Skip to content
BibleKenya

Biblica® Open Lao Contemporary Version

ເຮັບເຣີ 5

ມະຫາ​ປະໂລຫິດ​ທຸກຄົນ​ໄດ້​ຖືກ​ເລືອກ​ຈາກ​ມະນຸດ ແລະ ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເຮັດ​ໜ້າທີ່​ແທນ​ມະນຸດ​ໃນ​ສິ່ງ​ສາລະພັດ​ທີ່​ກຽ່ວກັບ​ພຣະເຈົ້າ ຄື​ການຖວາຍ​ເຄື່ອງບູຊາ ແລະ ຂອງ​ຖວາຍ​ສຳລັບ​ການອະໄພ​ບາບ. ເພິ່ນ​ສາມາດ​ປະຕິບັດ​ຢ່າງ​ອ່ອນໂຍນ​ຕໍ່​ຄົນ​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ ແລະ ຄົນ​ຫລົງຜິດ​ໄດ້ ເພາະ​ເພິ່ນ​ເອງ​ກໍ​ມີ​ຄວາມອ່ອນແອ​ເໝືອນກັນ. ດ້ວຍເຫດນີ້ ມະຫາ​ປະໂລຫິດ​ຈຶ່ງ​ຕ້ອງ​ຖວາຍ​ເຄື່ອງບູຊາ​ສຳລັບ​ບາບ​ຂອງ​ຕົນ​ເອງ​ເຊັ່ນດຽວກັນ​ກັບ​ບາບ​ຂອງ​ປະຊາຊົນ. ບໍ່​ມີ​ຜູ້ໃດ​ເອົາ​ຕຳແໜ່ງ​ອັນ​ມີ​ກຽດ​ນີ້​ມາ​ເປັນ​ຂອງ​ຕົນ​ເອງ​ໄດ້, ແຕ່​ລາວ​ໄດ້​ຮັບ​ກຽດ​ນີ້​ເມື່ອ​ພຣະເຈົ້າ​ເອີ້ນ ເໝືອນ​ກັບ​ທີ່​ອາໂຣນ​ໄດ້​ຮັບ.

ໃນ​ທຳນອງ​ດຽວ​ກັນ, ພຣະຄຣິດເຈົ້າ​ບໍ່​ໄດ້​ຍົກ​ພຣະອົງ​ເອງ​ຂຶ້ນ​ຮັບ​ກຽດ​ແຫ່ງ​ການ​ເປັນ​ມະຫາ​ປະໂລຫິດ. ແຕ່​ພຣະເຈົ້າ​ກ່າວ​ກັບ​ພຣະອົງ​ວ່າ,

“ທ່ານ​ເປັນ​ບຸດ​ຂອງ​ເຮົາ,

ວັນ​ນີ້​ເຮົາ​ໄດ້​ກາຍເປັນ​ບິດາ​ຂອງ​ທ່ານ”.1

ແລະ ພຣະອົງ​ກ່າວ​ໄວ້​ໃນ​ອີກ​ຕອນ​ໜຶ່ງ​ວ່າ,

“ທ່ານ​ເປັນ​ປະໂລຫິດ​ຕະຫລອດໄປ,

ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ”.2

ໃນ​ລະຫວ່າງ​ວັນ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ໂລກ, ພຣະອົງ​ໄດ້​ຖວາຍ​ຄຳອະທິຖານ ແລະ ຄຳອ້ອນວອນ​ດ້ວຍ​ການຮ້ອງໄຫ້​ຢ່າງ​ໜັກ ແລະ ນໍ້າຕາ​ໄຫລ​ຕໍ່​ພຣະເຈົ້າ​ຜູ້​ສາມາດ​ຊ່ວຍ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ພຣະເຈົ້າ​ຮັບ​ຟັງ​ເພາະ​ພຣະເຢຊູເຈົ້າ​ຍອມ​ເຊື່ອຟັງ. ເຖິງ​ແມ່ນ​ວ່າ​ພຣະອົງ​ເປັນ​ພຣະບຸດ​ກໍ​ຕາມ ພຣະອົງ​ກໍ​ຮຽນຮູ້​ທີ່​ຈະ​ເຊື່ອຟັງ​ຈາກ​ຄວາມທຸກ​ທີ່​ພຣະອົງ​ປະເຊີນ. ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ ແລະ ພຣະເຈົ້າ​ແຕ່ງຕັ້ງ​ພຣະອົງ​ເປັນ​ມະຫາ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ.

ການເຕືອນ​ບໍ່​ໃຫ້​ຫລົງ​ໄປ

ພວກເຮົາ​ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ຈະ​ກ່າວ​ກ່ຽວກັບ​ເລື່ອງ​ນີ້, ແຕ່​ກໍ​ຍາກ​ທີ່​ຈະ​ອະທິບາຍ​ໃຫ້​ຈະແຈ້ງ​ແກ່​ພວກເຈົ້າ ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ພະຍາຍາມ​ທີ່​ຈະ​ເຂົ້າໃຈ. ແທ້ຈິງແລ້ວ, ເຖິງ​ແມ່ນ​ວ່າ​ຂະນະ​ນີ້​ພວກເຈົ້າ​ສົມຄວນ​ຈະ​ເປັນ​ຄູ​ໄດ້​ແລ້ວ, ແຕ່​ພວກເຈົ້າ​ຍັງ​ຕ້ອງ​ໃຫ້​ຄົນ​ອື່ນ​ມາ​ສອນ​ຫລັກ​ຄວາມຈິງ​ເບື້ອງຕົ້ນ​ຂອງ​ພຣະຄຳ​ຂອງ​ພຣະເຈົ້າ​ທັງໝົດ​ອີກ​ຢູ່. ພວກເຈົ້າ​ຍັງ​ຕ້ອງການ​ນ້ຳນົມ ບໍ່ແມ່ນ​ອາຫານ​ແຂງ! ຜູ້ໃດ​ທີ່​ຍັງ​ກິນນົມ​ຢູ່, ກໍ​ຍັງ​ເປັນ​ເດັກນ້ອຍ ແລະ ບໍ່​ຄຸ້ນເຄີຍ​ກັບ​ຄຳສອນ​ເລື່ອງ​ຄວາມຊອບທຳ. ແຕ່​ອາຫານ​ແຂງ​ນັ້ນ​ມີ​ໄວ້​ສຳລັບ​ຜູ້ໃຫຍ່, ຜູ້​ທີ່​ໄດ້​ຝຶກຝົນ​ຕົນ​ເອງ​ຢູ່​ສະເໝີ​ເພື່ອ​ຈະ​ໄຈ້ແຍກ​ຄວາມດີ​ອອກຈາກ​ຄວາມຊົ່ວ.

Source notes (2)
  1. Footnote ພສສ 2:7
  2. Footnote ພສສ 110:4

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.