Biblica® Open Lao Contemporary Version
ປະຖົມມະການ 50
ໂຢເຊັບໄດ້ຖິ້ມຕົວລົງເທິງພໍ່ຂອງຕົນ ແລະ ຮ້ອງໄຫ້ຫາພໍ່ພ້ອມທັງຈູບພໍ່. ຫລັງຈາກນັ້ນ ໂຢເຊັບຈຶ່ງສັ່ງໃຫ້ບັນດາໝໍທີ່ຮັບໃຊ້ຕົນຢູ່ນັ້ນໃຫ້ອາບນ້ຳຢາຮັກສາສົບຂອງອິດສະຣາເອນພໍ່ຂອງເພິ່ນໄວ້. ດັ່ງນັ້ນ ບັນດາໝໍກໍອາບນ້ຳຢາຮັກສາສົບຂອງອິດສະຣາເອນໄວ້, ການອາບນ້ຳຢາຮັກສາສົບນີ້ໃຊ້ເວລາເຖິງສີ່ສິບວັນເຕັມ. ແລະ ຊາວເອຢິບກໍໄວ້ທຸກໃຫ້ອິດສະຣາເອນເຈັດສິບວັນ.
ເມື່ອເວລາໄວ້ທຸກຜ່ານພົ້ນໄປແລ້ວ, ໂຢເຊັບກໍເວົ້າກັບພະນັກງານຂອງຟາໂຣວ່າ, “ຖ້າທ່ານຈະກະລຸນາເຮົາ ຂໍໃຫ້ເວົ້າກັບຟາໂຣແທນເຮົາດ້ວຍ. ໃຫ້ບອກເພິ່ນວ່າ, ‘ພໍ່ຂອງໂຢເຊັບໄດ້ໃຫ້ລາວສາບານ ແລະ ເວົ້າວ່າ, “ເຮົາກຳລັງຈະຕາຍ; ຈົ່ງຝັງເຮົາໄວ້ໃນອຸບໂມງທີ່ເຮົາຂຸດໄວ້ເພື່ອຕົນເອງໃນດິນແດນການາອານ”. ບັດນີ້ ເຮົາຂໍອະນຸຍາດໄປຝັງສົບພໍ່ຂອງເຮົາກ່ອນ; ແລ້ວເຮົາກໍຈະກັບຄືນມາ’ ”.
ຟາໂຣເວົ້າວ່າ, “ຈົ່ງໄປຝັງສົບພໍ່ຂອງເຈົ້າ ຕາມທີ່ເພິ່ນໄດ້ໃຫ້ເຈົ້າປະຕິຍານໄວ້ວ່າຈະເຮັດສາ”.
ດັ່ງນັ້ນ ໂຢເຊັບຈຶ່ງໄປຝັງສົບພໍ່ຂອງຕົນ. ບັນດາຜູ້ທີ່ໄປຮ່ວມງານສົບກັບໂຢເຊັບມີຄື: ພະນັກງານທັງໝົດຂອງຟາໂຣ, ບັນດາຜູ້ມີກຽດໃນວັງຂອງເພິ່ນ ແລະ ບັນດາຜູ້ມີກຽດທັງໝົດຂອງເອຢິບ ນອກຈາກສະມາຊິກທັງໝົດຂອງຄອບຄົວຂອງໂຢເຊັບ ແລະ ຄອບຄົວບັນດາອ້າຍນ້ອງຂອງເພິ່ນ ແລະ ບັນດາຄົນທີ່ເປັນສະມາຊິກຄອບຄົວຂອງພໍ່ຂອງເພິ່ນ. ກໍມີພຽງແຕ່ບັນດາລູກຫລານຂອງພວກເພິ່ນກັບຝູງແບ້, ຝູງແກະ ແລະ ຝູງງົວເທົ່ານັ້ນທີ່ຍັງເຫລືອຢູ່ໃນໂກເຊັນ. ຂະບວນລົດມ້າ ແລະ ຄົນຂີ່ມ້າ1ກໍຕິດຕາມໂຢເຊັບໄປດ້ວຍ. ເປັນຂະບວນຜູ້ຕິດຕາມທີ່ໃຫຍ່ຫລາຍ.
ເມື່ອພວກເພິ່ນມາເຖິງລານຟາດເຂົ້າທີ່ອາຕາດ ໃກ້ແມ່ນ້ຳຈໍແດນ, ພວກເພິ່ນກໍພາກັນຮ້ອງໄຫ້ຄ່ຳຄວນຢ່າງຂົມຂື່ນດ້ວຍສຽງດັງຫລາຍ; ແລະ ຢູ່ທີ່ນັ້ນໂຢເຊັບໄດ້ໄວ້ທຸກໃຫ້ພໍ່ຂອງຕົນເປັນເວລາເຈັດວັນ. ເມື່ອຊາວການາອານຜູ້ອາໄສຢູ່ທີ່ນັ້ນເຫັນການໄວ້ທຸກທີ່ລານຟາດເຂົ້າທີ່ອາຕາດ, ພວກເຂົາຈຶ່ງເວົ້າວ່າ, “ຊາວເອຢິບເຫລົ່ານີ້ກຳລັງປະກອບພິທີໄວ້ທຸກຢ່າງຈິງຈັງ”. ຈຶ່ງເອີ້ນຊື່ສະຖານທີ່ໃກ້ແມ່ນ້ຳຈໍແດນນັ້ນວ່າ, ອາເບນມິດຊະຣາອິມ.2
ດັ່ງນັ້ນ ລູກຊາຍທັງຫລາຍຂອງຢາໂຄບຈຶ່ງໄດ້ປະຕິບັດຕາມຄຳສັ່ງຂອງເພິ່ນ: ພວກເຂົາໄດ້ນຳເອົາສົບຂອງຢາໂຄບມາຍັງດິນແດນການາອານ ແລະ ຝັງລາວໄວ້ໃນຖ້ຳທີ່ຢູ່ໃນທົ່ງນາຊື່ວ່າມັກເປລາໃກ້ມຳເຣ, ເຊິ່ງອັບຣາຮາມໄດ້ຊື້ໄວ້ພ້ອມກັບທົ່ງນາຈາກເອຟະໂຣນຊາວຮິດຕີເພື່ອເປັນບ່ອນຝັງສົບ. ຫລັງຈາກຝັງສົບພໍ່ຂອງຕົນແລ້ວ, ໂຢເຊັບຈຶ່ງກັບຄືນໄປທີ່ເອຢິບພ້ອມກັບອ້າຍນ້ອງ ແລະ ຄົນອື່ນໆທຸກຄົນທີ່ໄປຮ່ວມຝັງສົບພໍ່ຂອງເພິ່ນ.
ໂຢເຊັບໃຫ້ຄວາມໝັ້ນໃຈແກ່ພວກອ້າຍນ້ອງຂອງເພິ່ນ
ເມື່ອບັນດາອ້າຍນ້ອງຂອງໂຢເຊັບເຫັນວ່າພໍ່ຂອງພວກຕົນໄດ້ຕາຍແລ້ວ, ພວກເຂົາຈຶ່ງເວົ້າກັນວ່າ, “ພວກເຮົາຈະເຮັດຢ່າງໃດຖ້າໂຢເຊັບຫາກຍັງຮັກສາຄວາມຄຽດແຄ້ນທີ່ມີຕໍ່ພວກເຮົາ ແລະ ຈະແກ້ແຄ້ນພວກເຮົາຄືນເພາະສິ່ງຄວາມຜິດທັງຫລາຍທີ່ພວກເຮົາໄດ້ເຮັດກັບລາວ?” ດັ່ງນັ້ນ ພວກເຂົາຈຶ່ງໄດ້ສົ່ງຄົນໄປບອກໂຢເຊັບວ່າ, “ພໍ່ຂອງທ່ານໄດ້ປະຄຳແນະນຳເຫລົ່ານີ້ໄວ້ກ່ອນເພິ່ນຕາຍວ່າ: ‘ນີ້ແມ່ນສິ່ງທີ່ພວກເຈົ້າຈະເວົ້າຕໍ່ໂຢເຊັບຄື: ເຮົາຂໍຮ້ອງເຈົ້າໃຫ້ອະໄພຄວາມບາບ ແລະ ຄວາມຜິດທີ່ພວກເຂົາໄດ້ເຮັດຕໍ່ເຈົ້າຢ່າງຮ້າຍແຮງ’. ບັດນີ້ ຂໍທ່ານໄດ້ໃຫ້ອະໄພຄວາມບາບຂອງບັນດາຜູ້ຮັບໃຊ້ພຣະເຈົ້າຂອງພໍ່ຂອງທ່ານດ້ວຍ”. ເມື່ອຂໍ້ຄວາມຂອງພວກເຂົາມາເຖິງໂຢເຊັບແລ້ວ, ເພິ່ນກໍຮ້ອງໄຫ້.
ຫລັງຈາກນັ້ນ ບັນດາອ້າຍນ້ອງຂອງເພິ່ນກໍເຂົ້າມາຄຸເຂົ່າລົງຕໍ່ໜ້າໂຢເຊັບ. ພວກເຂົາເວົ້າວ່າ, “ພວກເຮົາເປັນຂ້າທາດຂອງທ່ານ”.
ແຕ່ໂຢເຊັບເວົ້າກັບພວກເຂົາວ່າ, “ຢ່າຢ້ານເລີຍ. ເຮົາຢູ່ໃນຖານະພຣະເຈົ້າບໍ? ພວກເຈົ້າຕັ້ງໃຈເຮັດຮ້າຍຕໍ່ເຮົາ, ແຕ່ພຣະເຈົ້າຕັ້ງໃຈໃຫ້ເກີດຜົນດີດັ່ງສິ່ງທີ່ເປັນຢູ່ເວລານີ້, ຄືການຊ່ວຍຊີວິດຄົນເປັນຈຳນວນຫລາຍໄວ້ໄດ້. ດັ່ງນັ້ນ ຢ່າຢ້ານເລີຍ. ເຮົາຈະລ້ຽງດູພວກເຈົ້າ ແລະ ລູກຫລານຂອງພວກເຈົ້າ”. ແລະ ໂຢເຊັບກໍໃຫ້ຄວາມໝັ້ນໃຈແກ່ພວກເຂົາ ແລະ ເວົ້າຢ່າງໃຈດີກັບພວກເຂົາ.
ການຕາຍຂອງໂຢເຊັບ
ໂຢເຊັບໄດ້ອາໄສຢູ່ໃນເອຢິບ ພ້ອມດ້ວຍຄອບຄົວຂອງພໍ່ຂອງເພິ່ນທັງໝົດ. ເພິ່ນມີຊີວິດຢູ່ໄດ້ 110 ປີ ແລະ ໄດ້ເຫັນລູກຫລານຂອງເອຟຣາອິມລຸ້ນທີສາມ. ແລະ ລູກຫລານຂອງມາກີ ຜູ້ທີ່ເປັນລູກຊາຍຂອງມານາເຊທີ່ໂຢເຊັບໄດ້ອູ້ມມາວາງເທິງຕັກຂອງເພິ່ນເມື່ອພວກເຂົາເກີດມາ3.
ໂຢເຊັບໄດ້ເວົ້າກັບພວກອ້າຍນ້ອງຂອງເພິ່ນວ່າ, “ເຮົາກຳລັງຈະຕາຍ. ແຕ່ພຣະເຈົ້າຈະມາຊ່ວຍພວກເຈົ້າແນ່ນອນ ແລະ ພຣະອົງຈະນຳພາພວກເຈົ້າອອກຈາກດິນແດນນີ້ໄປຍັງດິນແດນທີ່ໄດ້ສັນຍາໂດຍປະຕິຍານໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ”. ແລ້ວໂຢເຊັບຈຶ່ງຂໍໃຫ້ຊາວອິດສະຣາເອນກ່າວປະຕິຍານ ແລະ ກ່າວວ່າ, “ພຣະເຈົ້າຈະມາຊ່ວຍພວກເຈົ້າແນ່ນອນ, ແລ້ວພວກເຈົ້າຕ້ອງນຳກະດູກຂອງເຮົາອອກຈາກບ່ອນນີ້”.
ໂຢເຊັບໄດ້ຕາຍໄປເມື່ອອາຍຸໄດ້ 110 ປີ. ແລະ ຫລັງຈາກທີ່ພວກເຂົາອາບນ້ຳຢາໃຫ້ສົບຂອງເພິ່ນແລ້ວ, ເພິ່ນກໍຖືກວາງໄວ້ໃນໂລງສົບທີ່ເອຢິບ.
Source notes (3)
- Footnote ຫລື ຄົນຂີ່ລົດມ້າ
- Footnote ແປວ່າ ການໄວ້ທຸກຂອງຊາວເອຢິບ
- Footnote ນັ້ນຄື ຖືກຖືວ່າເປັນລູກຂອງເພິ່ນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.