Biblica® Open Lao Contemporary Version
ເອຊາຢາ 31
ວິບັດແກ່ບັນດາຜູ້ທີ່ເພິ່ງພາເອຢິບ
ວິບັດແກ່ບັນດາຜູ້ທີ່ລົງໄປຂໍຄວາມຊ່ວຍເຫລືອຈາກເອຢິບ,
ຜູ້ທີ່ເພິ່ງມ້າ,
ຜູ້ທີ່ໄວ້ວາງໃຈໃນກອງລົດຮົບອັນຫລວງຫລາຍຂອງພວກເຂົາ
ແລະ ໃນກຳລັງມະຫາສານແຫ່ງທະຫານມ້າຂອງພວກເຂົາ,
ແຕ່ບໍ່ໄດ້ເພິ່ງພາອົງບໍລິສຸດແຫ່ງອິດສະຣາເອນ,
ຫລື ສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວ.
ພຣະເຈົ້າສະຫຼາດຫລາຍ ແລະ ສາມາດນໍາໄພພິບັດມາໄດ້;
ພຣະອົງກ່າວແລ້ວບໍ່ຄືນຄຳ.
ພຣະອົງຈະລຸກຂຶ້ນຕໍ່ສູ້ກັບຊົນຊາດທີ່ຊົ່ວຮ້າຍ,
ຕໍ່ສູ້ກັບຄົນທີ່ຊ່ວຍເຫລືອຄົນເຮັດຊົ່ວ;
ຊາວເອຢິບເປັນພຽງມະນຸດບໍ່ແມ່ນພຣະເຈົ້າ;
ມ້າຂອງພວກເຂົາເປັນພຽງເລືອດເນື້ອບໍ່ແມ່ນວິນຍານ.
ເມື່ອພຣະເຈົ້າຢາເວຍື່ນມືອອກມາ,
ຄົນທີ່ຊ່ວຍກໍຈະສະດຸດ,
ບັນດາຄົນທີ່ໄດ້ຮັບຄວາມຊ່ວຍເຫລືອກໍຈະລົ້ມລົງ;
ທັງໝົດຈະຈິບຫາຍໄປນໍາກັນ.
ພຣະເຈົ້າຢາເວເວົ້າກັບຂ້າພະເຈົ້າວ່າ:
“ເມື່ອສິງແຜດສຽງຮ້ອງ,
ສິງໃຫຍ່ຮ້ອງໃສ່ເຫຍື່ອ
ເຖິງວ່າຄົນລ້ຽງແກະກຸ່ມໃຫຍ່ຖືກ
ເອີ້ນມາຊຸມນຸມເພື່ອຕໍ່ສູ້ມັນ,
ສິງກໍບໍ່ຕົກໃຈກັບສຽງໂຫ່ຮ້ອງຂອງພວກເຂົາ,
ຫລື ຖືກລົບກວນດ້ວຍສຽງໂຫ່ຮ້ອງຂອງພວກເຂົາ
ດັ່ງນັ້ນ ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະລົງມາ
ເພື່ອເຮັດເສິກເທິງພູເຂົາຊີໂອນ ແລະ ບ່ອນສູງຕ່າງໆ.
ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະປົກປ້ອງນະຄອນເຢຣູຊາເລັມໄວ້;
ດັ່ງຝູງນົກບິນເວີ່ນໄປມາເທິງຫົວ,
ພຣະອົງຈະຄຸ້ມຄອງ ແລະ ຊ່ວຍກູ້ເຢຣູຊາເລັມ,
ພຣະອົງຈະ ‘ຜ່ານໄປ’ ແລະ ຈະຊ່ວຍໃຫ້ລອດພົ້ນ”.
ປະຊາຊົນອິດສະຣາເອນ, ຈົ່ງກັບມາ, ຫາພຣະອົງຜູ້ທີ່ພວກເຈົ້າໄດ້ກະບົດຕໍ່ສູ້ຢ່າງຮ້າຍແຮງ. ເພາະໃນມື້ນັ້ນ ພວກເຈົ້າທຸກຄົນຈະຖິ້ມຮູບເຄົາລົບເງິນ ແລະ ຄໍາທີ່ພວກເຈົ້າໄດ້ສ້າງຂຶ້ນດ້ວຍມືອັນບາບໜາ.
“ອັດຊີເຣຍຈະລົ້ມຕາຍດ້ວຍດາບທີ່ບໍ່ແມ່ນຂອງມະນຸດ;
ດາບທີ່ບໍ່ແມ່ນຂອງມະນຸດ, ຈະກືນກິນຊີວິດຂອງພວກເຂົາ.
ພວກເຂົາຈະປົບໜີຈາກດາບ
ແລະ ຄົນໜຸ່ມຂອງພວກເຂົາຈະຖືກບັງຄັບໃຫ້ໃຊ້ເຮັດວຽກໜັກ.
ທີ່ໝັ້ນຂອງພວກເຂົາຈະພັງລົງເພາະຄວາມຢ້ານ;
ບັນດານາຍທະຫານຂອງພວກເຂົາຈະຢ້ານກົວຫລາຍທີ່ສຸດ ເມື່ອເຫັນທຸງໄຊ”,
ພຣະເຈົ້າຢາເວ ໄດ້ປະກາດດັ່ງນັ້ນ,
ໄຟຂອງພຣະອົງຢູ່ໃນຊີໂອນ,
ເຕົາຫລອມຂອງພຣະອົງຢູ່ໃນເຢຣູຊາເລັມ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.