Biblica® Open Lao Contemporary Version
ປະຖົມມະການ 4
ກາອິນ ແລະ ອາເບັນ
ອາດາມ1ໄດ້ສົມສູ່ກັບເອວາເມຍຂອງລາວ, ນາງຈຶ່ງຖືພາ ແລະ ເກີດລູກຊາຍຊື່ວ່າກາອິນ.2 ນາງເວົ້າວ່າ, “ຂ້ອຍໄດ້ລູກຊາຍຄົນນີ້ມາໂດຍຄວາມຊ່ວຍເຫລືອຂອງພຣະເຈົ້າຢາເວ”. ຕໍ່ມານາງກໍເກີດນ້ອງຊາຍຂອງລາວຄືອາເບັນ.
ເວລານັ້ນອາເບັນເປັນຄົນຮັກສາຝູງສັດ, ແລະ ກາອິນເປັນຄົນເຮັດໄຮ່ເຮັດນາ. ເມື່ອເຖິງລະດູເກັບກ່ຽວ ກາອິນກໍໄດ້ນຳຜົນລະປູກຈາກໄຮ່ນາມາຖວາຍແກ່ພຣະເຈົ້າຢາເວ. ແລະ ອາເບັນກໍໄດ້ນຳເຄື່ອງຖວາຍມາເໝືອນກັນຄື ສ່ວນທີ່ເປັນໄຂມັນຂອງລູກສັດຫົວປີທີ່ດີທີ່ສຸດໃນຝູງສັດຂອງລາວ. ພຣະເຈົ້າຢາເວ ໄດ້ເບິ່ງດ້ວຍຄວາມພໍໃຈໃນອາເບັນ ແລະ ເຄື່ອງຖວາຍຂອງລາວ, ແຕ່ສ່ວນກາອິນ ແລະ ເຄື່ອງຖວາຍຂອງລາວນັ້ນ ພຣະອົງບໍ່ໄດ້ເບິ່ງດ້ວຍຄວາມພໍໃຈ. ດັ່ງນັ້ນ ກາອິນຈຶ່ງໃຈຮ້າຍຫລາຍ ແລະ ໃບໜ້າຂອງລາວກໍເສົ້າໝອງ.
ແລ້ວພຣະເຈົ້າຢາເວໄດ້ກ່າວກັບກາອິນວ່າ, “ເປັນຫຍັງເຈົ້າຈຶ່ງໃຈຮ້າຍ? ເປັນຫຍັງໃບໜ້າຂອງເຈົ້າຈຶ່ງເສົ້າໝອງ? ຖ້າເຈົ້າເຮັດສິ່ງທີ່ຖືກຕ້ອງ, ເຈົ້າກໍຈະເປັນທີ່ຍອມຮັບບໍ່ແມ່ນບໍ? ແຕ່ຖ້າເຈົ້າບໍ່ເຮັດໃນສິ່ງທີ່ຖືກຕ້ອງ, ຄວາມບາບກໍກຳລັງໝອບຢູ່ທີ່ປະຕູເຮືອນຂອງເຈົ້າ; ຄວາມບາບປາຖະໜາຢາກໄດ້ເຈົ້າ ແຕ່ເຈົ້າຈະຕ້ອງຄວບຄຸມເໜືອຄວາມບາບນັ້ນ”.
ບັດນີ້ ກາອິນໄດ້ເວົ້າກັບອາເບັນນ້ອງຊາຍຂອງຕົນວ່າ, “ພວກເຮົາພາກັນອອກໄປທົ່ງນາເທາະ”.3 ໃນຂະນະທີ່ພວກເຂົາຢູ່ທົ່ງນານັ້ນ, ກາອິນກໍໄດ້ທຳຮ້າຍອາເບັນນ້ອງຊາຍຂອງຕົນ ແລະ ໄດ້ຂ້າລາວ.
ແລ້ວພຣະເຈົ້າຢາເວຈຶ່ງໄດ້ກ່າວຕໍ່ກາອິນວ່າ, “ອາເບັນນ້ອງຊາຍຂອງເຈົ້າຢູ່ໃສ?”
ລາວຕອບວ່າ, “ຂ້ານ້ອຍບໍ່ຮູ້, ຂ້ານ້ອຍເປັນຜູ້ເບິ່ງແຍງນ້ອງຊາຍຂອງຂ້ານ້ອຍບໍ?”
ພຣະເຈົ້າຢາເວກ່າວວ່າ, “ເຈົ້າໄດ້ເຮັດຫຍັງ? ຈົ່ງຟັງໃຫ້ດີ! ເລືອດຂອງນ້ອງຊາຍຂອງເຈົ້າຮ້ອງຂຶ້ນຈາກແຜ່ນດິນມາເຖິງເຮົາ. ບັດນີ້ ເຈົ້າຢູ່ພາຍໃຕ້ການສາບແຊ່ງ ແລະ ຖືກຂັບໄລ່ອອກຈາກແຜ່ນດິນ ເຊິ່ງເປີດອອກເພື່ອຮັບເອົາເລືອດຂອງນ້ອງຊາຍຂອງເຈົ້າຈາກມືຂອງເຈົ້າ. ເມື່ອເຈົ້າຄາດໄຖດິນ, ດິນຈະບໍ່ໃຫ້ຜົນຜະລິດແກ່ເຈົ້າອີກຕໍ່ໄປ. ເຈົ້າຈະເປັນຄົນພະເນຈອນໄປໃນໂລກ”.
ກາອິນໄດ້ເວົ້າຕໍ່ພຣະເຈົ້າຢາເວວ່າ, “ໂທດຂອງຂ້ານ້ອຍໜັກເກີນກວ່າຂ້ານ້ອຍຈະຮັບໄດ້. ໃນວັນນີ້ພຣະອົງຂັບໄລ່ຂ້ານ້ອຍອອກຈາກແຜ່ນດິນ ແລະ ຂ້ານ້ອຍຈະຖືກເຊື່ອງໄວ້ໃຫ້ພົ້ນຈາກພຣະອົງ, ຂ້ານ້ອຍຈະເປັນຄົນພະເນຈອນໄປໃນໂລກ ແລະ ຜູ້ໃດກໍຕາມທີ່ພົບເຫັນຂ້ານ້ອຍກໍຈະຂ້າຂ້ານ້ອຍ”.
ແຕ່ພຣະເຈົ້າຢາເວກ່າວຕໍ່ລາວວ່າ, “ບໍ່ແມ່ນຢ່າງນັ້ນ, ຖ້າຜູ້ໃດຂ້າກາອິນຈະທົນທຸກທໍລະມານກັບການແກ້ແຄ້ນຄືນຫລາຍກວ່າເຈັດເທົ່າ”. ແລ້ວພຣະເຈົ້າຢາເວໄດ້ໃສ່ເຄື່ອງໝາຍໄວ້ທີ່ຕົວຂອງກາອິນເພື່ອບໍ່ໃຫ້ຜູ້ທີ່ພົບເຫັນລາວແລ້ວຂ້າລາວ. ດັ່ງນັ້ນ ກາອິນຈຶ່ງອອກໄປຈາກການສະຖິດຂອງພຣະເຈົ້າຢາເວ ແລະ ໄປອາໄສຢູ່ໃນດິນແດນໂນດ,4 ຢູ່ທາງທິດຕາເວັນອອກຂອງເອເດນ.
ກາອິນໄດ້ສົມສູ່ກັບເມຍຂອງຕົນ, ແລ້ວນາງຈຶ່ງຖືພາ ແລະ ເກີດລູກຊາຍຊື່ວ່າເອນົກ. ຕໍ່ມາກາອິນກໍໄດ້ສ້າງເມືອງຂຶ້ນ, ແລ້ວລາວຈຶ່ງຕັ້ງຊື່ເມືອງນັ້ນວ່າເອນົກຕາມຊື່ລູກຊາຍຂອງຕົນ. ເອນົກມີລູກຊາຍຊື່ອີຣາດ ແລະ ອີຣາດເປັນພໍ່ຂອງເມຮູຢາເອນ ແລະ ເມຮູຢາເອນເປັນພໍ່ຂອງເມທູຊາເອນ ແລະ ເມທູຊາເອນເປັນພໍ່ຂອງລາເມັກ.
ລາເມັກໄດ້ແຕ່ງງານກັບຍິງສອງຄົນ, ຄົນໜຶ່ງຊື່ອາດາ ອີກຄົນໜຶ່ງຊື່ຊິນລາ. ອາດາໄດ້ເກີດລູກຊາຍຊື່ວ່າຢາບານ ລາວເປັນພໍ່ຂອງບັນດາຜູ້ທີ່ອາໄສຢູ່ໃນເຕັນ ແລະ ລ້ຽງສັດ. ນ້ອງຊາຍຂອງລາວຊື່ຢູບານ ລາວເປັນພໍ່ຂອງຄົນດີດພິນ ແລະ ເປົ່າຂຸ່ຍ. ສ່ວນຊິນລາກໍມີລູກຊາຍຄົນໜຶ່ງຊື່ຕູບາກາອິນ ເປັນຜູ້ເຮັດເຄື່ອງມືເຄື່ອງໃຊ້ທັງໝົດຈາກ5ທອງສຳລິດ ແລະ ເຫລັກ. ຕູບາກາອິນມີນ້ອງສາວຊື່ນາອາມາ.
ລາເມັກໄດ້ເວົ້າກັບເມຍທັງສອງຂອງລາວວ່າ,
“ອາດາ ແລະ ຊິນລາ ຈົ່ງຟັງຂ້ອຍ,
ບັນດາເມຍຂອງລາເມັກເອີຍ, ຈົ່ງຟັງຄຳຂອງຂ້ອຍ.
ຂ້ອຍໄດ້ຂ້າຊາຍຄົນໜຶ່ງທີ່ທຳຮ້າຍຂ້ອຍ,
ຊາຍໜຸ່ມຄົນໜຶ່ງທີ່ເຮັດໃຫ້ຂ້ອຍບາດເຈັບ.
ຖ້າກາອິນໄດ້ຮັບການແກ້ແຄ້ນເຈັດເທົ່າ,
ແລ້ວລາເມັກກໍຈະໄດ້ຮັບການແກ້ແຄ້ນເຈັດສິບເຈັດເທົ່າ”.
ອາດາມໄດ້ຮ່ວມຫລັບນອນກັບເມຍຂອງລາວອີກ ແລະ ນາງໄດ້ເກີດລູກຊາຍອີກຄົນໜຶ່ງ ແລະ ຕັ້ງຊື່ໃຫ້ລາວວ່າເຊດ6 ນາງໄດ້ກ່າວວ່າ “ພຣະເຈົ້າໄດ້ໃຫ້ລູກຊາຍອີກຄົນໜຶ່ງແທນອາເບັນເພາະກາອິນໄດ້ຂ້າລາວ”. ເຊດກໍມີລູກຊາຍຄົນໜຶ່ງຊື່ວ່າເອໂນດ.
ໃນເວລານັ້ນຄົນໄດ້ເລີ່ມຮ້ອງອອກ7ນາມພຣະເຈົ້າຢາເວ.
Source notes (7)
- Footnote ຫລື ຊາຍຜູ້ນັ້ນ
- Footnote ຄຳວ່າ ກາອິນ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ໄດ້ມາ ຫລື ໄດ້ຮັບ
- Footnote ສະບັບພາສາເຮັບເຣີດັ້ງເດີມ ບໍ່ມີປະໂຫຍກທີ່ວ່າ “ພວກເຮົາພາກັນອອກໄປທົ່ງນາເທາະ”
- Footnote ແປວ່າ ພະເນຈອນ ( ເບິ່ງຂໍ້ 12 ແລະ 14)
- Footnote ຫລື ພວກເຂົາສອນທຸກຄົນທີ່ເຮັດວຽກຢູ່ໃນ
- Footnote ອາດມີຄວາມໝາຍວ່າ ມອບໃຫ້
- Footnote ຫລື ປະກາດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.