Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 27

ການ​ກອບ​ກູ້​ອິດສະຣາເອນ

ໃນ​ວັນ​ນັ້ນ,

ພຣະເຈົ້າ​ຢາເວ​ຈະ​ໃຊ້​ດາບ ອັນ​ຍິ່ງໃຫຍ່

ໂຫດຮ້າຍ ແລະ ມີ​ອານຸພາບ​ລົງໂທດ​ເລວີອາທັນ

ພະຍານາກ​ທີ່​ເລືອ​ໄປ​ຢ່າງ​ວ່ອງໄວ,

ງູ​ໃຫຍ່​ທີ່​ຂົດ​ໂຕ​ຢູ່;

ພຣະອົງ​ຈະ​ຂ້າ​ສັດຮ້າຍ​ໂຕ​ໃຫຍ່​ໃນ​ທະເລ.

ໃນ​ວັນ​ນັ້ນ

“ຈົ່ງ​ຮ້ອງເພງ​ກ່ຽວກັບ​ສວນ​ອະງຸ່ນ​ທີ່​ມີ​ໝາກ​ຫລາຍ​ດັ່ງ​ນີ້​ວ່າ:

ເຮົາ, ຜູ້​ເປັນ​ພຣະເຈົ້າ​ຢາເວ, ເບິ່ງແຍງ​ສວນ​ນັ້ນ;

ເຮົາ​ຫົດ​ນ້ຳ​ໃຫ້​ຕະຫລອດ​ເວລາ.

ເຮົາ​ເຝົ້າ​ເບິ່ງ​ທັງ​ເວັນ​ທັງ​ຄືນ

ດັ່ງນັ້ນ ບໍ່​ມີ​ຜູ້ໃດ​ມາ​ທໍາລາຍ​ມັນ​ໄດ້.

ເຮົາ​ບໍ່​ໃຈຮ້າຍ.

ແຕ່​ຖ້າ​ມີ​ໜາມ​ໃຫຍ່​ນ້ອຍ​ອອກ​ມາ​ໃຫ້​ເຫັນ!

ເຮົາ​ຈະ​ໄປ​ຕໍ່ສູ້​ກັບ​ມັນ;

ເຮົາ​ຈະ​ເຜົາ​ພວກມັນ​ຖິ້ມ.

ຫລື ບໍ່​ກໍ​ໃຫ້​ພວກມັນ​ມາ​ຫາ​ເຮົາ​ເພື່ອ​ລີ້ໄພ;

ໃຫ້​ພວກເຂົາ​ມາ​ເຈລະຈາ​ສັນຕິພາບ​ກັບ​ເຮົາ,

ແມ່ນແລ້ວ, ໃຫ້​ພວກເຂົາ​ມາ​ເຈລະຈາ​ສັນຕິພາບ​ກັບ​ເຮົາ”.

ໃນ​ພາຍ​ພາກ​ໜ້າ​ຢາໂຄບ​ຈະ​ຢັ່ງ​ຮາກ,

ອິດສະຣາເອນ​ຈະ​ແຕກ​ໜໍ່ ແລະ ເບັ່ງບານ

ແລະ ເຕີມ​ເຕັມ​ໂລກ​ດ້ວຍ​ໝາກຜົນ​ຂອງ​ພວກເຂົາ.

ພຣະເຈົ້າ​ຢາເວ​ລົງໂທດ​ອິດສະຣາເອນ

ດັ່ງ​ທີ່​ໄດ້​ລົງໂທດ​ສັດຕູ​ຂອງ​ພວກເຂົາ​ບໍ?

ອິດສະຣາເອນ​ຖືກ​ຂ້າ

ດັ່ງ​ຄົນ​ທີ່​ໄດ້​ຂ້າ​ອິດສະຣາເອນ​ບໍ?

ພຣະອົງ​ໄດ້​ລົງໂທດ​ອິດສະຣາເອນ​ດ້ວຍ​ສົງຄາມ1 ແລະ​ການ​ເນລະເທດ

ພຣະອົງ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ​ດ້ວຍ​ຄວາມ​ຮ້ອນຮົນ

ດັ່ງ​ມື້​ທີ່​ລົມ​ຕາເວັນ​ອອກ​ພັດ.

ດ້ວຍເຫດນີ້, ຄວາມ​ຜິດ​ຂອງ​ຢາໂຄບ​ຈະ​ໄດ້​ຮັບ​ການ​ອະໄພ​ໄປ,

ແລະ ນີ້​ຈະ​ເປັນ​ການ​ກຳຈັດ​ບາບ​ຂອງ​ລາວ​ຢ່າງ​ເດັດຂາດ:

ພຣະອົງ​ເຮັດ​ໃຫ້​ຫີນ​ແທ່ນບູຊາ

ເປັນ​ເໝືອນ​ຫີນ​ທີ່​ຖືກ​ບົດ​ລະອຽດ,

ບໍ່​ມີ​ເສົາ​ເຈົ້າ​ແມ່​ອາເຊຣາ2 ຫລື​ແທ່ນ​ເຄື່ອງ​ຫອມ

ເຫລືອ​ຢູ່​ອີກ​ເລີຍ.

ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ກໍ​ຕັ້ງ​ຢູ່​ຢ່າງ​ໂດດ​ດ່ຽວ,

ຖືກ​ຖິ້ມ​ຮ້າງ​ວ່າງ​ເປົ່າ​ເໝືອນ​ຖິ່ນແຫ້ງແລ້ງກັນດານ;

ງົວ​ກິນ​ຫຍ້າ​ຢູ່​ທີ່​ນັ້ນ,

ພວກມັນ​ນອນ​ຢູ່​ທີ່​ນັ້ນ;

ພວກມັນ​ຫຍໍ້າ​ງ່າ​ໄມ້​ຈົນ​ກຽ້ງ.

ເມື່ອ​ງ່າ​ໄມ້​ແຫ້ງ, ມັນ​ກໍ​ຫັກ

ແລະ ພວກ​ແມ່ຍິງ​ກໍ​ມາ​ເກັບ​ໄປ​ເຮັດ​ຟືນ.

ເພາະ​ຊົນຊາດ​ນີ້​ບໍ່​ມີ​ຄວາມ​ເຂົ້າໃຈ;

ສະນັ້ນ​ພຣະ​ຜູ້ສ້າງ​ຂອງ​ພວກເຂົາ​ຈຶ່ງ​ບໍ່​ເມດຕາ​ພວກເຂົາ,

ແລະ ພຣະ​ຜູ້ສ້າງ​ຂອງ​ພວກເຂົາ​ບໍ່​ສະແດງ​ຄວາມ​ພໍໃຈ​ຕໍ່​ພວກເຂົາ.

ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ຈະ​ຝັດ​ເອົາ​ເຂົ້າ​ຕັ້ງ​ແຕ່​ແມ່ນ້ຳ​ເອີຟຣັດ​ຮອດ​ແມ່ນ້ຳ​ແຫ່ງ​ເອຢິບ, ແລະ ຊົນຊາດ​ອິດສະຣາເອນ, ພວກເຈົ້າ, ຈະ​ຖືກ​ຮວບຮວມ​ມາ​ເທື່ອລະ​ຄົນ. ແລະ ໃນ​ວັນ​ນັ້ນ​ຈະ​ມີ​ການ​ເປົ່າ​ແກ​ໃຫຍ່, ຫລາຍ​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ​ໃນ​ອັດຊີເຣຍ ແລະ ຜູ້​ທີ່​ຖືກ​ເນລະເທດ​ໄປ​ເອຢິບ​ຈະ​ກັບ​ມາ​ນະມັດສະການ​ພຣະເຈົ້າ​ຢາເວ​ເທິງ​ພູເຂົາ​ສັກສິດ​ໃນ​ເຢຣູຊາເລັມ.

Source notes (2)
  1. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  2. Footnote ຄື ສັນຍາລັກ​ຂອງ​ເຈົ້າ​ແມ່​ອາເຊຣາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.