Biblica® Open Lao Contemporary Version
ເອຊະຣາ 1
ໄຊຣັດຊ່ວຍຊະເລີຍກັບຄືນເມືອ
(2ຂຄ 36:22-23)
ໃນປີທີໜຶ່ງຂອງຂອງການປົກຄອງຂອງໄຊຣັດ ກະສັດແຫ່ງເປີເຊຍ, ເພື່ອເຮັດໃຫ້ຖ້ອຍຄໍາຂອງພຣະເຈົ້າຢາເວສໍາເລັດຕາມທີ່ເຢເຣມີຢາໄດ້ກ່າວໄວ້, ພຣະເຈົ້າຢາເວໄດ້ດົນໃຈຂອງກະສັດໄຊຣັດແຫ່ງເປີເຊຍໃຫ້ອອກປະກາດອອກໄປທົ່ວອານາຈັກຂອງເພິ່ນ ແລະ ໃຫ້ບັນທຶກເປັນລາຍລັກອັກສອນວ່າ:
“ກະສັດໄຊຣັດແຫ່ງເປີເຊຍໄດ້ກ່າວດັ່ງນີ້ວ່າ:
“ ‘ພຣະເຈົ້າຢາເວ, ພຣະເຈົ້າແຫ່ງຟ້າສະຫວັນໄດ້ມອບອານາຈັກທັງໝົດຂອງໂລກນີ້ໃຫ້ແກ່ຂ້າພະເຈົ້າ ແລະ ພຣະອົງໄດ້ມອບໝາຍໃຫ້ຂ້າພະເຈົ້າສ້າງວິຫານສຳລັບພຣະອົງຢູ່ທີ່ເຢຣູຊາເລັມໃນເຂດຢູດາຍ. ຄົນໃດໃນບັນດາພວກທ່ານທີ່ເປັນປະຊາຊົນຂອງພຣະເຈົ້າ ຂໍໃຫ້ກັບໄປທີ່ເຢຣູຊາເລັມໃນຢູດາຍ ແລະ ສ້າງວິຫານຂອງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ພຣະເຈົ້າຜູ້ຢູ່ໃນເຢຣູຊາເລັມ ແລະ ຂໍໃຫ້ພຣະເຈົ້າຂອງພວກເຂົາຢູ່ກັບພວກເຂົາດ້ວຍ. ແລະ ໃນທ້ອງຖິ່ນທີ່ຜູ້ລອດຊີວິດອາດຈະອາໄສຢູ່ໃນເວລານີ້, ໃຫ້ປະຊາຊົນມອບເງິນ, ຄໍາ, ພ້ອມດ້ວຍສະບຽງອາຫານກັບສັດລ້ຽງ ແລະ ເຄື່ອງຖວາຍຕາມຄວາມສະໝັກໃຈສໍາລັບວິຫານຂອງພຣະເຈົ້າໃນເຢຣູຊາເລັມໃຫ້ແກ່ພວກເຂົາ’ ”.
ແລ້ວບັນດາຫົວໜ້າຄອບຄົວຂອງເຜົ່າຢູດາ ແລະ ເບັນຢາມິນ ກັບປະໂລຫິດ ແລະ ຄົນເລວີ ຄືທຸກຄົນທີ່ພຣະເຈົ້າດົນໃຈ ກໍຕຽມຕົວຂຶ້ນໄປສ້າງວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມ. ເພື່ອນບ້ານທັງໝົດຂອງພວກເຂົາກໍໄດ້ຊ່ວຍເຫລືອພວກເຂົາໂດຍໃຫ້ເຄື່ອງໃຊ້ທີ່ເຮັດດ້ວຍເງິນ ແລະ ຄໍາ, ສະບຽງອາຫານ ແລະ ສັດລ້ຽງພ້ອມທັງເຄື່ອງມີຄ່າຕ່າງໆ ນອກເໜືອຈາກເຄື່ອງຖວາຍຕາມຄວາມສະໝັກໃຈ.
ນອກຈາກນີ້, ກະສັດໄຊຣັດຍັງໄດ້ມອບເຄື່ອງໃຊ້ຕ່າງໆທີ່ກະສັດເນບູກາດເນັດຊາຢຶດເອົາໄປຈາກວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມ ແລະ ໄດ້ເກັບໄວ້ໃນວິຫານຂອງພະຂອງເພິ່ນ.1 ກະສັດໄຊຣັດແຫ່ງເປີເຊຍໄດ້ໃຫ້ມິດເຣດາດຜູ້ຮັບຜິດຊອບຄັງນຳເອົາເຄື່ອງໃຊ້ເຫລົ່ານີ້ອອກມານັບຈຳນວນແລ້ວມອບໃຫ້ເຊັດບັດຊາ ເຊິ່ງເປັນເຈົ້າຊາຍແຫ່ງຢູດາຍ.
ລາຍການເຄື່ອງຂອງມີດັ່ງນີ້ຄື:
ຈານຄຳ 30 ໃບ
ຈານເງິນ 1.000 ໃບ
ໝໍ້ກະທະເງິນ2 29 ໜ່ວຍ
ຖ້ວຍຄຳ 30 ໃບ
ຖ້ວຍເປັນຊຸດ 410 ໃບ
ເຄື່ອງໃຊ້ອື່ນໆ 1.000 ອັນ
ມີເຄື່ອງໃຊ້ຄໍາ ແລະ ເງິນທັງໝົດ 5.400 ອັນ.
ເຊັດບັດຊາໄດ້ນຳເອົາສິ່ງຂອງທັງໝົດນີ້ໄປນໍາ ເມື່ອພວກຊະເລີຍອອກຈາກບາບີໂລນໄປທີ່ເຢຣູຊາເລັມ.
Source notes (2)
- Footnote ຫລື ພະຕ່າງໆ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.