Biblica® Open Lao Contemporary Version
ປະຖົມມະການ 42
ພວກອ້າຍຂອງໂຢເຊັບໄປທີ່ເອຢິບ
ເມື່ອຢາໂຄບໄດ້ຮູ້ວ່າມີເຂົ້າຢູ່ໃນເອຢິບ, ເພິ່ນຈຶ່ງໄດ້ເວົ້າກັບບັນດາລູກຊາຍຂອງເພິ່ນວ່າ, “ເປັນຫຍັງພວກເຈົ້າຈຶ່ງມີແຕ່ແນມເບິ່ງໜ້າກັນຢູ່? ເພິ່ນສືບຕໍ່ເວົ້າວ່າ, ພໍ່ໄດ້ຍິນວ່າທີ່ເອຢິບນັ້ນມີເຂົ້າ. ຈົ່ງລົງໄປທີ່ນັ້ນ ແລະ ຊື້ເຂົ້າມາຈຳນວນໜຶ່ງສຳລັບພວກເຮົາ, ເພື່ອວ່າພວກເຮົາຈະມີຊີວິດຢູ່ ແລະ ບໍ່ຕາຍ”.
ແລ້ວອ້າຍທັງສິບຄົນຂອງໂຢເຊັບຈຶ່ງໄດ້ເດີນທາງລົງໄປເພື່ອຊື້ເຂົ້າຈາກເອຢິບ. ແຕ່ຢາໂຄບບໍ່ໄດ້ສົ່ງເບັນຢາມິນນ້ອງຊາຍຂອງໂຢເຊັບໄປກັບຄົນອື່ນໆ, ເພາະເພິ່ນຢ້ານວ່າຈະເກີດອັນຕະລາຍກັບລາວ. ດັ່ງນັ້ນ ບັນດາລູກຊາຍຂອງອິດສະຣາເອນຈຶ່ງຮ່ວມເດີນທາງໄປຊື້ເຂົ້າພ້ອມກັບຄົນອື່ນໆ, ເພາະຢູ່ໃນດິນແດນການາອານກໍມີການອຶດຢາກອາຫານເໝືອນກັນ.
ຂະນະນັ້ນໂຢເຊັບເປັນຜູ້ປົກຄອງແຜ່ນດິນ, ລາວເປັນຜູ້ທີ່ຂາຍເຂົ້າໃຫ້ປະຊາຊົນທັງໝົດໃນແຜ່ນດິນນັ້ນ. ດັ່ງນັ້ນ ເມື່ອບັນດາອ້າຍຂອງໂຢເຊັບໄດ້ມາຮອດ, ພວກເຂົາຈຶ່ງກົ້ມຄຳນັບໂຢເຊັບໂດຍໝູບໜ້າຂອງຕົນລົງທີ່ພື້ນ. ທັນທີທີ່ໂຢເຊັບໄດ້ເຫັນບັນດາອ້າຍຂອງລາວ, ລາວກໍຈື່ພວກເຂົາໄດ້, ແຕ່ລາວໄດ້ຄືວ່າບໍ່ຮູ້ຈັກ ແລະ ໄດ້ເວົ້າແຮງຕໍ່ພວກເຂົາ. ເພິ່ນໄດ້ຖາມວ່າ, “ພວກເຈົ້າມາຈາກໃສ?”
ພວກເຂົາໄດ້ຕອບວ່າ, “ມາຈາກດິນແດນການາອານ ເພື່ອຊື້ເຂົ້າ”.
ເຖິງແມ່ນວ່າໂຢເຊັບຈື່ບັນດາອ້າຍຂອງຕົນໄດ້ ແຕ່ພວກເຂົາກໍຈື່ລາວບໍ່ໄດ້. ແລ້ວໂຢເຊັບກໍນຶກເຖິງຄວາມຝັນຂອງຕົນກ່ຽວກັບພວກເຂົາ ແລະ ໄດ້ເວົ້າກັບພວກເຂົາວ່າ, “ພວກເຈົ້າເປັນນັກສືບ! ພວກເຈົ້າມາເພື່ອເບິ່ງດິນແດນຂອງພວກເຮົາວ່າບ່ອນໃດທີ່ບໍ່ໄດ້ມີການປ້ອງກັນ”.
ພວກເຂົາໄດ້ຕອບວ່າ, “ບໍ່ແມ່ນ, ນາຍຂອງພວກຂ້ານ້ອຍເອີຍ, ຜູ້ຮັບໃຊ້ຂອງທ່ານມາເພື່ອຂໍຊື້ອາຫານ. ພວກຂ້ານ້ອຍທັງໝົດເປັນລູກຊາຍຂອງພໍ່ດຽວກັນ. ຜູ້ຮັບໃຊ້ຂອງທ່ານເປັນຄົນສັດຊື່, ບໍ່ແມ່ນນັກສືບ”.
ໂຢເຊັບໄດ້ກ່າວຕໍ່ພວກເຂົາວ່າ, “ບໍ່! ພວກເຈົ້າໄດ້ມາເພື່ອເບິ່ງດິນແດນຂອງພວກເຮົາວ່າບ່ອນໃດທີ່ບໍ່ມີການປ້ອງກັນ”.
ແຕ່ພວກເຂົາໄດ້ຕອບວ່າ, “ບັນດາຜູ້ຮັບໃຊ້ຂອງທ່ານມີອ້າຍນ້ອງນຳກັນສິບສອງຄົນ, ເປັນລູກຊາຍຂອງພໍ່ດຽວກັນ, ເພິ່ນຢູ່ທີ່ດິນແດນການາອານ. ເວລານີ້ນ້ອງຊາຍຫລ້າກໍຢູ່ກັບພໍ່ຂອງພວກເຮົາ ແລະ ນ້ອງຄົນໜຶ່ງໄດ້ຈາກໄປແລ້ວ”.
ໂຢເຊັບໄດ້ເວົ້າກັບພວກເຂົາວ່າ, “ກໍເປັນດັ່ງທີ່ເຮົາບອກພວກເຈົ້ານັ້ນວ່າ: ພວກເຈົ້າເປັນນັກສືບ! ແລະ ນີ້ເປັນວິທີທີ່ຈະຕ້ອງໄດ້ທົດສອບພວກເຈົ້າຄື: ຟາໂຣຍັງມີຊີວິດຢູ່ຢ່າງໃດ, ພວກເຈົ້າກໍຈະອອກໄປຈາກບ່ອນນີ້ບໍ່ໄດ້ຢ່າງແນ່ນອນຈົນກວ່ານ້ອງຊາຍຫລ້າຂອງພວກເຈົ້າຈະມາບ່ອນນີ້. ຈົ່ງສົ່ງຄົນໜຶ່ງໃນຈຳນວນພວກເຈົ້າກັບໄປເອົານ້ອງຊາຍຂອງພວກເຈົ້າມາ; ສ່ວນພວກເຈົ້າທີ່ຍັງເຫລືອຈະຖືກກັກໄວ້ໃນຄຸກ, ເພື່ອພິສູດໃຫ້ເຫັນວ່າເລື່ອງທີ່ພວກເຈົ້າເວົ້າມານີ້ເປັນຄວາມຈິງ. ຖ້າພວກເຈົ້າບໍ່ໄດ້ເວົ້າຄວາມຈິງ, ແລ້ວຟາໂຣມີຊີວິດຢູ່ແທ້ຢ່າງໃດ, ພວກເຈົ້າກໍເປັນນັກສືບຢ່າງນັ້ນ!” ແລ້ວລາວກໍໄດ້ເອົາພວກເຂົາທັງໝົດໄປໄວ້ໃນບ່ອນຄຸມຂັງເປັນເວລາສາມວັນ.
ໃນມື້ທີສາມ, ໂຢເຊັບໄດ້ເວົ້າກັບພວກເຂົາວ່າ, “ຈົ່ງເຮັດຕາມນີ້ແລ້ວພວກເຈົ້າຈະມີຊີວິດຢູ່, ເພາະເຮົາຢຳເກງພຣະເຈົ້າ: ຖ້າພວກເຈົ້າເປັນຄົນສັດຊື່, ຈົ່ງປ່ອຍຄົນໜຶ່ງໃນບັນດາອ້າຍນ້ອງຂອງພວກເຈົ້າໄວ້ຢູ່ໃນຄຸກທີ່ນີ້, ສ່ວນພວກເຈົ້າທີ່ເຫລືອໃຫ້ນຳເອົາເຂົ້າກັບໄປໃຫ້ຄອບຄົວຂອງພວກເຈົ້າທີ່ກຳລັງອຶດຢາກຢູ່ນັ້ນ. ແຕ່ພວກເຈົ້າຕ້ອງນຳເອົານ້ອງຊາຍຫລ້າຂອງພວກເຈົ້າກັບມາຫາເຮົາ, ເພື່ອວ່າຈະໄດ້ພິສູດຄຳເວົ້າຂອງພວກເຈົ້າ ແລະ ເພື່ອພວກເຈົ້າຈະບໍ່ຕາຍ”. ພວກເຂົາກໍຍອມເຮັດຕາມນັ້ນ.
ພວກເຂົາເວົ້າຕໍ່ກັນວ່າ, “ພວກເຮົາຖືກລົງໂທດກໍເປັນເພາະນ້ອງຊາຍຂອງພວກເຮົາແທ້ໆ. ພວກເຮົາກໍເຫັນວ່າລາວທຸກໃຈຂະໜາດໃດເມື່ອລາວຮ້ອງຂໍຊີວິດຂອງລາວກັບພວກເຮົາ, ແຕ່ພວກເຮົາກໍບໍ່ຟັງລາວເລີຍ; ດ້ວຍເຫດນີ້ຄວາມທຸກນີ້ຈຶ່ງມາເຖິງພວກເຮົາ”.
ຣູເບັນໄດ້ຕອບວ່າ, “ເຮົາໄດ້ຫ້າມພວກເຈົ້າແລ້ວບໍ່ແມ່ນບໍວ່າຢ່າເຮັດບາບຕໍ່ເດັກນ້ອຍຄົນນັ້ນ? ແຕ່ພວກເຈົ້າກໍບໍ່ຟັງ! ບັດນີ້ ພວກເຮົາຈຶ່ງຕ້ອງຊົດໃຊ້ບາບທີ່ຂ້ານ້ອງ”. ພວກເຂົາບໍ່ໄດ້ຮູ້ວ່າໂຢເຊັບສາມາດເຂົ້າໃຈພວກເຂົາ, ເນື່ອງຈາກວ່າລາວກຳລັງໃຊ້ຜູ້ແປພາສາຢູ່.
ລາວຈຶ່ງໄດ້ຫັນອອກໄປຈາກພວກເຂົາ ແລະ ເລີ່ມຮ້ອງໄຫ້, ແຕ່ຫລັງຈາກນັ້ນກໍກັບເຂົ້າມາ ແລະ ໄດ້ເວົ້າກັບພວກເຂົາອີກ. ລາວໄດ້ເອົາຊີເມໂອນຈາກພວກເຂົາ ແລະ ໄດ້ມັດລາວໄວ້ຕໍ່ໜ້າພວກເຂົາ.
ໂຢເຊັບໄດ້ອອກຄຳສັ່ງໃຫ້ເອົາເຂົ້າໃສ່ເຕັມກະສອບຂອງພວກເຂົາ, ໃຫ້ເອົາເງິນໃສ່ຄືນໄວ້ໃນກະສອບຂອງແຕ່ລະຄົນ ແລະ ໃຫ້ເອົາອາຫານໃຫ້ພວກເຂົາສຳລັບການເດີນທາງຂອງພວກເຂົາດ້ວຍ. ຫລັງຈາກເຮັດສິ່ງນີ້ແກ່ພວກເຂົາສຳເລັດແລ້ວ, ພວກເຂົາຈຶ່ງໄດ້ເອົາກະສອບເຂົ້າບັນທຸກໃສ່ຫລັງລໍຂອງພວກເຂົາແລ້ວກໍພາກັນອອກເດີນທາງໄປ.
ເມື່ອໄປເຖິງບ່ອນທີ່ພວກເຂົາໄດ້ຢຸດພັກເພື່ອຄ້າງຄືນນັ້ນ ມີຄົນໜຶ່ງໃນພວກເຂົາໄດ້ເປີດກະສອບຂອງຕົນອອກເພື່ອຈະເອົາອາຫານໃຫ້ລໍຂອງລາວກິນ ແລະ ລາວກໍໄດ້ເຫັນເງິນຂອງລາວຢູ່ທີ່ປາກກະສອບຂອງຕົນ. ລາວຈຶ່ງໄດ້ເວົ້າຕໍ່ພວກອ້າຍນ້ອງຂອງຕົນວ່າ, “ມີຄົນໄດ້ຄືນເງິນຂອງຂ້ອຍ, ນີ້ແມ່ນເງິນທີ່ຢູ່ໃນກະສອບຂອງຂ້ອຍ”.
ຫົວໃຈຂອງພວກເຂົາກໍຕົກວາບ ແລະ ພວກເຂົາຫັນໄປເວົ້າຕໍ່ກັນດ້ວຍຄວາມສັ່ນວ່າ, “ພຣະເຈົ້າໄດ້ຫຍັງກັບພວກເຮົາຢ່າງນີ້?”
ເມື່ອພວກເຂົາກັບມາເຖິງຢາໂຄບພໍ່ຂອງພວກເຂົາໃນດິນແດນການາອານ, ພວກເຂົາກໍໄດ້ເລົ່າເລື່ອງທີ່ເກີດຂຶ້ນທັງໝົດກັບພວກເຂົາໃຫ້ເພິ່ນຟັງ. ພວກເຂົາໄດ້ເວົ້າວ່າ, “ຊາຍຜູ້ທີ່ເປັນນາຍເໜືອແຜ່ນດິນໄດ້ເວົ້າແຮງຕໍ່ພວກເຮົາ ແລະ ຂົ່ມຂູ່ພວກເຮົາເໝືອນກັບວ່າພວກເຮົາກຳລັງໄປສອດແນມແຜ່ນດິນນັ້ນ. ແຕ່ພວກເຮົາໄດ້ເວົ້າກັບເພິ່ນວ່າ, ‘ພວກເຮົາເປັນຄົນສັດຊື່; ພວກເຮົາບໍ່ແມ່ນນັກສືບ. ພວກເຮົາມີອ້າຍນ້ອງນຳກັນສິບສອງຄົນ, ເປັນລູກຊາຍຂອງພໍ່ດຽວກັນ. ຄົນໜຶ່ງໄດ້ຈາກໄປແລ້ວ ແລະ ເວລານີ້ນ້ອງຊາຍຫລ້າຍັງຢູ່ກັບພໍ່ຂອງພວກເຮົາຢູ່ທີ່ການາອານ’.
“ແລ້ວຊາຍທີ່ເປັນນາຍເໜືອແຜ່ນດິນນັ້ນໄດ້ເວົ້າກັບພວກເຮົາວ່າ, ‘ນີ້ແມ່ນວິທີທີ່ຈະໃຫ້ຮູ້ວ່າພວກເຈົ້າເປັນຄົນສັດຊື່ຄື: ຈົ່ງປະຄົນໜຶ່ງໃນບັນດາອ້າຍນ້ອງຂອງພວກເຈົ້າໄວ້ກັບເຮົາຢູ່ທີ່ນີ້ ແລະ ນຳເອົາອາຫານໄປໃຫ້ຄົວເຮືອນຂອງພວກເຈົ້າທີ່ກຳລັງອຶດຢາກຢູ່ ແລະ ກັບໄປ. ແຕ່ຈົ່ງນຳເອົານ້ອງຊາຍຫລ້າຂອງພວກເຈົ້າມາຫາເຮົາ ເພື່ອເຮົາຈະໄດ້ຮູ້ວ່າພວກເຈົ້າບໍ່ແມ່ນນັກສືບ ແຕ່ເປັນຄົນສັດຊື່. ແລ້ວເຮົາຈະຄືນອ້າຍນ້ອງຂອງເຈົ້າທີ່ຖືກຂັງໄວ້ໃຫ້ແກ່ພວກເຈົ້າ ແລະ ພວກເຈົ້າສາມາດຕິດຕໍ່ຄ້າຂາຍ1ໃນດິນແດນນີ້ໄດ້’ ”.
ໃນຂະນະທີ່ພວກເຂົາກຳລັງເທເຂົ້າອອກຈາກກະສອບຂອງຕົນນັ້ນ, ແຕ່ລະຄົນກໍພົບຖົງເງິນຢູ່ໃນກະສອບຂອງຕົນ! ເມື່ອພວກເຂົາ ແລະ ພໍ່ຂອງພວກເຂົາເຫັນຖົງເງິນເຫລົ່ານັ້ນແລ້ວ, ພວກເຂົາກໍໄດ້ພາກັນຕົກໃຈຢ້ານ. ຢາໂຄບພໍ່ຂອງພວກເຂົາເວົ້າຕໍ່ພວກເຂົາວ່າ, “ພວກເຈົ້າຄືມາພາກພໍ່ພາກລູກແທ້. ໂຢເຊັບກໍໄດ້ຈາກໄປແລ້ວ ແລະ ຊີເມໂອນກໍຈາກໄປແລ້ວ ແລະ ບັດນີ້ ພວກເຈົ້າຍັງຕ້ອງການຈະເອົາເບັນຢາມິນໄປອີກ. ທຸກສິ່ງເປັນການຕໍ່ສູ້ພໍ່!”
ແລ້ວຣູເບັນຈຶ່ງໄດ້ເວົ້າຕໍ່ພໍ່ຂອງຕົນວ່າ, “ຖ້າລູກບໍ່ໄດ້ນຳເອົາເບັນຢາມິນກັບມາຫາພໍ່ ກໍໃຫ້ພໍ່ຂ້າລູກຊາຍທັງສອງຂອງລູກໄດ້ເລີຍ. ຂໍຈົ່ງມອບລາວໄວ້ໃນຄວາມດູແລຂອງລູກ ແລະ ລູກຈະນຳເອົາລາວກັບຄືນມາ”.
ແຕ່ຢາໂຄບໄດ້ເວົ້າວ່າ, “ລູກຊາຍຂອງພໍ່ຈະບໍ່ລົງໄປທີ່ນັ້ນກັບພວກເຈົ້າ; ອ້າຍຂອງລາວກໍຕາຍໄປແລ້ວ ແລະ ຍັງແຕ່ລາວຄົນດຽວທີ່ເຫລືອຢູ່. ຖ້າມີອັນຕະລາຍເກີດຂຶ້ນກັບລາວລະຫວ່າງທາງທີ່ພວກເຈົ້າກຳລັງນຳເອົາລາວໄປນັ້ນ, ພວກເຈົ້າຈະພາຫົວຫງອກຂອງພໍ່ລົງໄປສູ່ຂຸມຝັງສົບດ້ວຍຄວາມໂສກເສົ້າ”.
Source notes (1)
- Footnote ຫລື ໄປມາຢ່າງເສລີ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.