Biblica® Open Lao Contemporary Version
ເອຊາຢາ 30
ວິບັດແກ່ຊົນຊາດທີ່ດື້ດ້ານ
ພຣະເຈົ້າຢາເວປະກາດວ່າ,
“ວິບັດແກ່ລູກຫລານທີ່ດື້ດ້ານ,
ແກ່ຜູ້ທີ່ເຮັດຕາມແຜນການທີ່ບໍ່ໄດ້ມາຈາກເຮົາ,
ເຮັດສັນຍາພັນທະມິດໂດຍບໍ່ໄດ້ອາໄສວິນຍານຂອງເຮົາ,
ເຮັດບາບຊ້ອນບາບ;
ຜູ້ໃດລົງໄປຍັງເອຢິບ
ໂດຍບໍ່ປຶກສາເຮົາ;
ຜູ້ໃດຊອກຫາການປົກປ້ອງຄຸ້ມຄອງຈາກກະສັດຟາໂຣ,
ຂໍລີ້ໄພພາຍໃຕ້ຮົ່ມເງົາຂອງເອຢິບ.
ແຕ່ການປົກປ້ອງຄຸ້ມຄອງຂອງກະສັດຟາໂຣຈະກັບກາຍເປັນຄວາມອັບອາຍແກ່ເຈົ້າ,
ຮົ່ມເງົາຂອງເອຢິບຈະເຮັດໃຫ້ເຈົ້າອັບອາຍຂາຍໜ້າ.
ເຖິງແມ່ນພວກເຂົາຈະມີກອງທະຫານຢູ່ໃນໂຊອານ
ແລະ ບັນດາທູດຂອງພວກເຂົາໄດ້ໄປເຖິງຮາເນັດ,
ທຸກຄົນກໍຈະຕ້ອງອັບອາຍຂາຍໜ້າ
ເພາະຊົນຊາດທີ່ບໍ່ມີປະໂຫຍດແກ່ພວກເຂົາ,
ຜູ້ບໍ່ໃຫ້ຄວາມຊ່ວຍເຫລືອ ຫລື ປະໂຫຍດອັນໃດ,
ໃຫ້ແຕ່ຄວາມອັບອາຍ ແລະ ຄວາມຜິດຫວັງ”.
ຄໍາທໍານວາຍກ່ຽວກັບສັດຕ່າງໆແຫ່ງເນເກັບມີດັ່ງນີ້:
ເດີນທາງຜ່ານດິນແດນອັນຍາກລຳບາກ ແລະ ອັນຕະລາຍ,
ດິນແດນແຫ່ງສິງຜູ້ ແລະ ສິງແມ່,
ດິນແດນແຫ່ງງູພິດ ແລະ ມັງກອນທີ່ເຫາະໄດ້,
ຄະນະທູດຂົນຊັບສົມບັດມາເທິງຫລັງລໍຜູ້,
ພວກເຂົາບັນທຸກຂອງຂັວນລາຄາແພງເທິງຫລັງອູດ,
ເພື່ອໄປສູ່ຊົນຊາດທີ່ໄຮ້ປະໂຫຍດ,
ໄປຍັງເອຢິບ, ທີ່ຄວາມຊ່ວຍເຫລືອຂອງພວກເຂົາບໍ່ມີປະໂຫຍດຢ່າງແທ້ຈິງ.
ເຫດສະນັ້ນ ເຮົາຈຶ່ງເອີ້ນເອຢິບວ່າ
ລາຫັບຜູ້ບໍ່ໄດ້ເຮັດຫຍັງ.
ບັດນີ້, ຈົ່ງໄປຂຽນໄວ້ເທິງແຜ່ນຫີນສຳລັບພວກເຂົາ,
ຂຽນມັນລົງໃນໜັງສືມ້ວນ,
ເພື່ອວັນທີ່ຈະມາເຖິງ
ມັນຈະໄດ້ເປັນພະຍານຫລັກຖານຕະຫລອດໄປ.
ເພາະຄົນເຫລົ່ານີ້ເປັນປະຊາຊົນທີ່ກະບົດ, ເປັນລູກຫລານທີ່ຫລອກລວງ,
ລູກຫລານທີ່ບໍ່ຢາກຮັບຟັງຄຳສອນຂອງພຣະເຈົ້າຢາເວ.
ພວກເຂົາບອກຜູ້ທຳນວາຍວ່າ,
“ຢ່າເຫັນນິມິດຕ່າງໆອີກຕໍ່ໄປ!”
ແລະ ບອກຜູ້ທຳນວາຍວ່າ,
“ຢ່າບອກນິມິດເຖິງສິ່ງທີ່ຖືກຕ້ອງແກ່ພວກເຮົາອີກເລີຍ!
ບອກພວກເຮົາແຕ່ສິ່ງທີ່ໜ້າຟັງ,
ທໍານວາຍພາບທີ່ລວງຕາກໍພໍ.
ຈົ່ງໜີໄປຈາກທາງນີ້,
ຈົ່ງອອກໄປຈາກທາງນີ້,
ແລະ ຢຸດປະເຊີນໜ້າກັບພວກເຮົາ
ດ້ວຍອົງບໍລິສຸດແຫ່ງອິດສະຣາເອນ!”
ເຫດສະນັ້ນ ນີ້ແມ່ນສິ່ງທີ່ອົງບໍລິສຸດແຫ່ງອິດສະຣາເອນກ່າວວ່າ:
“ເພາະເຈົ້າປະຖິ້ມຖ້ອຍຄຳນີ້,
ໄປວາງໃຈການກົດຂີ່ຂົ່ມເຫັງ
ແລະ ອາໄສການຫລອກລວງ,
ບາບນີ້ຈະເປັນດັ່ງ
ດັ່ງກໍາແພງສູງ, ທີ່ແຕກອອກ ແລະ ໂນນອອກມາ,
ແລ້ວກໍລົ້ມລົງທັນທີໃນຊົ່ວພັບຕາດຽວ.
ມັນຈະແຕກເປັນປ່ຽງນ້ອຍໆດັ່ງໝໍ້ດິນ,
ທີ່ຖືກທຸບລະອຽດຢ່າງບໍ່ປານີ
ຈົນຫາເສດຈັກປ່ຽງບໍ່ໄດ້
ທີ່ຈະເອົາຖ່ານອອກຈາກເຕົາ
ຫລື ຕັກນ້ຳໜ້ອຍໜຶ່ງຈາກນ້ຳສ້າງກໍບໍ່ໄດ້ເລີຍ”.
ນີ້ຄືສິ່ງທີ່ພຣະເຈົ້າຢາເວ ອົງເຈົ້ານາຍ, ອົງບໍລິສຸດແຫ່ງອິດສະຣາເອນ, ກ່າວວ່າ:
“ໂດຍການກັບໃຈ ແລະ ການຢຸດພັກ ເຈົ້າຈະພົ້ນ,
ໃນຄວາມມິດງຽບ ແລະ ການໄວ້ວາງໃຈຄືກໍາລັງຂອງເຈົ້າ,
ແຕ່ເຈົ້າບໍ່ມີສິ່ງເຫລົ່ານີ້ເລີຍ.
ເຈົ້າເວົ້າວ່າ, ‘ບໍ່, ພວກເຮົາຈະຂຶ້ນຫລັງມ້າໜີໄປ’.
ເຫດສະນັ້ນ ເຈົ້າຈຶ່ງຈະໜີໄປ!
ເຈົ້າໄດ້ເວົ້າວ່າ, ‘ພວກເຮົາຈະຂີ່ມ້າໄວໜີໄປ’.
ເຫດສະນັ້ນ ບັນດາຜູ້ໄລ່ຕາມເຈົ້າຈະມາໄວຫລາຍ!
ຄົນພັນຄົນຈະປົບໜີ
ເພາະຄຳຂູ່ຂອງຄົນຄົນດຽວ;
ເພາະຄຳຂູ່ເຂັນຂອງຄົນຫ້າຄົນ
ພວກເຈົ້າທັງໝົດຈະໜີໄປ,
ຈົນພວກເຈົ້າເຫລືອຢູ່ນ້ອຍດຽວ
ດັ່ງເສົາທຸງເທິງຈອມພູ,
ຄືທຸງສັນຍານທີ່ປັກໄວ້ເທິງເນີນພູ”.
ເຖິງປານນັ້ນພຣະເຈົ້າຢາເວຍັງປາຖະໜາຈະເມດຕາເຈົ້າ;
ເຫດສະນັ້ນ ພຣະອົງຈະລຸກຂຶ້ນເພື່ອສະແດງຄວາມເມດຕາສົງສານຕໍ່ເຈົ້າ.
ເພາະພຣະເຈົ້າຢາເວເປັນພຣະເຈົ້າແຫ່ງຄວາມຍຸຕິທຳ.
ພຣະພອນມີແກ່ທຸກຄົນທີ່ລໍຄອຍຖ້າພຣະອົງ!
ປະຊາຊົນຊີໂອນ, ຜູ້ອາໄສໃນເຢຣູຊາເລັມ, ພວກເຈົ້າຈະບໍ່ຮ້ອງໄຫ້ອີກ. ເມື່ອພວກເຈົ້າຮ້ອງຂໍຄວາມຊ່ວຍເຫລືອ ພຣະອົງຈະເຕັມໄປດ້ວຍຄວາມເມດຕາຫລາຍ! ທັນທີທີ່ພຣະອົງໄດ້ຍິນ, ພຣະອົງຈະຕອບພວກເຈົ້າ. ເຖິງແມ່ນວ່າອົງພຣະຜູ້ເປັນເຈົ້າປະທານອາຫານແຫ່ງຄວາມລຳບາກ ແລະ ນ້ຳແຫ່ງຄວາມທຸກແກ່ພວກເຈົ້າ, ແຕ່ຄູຂອງພວກເຈົ້າຈະບໍ່ເຊື່ອງໂຕອີກ; ພວກເຈົ້າຈະເຫັນຄູດ້ວຍຕາຂອງພວກເຈົ້າເອງ. ບໍ່ວ່າພວກເຈົ້າຈະຫັນໄປທາງຊ້າຍ ຫລື ທາງຂວາ, ຫູຂອງພວກເຈົ້າຈະໄດ້ຍິນສຽງຂ້າງຫລັງ, ກ່າວວ່າ, “ນີ້ຄືຫົນທາງ; ຈົ່ງເດີ່ນໃນທາງນີ້”. ແລ້ວພວກເຈົ້າຈະທຳລາຍຮູບເຄົາລົບຕ່າງໆ ທີ່ຫຸ້ມດ້ວຍເງິນ ແລະ ຮູບເຄົາລົບທີ່ໂອບດ້ວຍຄໍາ; ພວກເຈົ້າຈະໂຍນຖິ້ມດັ່ງຜ້າທີ່ເປື້ອນປະຈຳເດືອນ ແລະ ເວົ້າກັບສິ່ງເຫລົ່ານັ້ນວ່າ, “ຈົ່ງໜີໄປ!”
ພຣະອົງຈະປະທານຝົນແກ່ເມັດພືດທີ່ພວກເຈົ້າໄດ້ຫວ່ານລົງໃນດິນ, ແລະ ອາຫານທີ່ໄດ້ຈາກແຜ່ນດິນຈະອຸດົມສົມບູນ ແລະ ມີຫລາຍເຫລືອລົ້ນ. ໃນວັນນັ້ນຝູງສັດຂອງພວກເຈົ້າຈະເລັມຫຍ້າຢູ່ໃນທົ່ງກວ້າງ. ງົວ ແລະ ລໍຜູ້ທີ່ໃຊ້ໄຖນາຈະກິນຫຍ້າແຫ້ງ ແລະ ອາຫານທີ່ໃຊ້ຄາດ ແລະ ຊ້ວນຢ່າງດີ. ໃນວັນສັງຫານຄັ້ງໃຫຍ່ນັ້ນ, ເມື່ອປ້ອມປ້ອງກັນຕ່າງໆລົ້ມລົງ, ແມ່ນ້ຳຫລາຍສາຍຈະໄຫລອອກຈາກພູເຂົາສູງທຸກໜ່ວຍ ແລະ ເນິນພູສູງທຸກແຫ່ງ. ດວງຈັນຈະສ່ອງແສງດັ່ງດວງຕາເວັນ, ແລະ ແສງຕາເວັນຈະຮ້ອນກ້າກວ່າເກົ່າເຈັດເທົ່າດັ່ງຄວາມສະຫວ່າງຂອງເຈັດມື້ລວມກັນ, ເມື່ອພຣະເຈົ້າຢາເວໃຊ້ຜ້າພັນບາດຂອງປະຊາຊົນຂອງພຣະອົງ ແລະ ຮັກສາບາດແຜທີ່ໄດ້ລົງໂທດ.
ເບິ່ງແມ, ນາມຂອງພຣະເຈົ້າຢາເວມາຈາກໄກ,
ດ້ວຍຄວາມໃຈຮ້າຍທີ່ເຜົາຢູ່ ແລະ ເມກຄວັນໜາ;
ປາກຂອງພຣະອົງເຕັມໄປດ້ວຍໂກດຮ້າຍ,
ລິ້ນຂອງພຣະອົງຄືໄຟທີ່ເຜົາຜານ.
ລົມຫາຍໃຈຂອງພຣະອົງເໝືອນນໍ້າທີ່ໄຫລແຮງ,
ໄຫລຂຶ້ນໄປຮອດຄໍ,
ພຣະອົງສັ່ນຊົນຊາດທັງຫລາຍໃນກະດົ້ງແຫ່ງການທໍາລາຍ;
ພຣະອົງໃສ່ບັງຫຽນໃຫ້ປະຊາຊົນ
ທີ່ນໍາພາພວກເຂົາໃຫ້ຫລົງທາງ.
ແລະ ພວກເຈົ້າຈະຮ້ອງເພງ
ດັ່ງໃນຄືນສະຫລອງເທດສະການສັກສິດ;
ຈິດໃຈຂອງພວກເຈົ້າຈະຊື່ນຊົມຍິນດີ
ດັ່ງຕອນທີ່ປະຊາຊົນເປົ່າຂຸ່ຍ
ຂະນະທີ່ຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ,
ເພື່ອເຂົ້າເຝົ້າສີລາແຫ່ງອິດສະຣາເອນ.
ພຣະເຈົ້າຢາເວຈະເຮັດໃຫ້ມະນຸດໄດ້ຍິນສຽງອັນຍິ່ງໃຫຍ່ຂອງພຣະອົງ
ແລະ ໃຫ້ພວກເຂົາເຫັນແຂນທີ່ເດລົງມາ
ດ້ວຍຄວາມໃຈຮ້າຍຫລາຍ ແລະ ດ້ວຍໄຟທີ່ເຜົາຜານ,
ດ້ວຍພະຍຸຝົນ, ຟ້າຮ້ອງ ແລະ ໝາກເຫັບ.
ສຽງຂອງພຣະເຈົ້າຢາເວຈະທໍາລາຍອັດຊີເຣຍ;
ພຣະອົງຈະຕີພວກເຂົາລົງດ້ວຍໄມ້ຄ້ອນເທົ້າຂອງພຣະອົງ.
ທຸກຈັງຫວະທີ່ພຣະເຈົ້າຢາເວຕີພວກເຂົາ
ດ້ວຍໄມ້ຄ້ອນແຫ່ງການລົງໂທດຂອງພຣະອົງ
ຈະເຂົ້າກັບດົນຕີຂອງສຽງກອງແຊັກ ແລະ ພິນ,
ຂະນະທີ່ພຣະອົງສູ້ຮົບກັບພວກເຂົາໃນສະໜາມຮົບດ້ວຍການຕີແຂນຂອງພວກເຂົາ.
ໂທເຟດຖືກຕຽມໄວ້ດົນແລ້ວ;
ມັນຖືກຕຽມໄວ້ສຳລັບກະສັດ.
ຂຸມທີ່ໃຊ້ເຜົາກໍກວ້າງ ແລະ ເລິກ,
ມີໄຟ ແລະ ຟືນຫລາຍ,
ລົມຫາຍໃຈຂອງພຣະເຈົ້າຢາເວ,
ເໝືອນດັ່ງແມ່ນໍ້າກຳມະຖັນລຸກໄໝ້,
ເຮັດໃຫ້ມັນລຸກເປັນໄຟ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.