Skip to content
BibleKenya

Biblica® Open Lao Contemporary Version

ປະຖົມມະການ 34

ດີນາ​ກັບ​ຊາວ​ຊີເຄມ

ບັດນີ້ ນາງ​ດີນາ​ລູກສາວ​ຂອງ​ນາງ​ເລອາ​ທີ່​ເກີດ​ໃຫ້​ແກ່​ຢາໂຄບ ໄດ້​ອອກ​ໄປ​ຢ້ຽມຢາມ​ບັນດາ​ແມ່ຍິງ​ໃນ​ດິນແດນ​ນັ້ນ. ເມື່ອ​ຊີເຄມ​ລູກຊາຍ​ຂອງ​ຮາໂມ​ຊາວຮີວີ ເຊິ່ງ​ເປັນ​ຜູ້ປົກຄອງ​ຂອງ​ເຂດ​ນັ້ນ ໄດ້​ເຫັນ​ນາງ, ລາວ​ໄດ້​ຈັບ​ນາງ​ໄປ ແລະ ໄດ້​ຂົ່ມຂືນ​ນາງ. ໃຈ​ຂອງ​ລາວ​ກໍ​ຜູກພັນ​ກັບ​ດີນາ​ລູກສາວ​ຂອງ​ຢາໂຄບ; ລາວ​ຮັກ​ຍິງ​ໜຸ່ມ​ນັ້ນ ແລະ ເວົ້າ​ອ່ອນຫວານ​ຕໍ່​ນາງ. ແລະ ຊີເຄມ​ກໍ​ໄດ້​ເວົ້າ​ຕໍ່​ຮາໂມ​ພໍ່​ຂອງ​ລາວ​ວ່າ, “ຂໍ​ໃຫ້​ພໍ່​ໄປ​ເອົາ​ຍິງສາວ​ຄົນ​ນີ້​ມາ​ເປັນ​ເມຍ​ລູກ”.

ເມື່ອ​ຢາໂຄບ​ໄດ້​ຍິນ​ວ່າ​ນາງ​ດີນາ​ລູກສາວ​ຂອງ​ຕົນ​ເປັນມົນທິນ​ແລ້ວ, ບັນດາ​ລູກຊາຍ​ຂອງ​ລາວ​ກໍ​ຍັງ​ຢູ່​ທີ່​ທົ່ງນາ​ກັບ​ຝູງ​ສັດລ້ຽງ​ຂອງ​ຕົນ​ຢູ່; ດັ່ງນັ້ນ ຢາໂຄບ​ຈຶ່ງ​ບໍ່​ໄດ້​ເຮັດ​ສິ່ງໃດ​ກ່ຽວກັບ​ເລື່ອງ​ນີ້​ຈົນກວ່າ​ບັນດາ​ລູກຊາຍ​ກັບ​ມາ​ເຮືອນ.

ຫລັງຈາກນັ້ນ ຮາໂມ​ພໍ່​ຂອງ​ຊີເຄມ​ກໍ​ໄດ້​ອອກ​ໄປ​ເວົ້າ​ກັບ​ຢາໂຄບ. ໃນ​ຂະນະ​ດຽວ​ກັນ​ນັ້ນ ບັນດາ​ລູກຊາຍ​ຂອງ​ຢາໂຄບ​ກໍ​ໄດ້​ກັບ​ມາ​ຈາກ​ທົ່ງນາ ທັນທີ​ທີ່​ພວກເຂົາ​ໄດ້​ຍິນ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ນັ້ນ, ພວກເຂົາ​ກໍ​ໄດ້​ຕື່ນ​ຕົກໃຈ ແລະ ໃຈຮ້າຍ​ແຮງ, ເພາະ​ຊີເຄມ​ໄດ້​ເຮັດ​ສິ່ງ​ຝ່າຝືນ​ຂຶ້ນ​ໃນ1​ອິດສະຣາເອນ ໂດຍ​ຮ່ວມ​ຫລັບນອນ​ກັບ​ລູກສາວ​ຂອງ​ຢາໂຄບ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ.

ແຕ່​ຮາໂມ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຊີເຄມ​ລູກຊາຍ​ຂອງ​ຂ້ອຍ​ປັກໃຈ​ຢູ່​ກັບ​ລູກສາວ​ຂອງ​ເຈົ້າ. ກະລຸນາ​ມອບ​ນາງ​ໃຫ້​ເປັນ​ເມຍ​ຂອງ​ລາວ​ສາ. ໃຫ້​ພວກເຮົາ​ມາ​ແຕ່ງງານ​ກັນ; ເອົາ​ບັນດາ​ລູກສາວ​ຂອງ​ພວກເຈົ້າ​ໃຫ້​ພວກເຮົາ ແລະ ເອົາ​ບັນດາ​ລູກສາວ​ຂອງ​ພວກເຮົາ​ໄປ​ໃຫ້​ພວກເຈົ້າ. ພວກເຈົ້າ​ສາມາດ​ຕັ້ງຖິ່ນຖານ​ຢູ່​ທ່າມກາງ​ພວກເຮົາ; ດິນແດນ​ນີ້​ເປີດ​ໄວ້​ສຳລັບ​ພວກເຈົ້າ​ແລ້ວ. ເຊີນ​ອາໄສ​ຢູ່​ໃນ​ດິນແດນ​ນີ້, ເຮັດ​ຄ້າຂາຍ​ໃນ​ດິນແດນ​ນີ້​ກໍ​ໄດ້2 ແລະ ເຂົ້າ​ຄອບຄອງ​ທີ່ດິນ​ໃນ​ດິນແດນ​ນີ້​ກໍ​ໄດ້”.

ແລ້ວ​ຊີເຄມ​ຈຶ່ງ​ເວົ້າ​ກັບ​ພໍ່ ແລະ ບັນດາ​ອ້າຍ​ຂອງ​ດີນາ​ວ່າ, “ຂໍ​ໃຫ້​ພວກທ່ານ​ກະລຸນາ​ຂ້ານ້ອຍ​ດ້ວຍ, ແລ້ວ​ຂ້ານ້ອຍ​ຈະ​ໃຫ້​ທຸກ​ຢ່າງ​ຕາມ​ທີ່​ພວກທ່ານ​ຂໍ​ມາ. ເຊີນ​ເອີ້ນ​ເອົາ​ຄ່າດອງ​ຂອງ​ເຈົ້າສາວ ແລະ ຂອງຂັວນ​ທີ່​ຂ້ານ້ອຍ​ຕ້ອງ​ນຳ​ມາ​ຫລາຍ​ເທົ່າ​ໃດ​ກໍ​ໄດ້​ຕາມ​ທີ່​ພວກທ່ານ​ມັກ ແລະ ຂ້ານ້ອຍ​ຈະ​ຈ່າຍ​ຕາມ​ທີ່​ພວກທ່ານ​ຂໍ​ມາ. ຂໍ​ແຕ່​ພຽງ​ຍົກ​ຍິງສາວ​ໃຫ້​ເປັນ​ເມຍ​ຂອງ​ຂ້ານ້ອຍ”.

ເພາະ​ນາງ​ດີນາ​ນ້ອງສາວ​ຂອງ​ພວກເຂົາ​ເປັນມົນທິນ​ແລ້ວ, ບັນດາ​ລູກຊາຍ​ຂອງ​ຢາໂຄບ​ຈຶ່ງ​ໄດ້​ຕອບ​ຢ່າງ​ຫລອກລວງ​ຂະນະ​ທີ່​ພວກເຂົາ​ໂອ້​ລົມ​ກັບ​ຊີເຄມ ແລະ ຮາໂມ​ພໍ່​ຂອງ​ນາງ. ພວກເຂົາ​ໄດ້​ເວົ້າ​ຕໍ່​ຄົນ​ເຫລົ່ານັ້ນ​ວ່າ, “ພວກເຮົາ​ເຮັດ​ເຊັ່ນ​ນັ້ນ​ບໍ່​ໄດ້; ພວກເຮົາ​ບໍ່​ສາມາດ​ຍົກ​ນ້ອງສາວ​ຂອງ​ພວກເຮົາ​ໃຫ້​ແກ່​ຊາຍ​ທີ່​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ. ເພາະ​ຈະ​ຖື​ວ່າ​ເປັນ​ເລື່ອງ​ອັບອາຍ​ແກ່​ພວກເຮົາ. ພວກເຮົາ​ຈະ​ເຮັດ​ຕາມ​ຂໍ້ຕົກລົງ​ກັບ​ພວກເຈົ້າ​ກໍ​ໃນ​ເງື່ອນໄຂ​ດຽວ​ເທົ່ານັ້ນ​ຄື: ພວກເຈົ້າ​ຈະ​ຕ້ອງ​ເປັນ​ເໝືອນ​ພວກເຮົາ​ໂດຍ​ໃຫ້​ຜູ້ຊາຍ​ທຸກຄົນ​ໃນ​ພວກເຈົ້າ​ຮັບ​ພິທີຕັດ. ແລ້ວ​ພວກເຮົາ​ຈຶ່ງ​ຈະ​ຍົກ​ບັນດາ​ລູກສາວ​ຂອງ​ພວກເຮົາ​ໃຫ້​ພວກເຈົ້າ ແລະ ພວກເຮົາ​ຈະ​ຮັບ​ບັນດາ​ລູກສາວ​ຂອງ​ພວກເຈົ້າ​ມາ​ເປັນ​ຂອງ​ພວກເຮົາ​ເອງ. ພວກເຮົາ​ຈະ​ຕັ້ງຖິ່ນຖານ​ຢູ່​ທ່າມກາງ​ພວກເຈົ້າ ແລະ ເປັນ​ປະຊາຊົນ​ກຸ່ມ​ດຽວ​ກັນ​ກັບ​ພວກເຈົ້າ. ແຕ່​ຖ້າ​ພວກເຈົ້າ​ບໍ່​ຕົກລົງ​ທີ່​ຈະ​ຮັບ​ພິທີຕັດ, ພວກເຮົາ​ຈະ​ເອົາ​ນ້ອງສາວ3​ຂອງ​ພວກເຮົາ​ແລ້ວ​ກໍ​ໄປ”.

ຮາໂມ​ກັບ​ຊີເຄມ​ເຫັນ​ວ່າ​ຂໍ້​ສະເໜີ​ຂອງ​ພວກເຂົາ​ດີ. ຊາຍ​ໜຸ່ມ​ຜູ້​ໄດ້​ຮັບ​ການ​ນັບຖື​ຫລາຍ​ທີ່ສຸດ​ໃນ​ຄອບຄົວ​ຂອງ​ພໍ່​ລາວ ກໍ​ບໍ່​ໄດ້​ເສຍ​ເວລາ​ໃນ​ການ​ເຮັດ​ສິ່ງ​ທີ່​ພວກເຂົາ​ໄດ້​ກ່າວ​ໄວ້, ເພາະ​ລາວ​ພໍໃຈ​ກັບ​ລູກສາວ​ຂອງ​ຢາໂຄບ​ຫລາຍ. ດັ່ງນັ້ນ ຮາໂມ ແລະ ຊີເຄມ​ລູກຊາຍ​ຂອງ​ລາວ​ຈຶ່ງ​ໄປ​ທີ່​ປະຕູ​ເມືອງ​ຂອງ​ພວກເຂົາ​ເພື່ອ​ເວົ້າ​ກັບ​ຄົນ​ໃນ​ເມືອງ​ພວກເຂົາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ມິດ​ຕໍ່​ພວກເຮົາ. ໃຫ້​ພວກເຂົາ​ມາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ ແລະ ຄ້າຂາຍ​ໃນ​ດິນແດນ​ນີ້; ແຜ່ນດິນ​ນີ້​ມີ​ບ່ອນ​ກວ້າງ​ພຽງພໍ​ສຳລັບ​ພວກເຂົາ. ພວກເຮົາ​ສາມາດ​ແຕ່ງງານ​ກັບ​ບັນດາ​ລູກສາວ​ຂອງ​ພວກເຂົາ ແລະ ພວກເຂົາ​ກໍ​ສາມາດ​ແຕ່ງງານ​ກັບ​ບັນດາ​ລູກສາວ​ຂອງ​ພວກເຮົາ​ໄດ້. ແຕ່​ມີ​ເງື່ອນໄຂ​ດຽວ​ທີ່​ພວກເຂົາ​ຈະ​ຍອມ​ມາ​ຢູ່​ເປັນ​ຄົນ​ກຸ່ມ​ດຽວ​ກັນ​ກັບ​ພວກເຮົາ​ກໍ​ຄື ໃຫ້​ບັນດາ​ຜູ້ຊາຍ​ຂອງ​ພວກເຮົາ​ທຸກຄົນ​ຮັບ​ພິທີຕັດ​ເໝືອນ​ດັ່ງ​ທີ່​ພວກເຂົາ​ເອງ​ທີ່​ຮັບພິທີຕັດ. ແລ້ວ​ສັດລ້ຽງ, ຊັບສົມບັດ ແລະ ສັດ​ອື່ນໆ​ທັງໝົດ​ຂອງ​ພວກເຂົາ​ກໍ​ຈະ​ກາຍເປັນ​ຂອງ​ພວກເຮົາ​ບໍ່​ແມ່ນ​ບໍ? ດັ່ງນັ້ນ ໃຫ້​ພວກເຮົາ​ຕົກລົງ​ຕາມ​ເງື່ອນໄຂ​ຂອງ​ພວກເຂົາ, ແລ້ວ​ພວກເຂົາ​ຈຶ່ງ​ຈະ​ມາ​ຕັ້ງ​ຖິ່ນຖານ​ຢູ່​ທ່າມກາງ​ພວກເຮົາ”.

ຊາຍ​ທຸກຄົນ​ທີ່​ອອກ​ໄປ​ຈາກ​ປະຕູ​ເມືອງ​ກໍ​ເຫັນພ້ອມ​ກັບ​ຮາໂມ ແລະ ຊີເຄມ​ລູກຊາຍ​ຂອງ​ລາວ, ແລ້ວ​ຊາຍ​ທຸກຄົນ​ໃນ​ເມືອງ​ກໍ​ໄດ້​ຮັບ​ພິທີຕັດ.

ສາມ​ມື້​ຕໍ່ມາ, ຂະນະ​ທີ່​ພວກເຂົາ​ທຸກຄົນ​ຍັງ​ເຈັບປວດ​ຢູ່​ນັ້ນ, ລູກຊາຍ​ສອງ​ຄົນ​ຂອງ​ຢາໂຄບ​ຄື: ຊີເມໂອນ ແລະ ເລວີ ເຊິ່ງ​ເປັນ​ອ້າຍ​ຂອງ​ນາງ​ດີນາ ກໍ​ໄດ້​ຈັບ​ເອົາ​ດາບ​ຂອງ​ຕົນ​ແລ້ວ​ເຂົ້າ​ໄປ​ໂຈມຕີ​ເມືອງ​ທີ່​ບໍ່​ທັນ​ໄດ້​ລະວັງ​ຕົວ ດ້ວຍ​ການ​ຂ້າ​ຜູ້ຊາຍ​ທຸກຄົນ. ພວກເຂົາ​ໄດ້​ຂ້າ​ຮາໂມ ແລະ ຊີເຄມ​ລູກຊາຍ​ຂອງ​ລາວ​ດ້ວຍ​ດາບ​ແລ້ວ​ເອົາ​ນາງ​ດີນາ​ອອກ​ມາ​ຈາກ​ເຮືອນ​ຂອງ​ຊີເຄມ​ແລ້ວ​ໜີ​ໄປ. ບັນດາ​ລູກຊາຍ​ຂອງ​ຢາໂຄບ​ຂ້າມ​ສົບ​ຄົນ​ຕາຍ​ເຫລົ່ານັ້ນ​ເຂົ້າ​ມາ ແລະ ປຸ້ນ​ເມືອງ​ບ່ອນ​ທີ່4​ນ້ອງສາວ​ຂອງ​ພວກເຂົາ​ໄດ້​ຖືກ​ເຮັດ​ໃຫ້​ເປັນມົນທິນ​ນັ້ນ. ພວກເຂົາ​ໄດ້​ຢຶດ​ເອົາ​ຝູງ​ແບ້, ຝູງ​ແກະ, ຝູງ​ງົວ, ຝູງ​ລໍ ແລະ ສິ່ງຂອງ​ອື່ນໆ​ທຸກສິ່ງ​ທີ່​ເປັນ​ຂອງ​ຄົນ​ເຫລົ່ານັ້ນ​ທີ່​ຢູ່​ໃນ​ເມືອງ ແລະ ຢູ່​ທົ່ງນາ​ນອກ​ເມືອງ. ພວກເຂົາ​ໄດ້​ກວາດ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ຄົນ​ເຫລົ່ານັ້ນ ແລະ ກວາດ​ເອົາ​ບັນດາ​ແມ່ຍິງ ແລະ ເດັກນ້ອຍ​ຂອງ​ຄົນ​ເຫລົ່ານັ້ນ, ເອົາ​ທຸກສິ່ງ​ທີ່​ຢູ່​ໃນ​ເຮືອນ​ເໝືອນ​ກັບ​ນັກປຸ້ນ.

ແລ້ວ​ຢາໂຄບ​ຈຶ່ງ​ໄດ້​ເວົ້າ​ກັບ​ຊີເມໂອນ ແລະ ເລວີ​ວ່າ, “ພວກເຈົ້າ​ໄດ້​ນຳເອົາ​ຄວາມ​ເດືອດຮ້ອນ​ມາ​ໃສ່​ພໍ່​ໂດຍ​ເຮັດ​ໃຫ້​ພໍ່​ເປັນ​ທີ່​ໜ້າ​ລັງກຽດ​ຕໍ່​ຊາວການາອານ ແລະ ຊາວ​ເປຣິຊີ, ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ພວກເຮົາ​ມີ​ຈຳນວນ​ພຽງ​ໜ້ອຍ​ດຽວ ແລະ ຖ້າ​ພວກເຂົາ​ຮວມ​ກຳລັງ​ມາ​ຕໍ່ສູ້​ພໍ່ ແລະ ໂຈມຕີ​ພໍ່, ພໍ່​ກັບ​ຄົວເຮືອນ​ຂອງ​ພໍ່​ກໍ​ຈະ​ຖືກ​ທຳລາຍ”.

ແຕ່​ພວກເຂົາ​ໄດ້​ຕອບ​ວ່າ, “ຄວນ​ບໍ​ທີ່​ລາວ​ມາ​ເຮັດ​ກັບ​ນ້ອງສາວ​ຂອງ​ພວກເຮົາ​ຄື​ກັບ​ຍິງໂສເພນີ?”

Source notes (4)
  1. Footnote ຫລື ຕໍ່
  2. Footnote ຫລື ໄປ​ມາ​ຢ່າງ​ເສລີ ເຊັ່ນ​ດຽວ​ກັບ​ຂໍ້ 21
  3. Footnote ພາສາ​ເຮັບເຣີ​ວ່າ ລູກສາວ
  4. Footnote ຫລື ເພາະວ່າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.