Biblica® Open Lao Contemporary Version
ປະຖົມມະການ 6
ຄວາມຊົ່ວຊ້າຢູ່ໃນໂລກ
ເມື່ອມະນຸດເລີ່ມເພີ່ມຈຳນວນຂຶ້ນເທິງແຜ່ນດິນໂລກ ແລະ ບັນດາລູກຍິງທັງຫລາຍກໍເກີດມາໃຫ້ແກ່ພວກເຂົາ. ບັນດາລູກຊາຍຂອງພຣະເຈົ້າໄດ້ເຫັນວ່າບັນດາລູກສາວຂອງມະນຸດນັ້ນສວຍງາມ ແລ້ວພວກເຂົາກໍແຕ່ງງານກັບຄົນທີ່ພວກເຂົາເລືອກ. ແລ້ວພຣະເຈົ້າຢາເວໄດ້ກ່າວວ່າ, “ພຣະວິນຍານຂອງເຮົາຈະບໍ່ຕໍ່ສູ້ກັບ1ມະນຸດຕະຫລອດໄປ, ເພາະພວກເຂົາເປັນມະນຸດທີ່ຕ້ອງຕາຍ2 ພວກເຂົາຈະມີອາຍຸ 120 ປີ”.
ໃນສະໄໝນັ້ນ ແລະ ໃນສະໄໝຕໍ່ມາມີຄົນເນຟີລິມອາໄສຢູ່ໃນໂລກ ຄືເມື່ອລູກຊາຍຂອງພຣະເຈົ້າໄດ້ໄປຢູ່ກິນກັບບັນດາລູກສາວຂອງມະນຸດ ແລະ ມີລູກກັບພວກເຂົາ. ພວກເຂົາເປັນວິລະບຸລຸດຂອງຄົນໃນຍຸກບູຮານ, ເປັນຄົນທີ່ມີຊື່ສຽງ.
ພຣະເຈົ້າຢາເວໄດ້ເຫັນວ່າຄວາມຊົ່ວຂອງມະນຸດໃນໂລກນີ້ເພີ່ມຂຶ້ນຫລາຍຂະໜາດໃດ ແລະ ທຸກຄວາມຄິດຈິດໃຈຂອງມະນຸດກໍມີແຕ່ອ່ຽງໄປຫາຄວາມຊົ່ວຢູ່ຕະຫລອດ. ພຣະເຈົ້າຢາເວຈຶ່ງເສຍໃຈຫລາຍທີ່ພຣະອົງໄດ້ສ້າງມະນຸດຂຶ້ນມາເທິງແຜ່ນດິນໂລກ ແລະ ຈິດໃຈຂອງພຣະອົງກໍໄດ້ຮັບຄວາມທໍລະມານຢ່າງໜັກໜ່ວງ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, “ເຮົາຈະກວາດລ້າງມະນຸດທີ່ເຮົາໄດ້ສ້າງຂຶ້ນອອກຈາກຜືນແຜ່ນດິນໂລກ ພ້ອມທັງຝູງສັດ, ຝູງນົກ ແລະ ສັດເລືອຄານ, ເພາະເຮົາເສຍໃຈທີ່ໄດ້ສ້າງພວກເຂົາຂຶ້ນມາ”. ແຕ່ໂນອາພົບຄວາມພໍໃຈໃນສາຍຕາຂອງພຣະເຈົ້າຢາເວ.
ໂນອາ ແລະ ນ້ຳຖ້ວມ
ນີ້ແມ່ນເລື່ອງລາວຂອງໂນອາ ແລະ ຄອບຄົວຂອງເພິ່ນ.
ໂນອາເປັນຄົນຊອບທຳ, ບໍ່ມີຕຳໜິໃນທ່າມກາງຄົນໃນສະໄໝຂອງເພິ່ນ ແລະ ເພິ່ນໄດ້ດຳເນີນຊີວິດກັບພຣະເຈົ້າຢ່າງສັດຊື່. ໂນອາມີລູກຊາຍສາມຄົນຄື: ເຊມ, ຮາມ ແລະ ຢາເຟດ.
ຂະນະນັ້ນໂລກໄດ້ເສື່ອມໂຊມລົງໃນສາຍຕາຂອງພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຮຸນແຮງ. ພຣະເຈົ້າເຫັນວ່າໂລກໄດ້ເສື່ອມໂຊມ, ເພາະຄົນທັງໝົດເທິງໂລກໄດ້ເຮັດໃຫ້ວິຖີທາງຂອງພວກເຂົາເສື່ອມໂຊມລົງ. ດັ່ງນັ້ນ ພຣະເຈົ້າຈຶ່ງກ່າວກັບໂນອາວ່າ, “ເຮົາກຳລັງຈະນຳຈຸດຈົບມາສູ່ຄົນທັງປວງ, ເພາະວ່າແຜ່ນດິນໂລກເຕັມໄປດ້ວຍຄວາມຮຸນແຮງເພາະພວກເຂົາ. ເຮົາກຳລັງຈະທຳລາຍທັງພວກເຂົາ ແລະ ແຜ່ນດິນໂລກຢ່າງແນ່ນອນ. ດັ່ງນັ້ນ ເຈົ້າເອງຈົ່ງສ້າງເຮືອໃຫຍ່ລຳໜຶ່ງຂຶ້ນດ້ວຍໄມ້ແປກ3, ຈົ່ງເຮັດໃຫ້ມີຫລາຍຫ້ອງພາຍໃນເຮືອນັ້ນ ແລ້ວຢາດ້ວຍຂີ້ຊີທັງທາງໃນ ແລະ ທາງນອກ. ນີ້ແມ່ນວິທີທີ່ເຈົ້າຈະສ້າງເຮືອຄື: ເຮືອຕ້ອງຍາວ 300 ສອກ, ກວ້າງ 50 ສອກ ແລະ ສູງ 30 ສອກ.4 ຈົ່ງເຮັດຫລັງຄາປົກເຮືອ, ຈົ່ງໃຫ້ມີປ່ອງລະຫວ່າງຫລັງຄາ ແລະ ຕົວເຮືອໄວ້ສູງ 1 ສອກ5 ອ້ອມຮອບເຮືອ.6 ຈົ່ງເຮັດປະຕູປ່ອງໜຶ່ງໄວ້ທີ່ຂ້າງຂອງເຮືອ ແລະ ຈົ່ງເຮັດເປັນຊັ້ນລຸ່ມ, ຊັ້ນກາງ ແລະ ຊັ້ນເທິງ. ເຮົາກຳລັງຈະນໍາເອົານ້ຳຖ້ວມມາສູ່ໂລກເພື່ອທຳລາຍທຸກຊີວິດທີ່ຢູ່ໃຕ້ຟ້າສະຫວັນ, ທຸກສິ່ງທີ່ມີລົມຫາຍໃຈແຫ່ງຊີວິດທີ່ຢູ່ໃນນັ້ນ. ທຸກສິ່ງເທິງແຜ່ນດິນໂລກຈະຈິບຫາຍໄປ. ແຕ່ເຮົາຈະເຮັດພັນທະສັນຍາຂອງເຮົາກັບເຈົ້າ ແລະ ເຈົ້າຈະເຂົ້າໄປໃນເຮືອ ຄືເຈົ້າເອງ, ບັນດາລູກຊາຍຂອງເຈົ້າ, ເມຍຂອງເຈົ້າ ແລະ ບັນດາລູກໃພ້ຂອງເຈົ້າກໍຢູ່ກັບເຈົ້າ. ເຈົ້າຈົ່ງນຳເອົາສິ່ງມີຊີວິດທັງໝົດແນວລະຄູ່ ທັງໂຕຜູ້ ແລະ ໂຕແມ່ ເຂົ້າມາໃນເຮືອເພື່ອຮັກສາສັດເຫລົ່ານັ້ນໃຫ້ມີຊີວິດຢູ່ດ້ວຍກັນກັບເຈົ້າ. ນົກທຸກຊະນິດ, ສັດທຸກຊະນິດ, ສັດເລືອຄານທຸກຊະນິດແນວລະຄູ່ຈະມາຫາເຈົ້າເພື່ອຮັກສາຊີວິດໄວ້. ໃຫ້ເຈົ້າເອົາອາຫານທຸກຊະນິດທີ່ຈະກິນ ແລະ ເກັບໄວ້ເປັນອາຫານສຳລັບເຈົ້າ ແລະ ສັດເຫລົ່ານັ້ນດ້ວຍ”.
ໂນອາກໍໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າໄດ້ສັ່ງເພິ່ນ.
Source notes (6)
- Footnote ຫລື ວິນຍານຂອງເຮົາຈະບໍ່ຢູ່ໃນ
- Footnote ຫລື ເສື່ອມໂຊມ
- Footnote ຄວາມໝາຍຂອງພາສາເຮັບເຣີໃນຄຳນີ້ແມ່ນບໍ່ຊັດເຈນ
- Footnote ຄື ຍາວ 135 ແມັດ, ກວ້າງ 23 ແມັດ ແລະ ສູງ 14 ແມັດ
- Footnote ຫລື ປະມານ 45 ຊັງຕີແມັດ
- Footnote ຄວາມໝາຍຂອງພາສາເຮັບເຣີສຳລັບປະໂຫຍກນີ້ແມ່ນບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.