Skip to content
BibleKenya

Biblica® Open Lao Contemporary Version

ປະຖົມມະການ 49

ຢາໂຄບ​ອວຍພອນ​ບັນດາ​ລູກຊາຍ​ຂອງ​ລາວ

(ພບຍ 33:1-29)

ຢາໂຄບ​ໄດ້​ເອີ້ນ​ເອົາ​ບັນດາ​ລູກຊາຍ​ຂອງ​ລາວ​ເຂົ້າ​ມາ​ແລ້ວ​ກ່າວ​ວ່າ: “ຈົ່ງ​ພາ​ກັນ​ມາ​ລວມ​ກັນ​ເພື່ອ​ວ່າ​ພໍ່​ຈະ​ໄດ້​ບອກ​ພວກເຈົ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພວກເຈົ້າ​ໃນ​ວັນ​ຂ້າງໜ້າ.

“ຈົ່ງ​ມາ​ຮ່ວມ​ຊຸມນຸມ​ກັນ ແລະ ຟັງ, ລູກຊາຍ​ທັງຫລາຍ​ຂອງ​ຢາໂຄບ​ເອີຍ;

ຈົ່ງ​ຟັງ​ອິດສະຣາເອນ​ພໍ່​ຂອງ​ພວກເຈົ້າ.

“ຣູເບັນ, ເຈົ້າ​ເປັນ​ລູກຊາຍ​ກົກ​ຂອງ​ພໍ່,

ເປັນ​ອຳນາດ ແລະ ເປັນ​ສັນຍານ​ທຳອິດ​ແຫ່ງ​ກຳລັງ​ຂອງ​ພໍ່,

ເຈົ້າ​ເປັນ​ສຸດ​ຍອດ​ແຫ່ງ​ກຽດຕິຍົດ, ເປັນ​ສຸດ​ຍອດ​ແຫ່ງ​ອຳນາດ.

ເປັນ​ນ້ຳ​ທີ່​ໄຫລ​ແຮງ, ເຈົ້າ​ຈະ​ບໍ່​ໄດ້​ເປັນ​ສຸດ​ຍອດ​ອີກ​ຕໍ່ໄປ,

ເພາະ​ເຈົ້າ​ເຂົ້າ​ໄປ​ເຖິງ​ຕຽງນອນ​ຂອງ​ພໍ່​ຂອງ​ເຈົ້າ,

ເຂົ້າ​ໄປ​ເຖິງ​ບ່ອນນອນ​ຂອງ​ເຮົາ ແລະ ເຮັດ​ໃຫ້​ບ່ອນ​ນັ້ນ​ເປັນ​ມົນທິນ.

“ຊີເມໂອນ ແລະ ເລວີ​ເປັນ​ອ້າຍ​ນ້ອງ​ກັນ

ດາບ1​ຂອງ​ພວກເຂົາ​ເປັນ​ອາວຸດ​ຂອງ​ຄວາມຮຸນແຮງ.

ຢ່າ​ໃຫ້​ເຮົາ​ເຂົ້າ​ໄປ​ໃນ​ທີ່​ສະພາ​ຂອງ​ພວກເຂົາ,

ຢ່າ​ໃຫ້​ເຮົາ​ເຂົ້າ​ຮ່ວມ​ໃນ​ການ​ຊຸມນຸມ​ຂອງ​ພວກເຂົາ,

ເພາະ​ພວກເຂົາ​ຂ້າ​ຄົນ​ເມື່ອ​ພວກເຂົາ​ໃຈຮ້າຍ

ແລະ ຕັດ​ເອັນ​ຂາ​ງົວເຖິກ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ.

ຄຳ​ສາບແຊ່ງ​ທີ່​ຈະ​ຕົກ​ໃສ່​ຄວາມ​ໃຈຮ້າຍ​ຂອງ​ພວກເຂົາ ກໍ​ຮຸນແຮງ​ຫລາຍ,

ແລະ ຄວາມ​ແຄ້ນ​ຂອງ​ພວກເຂົາ ກໍ​ໂຫດຮ້າຍ​ຫລາຍ!

ເຮົາ​ຈະ​ໃຫ້​ພວກເຂົາ​ກະແຈກກະຈາຍ​ໄປ​ໃນ​ດິນແດນ​ຂອງ​ຢາໂຄບ

ແລະ ໃຫ້​ພວກເຂົາ​ກະແຈກກະຈາຍ​ໄປ​ໃນ​ອິດສະຣາເອນ.

“ຢູດາ2​ເອີຍ, ອ້າຍ​ນ້ອງ​ຂອງ​ເຈົ້າ​ຈະ​ສັນລະເສີນ​ເຈົ້າ;

ມື​ຂອງ​ເຈົ້າ​ຈະ​ບີບ​ຄໍ​ຂອງ​ບັນດາ​ສັດຕູ​ຂອງ​ເຈົ້າ;

ບັນດາ​ລູກຊາຍ​ຂອງ​ພໍ່​ຂອງ​ເຈົ້າ​ຈະ​ກົ້ມ​ຂາບ​ເຈົ້າ.

ຢູດາ​ເອີຍ, ເຈົ້າ​ຄື​ລູກ​ສິງ,

ລູກຊາຍ​ຂອງ​ເຮົາ​ເອີຍ, ເຈົ້າ​ຫາ​ກໍ​ກັບ​ມາ​ຈາກ​ກິນ​ເຫຍື່ອ.

ເໝືອນດັ່ງ​ສິງ​ທີ່​ໝອບ ແລະ ນອນ​ລົງ,

ເໝືອນດັ່ງ​ສິງ​ແມ່ ຜູ້ໃດ​ຈະ​ກ້າ​ປູກ​ລາວ​ໄດ້?

ໄມ້​ກະບອງ​ຈະ​ບໍ່​ໜີ​ໄປ​ຈາກ​ຢູດາ,

ຫລື ໄມ້ຄ້ອນເທົ້າ​ຂອງ​ຜູ້​ປົກຄອງ​ຈະ​ບໍ່​ໜີ​ໄປ​ຈາກ​ລະຫວ່າງ​ຕີນ​ຂອງ​ລາວ​ໄດ້3,

ຈົນ​ກວ່າ​ບຸກຄົນ​ຜູ້​ເປັນ​ເຈົ້າຂອງ​ອຳນາດ​ທີ່​ແທ້​ຈິງ​ຈະ​ມາ​ເຖິງ4

ແລະ ບັນດາ​ຊົນຊາດ​ຕ່າງໆ​ຈະ​ເຊື່ອຟັງ​ຜູ້​ນັ້ນ.

ລາວ​ຈະ​ມັດ​ລໍ​ຂອງ​ລາວ​ໄວ້​ທີ່​ເຄືອອະງຸ່ນ,

ມັດ​ລູກລໍ​ຂອງ​ລາວ​ໄວ້​ໃສ່​ກິ່ງ​ທີ່​ດີ​ທີ່ສຸດ;

ລາວ​ຈະ​ຊັກ​ເສື້ອຜ້າ​ຂອງ​ຕົນ​ໃນ​ເຫລົ້າອະງຸ່ນ,

ຊັກ​ເສື້ອຄຸມ​ຂອງ​ລາວ​ໃນ​ນ້ຳ​ອະງຸ່ນ​ສີ​ເລືອດ.

ຕາ​ຂອງ​ລາວ​ເຂັ້ມ​ກວ່າ​ເຫລົ້າອະງຸ່ນ,

ແຂ້ວ​ຂອງ​ລາວ​ຂາວ​ກວ່າ​ນ້ຳນົມ.5

“ເຊບູໂລນ​ຈະ​ອາໄສ​ຢູ່​ຕາມ​ແຄມຝັ່ງ​ທະເລ

ແລະ ກາຍເປັນ​ທ່າ​ເຮືອ;

ເຂດແດນ​ຂອງ​ລາວ​ຈະ​ຂະຫຍາຍ​ອອກ​ໄປ​ຈົນ​ຮອດ​ຊີໂດນ.

“ອິດຊາຄາ​ເປັນ​ເໝືອນ​ລໍ​ທີ່​ແຂງແຮງ

ນອນ​ລົງ​ຢູ່​ຕາມ​ຄອກ​ແກະ.6

ເມື່ອ​ລາວ​ເຫັນ​ວ່າ​ສະຖານທີ່​ພັກຜ່ອນ​ຂອງ​ລາວ​ດີ

ແລະ ດິນແດນ​ຂອງ​ລາວ​ເປັນ​ທີ່​ໜ້າ​ພໍໃຈ,

ລາວ​ກໍ​ຈະ​ງ່ຽງ​ບ່າ​ຂອງ​ຕົນ​ລົງ​ແບກ​ພາລະໜັກ

ແລະ ຍອມ​ເປັນ​ທາດ​ຮັບໃຊ້.

“ດານ7​ຈະ​ໃຫ້​ຄວາມ​ເປັນ​ທຳ​ແກ່​ພົນລະເມືອງ​ຂອງ​ຕົນ

ເໝືອນ​ໃຫ້​ແກ່​ເຜົ່າ​ອື່ນໆ​ໃນ​ອິດສະຣາເອນ.

ດານ​ຈະ​ເປັນ​ເໝືອນ​ງູ​ຕາມ​ແຄມ​ທາງ

ເໝືອນ​ງູພິດ​ນ້ອຍ​ທີ່​ຢູ່​ຕາມ​ຫົນທາງ,

ມັນ​ຈະ​ຕອດ​ສົ້ນໜ່ອງ​ມ້າ

ເພື່ອ​ໃຫ້​ຄົນ​ຂີ່​ຕົກ​ຈາກ​ຫລັງ​ມ້າ.

“ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ລໍ​ຄອຍຖ້າ​ການ​ກອບກູ້​ຂອງ​ພຣະອົງ.

“ກາດ8​ຈະ​ຖືກ​ໂຈມຕີ​ໂດຍ​ກຸ່ມ​ຜູ້​ໂຈມຕີ,

ແຕ່​ລາວ​ຈະ​ໂຈມຕີ​ພວກເຂົາ​ທີ່​ສົ້ນໜ່ອງ​ຂອງ​ພວກເຂົາ.

“ອາຫານ​ຂອງ​ອາເຊ​ຈະ​ອຸດົມສົມບູນ;

ລາວ​ຈະ​ຈັດຫາ​ອາຫານ​ດີເລີດ​ທີ່​ເໝາະສົມ​ກັບ​ກະສັດ.

“ເນັບທາລີ​ເປັນ​ກວາງ​ແມ່​ທີ່​ຖືກ​ປ່ອຍ​ໃຫ້​ເປັນ​ອິດສະຫລະ

ທີ່​ເກີດ​ລູກ​ກວາງ​ທີ່​ໜ້າຮັກ.9

“ໂຢເຊັບ​ເປັນ​ເຄືອອະງຸ່ນ​ທີ່​ເກີດຜົນ,

ເປັນ​ເຄືອອະງຸ່ນ​ທີ່​ເກີດຜົນ​ຢູ່​ໃກ້​ບໍ່ນ້ຳ,

ເຊິ່ງ​ມີ​ເຄືອ​ເລືອ​ຂຶ້ນ​ຂ້າມ​ກຳແພງ.10

ນັກຍິງທະນູ​ໄດ້​ໂຈມຕີ​ລາວ​ດ້ວຍ​ຄວາມ​ຂົມຂື່ນ;

ພວກເຂົາ​ຍິງ​ໃສ່​ລາວ​ດ້ວຍ​ຄວາມ​ເປັນ​ສັດຕູ.

ແຕ່​ທະນູ​ຂອງ​ລາວ​ຍັງ​ຕັ້ງ​ໝັ້ນຄົງ​ຢູ່,

ແຂນ​ທີ່​ແຂງແຮງ​ຂອງ​ລາວ​ບໍ່​ອ່ອນແຮງ.

ເພາະ​ມື​ຂອງ​ຜູ້ມີອຳນາດ​ຂອງ​ຢາໂຄບ,

ເພາະ​ຜູ້ລ້ຽງແກະ ຜູ້​ເປັນ​ສີລາ​ຂອງ​ອິດສະຣາເອນ,

ເພາະ​ພຣະເຈົ້າ​ຂອງ​ພໍ່​ຂອງ​ເຈົ້າ, ຜູ້​ທີ່​ຊ່ວຍ​ເຈົ້າ,

ເພາະ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່,11 ຜູ້​ທີ່​ອວຍພອນ​ເຈົ້າ

ດ້ວຍ​ພອນ​ແຫ່ງ​ທ້ອງຟ້າ​ເບື້ອງ​ເທິງ

ພອນ​ແຫ່ງ​ບໍ່ນ້ຳ​ເລິກ​ເບື້ອງ​ລຸ່ມ,

ພອນ​ແຫ່ງ​ນົມ ແລະ ມົດລູກ.

ພອນ​ຈາກ​ບິດາ​ຂອງ​ເຈົ້າ​ນັ້ນ

ໃຫຍ່​ກວ່າ​ພອນ​ຂອງ​ພູເຂົາ​ດຶກດຳບັນ,

ກວ່າ12​ຄວາມ​ອຸດົມສົມບູນ​ຂອງ​ເນີນພູ​ເກົ່າແກ່.

ຂໍ​ໃຫ້​ພອນ​ເຫລົ່ານີ້​ຈົ່ງ​ຢູ່​ເທິງ​ຫົວ​ຂອງ​ໂຢເຊັບ,

ຢູ່​ເທິງ​ໜ້າຜາກ​ຂອງ​ເຈົ້າຊາຍ​ໃນ​ທ່າມກາງ13​ອ້າຍນ້ອງ​ຂອງ​ລາວ.

“ເບັນຢາມິນ​ເປັນ​ໝາປ່າ​ທີ່​ຫິວໂຫຍ,

ໃນ​ຕອນເຊົ້າ​ລາວ​ກິນ​ເຫຍື່ອ,

ໃນ​ຕອນແລງ​ລາວ​ແບ່ງ​ຂອງ​ທີ່​ຢຶດ​ມາ​ໄດ້”.

ທັງໝົດ​ນີ້​ຄື​ສິບສອງ​ເຜົ່າ​ຂອງ​ອິດສະຣາເອນ ແລະ ນີ້​ແມ່ນ​ສິ່ງ​ທີ່​ພໍ່​ຂອງ​ພວກເຂົາ​ໄດ້​ເວົ້າ​ກັບ​ພວກເຂົາ​ເມື່ອ​ເພິ່ນ​ອວຍພອນ​ພວກເຂົາ, ໂດຍ​ໃຫ້​ພອນ​ແຕ່ລະຄົນ​ຕາມ​ທີ່​ເພິ່ນ​ເຫັນ​ສົມຄວນ.

ການ​ຕາຍ​ຂອງ​ຢາໂຄບ

ແລ້ວ​ຢາໂຄບ​ກໍ​ໃຫ້​ຄຳແນະນຳ​ເຫລົ່ານີ້​ແກ່​ພວກເຂົາ​ຄື: “ເຮົາ​ກຳລັງ​ຈະ​ຖືກ​ຮວບຮວມ​ໄປ​ຢູ່​ກັບ​ຄົນ​ຂອງ​ເຮົາ. ຈົ່ງ​ຝັງ​ເຮົາ​ໄວ້​ຮ່ວມ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໃນ​ຖ້ຳ​ທີ່​ຢູ່​ໃນ​ທົ່ງນາ​ຂອງ​ເອຟະໂຣນ​ຊາວຮິດຕີ, ຄື​ຖ້ຳ​ທີ່​ຢູ່​ໃນ​ທົ່ງນາ​ມັກເປລາ​ໃກ້​ມຳເຣ​ໃນ​ການາອານ, ເຊິ່ງ​ອັບຣາຮາມ​ໄດ້​ຊື້​ພ້ອມ​ກັບ​ທົ່ງນາ​ຈາກ​ເອຟະໂຣນ​ຊາວຮິດຕີ​ເພື່ອ​ເປັນ​ບ່ອນ​ຝັງສົບ. ທີ່​ນັ້ນ​ເປັນ​ບ່ອນ​ຝັງ​ອັບຣາຮາມ​ກັບ​ຊາຣາ​ເມຍ​ຂອງ​ເພິ່ນ, ເປັນ​ບ່ອນ​ຝັງ​ອີຊາກ​ກັບ​ເຣເບກາ​ເມຍ​ຂອງ​ເພິ່ນ ແລະ ເປັນ​ບ່ອນ​ທີ່​ເຮົາ​ໄດ້​ຝັງ​ເລອາ​ໄວ້. ທົ່ງນາ ແລະ ຖ້ຳ​ທີ່​ຢູ່​ໃນ​ນັ້ນ​ໄດ້​ຊື້​ມາ​ຈາກ​ຊາວ​ຮິດຕີ”.14

ເມື່ອ​ຢາໂຄບ​ໃຫ້​ຄຳແນະນຳ​ແກ່​ລູກຊາຍ​ທັງຫລາຍ​ຂອງ​ລາວ​ຈົບ​ແລ້ວ, ລາວ​ກໍ​ຍົກ​ຕີນ​ຂຶ້ນ​ເທິງ​ຕຽງນອນ, ແລ້ວ​ລາວ​ກໍ​ສິ້ນ​ໃຈ ແລະ ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ຂອງ​ລາວ.

Source notes (14)
  1. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມໝາຍ​ບໍ່​ຊັດເຈນ
  2. Footnote ຄຳ​ວ່າ ຢູດາ ມີ​ສຽງ​ຄ້າຍຄື ແລະ ອາດ​ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ, ສັນລະເສີນ
  3. Footnote ຫລື ຈາກ​ເຊື້ອສາຍ​ຂອງ​ລາວ
  4. Footnote ຫລື ຈົນ​ກວ່າ​ຄົນ​ທີ່​ຖື​ວ່າ​ເປັນ​ເຈົ້າຂອງ​ຈະ​ມາ​ເຖິງ; ຄວາມໝາຍ​ໃນ​ພາສາ​ເຮັບເຣີ​ສຳລັບ​ປະໂຫຍກ​ນີ້​ບໍ່​ຊັດເຈນ.
  5. Footnote ຫລື ຕາ​ຂອງ​ລາວ​ຈະ​ເປັນ​ສີ​ໝົ່ນ​ຈາກ​ເຫລົ້າອະງຸ່ນ ແຂ້ວ​ຂອງ​ລາວ​ຂາວ​ຈາກ​ນ້ຳນົມ
  6. Footnote ຫລື ນອນລົງ​ເທິງ​ກອງໄຟ​ໃນ​ສະໜາມ; ຫລື ນອນລົງ​ເທິງ​ເບາະນັ່ງ​ທີ່​ຫລັງ​ສັດ
  7. Footnote ໃນ​ທີ່​ນີ້​ແປ​ວ່າ ລາວ​ຈັດຫາ​ຄວາມເປັນທຳ
  8. Footnote ແປ​ວ່າ ໂຈມຕີ ແລະ ກອງ​ໂຈນ ກໍ​ໄດ້
  9. Footnote ຫລື ເປັນອິດສະຫລະ; ຫລື ລາວ​ເປັ່ງ​ຖ້ອຍຄຳ​ທີ່​ມ່ວນ​ຫູ
  10. Footnote ຫລື ໂຢເຊັບ​ເປັນ​ລູກ​ລໍ​ປ່າ ເປັນ​ລູກ​ລໍ​ປ່າ​ຢູ່​ໃກ້​ນ້ຳ​ພຸ ຫລື ລໍ​ປ່າ​ທີ່​ເນີນພູ​ຂັ້ນໄດ
  11. Footnote ພາສາ​ເຮັບເຣີ​ວ່າ ຊາດາຍ
  12. Footnote ຫລື ແຫ່ງ​ບັນພະບຸລຸດ​ຂອງ​ຂ້ອຍ ຍິ່ງໃຫຍ່​ເທົ່າ​ກັບ
  13. Footnote ຫລື ຜູ້​ທີ່​ແຍກ​ຈາກ
  14. Footnote ຫລື ເຊື້ອສາຍ​ຂອງ​ເຮດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.