Skip to content
BibleKenya

Biblica® Open Lao Contemporary Version

ຮາບາກຸກ 3:19

Verse 19 is marked below, with the whole chapter around it. Read from the start

ຄຳ​ອະທິຖານ​ຂອງ​ຮາບາກຸກ

ຄຳ​ອະທິຖານ​ຂອງ​ຜູ້ທຳນວາຍ​ຮາບາກຸກ, ທຳນອງ​ຊິກິໂອໂນດ1

ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ເຄີຍ​ໄດ້​ຍິນ​ຊື່ສຽງ​ຂອງ​ພຣະອົງ;

ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ຢືນ​ຢູ່​ດ້ວຍ​ຄວາມ​ຢຳເກງ​ໃນ​ກິດຈະການ​ຂອງ​ພຣະອົງ.

ຂໍ​ໂຜດ​ຮື້​ຟື້ນ​ກິດຈະການ​ເຫລົ່ານັ້ນ​ໃນ​ສະໄໝ​ຂອງ​ພວກຂ້ານ້ອຍ​ທັງຫລາຍ​ຄືນ​ອີກ,

ຂໍ​ໃຫ້​ຮູ້​ທົ່ວ​ກັນ​ໃນ​ສະໄໝ​ຂອງ​ພວກຂ້ານ້ອຍ​ທັງຫລາຍ;

ໃນ​ຄວາມ​ໂກດຮ້າຍ​ນັ້ນ​ຂໍ​ໃຫ້​ລະນຶກ​ເຖິງ​ຄວາມ​ເມດຕາ.

ພຣະເຈົ້າ​ໄດ້​ມາ​ຈາກ​ເຕມານ,

ອົງ​ບໍລິສຸດ​ມາ​ຈາກ​ພູເຂົາ​ປາຣານ.2

ສະຫງ່າລາສີ​ຂອງ​ພຣະອົງ​ກໍ​ປົກຄຸມ​ຟ້າ​ສະຫວັນ

ແລະ ໂລກ​ນີ້​ກໍ​ເຕັມ​ດ້ວຍ​ຄຳ​ສັນລະເສີນ​ພຣະອົງ.

ຄວາມ​ສະຫງ່າງາມ​ຂອງ​ພຣະອົງ​ຄື​ກັບ​ຕາເວັນ​ທີ່​ກຳລັງ​ຂຶ້ນ;

ມີ​ແສງ​ກະພິບ​ອອກ​ມາ​ຈາກ​ມື,

ບ່ອນ​ທີ່​ລິດອຳນາດ​ຂອງ​ພຣະອົງ​ໄດ້​ຖືກ​ເຊື່ອງ​ໄວ້.

ໄພພິບັດ​ໄດ້​ໄປ​ກ່ອນ​ພຣະອົງ;

ໂລກລະບາດ​ໄດ້​ຕາມ​ບາດກ້າວ​ຂອງ​ພຣະອົງ​ມາ.

ພຣະອົງ​ຢືນ ແລະ ໂລກ​ກໍ​ສັ່ນ;

ພຣະອົງ​ຫລຽວເບິ່ງ ແລະ ບັນດາ​ປະຊາຊາດ​ກໍ​ສັ່ນ​ສະທ້ານ

ພູເຂົາ​ດຶກດຳບັນ​ທັງຫລາຍ​ກໍ​ພັງ​ທະລາຍ​ລົງ

ເນີນພູ​ເກົ່າ​ແກ່​ທັງຫລາຍ​ກໍ​ພັງ​ລົງ

ແຕ່ ພຣະອົງ​ເດີນ​ຕໍ່​ໄປ​ຕະຫລອດໄປ.

ຂ້ານ້ອຍ​ໄດ້​ເຫັນ​ເຕັນ​ຂອງ​ຊາວ​ຄູຊັນ​ຕົກ​ຢູ່​ໃນ​ຄວາມ​ທຸກຍາກ

ແລະ ບ່ອນຢູ່​ຂອງ​ຊາວ​ມີດີອານ​ກໍ​ຕົກ​ຢູ່​ໃນ​ຄວາມ​ທໍລະມານ.

ຂ້າ​ແດ່​ພຣະເຈົ້າ​ຢາເວ ພຣະອົງ​ໃຈຮ້າຍ​ໃຫ້​ແມ່ນ້ຳ​ບໍ?

ພຣະອົງ​ໂກດຮ້າຍ​ໃຫ້​ສາຍນ້ຳ​ບໍ?

ພຣະອົງ​ໂກດຮ້າຍ​ຕໍ່​ທະເລ

ເມື່ອ​ພຣະອົງ​ຂີ່​ມ້າ​ຂອງ​ພຣະອົງ

ແລະ ລົດມ້າ​ຂອງ​ພຣະອົງ​ໄປ​ສູ່​ໄຊຊະນະ​ບໍ?

ພຣະອົງ​ຈັບ​ຄັນທະນູ​ອອກ​ມາ,

ພຣະອົງ​ໄດ້​ເອີ້ນ​ຫາ​ລູກທະນູ​ມາ​ຢ່າງ​ຫລວງຫລາຍ.

ພຣະອົງ​ແຍກ​ແຜ່ນດິນ​ດ້ວຍ​ແມ່ນ້ຳ;

ພູເຂົາ​ທັງຫລາຍ​ໄດ້​ເຫັນ​ພຣະອົງ ແລະ ບິດ​ໂຕ​ໄປ​ມາ

ກະແສນ້ຳ​ກວດ​ໄປ;

ນໍ້າ​ເລິກ​ສົ່ງ​ສຽງ​ດັງ​ກ້ອງ

ແລະ ຊັດ​ຄື້ນ​ຂອງ​ມັນ​ຂຶ້ນ​ສູງ.

ດວງ​ຕາເວັນ ແລະ ດວງ​ເດືອນ​ຢຸດ​ຢູ່​ໃນ​ຟ້າ​ສະຫວັນ

ເມື່ອ​ລູກທະນູ​ທີ່​ພຸ່ງ​ອອກ​ມາ​ຂອງ​ພຣະອົງ​ກໍ​ສ່ອງ​ປະກາຍ,

ເມື່ອ​ຫອກ​ຂອງ​ພຣະອົງ​ສ່ອງ​ປະກາຍ​ຄື​ກັບ​ຟ້າ​ແມບ.

ພຣະອົງ​ກະທືບ​ແຜ່ນດິນໂລກ​ດ້ວຍ​ຄວາມ​ໂກດຮ້າຍ

ແລະ ຢຽບ​ປະຊາຊາດ​ທັງຫລາຍ​ດ້ວຍ​ຄວາມ​ໃຈຮ້າຍ.

ພຣະອົງ​ໄດ້​ອອກ​ມາ​ປົດປ່ອຍ​ຄົນ​ຂອງ​ພຣະອົງ,

ເພື່ອ​ຊ່ວຍ​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້​ໃຫ້​ພົ້ນ.

ພຣະອົງ​ຂະຢີ້​ຜູ້ນຳ​ຂອງ​ດິນແດນ​ແຫ່ງ​ຄວາມ​ຊົ່ວຮ້າຍ

ພຣະອົງ​ເຮັດ​ໃຫ້​ລາວ​ເປືອຍກາຍ​ຕັ້ງແຕ່​ຫົວ​ຈົນ​ຮອດ​ຕີນ.

ພຣະອົງ​ຈະ​ໃຊ້​ຫອກ​ຂອງ​ລາວ​ເອງ​ແທງ​ຫົວ​ຂອງ​ລາວ

ເມື່ອ​ບັນດາ​ນັກຮົບ​ຂອງ​ລາວ​ບຸກ​ມາ​ເພື່ອ​ຕີ​ພວກຂ້ານ້ອຍ​ໃຫ້​ກະຈັດກະຈາຍ,

ຍິ້ມ​ເຢີ້ຍ​ເໝືອນ​ກັບ​ວ່າ​ຈະ​ເຂົ້າ​ມາ​ກັດ​ກິນ

ຄົນ​ໜ້າ​ເວດທະນາ​ທີ່​ລີ້​ຢູ່.

ພຣະອົງ​ໄດ້​ຢຽບຢ່ຳ​ທະເລ​ດ້ວຍ​ຝູງ​ມ້າ​ຂອງ​ພຣະອົງ,

ເຮັດ​ໃຫ້​ຫ້ວງ​ນໍ້າ​ໃຫຍ່​ປັ່ນປ່ວນ

ຂ້ານ້ອຍ​ໄດ້​ຍິນ ແລະ ຫົວໃຈ​ຂອງ​ຂ້ານ້ອຍ​ກໍ​ຕື່ນເຕັ້ນ,

ສຽງ​ນັ້ນ​ເຮັດ​ໃຫ້​ຮີບສົບ​ຂອງ​ຂ້ານ້ອຍ​ສັ່ນ;

ຄວາມ​ເຊື່ອມໂຊມ​ກໍ​ໄດ້​ເຂົ້າ​ສູ່​ກະດູກ​ຂອງ​ຂ້ານ້ອຍ;

ແລະ ຂາ​ຂອງ​ຂ້ານ້ອຍ​ກໍ​ສັ່ນສະເທືອນ.

ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ອົດທົນ​ລໍຖ້າ​ວັນ​ແຫ່ງ​ໄພພິບັດ,

ທີ່​ຈະ​ມາ​ເຖິງ​ຊົນຊາດ​ທີ່​ຮຸກຮານ​ພວກຂ້ານ້ອຍ.

ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກເດື່ອ​ຈະ​ບໍ່​ອອກ​ດອກ

ແລະ ເຄືອອະງຸ່ນ​ຈະ​ບໍ່​ມີ​ໝາກ​ອະງຸ່ນ,

ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກກອກ​ຈະ​ບໍ່​ໃຫ້​ຜົນ

ແລະ ທົ່ງນາ​ທັງຫລາຍ​ຈະ​ບໍ່​ເກີດ​ພືດ​ເພື່ອ​ເປັນ​ອາຫານ,

ເຖິງ​ແມ່ນ​ວ່າ​ຈະ​ບໍ່​ມີ​ແກະ​ຢູ່​ໃນ​ຄອກ

ແລະ ບໍ່​ມີ​ງົວ​ຢູ່​ໃນ​ຄອກ​ກໍ​ຕາມ,

ແຕ່​ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ,

ຂ້ານ້ອຍ​ຈະ​ມີ​ຄວາມສຸກ​ໃນ​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ.

ພຣະເຈົ້າ​ຢາເວ​ອົງ​ເຈົ້ານາຍ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ;

ພຣະອົງ​ໄດ້​ເຮັດ​ໃຫ້​ຕີນ​ຂອງ​ຂ້ານ້ອຍ​ເປັນ​ເໝືອນ​ກັບ​ຕີນ​ກວາງ

ພຣະອົງ​ໄດ້​ຊ່ວຍ​ໃຫ້​ຂ້ານ້ອຍ​ຢຽບ​ເທິງ​ທີ່​ສູງ​ໄດ້.

ສຳລັບ​ຜູ້ອຳນວຍການ​ຂອງ​ເພງ ໃຊ້​ກັບ​ເຄື່ອງດົນຕີ​ປະເພດ​ສາຍ​ຂອງ​ຂ້ານ້ອຍ.

Source notes (2)
  1. Footnote ອາດ​ຈະ​ເປັນ​ສັບ​ທາງ​ວັນນະຄະດີ ຫລື ທາງ​ດົນຕີ
  2. Footnote ອ່ານ​ວ່າ ເສລາ ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ ອາດ​ຈະ​ເປັນ​ສັບ​ທາງ​ດົນຕີ ເຊັ່ນ​ດຽວ​ກັບ​ຂໍ້ 9 ແລະ 13.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.