Biblica® Open Lao Contemporary Version
ເອຊາຢາ 32
ອານາຈັກແຫ່ງຄວາມຊອບທຳ
ເບິ່ງແມ, ກະສັດອົງໜຶ່ງຈະປົກຄອງດ້ວຍຄວາມຊອບທຳ
ແລະ ບັນດາເຈົ້ານາຍຈະປົກຄອງດ້ວຍຄວາມຍຸຕິທຳ.
ແຕ່ລະຄົນຈະເປັນດັ່ງບ່ອນກໍາບັງຈາກລົມ
ແລະ ເປັນບ່ອນລີ້ໄພຈາກພະຍຸ,
ດັ່ງແມ່ນ້ຳຫລາຍສາຍໃນຖິ່ນແຫ້ງແລ້ງກັນດານ
ແລະ ຮົ່ມເງົາຂອງສີລາໃຫຍ່ໃນດິນແດນອັນແຫ້ງແລ້ງ.
ດັ່ງນັ້ນ ສາຍຕາຂອງຜູ້ທີ່ເບິ່ງເຫັນຈະບໍ່ຖືກປິດອີກຕໍ່ໄປ,
ແລະ ຫູຂອງບັນດາຜູ້ທີ່ໄດ້ຍິນຈະຟັງ.
ຫົວໃຈຂອງຜູ້ທີ່ຢໍາເກງຈະຮູ້ ແລະ ເຂົ້າໃຈ,
ແລະ ລີ້ນກະຕຸກກະຕັກຈະເວົ້າໄດ້ດີ ແລະ ຊັດເຈນ.
ຄົນໂງ່ຈະບໍ່ໄດ້ຮັບການຍົກຍ້ອງວ່າຍິ່ງໃຫຍ່ອີກຕໍ່ໄປ
ທັງພວກອັນທະພານຈະບໍ່ໄດ້ຮັບຄວາມເຄົາລົບນັບຖືຢ່າງສູງອີກ.
ເພາະຄົນໂງ່ເວົ້າແຕ່ເລື່ອງໂງ່,
ຫົວໃຈຂອງພວກເຂົາໜັກໄປໃນທາງຊົ່ວຮ້າຍ:
ພວກເຂົາປະພຶດຊົ່ວ
ແລະ ເຜີຍແຜ່ເລື່ອງພຣະເຈົ້າຢາເວຢ່າງຜິດໆ;
ພວກເຂົາບໍ່ໄດ້ໃຫ້ສິ່ງໃດແກ່ຜູ້ທີ່ຫິວ
ແລະ ບໍ່ຍອມໃຫ້ນ້ຳກັບຄົນທີ່ຫິວນໍ້າ.
ພວກຊົ່ວໃຊ້ວິທີການຊົ່ວຮ້າຍ,
ພວກເຂົາວາງແຜນຊົ່ວ
ເພື່ອທຳລາຍຄົນທຸກຍາກດ້ວຍຄຳຕົວະ,
ເຖິງແມ່ນວ່າຄຳອ້ອນວອນຂອງຄົນຂັດສົນນັ້ນຖືກຕ້ອງທ່ຽງທຳ.
ແຕ່ຄົນທີ່ມີກຽດ ວາງແຜນຢ່າງດີ,
ພວກເຂົາຢືນຢູ່ດ້ວຍການກະທໍາທີ່ຖືກຕ້ອງສູງສົ່ງ.
ແມ່ຍິງຂອງເຢຣູຊາເລັມ
ພວກເຈົ້າ ບັນດາແມ່ຍິງທີ່ໃຊ້ຊີວິດຢ່າງສຸກສະບາຍ,
ຈົ່ງລຸກຂຶ້ນ ແລະ ຟັງເຮົາ;
ພວກເຈົ້າລູກສາວຜູ້ຮູ້ສຶກປອດໄພ,
ຈົ່ງຟັງສິ່ງທີ່ເຮົາຈະເວົ້າ!
ໃນເວລາປີປາຍ
ພວກເຈົ້າຜູ້ທີ່ຮູ້ສຶກປອດໄພຈະໂຕສັ່ນ;
ການເກັບກ່ຽວໝາກອະງຸ່ນຈະລົ້ມເຫລວ
ແລະ ບໍ່ມີການເກັບກ່ຽວຫມາກໄມ້.
ຈົ່ງສັ່ນສະທ້ານ, ຍິງຜູ້ສຸກສະບາຍ;
ຈົ່ງໂຕສັ່ນ, ພວກເຈົ້າບັນດາລູກສາວຜູ້ຮູ້ສຶກປອດໄພ!
ຈົ່ງແກ້ເຄື່ອງນຸ່ງອອກ
ແລະ ນຸ່ງເສື້ອຜ້າກະສອບເຂົ້າ.
ຈົ່ງຕີເອິກໂຕເອງສໍາລັບທົ່ງນາທັງຫລາຍທີ່ສະຫງົບສຸກ,
ເພາະເຄືອອະງຸ່ນທີ່ເກີດຜົນຫລາຍ
ແລະ ເພາະດິນແດນແຫ່ງປະຊາຊົນຂອງເຮົາ,
ທີ່ຮົກໄປດ້ວຍໜາມນ້ອຍ ແລະ ໜາມໃຫຍ່
ແມ່ນແລ້ວ, ຈົ່ງໄວ້ທຸກໃຫ້ບ້ານເຮືອນທັງໝົດທີ່ມ່ວນຊື່ນ
ແລະ ໃຫ້ນະຄອນຂີ້ເມົາແຫ່ງນີ້.
ປ້ອມປ້ອງກັນຈະຖືກປະຖິ້ມຮ້າງ,
ນະຄອນທີ່ອຶກກະທຶກຈະຖືກປະຖິ້ມ;
ທີ່ໝັ້ນ ແລະ ປ້ອມຍາມຈະກາຍເປັນດິນແດນຮ້າງຕະຫລອດໄປເປັນນິດ,
ເປັນບ່ອນຊື່ນຊົມຍິນດີຂອງລໍປ່າ, ເປັນທົ່ງຫຍ້າສຳລັບຝູງແກະ,
ຈົນພຣະວິນຍານຈະຖືກເທຈາກເບື້ອງເທິງລົງມາເໜືອພວກເຮົາ,
ຖິ່ນແຫ້ງແລ້ງກັນດານກັບກາຍເປັນທົ່ງນາອັນອຸດົມສົມບູນ,
ແລະ ທົ່ງນາອັນອຸດົມສົມບູນເບິ່ງຄືປ່າ.
ຄວາມຍຸຕິທຳຈະຢູ່ໃນຖິ່ນແຫ້ງແລ້ງກັນດານ,
ແລະ ຄວາມຊອບທຳຈະອາໄສໃນທົ່ງນາອັນອຸດົມສົມບູນ.
ຜົນຂອງຄວາມຊອບທຳຄືສັນຕິສຸກ;
ສິ່ງທີ່ເກີດຈາກຄວາມຊອບທຳຄືຄວາມສະຫງົບ ແລະ ຄວາມໝັ້ນໃຈຕະຫລອດໄປ.
ຊົນຊາດຂອງເຮົາຈະອາໄສຢູ່ໃນທີ່ສະຖິດອັນສະຫງົບສຸກ,
ໃນບ້ານທີ່ປອດໄພ,
ໃນບ່ອນພັກທີ່ປາສະຈາກການລົບກວນ.
ເຖິງແມ່ນວ່າໝາກເຫັບຈະເຮັດໃຫ້ປ່າລຽບ
ແລະ ນະຄອນນັ້ນລຽບພຽງເປັນໜ້າກອງ,
ແຕ່ພວກເຈົ້າຈະເປັນພຣະພອນຫລາຍສໍ່າໃດ,
ເມື່ອພວກເຈົ້າໄດ້ຫວ່ານເມັດພືດຂອງພວກເຈົ້າຢູ່ແຄມນໍ້າທຸກແຫ່ງ,
ແລະ ປ່ອຍຝູງງົວ ແລະ ຝູງລໍຂອງພວກເຈົ້າຢູ່ຢ່າງອິດສະຫລະ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.