Biblica® Open Lao Contemporary Version
ປະຖົມມະການ 41
ຄວາມຝັນຂອງຟາໂຣ
ເວລາຜ່ານໄປສອງປີເຕັມ, ຟາໂຣໄດ້ຝັນວ່າ: ເພິ່ນກຳລັງຢືນຢູ່ທີ່ແຄມຝັ່ງແມ່ນ້ຳນິນ, ໃນຂະນະນັ້ນ ມີງົວເຈັດໂຕຂຶ້ນມາຈາກແມ່ນ້ຳນິນ, ແຂງແຮງ ແລະ ຕຸ້ຍພີ ແລະ ພວກມັນກໍໄດ້ກິນຫຍ້າຢູ່ຕາມຕົ້ນອໍ້. ນອກຈາກງົວເຫລົ່ານັ້ນແລ້ວ, ຍັງມີງົວອີກເຈັດໂຕ, ໜ້າກຽດ ແລະ ຈ່ອຍແຫ້ງ ຂຶ້ນມາຈາກແມ່ນ້ຳນິນ ແລະ ຢືນຢູ່ຂ້າງງົວທີ່ຕຸ້ຍພີເຫລົ່ານັ້ນຢູ່ເທິງແຄມຝັ່ງແມ່ນ້ຳ. ແລະ ງົວທີ່ໜ້າກຽດ ແລະ ຈ່ອຍແຫ້ງເຫລົ່ານັ້ນກໍກິນງົວທີ່ແຂງແຮງ ແລະ ຕຸ້ຍພີໝົດທັງເຈັດໂຕ. ແລ້ວຟາໂຣກໍໄດ້ຕື່ນຂຶ້ນ.
ເພິ່ນນອນຫລັບໄປອີກ ແລະ ຝັນເທື່ອທີສອງວ່າ: ມີຮວງເຂົ້າເຈັດຮວງແຂງແຮງມີເມັດຕື່ງ ແລະ ງາມດີ ເຊິ່ງເກີດຢູ່ໃນຕົ້ນດຽວກັນ. ຫລັງຈາກນັ້ນ ກໍມີຮວງເຂົ້າເຈັດຮວງໄດ້ປົ່ງອອກມາອີກ ແຕ່ມີເມັດຫ່ຽວ ແລະ ແຫ້ງເພາະລົມຕາເວັນອອກພັດ. ຮວງເຂົ້າທີ່ຫ່ຽວ ແລະ ແຫ້ງໄດ້ກືນກິນຮວງເຂົ້າທີ່ແຂງແຮງເຈັດຮວງນັ້ນຈົນໝົດ. ແລ້ວຟາໂຣກໍໄດ້ຕື່ນຂຶ້ນ; ແລ້ວຈຶ່ງຮູ້ວ່ານັ້ນແມ່ນຄວາມຝັນ.
ໃນຕອນເຊົ້ານັ້ນຈິດໃຈຂອງເພິ່ນກໍວຸ້ນວາຍຫລາຍ, ດັ່ງນັ້ນ ເພິ່ນຈຶ່ງສັ່ງໃຫ້ພວກຫລິ້ນຄາຖາອາຄົມ ແລະ ບັນດານັກປາດຂອງເອຢິບທັງໝົດເຂົ້າມາພົບ. ຟາໂຣໄດ້ເລົ່າຄວາມຝັນຂອງເພິ່ນໃຫ້ພວກເຂົາຟັງ, ແຕ່ບໍ່ມີຜູ້ໃດສາມາດແປຄວາມຝັນເຫລົ່ານັ້ນໃຫ້ເພິ່ນໄດ້.
ແລ້ວຫົວໜ້າພະນັກງານເສີບເຫລົ້າອະງຸ່ນຈຶ່ງເວົ້າຕໍ່ກະສັດຟາໂຣວ່າ, “ມື້ນີ້ຂ້ານ້ອຍລະນຶກເຖິງຂໍ້ບົກຜ່ອງຂອງຂ້ານ້ອຍໄດ້ແລ້ວ. ຄັ້ງໜຶ່ງຟາໂຣໄດ້ໃຈຮ້າຍໃຫ້ຜູ້ຮັບໃຊ້ຂອງເພິ່ນ ແລະ ເພິ່ນໄດ້ສັ່ງໃຫ້ຂັງຂ້ານ້ອຍ ແລະ ຫົວໜ້າພະນັກງານເຮັດເຂົ້າຈີ່ໄວ້ໃນບ້ານຂອງຫົວໜ້າທະຫານຍາມ. ພວກຂ້ານ້ອຍແຕ່ລະຄົນໄດ້ຝັນໃນຄືນດຽວກັນ ແລະ ແຕ່ລະຄວາມຝັນນັ້ນກໍມີຄວາມໝາຍຕ່າງກັນ. ບັດນີ້ ຊາຍໜຸ່ມຊາວເຮັບເຣີຄົນໜຶ່ງກໍຢູ່ທີ່ນັ້ນກັບພວກຂ້ານ້ອຍ, ເຊິ່ງເປັນຂ້າທາດຮັບໃຊ້ຂອງຫົວໜ້າທະຫານຍາມ. ພວກຂ້ານ້ອຍຈຶ່ງໄດ້ເລົ່າຄວາມຝັນໃຫ້ລາວຟັງ, ແລ້ວລາວກໍໄດ້ຕີຄວາມໝາຍຂອງຄວາມຝັນໃຫ້ແກ່ພວກຂ້ານ້ອຍ, ໂດຍບອກຄວາມໝາຍຂອງແຕ່ລະຄວາມຝັນຂອງແຕ່ລະຄົນ. ທຸກສິ່ງກໍເປັນໄປຕາມທີ່ລາວໄດ້ຕີຄວາມໝາຍຂອງຄວາມຝັນນັ້ນໃຫ້ແກ່ພວກຂ້ານ້ອຍແທ້ຄື: ຂ້ານ້ອຍໄດ້ກັບເຂົ້າມາປະຈຳໜ້າທີ່ເໝືອນເດີມ, ສ່ວນອີກຄົນໜຶ່ງກໍຖືກສຽບປະຫານ”.
ດັ່ງນັ້ນ ຟາໂຣຈຶ່ງສັ່ງໃຫ້ນຳໂຢເຊັບເຂົ້າມາພົບ, ແລ້ວລາວຈຶ່ງຖືກນຳຕົວອອກຈາກຄຸກໃນທັນທີ. ເມື່ອລາວໄດ້ແຖໜວດ ແລະ ໄດ້ປ່ຽນເຄື່ອງນຸ່ງແລ້ວ, ລາວກໍເຂົ້າມາຢູ່ຕໍ່ໜ້າຟາໂຣ.
ຟາໂຣໄດ້ກ່າວຕໍ່ໂຢເຊັບວ່າ, “ເຮົາໄດ້ຝັນ ແລະ ບໍ່ມີຜູ້ໃດສາມາດແປຄວາມຝັນນັ້ນໄດ້. ແຕ່ເຮົາໄດ້ຍິນມາວ່າເມື່ອເຈົ້າໄດ້ຍິນຄວາມຝັນແລ້ວເຈົ້າກໍສາມາດແປຄວາມຝັນນັ້ນໄດ້”.
ໂຢເຊັບໄດ້ຕອບຟາໂຣວ່າ, “ຂ້ານ້ອຍເຮັດບໍ່ໄດ້, ແຕ່ພຣະເຈົ້າຈະໃຫ້ຄຳຕອບແກ່ຟາໂຣຕາມທີ່ຟາໂຣຕ້ອງການ”.
ແລ້ວຟາໂຣຈຶ່ງໄດ້ກ່າວແກ່ໂຢເຊັບວ່າ, “ໃນຄວາມຝັນຂອງເຮົານັ້ນ ເຮົາກຳລັງຢືນຢູ່ແຄມຝັ່ງຂອງແມ່ນ້ຳນິນ, ໃນຂະນະນັ້ນມີງົວເຈັດໂຕຂຶ້ນມາຈາກແມ່ນ້ຳນັ້ນ ງົວເຫລົ່ານັ້ນກໍຕຸ້ຍພີ ແລະ ແຂງແຮງ ແລ້ວພວກມັນກໍໄດ້ກິນຫຍ້າຢູ່ຕາມຕົ້ນອໍ້. ນອກຈາກງົວເຫລົ່ານັ້ນແລ້ວ, ກໍຍັງມີງົວອື່ນອີກເຈັດໂຕທີ່ໄດ້ຂຶ້ນມາຈາກແມ່ນ້ຳ ເຊິ່ງຈ່ອຍ ແລະ ໜ້າກຽດ ແລະ ຫ່ຽວແຫ້ງຫລາຍ. ເຮົາບໍ່ເຄີຍເຫັນງົວໜ້າກຽດເຫລົ່ານີ້ຈັກເທື່ອໃນທົ່ວດິນແດນເອຢິບ. ງົວຈ່ອຍແຫ້ງໜ້າກຽດໄດ້ກິນງົວຕຸ້ຍພີທັງເຈັດໂຕທີ່ຂຶ້ນມາກ່ອນຈົນໝົດ. ແຕ່ເຖິງແມ່ນວ່າພວກມັນກິນງົວເຫລົ່ານັ້ນໄປໝົດແລ້ວ ກໍບໍ່ມີຜູ້ໃດຮູ້ໄດ້ວ່າພວກມັນໄດ້ເຮັດເຊັ່ນນັ້ນ; ພວກມັນກໍຍັງຈ່ອຍແຫ້ງໜ້າກຽດຢູ່ເໝືອນເດີມ. ແລ້ວເຮົາກໍໄດ້ຕື່ນຂຶ້ນ.
“ໃນຄວາມຝັນຂອງເຮົາ ເຮົາຍັງເຫັນຮວງເຂົ້າເຈັດຮວງ, ເຊິ່ງມີເມັດຕື່ງ ແລະ ງາມດີ ເກີດຢູ່ເທິງຕົ້ນດຽວກັນ. ນອກຈາກຮວງເຂົ້າເຫລົ່ານີ້ແລ້ວ, ຍັງມີຮວງເຂົ້າອີກເຈັດຮວງທີ່ປົ່ງຂຶ້ນມາ ເຊິ່ງມີເມັດຫ່ຽວແຫ້ງເພາະລົມຕາເວັນອອກພັດ. ຮວງເຂົ້າທີ່ຫ່ຽວແຫ້ງໄດ້ກືນກິນຮວງເຂົ້າທີ່ມີເມັດຕື່ງ ແລະ ງາມດີເຈັດຮວງຈົນໝົດ. ເຮົາໄດ້ເລົ່າເລື່ອງນີ້ໃຫ້ພວກຫລິ້ນຄາຖາອາຄົມຟັງ, ແຕ່ບໍ່ມີຜູ້ໃດສາມາດອະທິບາຍຄວາມຝັນເຫລົ່ານີ້ໃຫ້ເຮົາໄດ້”.
ຫລັງຈາກນັ້ນ ໂຢເຊັບກໍໄດ້ເວົ້າຕໍ່ຟາໂຣວ່າ, “ຄວາມຝັນທັງສອງເລື່ອງຂອງຟາໂຣແມ່ນໝາຍເຖິງສິ່ງດຽວກັນ ແລະ ອັນດຽວກັນ. ພຣະເຈົ້າໄດ້ເປີດເຜີຍແກ່ຟາໂຣເຖິງສິ່ງທີ່ພຣະອົງຈະເຮັດ. ງົວຕຸ້ຍພີເຈັດໂຕໝາຍເຖິງເຈັດປີ ແລະ ຮວງເຂົ້າມີເມັດຕື່ງ ແລະ ງາມດີເຈັດຮວງກໍໝາຍເຖິງເຈັດປີ; ຄວາມຝັນທັງສອງນີ້ໝາຍເຖິງສິ່ງດຽວກັນ ແລະ ອັນດຽວກັນ. ສ່ວນງົວຫ່ຽວແຫ້ງໜ້າກຽດເຈັດໂຕທີ່ຂຶ້ນມາຈາກແມ່ນ້ຳຕາມຫລັງນັ້ນກໍໝາຍເຖິງເຈັດປີ ແລະ ຮວງເຂົ້າໄຮ້ຄ່າເຈັດຮວງທີ່ຫ່ຽວແຫ້ງໄປເພາະລົມຕາເວັນອອກພັດນັ້ນກໍເໝືອນກັນຄື: ໝາຍເຖິງເຈັດປີແຫ່ງການອຶດຢາກອາຫານ.
“ດັ່ງທີ່ຂ້ານ້ອຍໄດ້ຕອບຟາໂຣໄວ້ແລ້ວວ່າ: ພຣະເຈົ້າໄດ້ສະແດງແກ່ກະສັດຟາໂຣເຖິງສິ່ງທີ່ພຣະອົງຈະເຮັດ. ເຈັດປີແຫ່ງຄວາມອຸດົມສົມບູນທີ່ສຸດກຳລັງມາທົ່ວດິນແດນເອຢິບ, ແຕ່ເຈັດປີແຫ່ງການອຶດຢາກອາຫານຈະຕາມມາ. ແລ້ວຄວາມອຸດົມສົມບູນທັງໝົດໃນປະເທດເອຢິບຈະຖືກລືມໄປ ແລະ ການອຶດຢາກອາຫານຈະທຳລາຍດິນແດນນີ້. ຄວາມອຸດົມສົມບູນຂອງດິນແດນຈະບໍ່ຖືກຈົດຈຳໄວ້ເລີຍ ເພາະການອຶດຢາກອາຫານຈະຮຸນແຮງຫລາຍຂຶ້ນ. ເຫດຜົນທີ່ພຣະເຈົ້າໄດ້ໃຫ້ຄວາມຝັນເຖິງສອງຢ່າງແກ່ຟາໂຣ ກໍເພາະວ່າພຣະເຈົ້າໄດ້ຕັດສິນໃຈຢ່າງແນ່ນອນແລ້ວ ແລະ ພຣະອົງຈະກະທຳສິ່ງນີ້ໃນອີກບໍ່ດົນ.
“ແລະ ບັດນີ້ ຂໍໃຫ້ຟາໂຣໄດ້ຄັດເລືອກຄົນທີ່ສະຫລາດຫລັກແຫລມ ແລະ ມີສະຕິປັນຍາ ແລ້ວແຕ່ງຕັ້ງໃຫ້ຜູ້ນັ້ນຮັບຜິດຊອບແຜ່ນດິນເອຢິບ. ຂໍໃຫ້ຟາໂຣໄດ້ແຕ່ງຕັ້ງຜູ້ກວດກາທົ່ວແຜ່ນໄວ້ເພື່ອເຮັດໜ້າທີ່ເກັບກຳພືດຜົນໜຶ່ງສ່ວນຫ້າຂອງຜົນລະປູກໃນຕະຫລອດເຈັດປີແຫ່ງຄວາມອຸດົມສົມບູນນັ້ນ. ພວກເຂົາຄວນຮວບຮວມອາຫານທັງໝົດໃນປີແຫ່ງຄວາມອຸດົມສົມບູນທີ່ກຳລັງຈະມາເຖິງ ແລະ ສະສົມເຂົ້າໄວ້ພາຍໃຕ້ສິດອຳນາດຂອງຟາໂຣ, ເພື່ອເກັບໄວ້ໃນເມືອງຕ່າງໆເພື່ອເປັນອາຫານ. ອາຫານເຫລົ່ານີ້ຄວນເກັບໄວ້ເປັນສະບຽງສຳຮອງໃຫ້ກັບປະເທດ ເພື່ອນຳໃຊ້ໃນຊ່ວງເຈັດປີແຫ່ງການອຶດຢາກອາຫານທີ່ຈະເກີດຂຶ້ນກັບເອຢິບ, ເພື່ອວ່າປະເທດຊາດຈະບໍ່ຈິບຫາຍໄປຍ້ອນການອຶດຢາກອາຫານ”.
ແຜນການນີ້ເຫັນວ່າດີຕໍ່ຟາໂຣ ແລະ ຂ້າລາຊະການທັງໝົດຂອງເພິ່ນ. ດັ່ງນັ້ນ ຟາໂຣຈຶ່ງໄດ້ຖາມພວກເຂົາວ່າ, “ພວກເຮົາສາມາດຫາຜູ້ໃດທີ່ມີພຣະວິນຍານຂອງພຣະເຈົ້າ1ຢູ່ພາຍໃນເໝືອນຊາຍຄົນນີ້ໄດ້ບໍ?”
ແລ້ວຟາໂຣຈຶ່ງໄດ້ກ່າວແກ່ໂຢເຊັບວ່າ, “ເນື່ອງຈາກພຣະເຈົ້າໄດ້ເປີດເຜີຍຄວາມໝາຍຂອງຄວາມຝັນທັງໝົດໃຫ້ເຈົ້າຮູ້, ຈຶ່ງບໍ່ມີຜູ້ໃດທີ່ສະຫລາດຫລັກແຫລມ ແລະ ມີສະຕິປັນຍາເໝືອນເຈົ້າ. ເຈົ້າຈະຕ້ອງຮັບຜິດຊອບວັງຂອງເຮົາ ແລະ ປະຊາຊົນທັງໝົດຂອງເຮົາຈະເຮັດຕາມຄຳສັ່ງຂອງເຈົ້າ. ມີພຽງບັນລັງຂອງເຮົາເທົ່ານັ້ນທີ່ເຮົາຈະຍິ່ງໃຫຍ່ກວ່າເຈົ້າ”.
ໂຢເຊັບຮັບຜິດຊອບເອຢິບ
ດັ່ງນັ້ນ ຟາໂຣຈຶ່ງໄດ້ກ່າວແກ່ໂຢເຊັບວ່າ, “ບັດນີ້ ເຮົາຂໍແຕ່ງຕັ້ງເຈົ້າໃຫ້ຮັບຜິດຊອບທົ່ວແຜ່ນດິນເອຢິບ”. ແລ້ວຟາໂຣຈຶ່ງຖອດແຫວນຕາປະທັບຈາກນິ້ວມືຂອງເພິ່ນ ແລະ ເອົາມາສວມໃສ່ນິ້ວມືຂອງໂຢເຊັບ. ເພິ່ນໃຫ້ລາວສວມໃສ່ເສື້ອຄຸມທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດ ແລະ ເອົາສາຍຄໍຄຳຄ້ອງໃສ່ຄໍໃຫ້ລາວ. ເພິ່ນໄດ້ໃຫ້ໂຢເຊັບນັ່ງລົດປະຈຳຕຳແໜ່ງໃນຖານະຜູ້ມີອຳນາດທີສອງຮອງຈາກເພິ່ນ,2 ແລະ ປະຊາຊົນຮ້ອງອອກໜ້າລາວວ່າ, “ຈົ່ງເປີດທາງ!3” ດັ່ງນັ້ນ ຟາໂຣຈຶ່ງໄດ້ມອບຄວາມຮັບຜິດຊອບໃຫ້ໂຢເຊັບທົ່ວແຜ່ນດິນເອຢິບ.
ຫລັງຈາກນັ້ນ ຟາໂຣກໍໄດ້ກ່າວແກ່ໂຢເຊັບວ່າ, “ເຮົາເປັນຟາໂຣ, ແຕ່ຖ້າບໍ່ມີຄຳສັ່ງຂອງເຈົ້າກໍຈະບໍ່ມີຜູ້ໃດຍົກມື ຫລື ຍົກຕີນໄດ້ໃນທົ່ວເອຢິບ”. ຟາໂຣໄດ້ຕັ້ງຊື່ໃຫ້ແກ່ໂຢເຊັບວ່າ, ຊາເຟນາດປາເນອາ ແລະ ມອບອາເສນາດລູກສາວຂອງໂປຕີເອຟາ ຜູ້ເປັນປະໂລຫິດແຫ່ງເມືອງໂອນ4ໃຫ້ເປັນເມຍຂອງໂຢເຊັບ. ແລ້ວໂຢເຊັບກໍໄດ້ອອກກວດກາທົ່ວແຜ່ນດິນເອຢິບ.
ໂຢເຊັບມີອາຍຸໄດ້ 30 ປີ ເມື່ອລາວໄດ້ເຂົ້າຮັບໃຊ້ກັບຟາໂຣກະສັດແຫ່ງເອຢິບ. ແລະ ໂຢເຊັບໄດ້ອອກຈາກທີ່ພັກຂອງຟາໂຣ ແລະ ເດີນທາງໄປທົ່ວເອຢິບ. ໃນຊ່ວງເວລາເຈັດປີແຫ່ງຄວາມອຸດົມສົມບູນນັ້ນ ດິນແດນກໍໃຫ້ຜົນຜະລິດຢ່າງຫລວງຫລາຍ. ໂຢເຊັບໄດ້ຮວບຮວມເອົາອາຫານທີ່ຜະລິດໄດ້ໃນເຈັດປີແຫ່ງຄວາມອຸດົມສົມບູນໃນເອຢິບ ແລະ ເກັບອາຫານໄວ້ຕາມເມືອງຕ່າງໆ. ຜົນຜະລິດທີ່ເກັບໄດ້ຈາກທົ່ງນາໃນເມືອງໃດ ລາວກໍໃຫ້ເກັບໄວ້ໃນເມືອງນັ້ນ. ໂຢເຊັບໄດ້ເກັບສະສົມເມັດເຂົ້າໄດ້ຈຳນວນມະຫາສານ ເໝືອນເມັດດິນຊາຍໃນທະເລ; ເຂົ້ານັ້ນມີຫລາຍຈົນເພິ່ນຕ້ອງຍົກເລີກການບັນທຶກບັນຊີ ເພາະມີຈຳນວນຫລາຍເກີນກວ່າຈະນັບໄດ້.
ກ່ອນປີແຫ່ງການອຶດຢາກອາຫານຈະມາເຖິງນັ້ນ, ນາງອາເສນາດລູກສາວຂອງປະໂລຫິດໂປຕີເຟຣາແຫ່ງເມືອງໂອນໄດ້ເກີດລູກຊາຍສອງຄົນໃຫ້ແກ່ໂຢເຊັບ. ໂຢເຊັບໄດ້ຕັ້ງຊື່ໃຫ້ລູກຊາຍກົກຂອງລາວວ່າມານາເຊ5 ແລະ ໄດ້ເວົ້າວ່າ, “ກໍເພາະພຣະເຈົ້າທີ່ໄດ້ເຮັດໃຫ້ຂ້ານ້ອຍລືມຄວາມເດືອດຮ້ອນທັງໝົດຂອງຂ້ານ້ອຍ ແລະ ຄົວເຮືອນທັງໝົດຂອງພໍ່ຂອງຂ້ານ້ອຍ”. ລາວໄດ້ຕັ້ງຊື່ໃຫ້ລູກຊາຍຄົນທີສອງວ່າເອຟຣາອິມ6 ແລະ ໄດ້ກ່າວວ່າ, “ກໍເພາະພຣະເຈົ້າທີ່ໄດ້ເຮັດໃຫ້ຂ້ານ້ອຍມີລູກມີຫລານຫລວງຫລາຍໃນດິນແດນທີ່ຂ້ານ້ອຍທົນທຸກລຳບາກ”.
ເຈັດປີແຫ່ງຄວາມອຸດົມສົມບູນໃນເອຢິບກໍໄດ້ມາສິ້ນສຸດລົງ, ແລະ ເຈັດປີຂອງການອຶດຢາກອາຫານກໍໄດ້ເລີ່ມຕົ້ນຂຶ້ນ, ເຊິ່ງເປັນໄປຕາມທີ່ໂຢເຊັບໄດ້ເວົ້າໄວ້ແທ້. ທີ່ນັ້ນໄດ້ເກີດການອຶດຢາກອາຫານຂຶ້ນໃນດິນແດນອື່ນໆທັງໝົດ, ແຕ່ທົ່ວແຜ່ນດິນຂອງເອຢິບນັ້ນມີອາຫານ. ເມື່ອຊາວເອຢິບເລີ່ມໄດ້ຮັບຜົນກະທົບຈາກການອຶດຢາກອາຫານ, ປະຊາຊົນຕ່າງກໍມາຮ້ອງຂໍອາຫານຈາກຟາໂຣ. ແລ້ວຟາໂຣຈຶ່ງສັ່ງຊາວເອຢິບທຸກຄົນວ່າ, “ຈົ່ງໄປຫາໂຢເຊັບ ແລະ ເຮັດຕາມສິ່ງທີ່ລາວບອກພວກເຈົ້າ”.
ເມື່ອການອຶດຢາກອາຫານໄດ້ຂະຫຍາຍໄປທົ່ວທັງປະເທດແລ້ວ, ໂຢເຊັບກໍໄດ້ເປີດສາງ ແລະ ຂາຍເຂົ້າໃຫ້ແກ່ຊາວເອຢິບ, ເພາະເກີດການອຶດຢາກອາຫານຢ່າງຮຸນແຮງທົ່ວເອຢິບ. ແລະ ທຸກປະເທດທົ່ວໂລກພາກັນມາທີ່ເອຢິບເພື່ອຊື້ເຂົ້າຈາກໂຢເຊັບ. ເພາະການອຶດຢາກອາຫານຢ່າງຮຸນແຮງທົ່ວທຸກບ່ອນ.
Source notes (6)
- Footnote ຫລື ຂອງບັນດາພະທັງຫລາຍ
- Footnote ຫລື ລົດປະຈຳຕຳແໜ່ງຂອງຜູ້ມີອຳນາດຮອງຈາກເພິ່ນ ຫລື ລົດປະຈຳຕຳແໜ່ງຄັນທີສອງຂອງເພິ່ນ
- Footnote ຫລື ຈົ່ງໝອບລົງ!
- Footnote ນັ້ນແມ່ນ ເມືອງເຮລີໂອໂປລີ, ເໝືອນກັນ ໃນ ຂໍ້ 50
- Footnote ຄຳວ່າ ມານາເຊ ມີສຽງຄ້າຍຄື ແລະ ອາດມາຈາກຄຳໃນພາສາເຮັບເຣີທີ່ມີຄວາມໝາຍວ່າ ລືມ
- Footnote ຄຳວ່າ ເອຟຣາອິມ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມໝາຍວ່າ ເກີດຜົນສອງເທົ່າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.