Skip to content
BibleKenya

Biblica® Open Lao Contemporary Version

ປະຖົມມະການ 5

ຈາກ​ອາດາມ​ເຖິງ​ໂນອາ

ນີ້​ແມ່ນ​ບັນທຶກ​ເລື່ອງລາວ​ຄອບຄົວ​ຂອງ​ອາດາມ.

ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ, ພຣະອົງ​ໄດ້​ສ້າງ​ພວກເຂົາ​ຕາມ​ຢ່າງ​ພຣະເຈົ້າ. ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ ແລ້ວ​ໄດ້​ອວຍພອນ​ພວກເຂົາ. ແລະ ພຣະອົງ​ຕັ້ງ​ຊື່​ໃຫ້​ພວກເຂົາ​ວ່າ “ມະນຸດ”1 ເມື່ອ​ພວກເຂົາ​ຖືກ​ສ້າງ​ຂຶ້ນ.

ເມື່ອ​ອາດາມ​ມີ​ຊີວິດ​ຢູ່​ໄດ້ 130 ປີ, ລາວ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ​ທີ່​ເໝືອນ​ກັບ​ລາວ, ຕາມ​ແບບ​ຂອງ​ລາວ ແລະ ລາວ​ໄດ້​ຕັ້ງຊື່​ລູກ​ນັ້ນ​ວ່າ​ເຊດ. ຫລັງຈາກ​ທີ່​ເຊດ​ໄດ້​ເກີດ​ມາ, ອາດາມ​ກໍ​ມີ​ຊີວິດ​ຢູ່​ອີກ 800 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. ອາດາມ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 930 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.

ເມື່ອ​ເຊດ​ມີ​ຊີວິດ​ຢູ່​ໄດ້ 105 ປີ, ລາວ​ກໍ​ໄດ້​ເປັນ​ພໍ່2​ຂອງ​ເອໂນດ. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ເອໂນດ​ແລ້ວ, ເຊດ​ກໍ​ມີ​ຊີວິດ​ຢູ່​ອີກ 807 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. ເຊດ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 912 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.

ເມື່ອ​ເອໂນດ​ມີ​ຊີວິດ​ຢູ່​ໄດ້ 90 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເກນານ. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ເກນານ​ແລ້ວ, ເອໂນດ​ກໍ​ມີ​ຊີວິດ​ຢູ່​ອີກ 815 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. ເອໂນດ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 905 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.

ເມື່ອ​ເກນານ​ມີ​ຊີວິດ​ຢູ່​ໄດ້ 70 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ມະຫາລາເລນ. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ມະຫາລາເລນ​ແລ້ວ, ເກນານ​ກໍ​ມີ​ຊີວິດ​ຢູ່​ອີກ 840 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. ເກນານ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 910 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.

ເມື່ອ​ມະຫາລາເລນ​ມີ​ຊີວິດ​ຢູ່​ໄດ້ 65 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ຢາເຣັດ. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ຢາເຣັດ​ແລ້ວ, ມະຫາລາເລນ​ກໍ​ມີ​ຊີວິດ​ຢູ່​ອີກ 830 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. ມະຫາລາເລນ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 895 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.

ເມື່ອ​ຢາເຣັດ​ມີ​ຊີວິດ​ຢູ່​ໄດ້ 162 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເອນົກ. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ເອນົກ​ແລ້ວ, ຢາເຣັດ​ກໍ​ມີ​ຊີວິດ​ຢູ່​ອີກ 800 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. ຢາເຣັດ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 962 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.

ເມື່ອ​ເອນົກ​ມີ​ຊີວິດ​ຢູ່​ໄດ້ 65 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເມທູເສລາ. ຫລັງຈາກ​ທີ່​ລາວ​ໄດ້​ກາຍເປັນ​ພໍ່​ຂອງ​ເມທູເສລາ​ແລ້ວ, ເອນົກ​ກໍ​ເດີນ​ກັບ​ພຣະເຈົ້າ​ຢ່າງ​ສັດຊື່​ຕໍ່ໄປ​ອີກ 300 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. ເອນົກ​ມີ​ອາຍຸ​ລວມ​ທັງໝົດ 365 ປີ. ເອນົກ​ໄດ້​ດຳເນີນຊີວິດ​ໄປ​ກັບ​ພຣະເຈົ້າ​ຢ່າງ​ສັດຊື່; ແລ້ວ​ກໍ​ບໍ່ມີ​ຜູ້ໃດ​ພົບ​ລາວ​ອີກ, ເພາະ​ພຣະເຈົ້າ​ໄດ້​ຮັບ​ລາວ​ໄປ​ແລ້ວ.

ເມື່ອ​ເມທູເສລາ​ມີ​ຊີວິດ​ຢູ່​ໄດ້ 187 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ລາເມັກ. ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ລາເມັກ​ແລ້ວ, ເມທູເສລາ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 782 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. ເມທູເສລາ​ມີ​ຊີວິດ​ລວມ​ທັງໝົດ 969 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.

ເມື່ອ​ລາເມັກ​ມີ​ຊີວິດ​ຢູ່​ໄດ້ 182 ປີ, ລາວ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ. ລາວ​ຕັ້ງຊື່​ລູກຊາຍ​ນັ້ນ​ວ່າ​ໂນອາ,3 ແລະ ກ່າວ​ວ່າ, “ລາວ​ຈະ​ເລົ້າໂລມ​ໃຈ​ພວກເຮົາ​ໃນ​ການ​ທຳງານ ແລະ ມື​ຂອງ​ພວກເຮົາ​ທີ່​ເຈັບປວດ​ຄວາມ​ເຈັບປວດ​ຈາກ​ການ​ເຮັດ​ວຽກ​ໜັກ​ເທິງ​ແຜ່ນດິນ ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ສາບແຊ່ງ”. ຫລັງຈາກ​ທີ່​ໂນອາ​ໄດ້​ເກີດ​ມາ, ລາເມັກ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 595 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. ລາເມັກ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 777 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.

ຫລັງຈາກ​ທີ່​ໂນອາ​ອາຍຸ​ໄດ້ 500 ປີ. ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເຊມ ຮາມ ແລະ ຢາເຟດ.

Source notes (3)
  1. Footnote ພາສາ​ເຮັບເຣີ​ວ່າ ອາດາມ
  2. Footnote ພາສາ​ເຮັບເຣີ​ວ່າ ໄດ້​ເປັນ​ບິດາ​ຂອງ ເຊິ່ງ​ຄຳ​ວ່າ ພໍ່ ອາດ​ຈະ​ມີ​ຄວາມໝາຍ​ວ່າ ບັນພະບຸລຸດ ເຊັ່ນ​ດຽວ​ກັບ​ຂໍ້ 7-26
  3. Footnote ຄຳ​ວ່າ ໂນອາ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ​ເລົ້າໂລມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.