Skip to content
BibleKenya

Biblica® Open Lao Contemporary Version

ປະຖົມມະການ 35

ຢາໂຄບ​ກັບ​ຄືນ​ໄປ​ເບັດເອນ

ຫລັງຈາກ​ນັ້ນ ພຣະເຈົ້າ​ໄດ້​ກ່າວ​ແກ່​ຢາໂຄບ​ວ່າ, “ຈົ່ງ​ຂຶ້ນ​ໄປ​ຍັງ​ເບັດເອນ ແລ້ວ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ ແລະ ຈົ່ງ​ສ້າງ​ແທ່ນບູຊາ​ຂຶ້ນ​ທີ່​ນັ້ນ​ຖວາຍ​ແກ່​ພຣະເຈົ້າ ຜູ້​ໄດ້​ປາກົດ​ແກ່​ເຈົ້າ​ເມື່ອ​ເຈົ້າ​ປົບໜີ​ຈາກ​ເອຊາວ​ອ້າຍ​ຂອງ​ເຈົ້າ”.

ດັ່ງນັ້ນ ຢາໂຄບ​ຈຶ່ງ​ໄດ້​ເວົ້າ​ກັບ​ຄອບຄົວ​ຂອງ​ລາວ ແລະ ທຸກຄົນ​ທີ່​ຢູ່​ກັບ​ລາວ​ວ່າ, “ຈົ່ງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງດ້າວ​ທີ່​ພວກເຈົ້າ​ມີ​ຢູ່​ກັບ​ພວກເຈົ້າ ແລະ ຊຳລະ​ພວກເຈົ້າ​ເອງ​ໃຫ້​ບໍລິສຸດ ແລະ ປ່ຽນ​ເຄື່ອງນຸ່ງ​ຂອງ​ພວກເຈົ້າ. ແລ້ວ​ຈົ່ງ​ມາ ໃຫ້​ພວກເຮົາ​ຂຶ້ນ​ໄປ​ທີ່​ເບັດເອນ, ບ່ອນ​ທີ່​ເຮົາ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ ຜູ້​ໄດ້​ຕອບ​ຄຳອະທິຖານ​ຂອງ​ເຮົາ​ໃນ​ວັນ​ທີ່​ເຮົາ​ມີ​ຄວາມໂສກເສົ້າ ແລະ ຜູ້​ໄດ້​ຢູ່​ກັບ​ເຮົາ​ໃນ​ທຸກບ່ອນ​ທີ່​ເຮົາ​ໄປ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ເອົາ​ພະ​ຂອງ​ຊາວ​ຕ່າງດ້າວ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ແລະ ປົດ​ຕຸ້ມຫູ​ຂອງ​ພວກເຂົາ​ມາ​ມອບ​ໃຫ້​ຢາໂຄບ ແລະ ຢາໂຄບ​ກໍ​ຝັງ​ເຄື່ອງ​ເຫລົ່ານັ້ນ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ທີ່​ຊີເຄມ. ຫລັງຈາກ​ນັ້ນ ພວກເຂົາ​ຈຶ່ງ​ໄດ້​ອອກ​ເດີນທາງ ແລະ ຊາວ​ເມືອງ​ທີ່​ຢູ່​ອ້ອມຂ້າງ​ພວກເຂົາ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າ ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຜູ້ໃດ​ໄລ່​ຕາມ​ພວກເຂົາ​ໄປ.

ຢາໂຄບ ແລະ ປະຊາຊົນ​ທັງໝົດ​ທີ່​ຮ່ວມ​ເດີນທາງ​ກັບ​ລາວ​ກໍ​ໄດ້​ມາ​ເຖິງ​ເມືອງ​ລູເຊ (ຄື​ເບັດເອນ) ໃນ​ດິນແດນ​ການາອານ. ຢູ່​ທີ່​ນັ້ນ​ລາວ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ແລະ ເອີ້ນ​ບ່ອນ​ນັ້ນ​ວ່າ​ເອນເບັດເອນ,1 ເພາະ​ວ່າ​ພຣະເຈົ້າ​ໄດ້​ເປີດເຜີຍ​ພຣະອົງ​ເອງ​ແກ່​ລາວ​ຢູ່​ທີ່​ນັ້ນ​ເມື່ອ​ເວລາ​ທີ່​ລາວ​ກຳລັງ​ໜີ​ຈາກ​ອ້າຍ​ຂອງ​ລາວ.

ບັດນີ້ ເດໂບຣາ ເອື້ອຍລ້ຽງ​ຂອງ​ເຣເບກາ ກໍ​ໄດ້​ຕາຍ​ໄປ ແລະ ໄດ້​ຖືກ​ຝັງ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ທີ່​ຢູ່​ນອກ​ເມືອງ​ເບັດເອນ. ດັ່ງນັ້ນ ທີ່​ນັ້ນ​ຈຶ່ງ​ໄດ້​ຊື່​ວ່າ​ອານໂລນບາຄູດ.2

ຫລັງ​ຈາກ​ຢາໂຄບ​ໄດ້​ກັບ​ມາ​ຈາກ​ປັດດານອາຣາມ,3 ພຣະເຈົ້າ​ໄດ້​ປາກົດ​ແກ່​ລາວ​ອີກ ແລະ ໄດ້​ອວຍພອນ​ລາວ. ພຣະເຈົ້າ​ໄດ້​ກ່າວ​ແກ່​ລາວ​ວ່າ, “ຊື່​ຂອງ​ເຈົ້າ​ແມ່ນ​ຢາໂຄບ,4 ແຕ່​ເຈົ້າ​ຈະ​ບໍ່​ຖືກ​ເອີ້ນ​ວ່າ​ຢາໂຄບ​ອີກ​ຕໍ່ໄປ; ຊື່​ຂອງ​ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ​ອິດສະຣາເອນ,5” ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ອິດສະຣາເອນ.

ແລະ ພຣະເຈົ້າ​ກໍ​ໄດ້​ກ່າວ​ແກ່​ລາວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່;6 ຈົ່ງ​ມີ​ລູກ​ຫລານ​ຈຳນວນ​ຫລວງຫລາຍ ແລະ ເພີ່ມ​ທະວີ​ຈຳນວນ​ຂຶ້ນ. ຊົນຊາດ ແລະ ຊຸມຊົນ​ຂອງ​ຫລາຍ​ຊົນຊາດ​ຈະ​ເກີດ​ມາ​ຈາກ​ເຈົ້າ ແລະ ກະສັດ​ທັງຫລາຍ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ເຈົ້າ. ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ອັບຣາຮາມ ແລະ ອີຊາກ​ນັ້ນ ເຮົາ​ກໍ​ມອບ​ໃຫ້​ແກ່​ເຈົ້າ​ເໝືອນກັນ ແລະ ເຮົາ​ກໍ​ຈະ​ມອບ​ດິນແດນ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາ​ພາຍຫລັງ​ດ້ວຍ”. ແລ້ວ​ພຣະເຈົ້າ​ກໍ​ໄດ້​ຂຶ້ນ​ໄປ​ຈາກ​ລາວ​ຄື​ຈາກ​ບ່ອນ​ທີ່​ພຣະອົງ​ໄດ້​ກ່າວ​ກັບ​ລາວ​ນັ້ນ.

ຢາໂຄບ​ຈຶ່ງ​ຕັ້ງ​ເສົາ​ຫີນ​ຂຶ້ນ​ໜຶ່ງ​ເສົາ​ໃສ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ກ່າວ​ກັບ​ລາວ ແລະ ລາວ​ກໍ​ໄດ້​ເທ​ເຄື່ອງດື່ມ​ຖວາຍບູຊາ​ລົງ​ເທິງ​ເສົາ​ນັ້ນ; ລາວ​ຍັງ​ໄດ້​ເທ​ນ້ຳມັນ​ລົງ​ເທິງ​ເສົາ​ນັ້ນ​ເໝືອນກັນ. ຢາໂຄບ​ໄດ້​ເອີ້ນ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ກ່າວ​ກັບ​ລາວ​ນັ້ນ​ວ່າ​ເບັດເອນ.7

ການ​ຕາຍ​ຂອງ​ນາງ​ຣາເຊັນ ແລະ ອີຊາກ

(1ຂຄ 2:1-2)

ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ຍົກຍ້າຍ​ອອກ​ຈາກ​ເບັດເອນ. ໃນ​ຂະນະ​ທີ່​ພວກເຂົາ​ຍັງ​ຢູ່​ໄລຍະ​ຫ່າງໄກ​ຈາກ​ເອຟຣາທາ​ຢູ່, ນາງ​ຣາເຊັນ​ກໍ​ເລີ່ມ​ເຈັບ​ທ້ອງ​ເກີດລູກ ແລະ ນາງ​ໄດ້​ເຈັບປວດ​ຫລາຍ​ທີ່​ສຸດ. ແລະ ໃນ​ຂະນະ​ທີ່​ນາງ​ມີ​ຄວາມເຈັບປວດ​ຫລາຍ​ທີ່​ສຸດ​ໃນ​ການ​ເຈັບທ້ອງ​ເກີດລູກ​ຢູ່​ນັ້ນ, ໝໍຕຳແຍ​ກໍ​ໄດ້​ເວົ້າ​ກັບ​ນາງ​ວ່າ, “ຢ່າ​ຢ້ານ​ເລີຍ, ເພາະ​ເຈົ້າ​ໄດ້​ລູກຊາຍ​ອີກ​ຄົນ​ໜຶ່ງ”. ໃນຂະນະ​ທີ່​ນາງ​ໃກ້​ຈະ​ໝົດ​ລົມຫາຍໃຈ ຄື​ນາງ​ກຳລັງ​ຈະ​ຕາຍ​ນັ້ນ ນາງ​ກໍ​ໄດ້​ຕັ້ງຊື່​ໃຫ້​ລູກຊາຍ​ຂອງ​ນາງ​ວ່າ​ເບັນໂອນີ.8 ແຕ່​ພໍ່​ຂອງ​ລາວ​ໄດ້​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ເບັນຢາມິນ.9

ດັ່ງນັ້ນ ນາງ​ຣາເຊັນ​ກໍ​ໄດ້​ຕາຍ​ໄປ ແລະ ໄດ້​ຖືກ​ຝັງ​ໄວ້​ຢູ່​ແຄມ​ທາງ​ທີ່​ຈະ​ໄປ​ເອຟຣາທາ (ຄື​ເບັດເລເຮັມ). ຢາໂຄບ​ໄດ້​ຕັ້ງ​ເສົາ​ໃສ່​ເທິງ​ຂຸມ​ຝັງສົບ​ຂອງ​ນາງ​ເສົາ​ໜຶ່ງ ແລະ ຈົນ​ເຖິງ​ທຸກ​ວັນ​ນີ້​ເສົາ​ນັ້ນ​ຈຶ່ງ​ເປັນ​ເຄື່ອງໝາຍ​ຂອງ​ຂຸມ​ຝັງສົບ​ຂອງ​ນາງ​ຣາເຊັນ.

ອິດສະຣາເອນ​ໄດ້​ຍົກຍ້າຍ​ອອກ​ໄປ​ອີກ ແລະ ໄດ້​ຕັ້ງ​ເຕັນ​ຂອງ​ລາວ​ຂຶ້ນ​ຢູ່​ກາຍ​ຈາກ​ມິກດັນເອເດ​ໄປ. ໃນ​ຂະນະ​ທີ່​ອິດສະຣາເອນ​ຍັງ​ອາໄສ​ຢູ່​ໃນ​ທ້ອງຖິ່ນ​ນັ້ນ, ຣູເບັນ​ກໍ​ເຂົ້າ​ໄປ​ໃນ ແລະ ຮ່ວມ​ຫລັບນອນ​ກັບ​ນາງ​ບິນຮາ ຜູ້​ເປັນ​ເມຍນ້ອຍ​ຂອງ​ພໍ່​ລາວ ແລະ ອິດສະຣາເອນ​ກໍ​ໄດ້​ຍິນ​ເຖິງ​ເລື່ອງ​ນີ້.

ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ​ຄື:

ລູກຊາຍ​ຂອງ​ເລອາ​ມີ​ຄື:

ຣູເບັນ​ລູກຊາຍ​ກົກ​ຂອງ​ຢາໂຄບ,

ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ ເຊບູໂລນ.

ລູກຊາຍ​ຂອງ​ນາງ​ຣາເຊັນ​ມີ​ຄື:

ໂຢເຊັບ ແລະ ເບັນຢາມິນ.

ລູກຊາຍ​ຂອງ​ນາງ​ບິນຮາ​ຄົນຮັບໃຊ້​ຂອງ​ນາງ​ຣາເຊັນ​ມີ​ຄື:

ດານ ແລະ ເນບທາລີ.

ລູກຊາຍ​ຂອງ​ນາງ​ຊີລະປາ​ຄົນຮັບໃຊ້​ຂອງ​ນາງ​ເລອາ​ມີ​ຄື:

ກາດ ແລະ ອາເຊ.

ທັງໝົດ​ນີ້​ຄື​ບັນດາ​ລູກຊາຍ​ຂອງ​ຢາໂຄບ ທີ່​ໄດ້​ເກີດ​ໃຫ້​ລາວ​ໃນ​ປັດດານອາຣາມ.

ຢາໂຄບ​ໄດ້​ກັບ​ມາ​ທີ່​ເຮືອນ​ອີຊາກ​ພໍ່​ຂອງ​ລາວ​ຢູ່​ທີ່​ມຳເຣ ເຊິ່ງ​ຢູ່​ໃກ້​ກິຣິອາດອາກບາ (ຄື​ເມືອງ​ເຮັບໂຣນ), ບ່ອນ​ທີ່​ອັບຣາຮາມ ແລະ ອີຊາກ​ໄດ້​ອາໄສ​ຢູ່. ອີຊາກ​ມີ​ຊີວິດ​ຢູ່ 180 ປີ. ແລ້ວ​ອີຊາກ​ກໍ​ໄດ້​ໝົດ​ລົມ​ຫາຍໃຈ ແລະ ໄດ້​ຕາຍ​ໄປ ແລ້ວ​ກໍ​ໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ຂອງ​ເພິ່ນ, ເພິ່ນ​ຕາຍ​ໄປ​ເມື່ອ​ເຖົ້າແກ່​ຫລາຍ​ແລ້ວ. ແລ້ວ​ເອຊາວ​ກັບ​ຢາໂຄບ​ຜູ້​ເປັນ​ລູກຊາຍ​ກໍ​ໄດ້​ຝັງສົບ​ຂອງ​ເພິ່ນ.

Source notes (9)
  1. Footnote ແປ​ວ່າ ພຣະເຈົ້າ​ແຫ່ງ​ເບັດເອນ
  2. Footnote ແປ​ວ່າ ຕົ້ນໄມ້​ໃຫຍ່​ແຫ່ງ​ການຮ້ອງໄຫ້
  3. Footnote ນັ້ນ​ແມ່ນ ຢູ່​ທາງ​ຕາເວັນຕົກ​ສ່ຽງເໜືອ​ຂອງ​ເມໂຊໂປຕາເມຍ; ເໝືອນກັນ ໃນ ຂໍ້ 26
  4. Footnote ອາດ​ມີ​ຄວາມໝາຍ​ວ່າ ລາວ​ຈັບ​ສົ້ນ​ຕີນ (ເປັນ​ສຳນວນ​ໃນ​ພາສາ​ເຮັບເຣີ​ທີ່​ແປ​ວ່າ, ລາວ​ຫລອກລວງ)
  5. Footnote ອາດ​ມີ​ຄວາມໝາຍ​ວ່າ ລາວ​ຕໍ່ສູ້​ກັບ​ພຣະເຈົ້າ
  6. Footnote ພາສາ​ເຮັບເຣີ​ວ່າ ແອວຊາດາຍ
  7. Footnote ແປ​ວ່າ ເຮືອນ​ຂອງ​ພຣະເຈົ້າ
  8. Footnote ມີ​ຄວາມໝາຍ​ວ່າ ລູກຊາຍ​ແຫ່ງ​ຄວາມເຈັບປວດ​ຂອງ​ເຮົາ
  9. Footnote ມີ​ຄວາມໝາຍ​ວ່າ ລູກຊາຍ​ແຫ່ງ​ມື​ຂວາ​ຂອງ​ເຮົາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.