Biblica® Open Lao Contemporary Version
ປະຖົມມະການ 36
ເຊື້ອສາຍຂອງເອຊາວ
(1ຂຄ 1:35-42)
ນີ້ແມ່ນເລື່ອງລາວຂອງເຊື້ອສາຍຂອງເອຊາວ (ຄືເອໂດມ).
ເອຊາວໄດ້ເອົາຍິງຊາວການາອານມາເປັນເມຍຄື: ນາງອາດາລູກສາວຂອງເອໂລນຊາວຮິດຕີ, ນາງໂອໂຮລີບາມາລູກສາວຂອງອານາ ຜູ້ເປັນຫລານສາວຂອງຊີເບໂອນຊາວຮີວີ ແລະ ນາງບາເສມາດຜູ້ເປັນລູກສາວຂອງອິດຊະມາເອນ ເຊິ່ງເປັນນ້ອງສາວຂອງເນບາໂຢດ.
ນາງອາດາໄດ້ໃຫ້ກຳເນີດເອລີຟັດແກ່ເອຊາວ, ນາງບາເສມາດໄດ້ໃຫ້ກຳເນີດເຣອູເອນ ແລະ ນາງໂອໂຮລີບາມາໄດ້ໃຫ້ກຳເນີດເຢອຸດ, ຢາລາມ ແລະ ໂກຣາ. ທັງໝົດນີ້ແມ່ນລູກຊາຍຂອງເອຊາວທີ່ເກີດໃຫ້ລາວໃນການາອານ.
ເອຊາວໄດ້ພາບັນດາເມຍ, ບັນດາລູກຊາຍ, ບັນດາລູກສາວ ແລະ ສະມາຊິກທັງໝົດໃນຄົວເຮືອນຂອງລາວ ພ້ອມທັງສັດລ້ຽງ ແລະ ຝູງສັດອື່ນໆທັງໝົດຂອງລາວ ແລະ ສິ່ງຂອງທັງໝົດທີ່ຫາມາໄດ້ໃນການາອານ ແລະ ໄດ້ຍົກຍ້າຍໄປຍັງດິນແດນໜຶ່ງ ເຊິ່ງຢູ່ຫ່າງໄກຈາກຢາໂຄບນ້ອງຊາຍຂອງຕົນ. ຊັບສົມບັດຂອງພວກເຂົານັ້ນມີຫລາຍເກີນກວ່າທີ່ພວກເຂົາຈະຢູ່ຮ່ວມກັນໄດ້; ດິນແດນບ່ອນທີ່ພວກເຂົາເຄີຍອາໄສຢູ່ນັ້ນບໍ່ສາມາດຮອງຮັບພວກເຂົາທັງສອງໄດ້ ເພາະສັດລ້ຽງຂອງພວກເຂົາ. ດັ່ງນັ້ນ ເອຊາວ (ຄືເອໂດມ) ຈຶ່ງໄດ້ໄປຕັ້ງຖິ່ນຖານຢູ່ທີ່ເນີນພູເສອີ.
ນີ້ແມ່ນເລື່ອງລາວຂອງເຊື້ອສາຍຂອງເອຊາວບັນພະບຸລຸດຂອງຊາວເອໂດມຢູ່ທີ່ເນີນພູເສອີ.
ຕໍ່ໄປນີ້ແມ່ນຊື່ລູກຊາຍຂອງເອຊາວຄື:
ເອລີຟັດລູກຊາຍຂອງເອຊາວທີ່ເກີດຈາກນາງອາດາເມຍຂອງລາວ, ເຣອູເອນລູກຊາຍຂອງເອຊາວທີ່ເກີດຈາກນາງບາເສມາດເມຍຂອງລາວ.
ລູກຊາຍຂອງເອລີຟັດມີຄື:
ເຕມານ, ໂອມາກ, ເຊໂຟ, ຄາຕາມ ແລະ ເກນາດ. ເອລີຟັດລູກຊາຍຂອງເອຊາວກໍຍັງມີເມຍນ້ອຍຊື່ວ່ານາງຕິມນາ, ຜູ້ໃຫ້ກຳເນີດອາມາເຫລັກແກ່ລາວ. ຄົນເຫລົ່ານີ້ເປັນຫລານຊາຍຂອງນາງອາດາເມຍຂອງເອຊາວ.
ລູກຊາຍຂອງເຣອູເອນມີຄື:
ນາຮາດ, ເຊຣາ, ຊາມມາ ແລະ ມິດຊາ. ຄົນເຫລົ່ານີ້ເປັນຫລານຊາຍຂອງນາງບາເສມາດເມຍຂອງເອຊາວ.
ລູກຊາຍຂອງເອຊາວທີ່ເກີດຈາກນາງໂອໂຮລີບາມາເມຍຂອງເອຊາວ ຜູ້ເປັນລູກສາວຂອງອານາ ແລະ ເປັນຫລານສາວຂອງຊີເບໂອນ ເຊິ່ງນາງໄດ້ເກີດໃຫ້ເອຊາວມີຄື:
ເຢອຸດ, ຢາລາມ ແລະ ໂກຣາ.
ຕໍ່ໄປນີ້ແມ່ນລາຍຊື່ຫົວໜ້າທີ່ຢູ່ໃນເຊື້ອສາຍຂອງເອຊາວຄື:
ລູກຊາຍຂອງເອລີຟັດຜູ້ເປັນລູກຊາຍກົກຂອງເອຊາວມີຄື:
ຫົວໜ້າເຕມານ, ໂອມາກ, ເຊໂຟ, ເກນາດ ໂກຣາ1 ຄາຕາມ ແລະ ອາມາເຫລັກ. ຄົນເຫລົ່ານີ້ຄືຫົວໜ້າທີ່ສືບເຊື້ອສາຍມາຈາກເອລີຟັດໃນເອໂດມ; ພວກເຂົາເປັນຫລານຊາຍຂອງນາງອາດາ.
ລູກຊາຍຂອງເຣອູເອນຜູ້ເປັນລູກຂອງເອຊາວມີຄື:
ຫົວໜ້ານາຮາດ, ເຊຣາ, ຊາມມາ ແລະ ມິດຊາ, ຄົນເຫລົ່ານີ້ຄືຫົວໜ້າທີ່ສືບເຊື້ອສາຍມາຈາກເຣອູເອນໃນເອໂດມ; ພວກເຂົາເປັນ ຫລານຊາຍຂອງນາງບາເສມາດເມຍຂອງເອຊາວ.
ລູກຊາຍຂອງນາງໂອໂຮລີບາມາເມຍຂອງເອຊາວມີຄື:
ຫົວໜ້າເຢອຸດ, ຢາລາມ ແລະ ໂກຣາ. ຄົນເຫລົ່ານີ້ຄືຫົວໜ້າທີ່ສືບເຊື້ອສາຍມາຈາກນາງໂອໂຮລີບາມາເມຍຂອງເອຊາວຜູ້ເປັນລູກສາວຂອງອານາ.
ຄົນເຫລົ່ານີ້ເປັນລູກຊາຍຂອງເອຊາວ (ຄືເອໂດມ) ແລະ ຄົນເຫລົ່ານີ້ເປັນຫົວໜ້າຂອງພວກເຂົາ.
ຕໍ່ໄປນີ້ແມ່ນລູກຊາຍຂອງເສອີຊາວໂຮຣີ ຜູ້ທີ່ອາໄສຢູ່ໃນເຂດນັ້ນມີຄື:
ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະ ດີຊານ. ຄົນເຫລົ່ານີ້ເປັນລູກຊາຍຂອງເສອີໃນເອໂດມ ເຊິ່ງເປັນຫົວໜ້າຂອງຊາວໂຮຣີ.
ລູກຊາຍຂອງໂລຕັນມີຄື:
ໂຮຣີ ແລະ ໂຮມາມ.2 ຕີມນາເປັນນ້ອງສາວຂອງໂລຕັນ.
ລູກຊາຍຂອງໂຊບານມີຄື:
ອັນວານ, ມານາຮາດ, ເອບານ, ເຊໂຟ ແລະ ໂອນາມ.
ລູກຊາຍຂອງຊີເບໂອນມີຄື:
ອາອີຢາ ແລະ ອານາ. (ນີ້ແມ່ນອານາຜູ້ຄົ້ນພົບບໍ່ນ້ຳພຸຮ້ອນ3ໃນທະເລຊາຍຂະນະທີ່ລ້ຽງຝູງລໍຂອງຊີເບໂອນຜູ້ເປັນພໍ່ຂອງຕົນ.)
ລູກຫລານຂອງອານາມີຄື:
ດີໂຊນ ແລະ ໂອໂຮລີບາມາລູກສາວຂອງອານາ.
ລູກຊາຍຂອງດີໂຊນ4ມີຄື:
ເຮັມດານ, ເອັດຊະບານ, ອິທະຣານ ແລະ ເກຣານ.
ລູກຊາຍຂອງເອເຊມີຄື:
ບິນຮານ, ຊາອາວານ ແລະ ອາການ.
ລູກຊາຍຂອງດີຊານມີຄື:
ອູເຊ ແລະ ອາຣານ.
ຄົນເຫລົ່ານີ້ແມ່ນຫົວໜ້າຂອງຊາວໂຮຣີມີຄື:
ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະ ດີຊານ.
ທັງໝົດເຫລົ່ານີ້ແມ່ນຫົວໜ້າຂອງຊາວໂຮຣີ, ຕາມກອງຕ່າງໆຂອງພວກເຂົາ ໃນດິນແດນເສອີ.
ບັນດາຜູ້ປົກຄອງແຫ່ງເອໂດມ
(1ຂຄ 1:43-54)
ຕໍ່ໄປນີ້ແມ່ນບັນດາກະສັດທີ່ປົກຄອງໃນເອໂດມກ່ອນທີ່ຈະມີກະສັດຄົນໃດຂອງອິດສະຣາເອນຂຶ້ນປົກຄອງ:
ເບລາ ລູກຊາຍຂອງເບໂອ ໄດ້ເປັນກະສັດຂອງເອໂດມ. ເມືອງຂອງເພິ່ນຊື່ວ່າດິນຮາບາ.
ເມື່ອເບລາໄດ້ຕາຍໄປ, ໂຢບັບລູກຊາຍຂອງເຊຣາຈາກໂບຊະຣາໄດ້ຂຶ້ນເປັນກະສັດແທນເພິ່ນ.
ເມື່ອໂຢບັບໄດ້ຕາຍໄປ, ຮູຊາມຈາກດິນແດນຂອງຊາວເຕມານໄດ້ຂຶ້ນເປັນກະສັດແທນເພິ່ນ.
ເມື່ອຮູຊາມໄດ້ຕາຍໄປ, ຮາດັດລູກຊາຍຂອງເບດັດ ຜູ້ໄດ້ເອົາຊະນະມີດີອານໃນເມືອງຂອງໂມອາບ ໄດ້ຂຶ້ນເປັນກະສັດແທນເພິ່ນ. ເມືອງຂອງເພິ່ນຊື່ວ່າອາວິດ.
ເມື່ອຮາດັດໄດ້ຕາຍໄປ, ຊາມລາຈາກມັດເຣກາໄດ້ຂຶ້ນເປັນກະສັດແທນເພິ່ນ.
ເມື່ອຊາມລາໄດ້ຕາຍໄປ, ຊາອູນຈາກເຣໂຮໂບດທີ່ຢູ່ຮິມແມ່ນ້ຳ5ໄດ້ຂຶ້ນເປັນກະສັດແທນເພິ່ນ.
ເມື່ອຊາອູນໄດ້ຕາຍໄປ, ບາອານຮານານລູກຊາຍອັກໂບໄດ້ຂຶ້ນເປັນກະສັດແທນເພິ່ນ.
ເມື່ອບາອານຮານານລູກຊາຍຂອງອັກໂບໄດ້ຕາຍໄປ, ຮາດັດ6ໄດ້ຂຶ້ນປັນກະສັດແທນເພິ່ນ. ເມືອງຂອງເພິ່ນຊື່ວ່າປາອູ ແລະ ເມຍຂອງເພິ່ນຊື່ວ່າເມເຫັດຕາເບັນ ລູກສາວຂອງມາດເຣດ ຜູ້ເປັນລູກສາວຂອງເມຊາຮາບ.
ຕໍ່ໄປນີ້ແມ່ນລາຍຊື່ຂອງບັນດາຫົວໜ້າທີ່ສືບເຊື້ອສາຍມາຈາກເອຊາວ, ໂດຍມີຊື່ຕາມຕະກຸນ ແລະ ເຂດຕ່າງໆຂອງພວກເຂົາຄື:
ຕິມນາ, ອານວາ, ເຢເທັດ,
ໂອໂຮລີບາມາ, ເອລາ, ປີໂນນ,
ເກນາດ, ເຕມານ, ມິບສາຣະ,
ມັກດີເອນ ແລະ ອີຣາມ.
ຄົນເຫລົ່ານີ້ຄືຫົວໜ້າຂອງເອໂດມ, ແບ່ງຕາມການຕັ້ງຖິ່ນຖານຂອງພວກເຂົາໃນດິນແດນທີ່ພວກເຂົາໄດ້ຢຶດຄອງ.
ນີ້ຄືເຊື້ອສາຍຂອງເອຊາວ ບິດາຂອງຊາວເອໂດມ.
Source notes (6)
- Footnote ສະບັບພຣະຄຳພີໂຕຣາຊາມາຣີຕັນວ່າບໍ່ມີຄຳວ່າ ໂກຣາ (ເບິ່ງຂໍ້ 11 ແລະ 1ຂຄ 1:36)
- Footnote ພາສາເຮັບເຣີວ່າ ເຮມາມ ເປັນອີກຮູບໜຶ່ງຂອງ ໂຮມາມ (ເບິ່ງ 1ຂຄ 1:39)
- Footnote ສະບັບ ພາສາອາຣາມິກວ່າ ຄົ້ນພົບນ້ຳ ຄຳນີ້ໃນພາສາເຮັບເຣີມີຄວາມໝາຍບໍ່ຊັດເຈນ
- Footnote ພາສາເຮັບເຣີວ່າ ດີຊານ ເປັນອີກຮູບໜຶ່ງຂອງດີໂຊນ
- Footnote ອາດຈະເປັນແມ່ນ້ຳເອີຟຣັດ
- Footnote ສຳເນົາພາສາເຮັບເຣີດັ້ງເດີມບາງສະບັບວ່າ ຮາດາເຣ (ເບິ່ງ 1ຂຄ 1:50)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.