Biblica® Open Lao Contemporary Version
ປະຖົມມະການ 47
ໂຢເຊັບຈຶ່ງໄດ້ເຂົ້າພົບ ແລະ ບອກຟາໂຣວ່າ, “ພໍ່ ແລະ ອ້າຍນ້ອງຂອງຂ້ານ້ອຍພ້ອມດ້ວຍຝູງແບ້, ຝູງແກະ, ຝູງງົວ ແລະ ທຸກສິ່ງທີ່ເປັນຂອງພວກເພິ່ນ ເຊິ່ງໄດ້ມາຈາກດິນແດນການາອານ ແລະ ເວລານີ້ຢູ່ໃນໂກເຊັນແລ້ວ”. ໂຢເຊັບໄດ້ເລືອກເອົາອ້າຍຂອງເພິ່ນຫ້າຄົນແລ້ວນຳພວກເຂົາເຂົ້າພົບຟາໂຣ.
ຟາໂຣໄດ້ຖາມບັນດາຜູ້ເປັນອ້າຍນັ້ນວ່າ, “ພວກເຈົ້າມີອາຊີບຫຍັງ?”
ພວກເຂົາຕອບຟາໂຣວ່າ, “ຜູ້ຮັບໃຊ້ຂອງທ່ານເປັນຄົນລ້ຽງແກະເໝືອນດັ່ງທີ່ພໍ່ຂອງພວກຂ້ານ້ອຍເຄີຍເຮັດມາ”. ພວກເຂົາຍັງກ່າວຕໍ່ຟາໂຣອີກວ່າ, “ພວກຂ້ານ້ອຍມາອາໄສຢູ່ບ່ອນນີ້ຊົ່ວໄລຍະໜຶ່ງ, ເນື່ອງຈາກມີການອຶດຢາກອາຫານຢ່າງຮຸນແຮງໃນການາອານ ແລະ ຜູ້ຮັບໃຊ້ຂອງທ່ານບໍ່ມີທົ່ງຫຍ້າສຳລັບຝູງສັດ. ດັ່ງນັ້ນ ຂໍທ່ານອະນຸຍາດໃຫ້ຜູ້ຮັບໃຊ້ຂອງທ່ານໄດ້ຕັ້ງຖິ່ນຖານຢູ່ໃນໂກເຊັນດ້ວຍ”.
ຟາໂຣກ່າວຕໍ່ໂຢເຊັບວ່າ, “ພໍ່ ແລະ ອ້າຍນ້ອງຂອງເຈົ້າໄດ້ມາຫາເຈົ້າແລ້ວ, ແລະ ດິນແດນເອຢິບກໍຢູ່ຕໍ່ໜ້າເຈົ້າ; ຈົ່ງໃຫ້ພໍ່ ແລະ ອ້າຍນ້ອງຂອງເຈົ້າຕັ້ງຖິ່ນຖານໃນບ່ອນທີ່ດີທີ່ສຸດຂອງດິນແດນນີ້. ຈົ່ງໃຫ້ພວກເຂົາອາໄສຢູ່ໃນໂກເຊັນ. ແລະ ຖ້າເຈົ້າຮູ້ວ່າມີຄົນໃດໃນພວກເຂົາມີຄວາມສາມາດພິເສດ, ກໍຈົ່ງມອບໃຫ້ພວກເຂົາຮັບຜິດຊອບສັດລ້ຽງຂອງເຮົານຳ”.
ຫລັງຈາກນັ້ນ ໂຢເຊັບກໍພາຢາໂຄບພໍ່ຂອງຕົນເຂົ້າໄປສະເໜີຕົວຕໍ່ຟາໂຣ. ຫລັງຈາກທີ່ຢາໂຄບໄດ້ອວຍພອນ1ແກ່ຟາໂຣແລ້ວ, ຟາໂຣຈຶ່ງໄດ້ຖາມເພິ່ນວ່າ, “ທ່ານມີອາຍຸເທົ່າໃດແລ້ວ?”
ຢາໂຄບໄດ້ຕອບວ່າ, “ຂ້ານ້ອຍພະເນຈອນມາໄດ້ 130 ປີແລ້ວ. ປີເດືອນຂອງຂ້ານ້ອຍກໍສັ້ນ ແລະ ຍາກລຳບາກ, ແລະ ບໍ່ຍືນຍາວເໝືອນບັນພະບຸລຸດຂອງຂ້ານ້ອຍຜູ້ມີຊີວິດພະເນຈອນເໝືອນກັນ”. ແລ້ວຢາໂຄບກໍອວຍພອນ2ຟາໂຣ ແລະ ອອກໄປຈາກເພິ່ນ.
ໂຢເຊັບຈຶ່ງໃຫ້ພໍ່ ແລະ ອ້າຍນ້ອງຂອງລາວຕັ້ງຖິ່ນຖານຢູ່ໃນເອຢິບ ແລະ ມອບທີ່ດິນໃຫ້ພວກເຂົາໃນບ່ອນທີ່ດີທີ່ສຸດຂອງດິນແດນນີ້, ຄືເມືອງຣາມາເຊັດຕາມຄຳສັ່ງຂອງຟາໂຣ. ໂຢເຊັບຍັງໄດ້ຈັດຫາອາຫານໃຫ້ພໍ່ ແລະ ອ້າຍນ້ອງຂອງລາວພ້ອມທັງທຸກຄົນໃນຄອບຄົວຂອງພໍ່ຂອງລາວຕາມຈຳນວນລູກຫລານຂອງພວກເຂົາດ້ວຍ.
ໂຢເຊັບ ແລະ ການອຶດຢາກອາຫານ
ເຖິງຢ່າງໃດກໍຕາມ, ບໍ່ມີອາຫານຢູ່ໃນທົ່ວຂົງເຂດນັ້ນເພາະວ່າມີການອຶດຢາກອາຫານທີ່ຮຸນແຮງຫລາຍ, ຈຶ່ງເຮັດໃຫ້ທັງຊາວເອຢິບ ແລະ ຊາວການາອານຕ່າງກໍພາກັນອ່ອນເພຍຍ້ອນການອຶດຢາກອາຫານ. ໂຢເຊັບໄດ້ຮວບຮວມເອົາເງິນທັງໝົດທີ່ຈະຫາໄດ້ໃນເອຢິບ ແລະ ການາອານໃນການຈ່າຍຄ່າເຂົ້າທີ່ພວກເຂົາໄດ້ຊື້ ແລະ ໂຢເຊັບໄດ້ນຳເງິນນັ້ນໄປທີ່ວັງຂອງຟາໂຣ. ເມື່ອຊາວເອຢິບ ແລະ ຊາວການາອານໝົດເງິນແລ້ວ, ຊາວເອຢິບທັງໝົດກໍພາກັນມາຫາໂຢເຊັບແລ້ວເວົ້າວ່າ, “ຂໍໃຫ້ອາຫານແກ່ພວກເຮົາດ້ວຍ. ເປັນຫຍັງພວກເຮົາຕ້ອງຕາຍຕໍ່ໜ້າຕໍ່ຕາທ່ານ? ເງິນຂອງພວກເຮົາໝົດແລ້ວ”.
ໂຢເຊັບໄດ້ຕອບວ່າ, “ຖ້າເຊັ່ນນັ້ນຈົ່ງນຳເອົາສັດລ້ຽງຂອງພວກເຈົ້າມາ. ເຮົາຈະຂາຍອາຫານໃຫ້ພວກເຈົ້າດ້ວຍການແລກປ່ຽນກັບສັດລ້ຽງຂອງພວກເຈົ້າ, ເພາະວ່າພວກເຈົ້າໝົດເງິນແລ້ວ”. ດັ່ງນັ້ນ ພວກເຂົາຈຶ່ງໄດ້ນຳເອົາສັດລ້ຽງຂອງຕົນມາໃຫ້ໂຢເຊັບ ແລະ ລາວໄດ້ເອົາອາຫານໃຫ້ແກ່ພວກເຂົາເພື່ອເປັນການແລກປ່ຽນກັບຝູງມ້າ, ຝູງແກະ ແລະ ຝູງແບ້, ຝູງງົວ ແລະ ຝູງລໍຂອງພວກເຂົາ. ແລະ ຕະຫລອດທັງປີນັ້ນໂຢເຊັບໄດ້ແລກປ່ຽນອາຫານກັບສັດລ້ຽງທັງໝົດຂອງພວກເຂົາ.
ເມື່ອປີນັ້ນຜ່ານໄປ, ປີຕໍ່ມາປະຊາຊົນກໍພາກັນມາຫາໂຢເຊັບອີກ ແລະ ເວົ້າວ່າ, “ພວກເຮົາບໍ່ສາມາດປິດບັງຄວາມຈິງກັບນາຍຂອງພວກເຮົາໄດ້ອີກແລ້ວ ເນື່ອງຈາກວ່າພວກເຮົາບໍ່ມີເງິນ ແລະ ສັດລ້ຽງກໍຕົກເປັນຂອງທ່ານ, ພວກເຮົາບໍ່ມີສິ່ງໃດເຫລືອໃຫ້ນາຍອີກ ນອກຈາກຮ່າງກາຍຂອງພວກເຮົາ ແລະ ທີ່ດິນຂອງພວກເຮົາເທົ່ານັ້ນ. ເປັນຫຍັງພວກເຮົາຈຶ່ງຕ້ອງຈິບຫາຍໄປຕໍ່ໜ້າຕໍ່ຕາທ່ານ ທັງພວກເຮົາ ແລະ ທີ່ດິນຂອງພວກເຮົາດ້ວຍ? ຂໍໃຫ້ຊື້ພວກເຮົາພ້ອມກັບທີ່ດິນຂອງພວກເຮົາໄວ້ເພື່ອເປັນການແລກປ່ຽນກັບອາຫານ, ແລ້ວພວກເຮົາກັບດິນແດນຂອງພວກເຮົາກໍຈະຂ້າທາດຂອງກະສັດຟາໂຣ. ຂໍໂຜດໃຫ້ເມັດພັນແກ່ພວກເຮົາດ້ວຍ ເພື່ອວ່າພວກເຮົາຈະມີຊີວິດຢູ່ ແລະ ບໍ່ຕາຍ, ແລ້ວແຜ່ນດິນນັ້ນຈຶ່ງຈະບໍ່ກາຍເປັນບ່ອນຮົກຮ້າງຫວ່າງເປົ່າ”.
ດັ່ງນັ້ນ ໂຢເຊັບຈຶ່ງໄດ້ຊື້ທີ່ດິນທັງໝົດໃນເອຢິບໃຫ້ຟາໂຣ. ຊາວເອຢິບທຸກຄົນໄດ້ຂາຍທີ່ດິນຂອງຕົນ, ເພາະການອຶດຢາກອາຫານນັ້ນຮຸນແຮງຫລາຍສຳລັບພວກເຂົາ. ທີ່ດິນກໍກາຍເປັນຂອງຟາໂຣ, ແລ້ວໂຢເຊັບກໍໄດ້ຫລຸດຖານະຂອງປະຊາຊົນໃຫ້ຢູ່ໃນຖານະຂ້າທາດ,3 ຈາກສົ້ນສຸດຂອງເອຢິບເບື້ອງໜຶ່ງໄປເຖິງອີກເບື້ອງອື່ນ. ເຖິງຢ່າງໃດກໍຕາມ ໂຢເຊັບກໍບໍ່ໄດ້ຊື້ທີ່ດິນຂອງບັນດາປະໂລຫິດ, ເພາະພວກເຂົາໄດ້ຮັບສ່ວນແບ່ງປົກກະຕິຈາກຟາໂຣ ແລະ ມີອາຫານພຽງພໍຈາກສ່ວນແບ່ງທີ່ຟາໂຣໄດ້ມອບໃຫ້ພວກເຂົາ. ດ້ວຍເຫດນັ້ນ ພວກເພິ່ນຈຶ່ງບໍ່ໄດ້ຂາຍທີ່ດິນຂອງຕົນ.
ໂຢເຊັບເວົ້າກັບປະຊາຊົນວ່າ, “ບັດນີ້ ເຮົາໄດ້ຊື້ພວກເຈົ້າ ແລະ ທີ່ດິນຂອງພວກເຈົ້າວັນນີ້ໃຫ້ຟາໂຣ, ນີ້ແມ່ນເມັດພັນສຳລັບພວກເຈົ້າເພື່ອວ່າພວກເຈົ້າຈະສາມາດປູກໃສ່ພື້ນດິນນັ້ນ. ແຕ່ເມື່ອຮອດຍາມເກັບກ່ຽວແລ້ວ, ຈົ່ງເອົາໜຶ່ງສ່ວນຫ້າໃຫ້ແກ່ຟາໂຣ. ອີກສີ່ສ່ວນຫ້ານັ້ນໃຫ້ພວກເຈົ້າເກັບໄວ້ເປັນເມັດພັນສຳລັບປູກໃສ່ທົ່ງນາ ແລະ ເປັນອາຫານສຳລັບພວກເຈົ້າເອງ ແລະ ຄົວເຮືອນຂອງພວກເຈົ້າ ແລະ ລູກຫລານຂອງພວກເຈົ້າ”.
ພວກເຂົາເວົ້າວ່າ, “ທ່ານໄດ້ຊ່ວຍຊີວິດຂອງພວກເຮົາໄວ້. ຂໍໃຫ້ນາຍຂອງພວກເຮົາໄດ້ກະລຸນາພວກເຮົາດ້ວຍ, ພວກເຮົາຈະເປັນຂ້າທາດຂອງຟາໂຣ”.
ໂຢເຊັບຈຶ່ງໄດ້ຕັ້ງເລື່ອງນີ້ເປັນກົດໝາຍກ່ຽວກັບທີ່ດິນໃນປະເທດເອຢິບ ເຊິ່ງຍັງຖືກບັງຄັບໃຊ້ຢູ່ຈົນເຖິງທຸກວັນນີ້ຄື: ໜຶ່ງສ່ວນຫ້າຂອງຜົນຜະລິດເປັນຂອງຟາໂຣ. ມີພຽງແຕ່ທີ່ດິນຂອງປະໂລຫິດເທົ່ານັ້ນທີ່ບໍ່ໄດ້ກາຍເປັນຂອງຟາໂຣ.
ບັດນີ້ ຊາວອິດສະຣາເອນໄດ້ຕັ້ງຖິ່ນຖານຢູ່ໃນດິນແດນໂກເຊັນທີ່ເອຢິບ. ພວກເຂົາໄດ້ຄອບຄອງກຳມະສິດຢູ່ທີ່ນັ້ນ ແລະ ມີລູກຫລານເພີ່ມຈຳນວນຂຶ້ນຢ່າງຫລວງຫລາຍ.
ຢາໂຄບດຳເນີນຊີວິດຢູ່ໃນເອຢິບໄດ້ 17 ປີ ແລະ ເພິ່ນມີອາຍຸລວມໄດ້ 147 ປີ. ເມື່ອເຖິງເວລາທີ່ອິດສະຣາເອນໃກ້ຈະຕາຍ, ເພິ່ນໄດ້ເອີ້ນເອົາໂຢເຊັບລູກຊາຍຂອງເພິ່ນເຂົ້າມາ ແລະ ເວົ້າຕໍ່ເພິ່ນວ່າ, “ຖ້າລູກຈະກະລຸນາພໍ່, ຈົ່ງເອົາມືຂອງລູກໄວ້ທີ່ກ້ອງກົກຂາຂອງພໍ່ ແລະ ຈົ່ງສັນຍາວ່າລູກຈະສະແດງຄວາມເມດຕາ ແລະ ຄວາມຊື່ສັດຕໍ່ພໍ່. ຢ່າຝັງພໍ່ໄວ້ໃນເອຢິບ. ແຕ່ເມື່ອພໍ່ໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງພໍ່ແລ້ວ, ຈົ່ງນຳເອົາສົບຂອງພໍ່ອອກຈາກເອຢິບແລ້ວໄປຝັງພໍ່ໄວ້ບ່ອນດຽວກັບບັນພະບຸລຸດຂອງພໍ່”.
ໂຢເຊັບຕອບວ່າ, “ລູກຈະເຮັດຕາມທີ່ພໍ່ສັ່ງ”.
ຢາໂຄບໄດ້ກ່າວອີກວ່າ, “ຈົ່ງປະຕິຍານຕໍ່ພໍ່”. ແລ້ວໂຢເຊັບກໍໄດ້ປະຕິຍານຕໍ່ເພິ່ນ ແລະ ອິດສະຣາເອນກໍນະມັດສະການຂະນະທີ່ເພິ່ນເອື່ອຍເທິງໄມ້ເທົ້າຂອງເພິ່ນ.4
Source notes (4)
- Footnote ຫລື ກ່າວທັກທາຍ
- Footnote ຫລື ກ່າວຄຳອຳລາ
- Footnote ເນື້ອໃນພາສາເຮັບເຣີວ່າ, ແລະ ພວກເຂົາອົບພະຍົບປະຊາຊົນເຂົ້າມາໃນເມືອງ
- Footnote ຫລື ອິດສະຣາເອນກໍໝູບລົງລົງທີ່ຫົວຕຽງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.