Biblica® Open Lao Contemporary Version
ເຮັບເຣີ 4
ຊະບາໂຕແຫ່ງການພັກສະຫງົບສຳລັບຄົນຂອງພຣະເຈົ້າ
ເຫດສະນັ້ນ ໃນເມື່ອສັນຍາວ່າດ້ວຍການເຂົ້າສູ່ການພັກສະຫງົບຂອງພຣະອົງນັ້ນຍັງຕັ້ງຢູ່, ກໍໃຫ້ພວກເຮົາທັງຫລາຍລະວັງບໍ່ໃຫ້ຄົນໃດໃນພວກເຈົ້າພາດຈາກການພັກສະຫງົບນີ້. ເພາະພວກເຮົາທັງຫລາຍກໍໄດ້ຮັບຂ່າວປະເສີດຢ່າງດຽວກັນກັບຄົນເຫລົ່ານັ້ນເໝືອນກັນ, ແຕ່ຂໍ້ຄວາມທີ່ພວກເຂົາໄດ້ຍິນນັ້ນບໍ່ເປັນປະໂຫຍດແກ່ພວກເຂົາ, ເພາະວ່າພວກເຂົາບໍ່ໄດ້ຮ່ວມໃນຄວາມເຊື່ອຂອງບັນດາຄົນເຫລົ່ານັ້ນທີ່ເຊື່ອຟັງ1. ບັດນີ້ ພວກເຮົາຜູ້ທີ່ເຊື່ອກໍໄດ້ເຂົ້າສູ່ການພັກສະຫງົບຕາມທີ່ພຣະເຈົ້າໄດ້ກ່າວໄວ້ວ່າ,
“ດັ່ງນັ້ນ ເຮົາຈຶ່ງໄດ້ປະກາດຕາມຄຳສາບານດ້ວຍຄວາມໂກດຮ້າຍຂອງເຮົາວ່າ,
‘ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ’ ”.2
ແລະ ເຖິງແມ່ນວ່າງານຂອງພຣະອົງສຳເລັດແລ້ວຕັ້ງແຕ່ການສ້າງໂລກກໍຕາມ. ເພາະມີຕອນໜຶ່ງທີ່ພຣະອົງໄດ້ເວົ້າເຖິງວັນທີເຈັດວ່າ: “ໃນວັນທີເຈັດພຣະເຈົ້າຢຸດພັກຈາກການງານທັງໝົດຂອງພຣະອົງ”.3 ແລະ ອີກເທື່ອໜຶ່ງໃນຂໍ້ຄວາມຂ້າງເທິງ ພຣະອົງເວົ້າວ່າ, “ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ”.
ເຫດສະນັ້ນ ກໍຍັງຄົງເປັນຢ່າງນີ້ຄືບາງຄົນຈະໄດ້ເຂົ້າສູ່ການພັກສະຫງົບ ແລະ ບັນດາຜູ້ທີ່ເຄີຍໄດ້ຍິນຂ່າວປະເສີດໃນຄັ້ງກ່ອນນັ້ນ ບໍ່ໄດ້ເຂົ້າກໍເພາະພວກເຂົາບໍ່ເຊື່ອຟັງ, ພຣະເຈົ້າໄດ້ກຳນົດວັນໜຶ່ງຂຶ້ນມາອີກ ຄືວັນທີ່ເອີ້ນວ່າ, “ວັນນີ້”. ສິ່ງນີ້ພຣະອົງໄດ້ກະທຳເມື່ອເວລາດົນນານຕໍ່ມາ ພຣະອົງໄດ້ກ່າວເລື່ອງນີ້ຜ່ານທາງດາວິດເໝືອນທີ່ໄດ້ກ່າວໄວ້ກ່ອນແລ້ວວ່າ:
“ວັນນີ້, ຖ້າພວກເຈົ້າທັງຫລາຍໄດ້ຍິນສຽງຂອງພຣະອົງ,
ຢ່າເຮັດໃຫ້ໃຈຂອງພວກເຈົ້າແຂງກະດ້າງ”.4
ເພາະຖ້າໂຢຊວຍໄດ້ໃຫ້ພວກເຂົາເຂົ້າສູ່ການພັກສະຫງົບ ພຣະເຈົ້າກໍຄົງບໍ່ຕ້ອງກ່າວເຖິງອີກວັນໜຶ່ງໃນພາຍຫລັງ. ດັ່ງນັ້ນ ວັນຊະບາໂຕແຫ່ງການພັກສະຫງົບສຳລັບຄົນຂອງພຣະເຈົ້າຈຶ່ງຍັງຄົງມີຢູ່, ເພາະວ່າຜູ້ທີ່ໄດ້ເຂົ້າສູ່ການພັກສະຫງົບຂອງພຣະເຈົ້າຍ່ອມໄດ້ຢຸດພັກຈາກກິດຈະການ5ຂອງຕົນເໝືອນກັນກັບທີ່ພຣະເຈົ້າຢຸດພັກຈາກການງານຂອງພຣະອົງ. ເຫດສະນັ້ນ ໃຫ້ພວກເຮົາພະຍາຍາມທຸກວິຖີທາງທີ່ຈະໄດ້ເຂົ້າສູ່ການພັກສະຫງົບນັ້ນ. ເພື່ອວ່າຈະບໍ່ມີຜູ້ໃດຈິບຫາຍໄປເພາະເຮັດຕາມແບບຢ່າງການບໍ່ເຊື່ອຟັງຂອງພວກເຂົາ.
ເພາະວ່າພຣະທຳຂອງພຣະເຈົ້ານັ້ນມີຊີວິດ ແລະ ລິດເດດ. ຄົມກວ່າດາບສອງຄົມທຸກດວງ, ແທງຊອດແມ່ນແຕ່ຈິດໃຈ ແລະ ວິນຍານ, ຕະຫລອດທັງຄໍ່ກະດູກ ແລະ ໄຂໃນກະດູກ, ທັງສັງເກດຮູ້ຄວາມຄິດ ແລະ ທັດສະນະຄະຕິຂອງຫົວໃຈໄດ້. ບໍ່ມີສິ່ງໃດໃນສັບພະສິ່ງທີ່ຖືກສ້າງຈະຖືກເຊື່ອງໄວ້ຈາກສາຍຕາຂອງພຣະເຈົ້າໄດ້. ທຸກສິ່ງຖືກເປີດເຜີຍ ແລະ ຈະປາກົດຕໍ່ສາຍຕາຂອງພຣະອົງຜູ້ທີ່ພວກເຮົາທັງຫລາຍຈະຕ້ອງໃຫ້ການ.
ພຣະເຢຊູເຈົ້າມະຫາປະໂລຫິດຜູ້ຍິ່ງໃຫຍ່
ເຫດສະນັ້ນ, ໃນເມື່ອພວກເຮົາມີມະຫາປະໂລຫິດຜູ້ຍິ່ງໃຫຍ່ຜູ້ທີ່ໄດ້ຂຶ້ນສູ່ສະຫວັນ6 ຄືພຣະເຢຊູເຈົ້າພຣະບຸດຂອງພຣະເຈົ້າ ກໍໃຫ້ພວກເຮົາຢຶດໝັ້ນໃນຄວາມເຊື່ອທີ່ພວກເຮົາໄດ້ປະກາດແລ້ວນັ້ນ. ເພາະພວກເຮົາບໍ່ໄດ້ມີມະຫາປະໂລຫິດທີ່ບໍ່ສາມາດຈະເຫັນອົກເຫັນໃຈໃນຄວາມອ່ອນແອທັງຫລາຍຂອງພວກເຮົາ, ແຕ່ພວກເຮົາມີພຣະອົງຜູ້ທີ່ຖືກທົດລອງໃນທຸກທາງເໝືອນຢ່າງພວກເຮົາ, ເຖິງປານນັ້ນພຣະອົງກໍຍັງບໍ່ໄດ້ເຮັດບາບ. ດັ່ງນັ້ນ ຂໍໃຫ້ພວກເຮົາເຂົ້າມາໃກ້ບັນລັງແຫ່ງພຣະຄຸນດ້ວຍຄວາມໝັ້ນໃຈ, ເພື່ອວ່າພວກເຮົາຈະໄດ້ຮັບຄວາມເມດຕາ ແລະ ພົບພຣະຄຸນທີ່ຈະຊ່ວຍພວກເຮົາເມື່ອເຖິງເວລາທີ່ຕ້ອງການ.
Source notes (6)
- Footnote ສຳເນົາຕົ້ນສະບັບບາງສະບັບວ່າ ເພາະຄົນເຫລົ່ານັ້ນທີ່ໄດ້ຍິນບໍ່ໄດ້ເຊື່ອໃນສິ່ງທີ່ພຣະເຈົ້າກ່າວກັບພວກເຂົາ
- Footnote ພສສ 95:11 ເຊັ່ນດຽວກັບຂໍ້ 5
- Footnote ປຖກ 2:2
- Footnote ພສສ 95:7,8
- Footnote ຫລື ແຮງງານ
- Footnote ພາສາກຣີກວ່າ ໄດ້ຜ່ານຟ້າສະຫວັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.