Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 29

ວິບັດ​ແກ່​ເມືອງ​ດາວິດ

ວິບັດ​ແກ່​ເຈົ້າ, ອາຣີເອນ, ອາຣີເອນ,

ນະຄອນ​ທີ່​ດາວິດ​ຕັ້ງ​ຂຶ້ນ!

ປີ​ຕໍ່​ປີ

ແລະ ໃຫ້​ວົງຈອນ​ແຫ່ງ​ເທດສະການ​ຂອງ​ເຈົ້າ​ດໍາເນີນ​ໄປ.

ແຕ່​ເຮົາ​ຈະ​ລ້ອມ​ເມືອງ​ອາຣີເອນ​ໄວ້;

ເມືອງ​ນັ້ນ​ຈະ​ທຸກ​ໂສກ ແລະ ຄ່ຳຄວນ,

ມັນ​ຈະ​ເປັນ​ເໝືອນ​ເຕົາໄຟ​ແທ່ນບູຊາ1 ສຳລັບ​ເຮົາ.

ເຮົາ​ຈະ​ຕັ້ງ​ຄ້າຍ​ອ້ອມ​ຮອບ​ຕໍ່ສູ້​ເຈົ້າ​ທຸກ​ດ້ານ;

ເຮົາ​ຈະ​ສ້າງ​ປ້ອມ​ອ້ອມ​ຮອບ​ເຈົ້າ

ແລະ ຈະ​ປິດລ້ອມ​ນະຄອນ​ນີ້​ໄວ້​ຕໍ່ສູ້​ກັບ​ເຈົ້າ.

ເມື່ອ​ຕົກ​ຕ່ຳ​ລົງ​ແລ້ວ, ເຈົ້າ​ຈະ​ເວົ້າ​ຂຶ້ນ​ຈາກ​ພື້ນດິນ;

ຄຳ​ເວົ້າ​ຂອງ​ເຈົ້າ​ຈະ​ດັ່ງ​ອອກ​ມາ​ຈາກ​ຂີ້ຝຸ່ນ.

ສຽງ​ຂອງ​ເຈົ້າ​ຈະ​ເປັນ​ດັ່ງ​ສຽງ​ຜີ​ດັ່ງ​ຂຶ້ນ​ມາ​ຈາກ​ພື້ນ​ໂລກ;

ສຽງ​ເວົ້າ​ຂອງ​ເຈົ້າ​ຈະ​ຊິ່ມ​ອອກ​ມາ​ຈາກ​ຂີ້ຝຸ່ນ.

ແຕ່​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ເໝືອນ​ຂີ້ຝຸ່ນ​ລະອຽດ,

ກຸ່ມ​ຄົນ​ໂຫດຮ້າຍ​ຈະ​ເປັນ​ເໝືອນ​ແກບ​ປິວ​ໄປ​ກັບ​ລົມ.

ໃນ​ທັນທີ​ທັນໃດ, ໃນ​ພິບ​ຕາ​ດຽວ,

ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຈະ​ມາ

ດ້ວຍ​ສຽງ​ຟ້າຮ້ອງ, ແຜ່ນດິນ​ໄຫວ ແລະ ສຽງ​ດັງ​ອັນ​ໃຫຍ່.

ມາ​ດ້ວຍ​ລົມ​ພະຍຸ ແລະ ສຽງແກ ແລະ ແປວ​ໄຟ​ເຜົາ​ຜານ.

ດັ່ງນັ້ນ ບັນດາ​ຊົນຊາດ​ທັງໝົດ​ທີ່​ລວມ​ໂຕ​ກັນ​ມາ​ຕໍ່ສູ້​ອາຣີເອນ,

ມາ​ໂຈມ​ຕີ​ອາຣີເອນ ແລະ ປ້ອມ​ປ້ອງກັນ​ຂອງ​ນາງ ແລະ ລ້ອມ​ນາງ​ໄວ້,

ຈະ​ເປັນ​ດັ່ງ​ມັນ​ເປັນ​ຄວາມ​ເໝືອນ,

ເໝືອນ​ນິມິດ​ໃນ​ຕອນ​ກາງຄືນ

ເໝືອນ​ຄົນ​ຫິວ​ຝັນ​ວ່າ​ໄດ້​ກິນ,

ແຕ່​ເມື່ອ​ຕື່ນ​ຂຶ້ນ​ມາ​ກໍ​ຍັງ​ຫິວ​ຢູ່;

ເໝືອນ​ຄົນ​ກະຫາຍ​ນ້ຳ​ຝັນ​ວ່າ​ໄດ້​ດື່ມ,

ແຕ່​ພໍ​ຕື່ນ​ຂຶ້ນ​ມາ​ກໍ​ຍັງ​ໝົດ​ແຮງ ແລະ ຍັງ​ຫິວ​ກະຫາຍ​ຢູ່

ສະນັ້ນ ບັນດາ​ປະຊາຊາດ​ທັງໝົດ

ທີ່​ລວມ​ໂຕ​ກັນ​ມາ​ຕໍ່ສູ້​ພູເຂົາ​ຊີໂອນ ກໍ​ຈະ​ເປັນ​ເຊັ່ນ​ນີ້.

ຈົ່ງ​ຕົກໃຈ ແລະ ປະຫລາດໃຈ,

ທໍາ​ທ່າ​ຕາບອດ ແລະ ເບິ່ງ​ບໍ່​ເຫັນ​ສິ່ງ​ໃດ;

ຈົ່ງ​ເມົາ, ແຕ່​ບໍ່ແມ່ນ​ເພາະ​ເຫລົ້າ​ອະງຸ່ນ,

ເຊ​ໄປ​ມາ, ແຕ່​ບໍ່ແມ່ນ​ເພາະ​ເບຍ.

ພຣະເຈົ້າ​ຢາເວ​ນຳ​ການ​ຫລັບ​ສະໜິດ​ມາ​ເໜືອ​ເຈົ້າ:

ພຣະອົງ​ປິດ​ຕາ​ຂອງ​ເຈົ້າ (ຄື​ຜູ້ທຳນວາຍ);

ພຣະອົງ​ໄດ້​ຄຸມ​ຫົວ​ຂອງ​ເຈົ້າ (ຄື​ຜູ້​ທຳນວາຍ).

ນິມິດ​ທັງໝົດ​ນີ້​ບໍ່​ມີ​ສິ່ງໃດ​ເລີຍ​ສຳລັບ​ເຈົ້າ​ນອກ​ຈາກ​ເປັນ​ຖ້ອຍ​ຄຳ​ທີ່​ຖືກ​ປະທັບຕາ​ໄວ້​ໃນ​ໜັງສື​ມ້ວນ. ແລະ ຖ້າ​ເຈົ້າ​ຍື່ນ​ໜັງສື​ມ້ວນ​ໃຫ້​ຄົນ​ທີ່​ອ່ານ​ອອກ, ແລະ ບອກວ່າ, “ຊ່ວຍ​ອ່ານ​ໃຫ້​ແດ່,” ພວກເຂົາ​ກໍ​ຈະ​ຕອບ​ວ່າ, “ຂ້ອຍ​ອ່ານ​ບໍ່​ໄດ້; ມັນ​ຖືກ​ປະທັບຕາ​ໄວ້”. ຫລື ຖ້າ​ເຈົ້າ​ຍື່ນ​ໜັງສື​ໃຫ້​ຄົນ​ທີ່​ອ່ານ​ບໍ່​ອອກ, ແລະ ບອກວ່າ, “ຊ່ວຍ​ອ່ານ​ໃຫ້​ແດ່”, ພວກເຂົາ​ກໍ​ຈະ​ຕອບ​ວ່າ, “ຂ້ອຍ​ບໍ່ຮູ້​ຈັກ​ອ່ານ”.

ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ:

“ປະຊາຊົນ​ເຫລົ່ານີ້​ເຂົ້າ​ມາ​ໃກ້​ເຮົາ​ແຕ່​ປາກ​ຂອງ​ພວກເຂົາ

ແລະ ໃຫ້​ກຽດ​ເຮົາ​ດ້ວຍ​ຮີບສົບ​ຂອງ​ພວກເຂົາ​ເທົ່ານັ້ນ,

ແຕ່​ໃຈ​ຂອງ​ພວກເຂົາ​ຫ່າງ​ໄກ​ຈາກ​ເຮົາ.

ພວກເຂົາ​ນະມັດສະການ​ເຮົາ

ຕາມ​ກົດ​ເກນ​ທີ່​ມະນຸດ​ສອນ​ກັນ​ມາ​ເທົ່ານັ້ນ.2

ເຫດສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ເຫລົ່ານີ້​ສະດຸ້ງ​ຕື່ນ​ອີກ​ຄັ້ງ

ດ້ວຍ​ການ​ອັດສະຈັນ​ຊ້ອນ​ການ​ອັດສະຈັນ;

ສະຕິປັນຍາ​ຂອງ​ຄົນ​ມີ​ປັນຍາ​ຈະ​ພິນາດ​ຈິບຫາຍ,

ຄວາມ​ສະຫລາດ​ຂອງ​ຄົນ​ສະຫລາດ​ຈະ​ຫາຍ​ໄປ”.

ວິບັດ​ແກ່​ຄົນ​ເຫລົ່ານັ້ນ​ທີ່​ໄປ​ຍັງ​ບ່ອນ​ເລິກ

ເພື່ອ​ເຊື່ອງ​ແຜນການ​ຂອງ​ຕົນ​ໄວ້​ຈາກ​ພຣະເຈົ້າ​ຢາເວ,

ຜູ້​ທີ່​ເຮັດວຽກ​ຂອງ​ຕົນ​ໃນ​ບ່ອນ​ມືດ ແລະ ຄິດວ່າ,

“ຜູ້ໃດ​ຈະ​ເຫັນ​ພວກເຮົາ? ຜູ້ໃດ​ຈະ​ຮູ້​ໄດ້?”

ເຈົ້າ​ເຮັດ​ໃຫ້​ສິ່ງ​ຕ່າງໆ​ປີ້ນ​ກັບ​ດ້ານ,

ຄື​ກັບ​ວ່າ​ຊ່າງ​ປັ້ນໝໍ້​ເປັນ​ດິນ​ໜຽວ!

ຄື​ດິນ​ໜຽວ​ທີ່​ຖືກ​ປັ້ນ​ຈະ​ເວົ້າ​ກັບ​ຜູ້​ທີ່​ເປັນ​ຊ່າງ​ປັ້ນ​ວ່າ!

“ທ່ານ​ບໍ່​ໄດ້​ສ້າງ​ຂ້ອຍ”?

ໄຫ​ຈະ​ເວົ້າ​ກັບ​ຊ່າງ​ປັ້ນ​ວ່າ,

“ທ່ານ​ບໍ່​ຮູ້​ສິ່ງໃດ”?

ໃນ​ເວລາ​ສັ້ນໆ, ເລບານອນ​ຈະ​ບໍ່​ກັບ​ກາຍເປັນ​ທົ່ງ​ອັນ​ອຸດົມ​ສົມບູນ​ບໍ?

ແລະ ທົ່ງ​ອັນ​ອຸດົມ​ສົມບູນ​ຈະ​ກາຍເປັນ​ປ່າ​ບໍ?

ໃນ​ວັນ​ນັ້ນ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ​ຖ້ອຍ​ຄຳ​ໃນ​ໜັງສື​ມ້ວນ,

ແລະ ຄົນ​ຕາບອດ ແລະ ຢູ່​ໃນ​ຄວາມ​ມືດ

ຕາ​ຂອງ​ຄົນ​ຕາບອດ​ຈະ​ແນມ​ເຫັນ.

ຜູ້​ຖ່ອມ​ໃຈ​ຈະ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ​ອີກ​ຄັ້ງ;

ຄົນ​ຂັດສົນ​ຈະ​ຊື່ນຊົມ​ໃນ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ.

ຄົນ​ໂຫດຮ້າຍ​ຈະ​ໝົດ​ໄປ,

ຄົນ​ເຢາະເຢີ້ຍ​ຈະ​ສູນຫາຍ​ໄປ,

ແລະ ທຸກຄົນ​ທີ່​ຈົດຈໍ່​ຢູ່​ທີ່​ຄວາມ​ຊົ່ວຮ້າຍ​ຈະ​ຖືກ​ກໍາຈັດ​ໃຫ້​ໝົດ​ໄປ

ຄື​ບັນດາ​ຜູ້​ໃສ່ຮ້າຍ​ປ້າຍສີ​ຄົນ​ອື່ນ,

ຜູ້​ວາງ​ກັບດັກ​ໄວ້​ທຳຮ້າຍ​ຜູ້ປົກປ້ອງ​ຄວາມ​ຍຸຕິທຳ​ໃນ​ສານ

ແລະ ຜູ້​ທີ່​ເປັນ​ພະຍານ​ບໍ່ຈິງ​ເຮັດ​ໃຫ້​ຜູ້​ບໍລິສຸດ​ບໍ່​ໄດ້​ຮັບ​ຄວາມ​ຍຸຕິທຳ.

ເຫດສະນັ້ນ ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ, ຜູ້​ໄດ້​ໄຖ່​ອັບຣາຮາມ, ກ່າວ​ກ່ຽວກັບ​ເຊື້ອສາຍ​ຂອງ​ຢາໂຄບ​ວ່າ:

“ຢາໂຄບ​ຈະ​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່ໄປ;

ໜ້າ​ຂອງ​ພວກເຂົາ​ຈະ​ບໍ່​ຈືດ​ອີກ​ແລ້ວ.

ເມື່ອ​ພວກເຂົາ​ເຫັນ​ຜົນງານ​ຂອງ​ເຮົາ,

ທີ່​ເຮົາ​ເຮັດ​ທ່າມກາງ​ພວກລູກ​ຫລານ​ຂອງ​ພວກເຂົາ,

ພວກເຂົາ​ຈະ​ຮັກສາ​ນາມ​ຂອງ​ເຮົາ​ໃຫ້​ບໍລິສຸດ;

ພວກເຂົາ​ຈະ​ຍອມຮັບ​ຮູ້​ຄວາມ​ບໍລິສຸດ​ຂອງ​ອົງ​ບໍລິສຸດ​ແຫ່ງ​ຢາໂຄບ,

ແລະ ຈະ​ຢືນ​ສະຫງົບ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ.

ຜູ້​ທີ່​ໃຈ​ດື້ດ້ານ​ຈະ​ໄດ້​ຮັບ​ຄວາມ​ເຂົ້າໃຈ;

ຜູ້​ທີ່​ຈົ່ມ​ຈະ​ຍອມຮັບ​ຄຳສອນ”.

Source notes (2)
  1. Footnote ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ເຕົາ​ໄຟ​ແທ່ນບູຊາ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ອາ​ລີ​ເອນ
  2. Footnote ສະບັບ LXX. ວ່າ ພວກເຂົາ​ນະມັດສະການ​ເຮົາ​ໂດຍ​ເປົ່າ​ປະໂຫຍດ ຄຳ​ສອນ​ຂອງ​ເຂົາ​ເປັນພຽງ​ກົດ​ເກນ​ທີ່​ມະນຸດ​ສອນ​ກັນ​ມາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.