບໍ່ກາງອອກ.
ແລ້ວເຄື່ອງທີ່ປຸ້ນມາໄດ້ຫລວງຫລາຍນັ້ນກໍຈະຖືກແບ່ງປັນ
ແລະ ແມ່ນແຕ່ຄົນເປັ້ຍກໍຈະລັກເອົາໄປ.
ບໍ່ມີຜູ້ໃດທີ່ອາໄສໃນຊີໂອນຈະເວົ້າວ່າ, “ຂ້ອຍປ່ວຍ”;
ແລະ ບາບທັງຫລາຍຂອງຜູ້ທີ່ອາໄສຢູ່ທີ່ນັ້ນຈະໄດ້ຮັບການອະໄພ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.