Biblica® Open Lao Contemporary Version
ປະຖົມມະການ 48
ມານາເຊ ແລະ ເອຟຣາອິມ
ຕໍ່ມາ ມີຄົນມາບອກໂຢເຊັບວ່າ, “ພໍ່ຂອງທ່ານປ່ວຍ”. ລາວຈຶ່ງພາລູກຊາຍສອງຄົນຂອງລາວຄືມານາເຊ ແລະ ເອຟຣາອິມໄປກັບລາວ. ເມື່ອມີຄົນມາບອກຢາໂຄບວ່າ, “ໂຢເຊັບລູກຊາຍຂອງທ່ານໄດ້ມາຫາທ່ານ,” ອິດສະຣາເອນຈຶ່ງຮວບຮວມກຳລັງລຸກຂຶ້ນ ແລະ ນັ່ງເທິງຕຽງ.
ຢາໂຄບໄດ້ເວົ້າກັບໂຢເຊັບວ່າ, “ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ປາກົດແກ່ພໍ່ຢູ່ທີ່ລູເຊໃນດິນແດນການາອານ ແລະ ທີ່ນັ້ນພຣະອົງໄດ້ອວຍພອນພໍ່ ແລະ ກ່າວແກ່ພໍ່ວ່າ, ‘ເຮົາຈະເຮັດໃຫ້ເຈົ້າມີລູກຫລານເພີ່ມຈຳນວນຂຶ້ນຫລວງຫລາຍ. ເຮົາຈະເຮັດໃຫ້ເຈົ້າເປັນຊຸມຊົນຂອງຄົນທັງຫລາຍ ແລະ ຈະຍົກດິນແດນນີ້ໃຫ້ເປັນກຳມະສິດນິລັນດອນແກ່ເຊື້ອສາຍຂອງເຈົ້າທີ່ມາພາຍຫລັງເຈົ້າ’.
“ບັດນີ້ ເອຟຣາອິມ ແລະ ມານາເຊ ລູກຊາຍທັງສອງຂອງເຈົ້າທີ່ເກີດໃນເອຢິບກ່ອນທີ່ພໍ່ຈະມາເຖິງເຈົ້ານັ້ນ ຈະຖືກນັບວ່າເປັນລູກຂອງພໍ່; ເອຟຣາອິມ ແລະ ມານາເຊຈະເປັນລູກຂອງພໍ່ເໝືອນດັ່ງຣູເບັນ ແລະ ຊີເມໂອນທີ່ເປັນລູກຂອງພໍ່. ສ່ວນລູກຄົນອື່ນໆທີ່ເກີດໃຫ້ເຈົ້າຕາມຫລັງນັ້ນ ພວກເຂົາຈະເປັນຂອງເຈົ້າ; ໃນດິນແດນທີ່ພວກເຂົາຮັບມໍລະດົກນັ້ນພວກເຂົາຈະໄດ້ຮັບສ່ວນຂອງບັນດາອ້າຍຂອງພວກເຂົາ. ໃນຂະນະທີ່ພໍ່ກຳລັງກັບມາຈາກປັດດານ1ນັ້ນ, ພໍ່ມີຄວາມເສົ້າໃຈຫລາຍທີ່ຣາເຊັນໄດ້ຕາຍໄປໃນດິນແດນການາອານຂະນະທີ່ພວກເຮົາຍັງເດີນທາງຢູ່ບໍ່ໄກຈາກເອຟຣາທາເທົ່າໃດ. ດັ່ງນັ້ນ ພໍ່ຈຶ່ງໄດ້ຝັງສົບຣາເຊັນໄວ້ຢູ່ຂ້າງທາງໄປເອຟຣາທາ” (ຄືເບັດເລເຮັມ).
ເມື່ອອິດສະຣາເອນເຫັນລູກຊາຍທັງສອງຂອງໂຢເຊັບແລ້ວກໍຖາມວ່າ, “ສອງຄົນນີ້ແມ່ນຜູ້ໃດ?”
ໂຢເຊັບໄດ້ຕອບພໍ່ຂອງລາວວ່າ, “ນີ້ຄືລູກຊາຍທີ່ພຣະເຈົ້າໄດ້ມອບໃຫ້ລູກຢູ່ທີ່ນີ້”.
ແລ້ວອິດສະຣາເອນຈຶ່ງກ່າວວ່າ, “ຈົ່ງພາພວກເຂົາມາຫາພໍ່ເພື່ອພໍ່ຈະໄດ້ອວຍພອນພວກເຂົາ”.
ບັດນີ້ ຕາຂອງອິດສະຣາເອນກໍຟາງເພາະອາຍຸຫລາຍແລ້ວ ແລະ ເພິ່ນເບິ່ງເກືອບບໍ່ເຫັນ. ດັ່ງນັ້ນ ໂຢເຊັບຈຶ່ງພາລູກຊາຍທັງສອງຄົນຂອງລາວເຂົ້າໄປໃກ້ເພິ່ນ ແລະ ພໍ່ຂອງໂຢເຊັບກໍຈູບພວກເຂົາ ແລະ ກອດພວກເຂົາ.
ອິດສະຣາເອນໄດ້ເວົ້າກັບໂຢເຊັບວ່າ, “ພໍ່ບໍ່ເຄີຍຄາດຫວັງເລີຍວ່າຈະໄດ້ເຫັນໜ້າເຈົ້າອີກ ແລະ ດຽວນີ້ພຣະເຈົ້າຍັງອະນຸຍາດໃຫ້ພໍ່ໄດ້ເຫັນບັນດາລູກຂອງເຈົ້າອີກດ້ວຍ”.
ແລ້ວໂຢເຊັບເອົາລູກທັງສອງອອກຈາກຕັກຂອງອິດສະຣາເອນ ແລະ ໝູບໜ້າຂອງຕົນລົງທີ່ພື້ນ. ແລະ ໂຢເຊັບເອົາລູກຊາຍທັງສອງເຂົ້າໄປໃກ້ພໍ່, ມືຂວາຈັບເອຟຣາອິມໃຫ້ໄປຢູ່ທາງຊ້າຍມືຂອງອິດສະຣາເອນ ສ່ວນມືຊ້າຍຈັບມານາເຊໃຫ້ໄປຢູ່ທາງຂວາມືຂອງອິດສະຣາເອນ. ແຕ່ອິດສະຣາເອນຍື່ນມືຂວາວາງເທິງຫົວຂອງເອຟຣາອິມ ເຖິງແມ່ນວ່າລາວເປັນນ້ອງກໍຕາມ ແລະ ເພິ່ນກໍໄຂວ່ແຂນຂອງເພິ່ນໂດຍວາງມືຊາຍຂອງເພິ່ນເທິງຫົວຂອງມານາເຊ ເຖິງແມ່ນວ່າມານາເຊເປັນອ້າຍກົກກໍຕາມ.
ແລ້ວເພິ່ນຈຶ່ງໄດ້ອວຍພອນໂຢເຊັບ ແລະ ກ່າວວ່າ,
“ຂໍພຣະເຈົ້າຂອງບັນພະບຸລຸດຂອງຂ້ານ້ອຍ
ຜູ້ທີ່ອັບຣາຮາມ ແລະ ອີຊາກໄດ້ເດີນຕາມຢ່າງສັດຊື່ຢູ່ຕໍ່ໜ້າ
ພຣະເຈົ້າຜູ້ທີ່ເປັນຜູ້ລ້ຽງຂອງຂ້ານ້ອຍ
ມາຕະຫລອດຊີວິດຈົນເຖິງທຸກວັນນີ້,
ຂໍໃຫ້ເທວະດາຜູ້ທີ່ຊ່ວຍໃຫ້ຂ້ານ້ອຍພົ້ນຈາກອັນຕະລາຍທັງປວງນັ້ນ
ຂໍພຣະອົງອວຍພອນເດັກຊາຍເຫລົ່ານີ້.
ຂໍໃຫ້ຊື່ຂອງຂ້ານ້ອຍ
ແລະ ຊື່ຂອງບັນພະບຸລຸດຂອງຂ້ານ້ອຍຄື ອັບຣາຮາມ ແລະ ອີຊາກ ດຳລົງຢູ່ກັບພວກເຂົາ,
ແລະ ຂໍໃຫ້ພວກເຂົາເພີ່ມທະວີຂຶ້ນຫລວງຫລາຍ
ເທິງແຜ່ນດິນໂລກ”.
ເມື່ອໂຢເຊັບເຫັນພໍ່ຂອງຕົນເອົາມືຂວາຂອງເພິ່ນວາງເທິງຫົວຂອງເອຟຣາອິມເພິ່ນກໍບໍ່ພໍໃຈ; ດັ່ງນັ້ນ ລາວຈຶ່ງໄດ້ເອົາມືຂອງພໍ່ຂອງຕົນຍ້າຍອອກຈາກຫົວຂອງເອຟຣາອິມໄປວາງໃສ່ເທິງຫົວຂອງມານາເຊ. ໂຢເຊັບເວົ້າກັບພໍ່ວ່າ, “ພໍ່ເອີຍ, ບໍ່ແມ່ນ, ຄົນນີ້ເປັນລູກຊາຍກົກ; ຂໍໃຫ້ວາງມືຂວາຂອງພໍ່ລົງເທິງຫົວຂອງລາວ”.
ແຕ່ພໍ່ຂອງລາວໄດ້ປະຕິເສດ ແລະ ເວົ້າວ່າ, “ພໍ່ຮູ້, ລູກເອີຍ, ພໍ່ຮູ້. ລາວຈະກາຍເປັນຊົນຊາດໜຶ່ງ ແລະ ຈະກາຍເປັນຜູ້ຍິ່ງໃຫຍ່ເໝືອນກັນ. ຢ່າງໃດກໍຕາມ, ນ້ອງຊາຍຂອງລາວຈະຍິ່ງໃຫຍ່ກວ່າລາວ ແລະ ເຊື້ອສາຍຂອງລາວກໍຈະເປັນກຸ່ມປະຊາຊາດ”. ຢາໂຄບຈຶ່ງໄດ້ອວຍພອນພວກເຂົາໃນວັນນັ້ນວ່າ,
“ອິດສະຣາເອນຈະອວຍພອນກັນໃນນາມຂອງເຈົ້າວ່າ:
‘ຂໍພຣະເຈົ້າເຮັດໃຫ້ເຈົ້າເປັນເໝືອນເອຟຣາອິມ ແລະ ມານາເຊ’ ”.
ດັ່ງນັ້ນ ຢາໂຄບຈຶ່ງເອົາຊື່ເອຟຣາອິມຂຶ້ນກ່ອນມານາເຊ.
ຫລັງຈາກນັ້ນ ອິດສະຣາເອນຈຶ່ງເວົ້າຕໍ່ໂຢເຊັບວ່າ, “ພໍ່ກຳລັງຈະຕາຍແລ້ວ, ແຕ່ພຣະເຈົ້າຈະຢູ່ກັບພວກເຈົ້າ ແລະ ຈະນຳພວກເຈົ້າທັງຫລາຍກັບໄປຍັງດິນແດນຂອງບັນພະບຸລຸດຂອງພວກເຈົ້າ. ແລະ ສຳລັບເຈົ້າ ພໍ່ຈະມອບສັນພູຂອງດິນແດນ2ແຫ່ງໜຶ່ງຫລາຍກວ່າທີ່ພໍ່ມອບໃຫ້ບັນດາອ້າຍຂອງເຈົ້າ, ເຊິ່ງເປັນສັນພູທີ່ພໍ່ໄດ້ມາຈາກຊາວອາໂມດ້ວຍດາບ ແລະ ທະນູຂອງພໍ່ໃຫ້ແກ່ເຈົ້າ”.
Source notes (2)
- Footnote ນັ້ນຄື ທາງທິດຕາເວັນຕົກສຽງເໜືອຂອງເມໂຊໂປຕາເມຍ
- Footnote ໃນພາສາເຮັບເຣີສຳລັບສັນພູຂອງດິນແດນແມ່ນຖືວ່າເປັນບ່ອນໜຶ່ງທີ່ມີຊື່ວ່າຊີເຄມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.