Biblica® Open Lao Contemporary Version
ປະຖົມມະການ 43
ການເດິນທາງໄປເອຢິບຄັ້ງທີສອງ
ເວລານັ້ນການອຶດຢາກອາຫານຍັງຮ້າຍແຮງຢູ່ໃນແຜ່ນດິນນັ້ນ. ດັ່ງນັ້ນ ເມື່ອພວກເຂົາໄດ້ກິນເຂົ້າທີ່ພວກເຂົາໄດ້ຊື້ມາຈາກເອຢິບໝົດແລ້ວ, ພໍ່ຂອງພວກເຂົາຈຶ່ງໄດ້ເວົ້າກັບພວກເຂົາວ່າ, “ຈົ່ງກັບຄືນໄປ ແລະ ຊື້ອາຫານເພື່ອພວກເຮົາຕື່ມອີກໜ້ອຍໜຶ່ງ”.
ແຕ່ຢູດາໄດ້ເວົ້າກັບເພິ່ນວ່າ, “ຊາຍຄົນນັ້ນໄດ້ເຕືອນພວກເຮົາຢ່າງຈິງຈັງວ່າ, ‘ພວກເຈົ້າຈະບໍ່ໄດ້ເຫັນໜ້າເຮົາອີກ ຈົນກວ່ານ້ອງຊາຍຂອງພວກເຈົ້າມາກັບພວກເຈົ້າ’. ຖ້າພໍ່ຍອມສົ່ງນ້ອງໄປກັບພວກເຮົາ, ພວກເຮົາຈຶ່ງຈະລົງໄປ ແລະ ຊື້ອາຫານມາໃຫ້ພໍ່. ແຕ່ຖ້າພໍ່ບໍ່ສົ່ງລາວໄປ, ພວກເຮົາກໍຈະບໍ່ລົງໄປ, ເພາະຊາຍຄົນນັ້ນໄດ້ເວົ້າຕໍ່ພວກເຮົາວ່າ, ‘ພວກເຈົ້າຈະບໍ່ໄດ້ເຫັນໜ້າເຮົາອີກ ຈົນກວ່ານ້ອງຊາຍຂອງພວກເຈົ້າມາກັບພວກເຈົ້າ’ ”.
ອິດສະຣາເອນໄດ້ຖາມວ່າ, “ເປັນຫຍັງພວກເຈົ້າຈຶ່ງນຳເອົາຄວາມເດືອນຮ້ອນມາໃສ່ພໍ່ໂດຍບອກຊາຍນັ້ນວ່າພວກເຈົ້າຍັງມີນ້ອງຊາຍອີກຄົນໜຶ່ງ?”
ພວກເຂົາໄດ້ຕອບວ່າ, “ຊາຍນັ້ນຖາມພວກເຮົາຢ່າງເຈາະຈົງກ່ຽວກັບພວກເຮົາເອງ ແລະ ຄອບຄົວຂອງພວກເຮົາ. ເພິ່ນໄດ້ຖາມພວກເຮົາວ່າ, ‘ພໍ່ຂອງພວກເຈົ້າຍັງມີຊີວິດຢູ່ບໍ? ພວກເຈົ້າມີນ້ອງອີກຄົນໜຶ່ງແມ່ນບໍ?’ ພວກເຮົາກໍພຽງແຕ່ໄດ້ຕອບຕາມຄຳຖາມຂອງເພິ່ນ. ພວກເຮົາຈະຮູ້ໄດ້ແນວໃດວ່າເພິ່ນຈະເວົ້າວ່າ, ‘ຈົ່ງນຳເອົານ້ອງຊາຍຂອງພວກເຈົ້າລົງມາທີ່ນີ້’?”
ແລ້ວຢູດາກໍໄດ້ເວົ້າຕໍ່ອິດສະຣາເອນພໍ່ຂອງຕົນວ່າ, “ຂໍໃຫ້ສົ່ງນ້ອງຊາຍໄປກັບພວກເຮົາ ແລະ ພວກເຮົາຈະໄດ້ອອກເດີນທາງໃນທັນທີ, ເພື່ອວ່າພວກເຮົາກັບພໍ່ເອງ ແລະ ບັນດາລູກຂອງພວກເຮົາຈະມີຊີວິດ ແລະ ບໍ່ຕາຍ. ລູກເອງຈະຮັບປະກັນຄວາມປອດໄພຂອງລາວ; ໃຫ້ພໍ່ຖືວ່າລູກເປັນຜູ້ຮັບຜິດຊອບລາວ. ຖ້າລູກບໍ່ພາລາວກັບມາຫາພໍ່ ແລະ ມອບລາວໄວ້ຢູ່ຕໍ່ໜ້າພໍ່ທີ່ນີ້, ລູກກໍຂໍແບກຮັບເອົາຄວາມຜິດຕໍ່ໜ້າພໍ່ຕະຫລອດຊີວິດຂອງລູກ. ຖ້າພວກເຮົາບໍ່ຊັກຊ້າຢູ່ຢ່າງນີ້, ປານນີ້ພວກເຮົາຄົງໄດ້ໄປ ແລະ ໄດ້ກັບມາສອງເທື່ອແລ້ວ”.
ແລ້ວອິດສະຣາເອນພໍ່ຂອງພວກເຂົາຈຶ່ງໄດ້ເວົ້າກັບພວກເຂົາວ່າ, “ຖ້າຕ້ອງເປັນເຊັ່ນນີ້, ກໍຈົ່ງເຮັດດັ່ງນີ້: ຈົ່ງເອົາຜົນຜະລິດທີ່ດີທີ່ສຸດໃນດິນແດນຂອງພວກເຮົາຈຳນວນໜຶ່ງໃສ່ໃນຖົງຂອງພວກເຈົ້າ ແລະ ເອົາສິ່ງເຫລົ່ານັ້ນລົງໄປຫາຊາຍຄົນນັ້ນເພື່ອເປັນຂອງຝາກເຊັ່ນວ່າ: ຢາໝ່ອງໜ້ອຍໜຶ່ງ, ນ້ຳເຜິ້ງໜ້ອຍໜຶ່ງ, ເຄື່ອງເທດ ແລະ ຢາງໄມ້ຫອມຈຳນວນໜຶ່ງ, ຖົ່ວພິດທາຊິໂອ ແລະ ໝາກອັນມອນຈຳນວນໜຶ່ງ. ຈົ່ງເອົາເງິນໄປຈຳນວນສອງເທົ່າດ້ວຍ, ເພາະພວກເຈົ້າຕ້ອງໄດ້ສົ່ງຄືນເງິນທີ່ຕິດມາໃນປາກກະສອບຂອງພວກເຈົ້ານັ້ນ. ບາງທີສິ່ງນີ້ອາດຈະເປັນເລື່ອງຜິດພາດກໍໄດ້. ຈົ່ງເອົານ້ອງຊາຍຂອງພວກເຈົ້າໄປນຳດ້ວຍ ແລະ ກັບຄືນໄປພົບຊາຍຜູ້ນັ້ນທັນທີ. ແລະ ຂໍພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່1ໃຫ້ຄວາມເມດຕາແກ່ພວກເຈົ້າເມື່ອຢູ່ຕໍ່ໜ້າຊາຍຜູ້ນັ້ນ ເພື່ອວ່າເພິ່ນຈະໄດ້ປ່ອຍນ້ອງຊາຍອີກຄົນໜຶ່ງຂອງພວກເຈົ້າ ແລະ ເບັນຢາມິນກັບມາພ້ອມກັບພວກເຈົ້າ. ສ່ວນພໍ່, ຖ້າວ່າພໍ່ຈະຕ້ອງຖືກສູນເສຍ, ພໍ່ກໍຍອມເປັນຜູ້ສູນເສຍ”.
ດັ່ງນັ້ນ ພວກເຂົາຈຶ່ງນຳເອົາຂອງຝາກ ແລະ ເງິນຈຳນວນສອງເທົ່າ ແລະ ເບັນຢາມິນໄປນຳ. ພວກເຂົາໄດ້ຟ້າວລົງໄປທີ່ເອຢິບ ແລະ ໄດ້ເຂົ້າພົບໂຢເຊັບດ້ວຍຕົນເອງ. ເມື່ອໂຢເຊັບເຫັນເບັນຢາມິນມາກັບພວກເຂົາແລ້ວ, ລາວຈຶ່ງໄດ້ເວົ້າຕໍ່ຜູ້ດູແລເຮືອນຂອງເພິ່ນວ່າ, “ຈົ່ງພາຄົນເຫລົ່ານີ້ໄປທີ່ເຮືອນຂອງເຮົາ, ຂ້າສັດໂຕໜຶ່ງແລ້ວປຸງແຕ່ງອາຫານ; ພວກເຂົາຈະກິນອາຫານຮ່ວມກັບເຮົາໃນຕອນທ່ຽງ”.
ຊາຍນັ້ນກໍໄດ້ເຮັດຕາມທີ່ໂຢເຊັບໄດ້ບອກລາວ ແລະ ໄດ້ພາຄົນເຫລົ່ານັ້ນໄປທີ່ເຮືອນຂອງໂຢເຊັບ. ບັດນີ້ ຄົນເຫລົ່ານັ້ນພາກັນຕົກໃຈຢ້ານເມື່ອພວກເຂົາໄດ້ຖືກນຳມາທີ່ເຮືອນຂອງໂຢເຊັບ. ພວກເຂົາຄິດວ່າ, “ພວກເຮົາໄດ້ຖືກນຳມາບ່ອນນີ້ເພາະເງິນທີ່ຖືກໃສ່ຄືນໃຫ້ພວກເຮົາໃນກະສອບເມື່ອມາເທື່ອທຳອິດນັ້ນ. ເພິ່ນຕ້ອງການຈະໂຈມຕີພວກເຮົາ ແລະ ເອົາຊະນະພວກເຮົາ ແລ້ວຈັບພວກເຮົາເປັນຂ້າທາດ ແລະ ຢຶດເອົາລໍຂອງພວກເຮົາ”.
ດັ່ງນັ້ນ ພວກເຂົາຈຶ່ງໄປຫາຜູ້ດູແລຂອງໂຢເຊັບ ແລະ ເວົ້າກັບລາວຢູ່ທີ່ທາງເຂົ້າເຮືອນ. ພວກເຂົາໄດ້ເວົ້າວ່າ, “ນາຍເອີຍ, ພວກເຮົາຂໍໂທດນຳທ່ານດ້ວຍ, ຄືພວກເຮົາໄດ້ລົງມາທີ່ນີ້ເທື່ອທຳອິດເພື່ອຊື້ອາຫານ. ແຕ່ເມື່ອເຖິງບ່ອນທີ່ພວກເຮົາຢຸດພັກເພື່ອນອນຄ້າງຄືນນັ້ນ ພວກເຮົາໄດ້ເປີດກະສອບຂອງພວກເຮົາອອກ ແລະ ພວກເຮົາແຕ່ລະຄົນກໍໄດ້ພົບເງິນຕາມຈຳນວນທີ່ພວກເຮົາຈ່າຍໄປພໍດີ ເຊິ່ງຢູ່ໃນປາກກະສອບເຂົ້າຂອງພວກເຮົາ. ດັ່ງນັ້ນ ພວກເຮົາຈຶ່ງໄດ້ຖືເງິນຈຳນວນນັ້ນຄືນມາກັບພວກເຮົາ. ພວກເຮົາຍັງໄດ້ຖືເງິນມາເພີ່ມອີກກັບພວກເຮົາເພື່ອຊື້ອາຫານ. ພວກເຮົາບໍ່ຮູ້ວ່າຜູ້ໃດເອົາເງິນຂອງພວກເຮົາໃສ່ເຂົ້າໃນບັນດາກະສອບຂອງພວກເຮົາ”.
ລາວໄດ້ຕອບວ່າ, “ບໍ່ເປັນຫຍັງ, ຢ່າຢ້ານເລີຍ. ພຣະເຈົ້າຂອງພວກທ່ານ, ພຣະເຈົ້າຂອງພໍ່ພວກທ່ານໄດ້ໃຫ້ຊັບສິນທີ່ຢູ່ໃນກະສອບເຫລົ່ານັ້ນແກ່ພວກທ່ານ. ເຮົາໄດ້ຮັບເງິນຈາກພວກທ່ານແລ້ວ”. ແລ້ວລາວກໍໄດ້ນຳເອົາຊີເມໂອນອອກມາໃຫ້ແກ່ພວກເຂົາ.
ຜູ້ດູແລຄົນນັ້ນຈຶ່ງໄດ້ພາຄົນເຫລົ່ານັ້ນເຂົ້າໄປໃນເຮືອນຂອງໂຢເຊັບ, ເອົານ້ຳມາໃຫ້ພວກເຂົາລ້າງຕີນ ແລະ ໄດ້ຈັດຫາອາຫານໃຫ້ບັນດາລໍຂອງພວກເຂົາ. ພວກເຂົາໄດ້ຕຽມຂອງຝາກໄວ້ເພື່ອມອບໃຫ້ແກ່ໂຢເຊັບ ເຊິ່ງຈະມາຮອດໃນຕອນທ່ຽງ, ເພາະພວກເຂົາໄດ້ຍິນວ່າພວກເຂົາຈະໄດ້ກິນອາຫານຢູ່ທີ່ນັ້ນ.
ເມື່ອໂຢເຊັບມາຮອດເຮືອນແລ້ວ, ພວກເຂົາກໍໄດ້ມອບຂອງຝາກທີ່ພວກເຂົາໄດ້ຖືເຂົ້າມາໃນເຮືອນໃຫ້ລາວ ແລະ ພວກເຂົາໄດ້ພາກັນກາບລົງທີ່ພື້ນຕໍ່ໜ້າລາວ. ລາວໄດ້ຖາມພວກເຂົາວ່າພວກເຂົາເປັນຢ່າງໃດ ແລະ ຫລັງຈາກນັ້ນລາວຈຶ່ງໄດ້ເວົ້າວ່າ, “ພໍ່ທີ່ເຖົ້າແກ່ທີ່ພວກເຈົ້າເວົ້າໃຫ້ເຮົາຟັງນັ້ນເປັນແນວໃດ? ເພິ່ນຍັງມີຊີວິດຢູ່ບໍ?”
ພວກເຂົາໄດ້ຕອບວ່າ, “ພໍ່ຂອງພວກຜູ້ຮັບໃຊ້ຂອງທ່ານຍັງມີຊີວິດຢູ່ ແລະ ສະບາຍດີ”. ແລະ ພວກເຂົາກໍໄດ້ກົ້ມລົງ, ໂດຍພາກັນໝອບຄານຕໍ່ໜ້າເພິ່ນ.
ຂະນະທີ່ໂຢເຊັບຫລຽວໄປເບິ່ງ ລາວກໍເຫັນເບັນຢາມິນນ້ອງຊາຍຂອງຕົນ, ເຊິ່ງເປັນລູກຊາຍຂອງແມ່ລາວເອງ, ລາວຈຶ່ງໄດ້ຖາມວ່າ, “ຄົນນີ້ບໍຄືນ້ອງຊາຍຫລ້າຂອງພວກເຈົ້າທີ່ພວກເຈົ້າເວົ້າໃຫ້ເຮົາຟັງ?” ແລະ ລາວກໍໄດ້ເວົ້າກັບເບັນຢາມິນວ່າ, “ລູກເອີຍ, ຂໍພຣະເຈົ້າໄດ້ເມດຕາເຈົ້າ”. ໂຢເຊັບຕື້ນຕັນໃຈຫລາຍທີ່ໄດ້ເຫັນໜ້ານ້ອງຊາຍຂອງຕົນ, ລາວຈຶ່ງຟ້າວອອກໄປ ແລະ ຊອກຫາບ່ອນເພື່ອໄປຮ້ອງໄຫ້. ລາວໄດ້ເຂົ້າໄປໃນຫ້ອງສ່ວນຕົວຂອງຕົນ ແລະ ຮ້ອງໄຫ້ຢູ່ໃນທີ່ນັ້ນ.
ຫລັງຈາກທີ່ລາວໄດ້ລ້າງໜ້າຂອງຕົນແລ້ວ, ລາວຈຶ່ງອອກມາແລ້ວຄວບຄຸມຕົນເອງ ແລະ ໄດ້ເວົ້າວ່າ, “ຈົ່ງເສີບອາຫານ”.
ພວກເຂົາໄດ້ເສີບອາຫານໃຫ້ລາວກິນຜູ້ດຽວ, ໂຕະຂອງພວກອ້າຍນ້ອງຂອງລາວແມ່ນແຍກຕ່າງຫາກ ແລະ ຊາວເອຢິບທີ່ຮ່ວມກິນອາຫານກັບລາວກໍຢູ່ອີກໂຕະໜຶ່ງ, ເພາະຊາວເອຢິບບໍ່ສາມາດກິນຮ່ວມໂຕະກັບຊາວເຮັບເຣີໄດ້, ເພາະຖືວ່າເປັນສິ່ງທີ່ໜ້າລັງກຽດສຳລັບຊາວເອຢິບ. ຄົນເຫລົ່ານັ້ນໄດ້ພາກັນນັ່ງຕໍ່ໜ້າລາວຕາມລຳດັບອາຍຸຂອງພວກເຂົາ, ເລີ່ມຈາກລູກກົກໄປຈົນເຖິງລູກຫລ້າ; ແລະ ພວກເຂົາໄດ້ຫລຽວເບິ່ງໜ້າກັນດ້ວຍຄວາມປະຫລາດໃຈ. ເມື່ອອາຫານສ່ວນທີ່ເສີບໃຫ້ພວກເຂົາມາຈາກໂຕະຂອງໂຢເຊັບນັ້ນ, ສ່ວນຂອງເບັນຢາມິນແມ່ນໄດ້ຫ້າເທົ່າຫລາຍກວ່າສ່ວນຂອງຄົນອື່ນໆ. ດັ່ງນັ້ນ ພວກເຂົາຈຶ່ງໄດ້ກິນ ແລະ ດື່ມຮ່ວມກັບໂຢເຊັບຢ່າງເປັນກັນເອງ.
Source notes (1)
- Footnote ພາສາເຮັບເຣີວ່າ ແອວຊາດາຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.