Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 36

ແລະ ປະຊາຊົນ​ທົ່ວ​ດິນແດນ​ໄດ້​ເລືອກ​ເຢໂຮອາຮາດ​ລູກຊາຍ​ຂອງ​ໂຢສີຢາ ແລະ ໃຫ້​ເພິ່ນ​ຂຶ້ນ​ເປັນ​ກະສັດ​ໃນ​ເຢຣູຊາເລັມ​ແທນ​ພໍ່​ຂອງ​ເພິ່ນ.

ກະສັດ​ເຢໂຮອາຮາດ​ແຫ່ງ​ຢູດາ

(2ກສ 23:31-34)

ເມື່ອ​ເຢໂຮອາຮາດ​ໄດ້1​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ຊາວສາມ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ສາມ​ເດືອນ. ກະສັດ​ເອຢິບ​ໄດ້​ປົດ​ເພິ່ນ​ອອກ​ຈາກ​ບັນລັງ​ໃນ​ເຢຣູຊາເລັມ ແລະ ບັງຄັບ​ຢູດາຍ​ໃຫ້​ເສຍ​ພາສີ​ເປັນ​ຈໍານວນ​ເງິນ 100 ຕາລັນຕົນ2 ແລະ ຄຳ 100 ຕາລັນຕົນ3. ກະສັດ​ເອຢິບ​ໄດ້​ແຕ່ງຕັ້ງ​ເຈົ້າ​ເອລີອາກິມ ນ້ອງຊາຍ​ຂອງ​ເຢໂຮອາຮາດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ເໜືອ​ຢູດາຍ ແລະ ເຢຣູຊາເລັມ ແລ້ວ​ໄດ້​ປ່ຽນ​ຊື່​ຂອງ​ເອລີອາກິມ​ເປັນ​ເຢໂຮຍອາກິມ. ແຕ່​ເນໂກ​ໄດ້​ນຳ​ຕົວ​ເຢໂຮອາຮາດ​ທີ່​ເປັນ​ອ້າຍ​ຂອງ​ເອລີອາກິມ​ໄປ​ທີ່​ເອຢິບ.

ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ

(2ກສ 23:36–24:6)

ເມື່ອ​ເຢໂຮຍອາກິມ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ຊາວ​ຫ້າ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສິບ​ເອັດ​ປີ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ. ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ມາ​ໂຈມຕີ​ເພິ່ນ ແລະ ຈັບ​ເຢໂຮຍອາກິມ​ມັດ​ດ້ວຍ​ໂສ້​ທອງສຳລິດ​ພ້ອມ​ກັບ​ນຳ​ເອົາ​ໂຕ​ເພິ່ນ​ໄປ​ທີ່​ບາບີໂລນ. ເນບູກາດເນັດຊາ​ຍັງ​ໄດ້​ເອົາ​ເຄື່ອງ​ໃຊ້​ຕ່າງໆ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ ແລະ ເອົາ​ໄປ​ເກັບ​ໄວ້​ໃນ​ວິຫານ4​ຂອງ​ຕົນ​ໃນ​ບາບີໂລນ​ດ້ວຍ.

ເຫດການ​ອື່ນໆ​ກ່ຽວກັບ​ການ​ປົກຄອງ​ຂອງ​ເຢໂຮຍອາກິມ, ສິ່ງ​ທີ່​ໜ້າກຽດ​ໜ້າຊັງ​ທີ່​ເພິ່ນ​ໄດ້​ເຮັດ ແລະ ການ​ກະທໍາ​ອັນ​ຊົ່ວຮ້າຍ​ທັງໝົດ​ທີ່​ກ່ຽວກັບ​ເພິ່ນ, ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ ຢູດາຍ. ແລ້ວ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ປົກຄອງ​ແທນ​ເພິ່ນ.

ກະສັດ​ເຢໂຮຍອາກິນ​ແຫ່ງ​ຢູດາຍ

(2ກສ 24:8-17)

ເມື່ອ​ເຢໂຮຍອາກິນ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ສິບ​ແປດ​ປີ5 ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ເດືອນ​ກັບ​ສິບ​ວັນ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ໃນ​ລະດູ​ໃບໄມ້ປົ່ງ ກະສັດ​ເນບູກາດເນັດຊາ​ກໍ​ໄດ້​ນຳ​ເອົາ​ເຢໂຮຍອາກິມ, ພ້ອມ​ທັງ​ເອົາ​ເຄື່ອງໃຊ້​ຕ່າງໆ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ຄືນ​ໄປ​ທີ່​ບາບີໂລນ ແລະ ເພິ່ນ​ໄດ້​ໃຫ້​ລຸງ6​ຂອງ​ເຢໂຮຍອາກິນ ຄື​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຢູດາຍ ແລະ ເຢຣູຊາເລັມ.

ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ

(2ກສ 24:18-20; ຢມຢ 52:1-3)

ເມື່ອ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ຊາວເອັດ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ ບໍ່​ໄດ້​ຖ່ອມ​ຕົວ​ລົງ​ຕໍ່ໜ້າ​ຜູ້ທຳນວາຍ​ເຢເຣມີຢາ ເຊິ່ງ​ເປັນ​ຜູ້​ທີ່​ກ່າວ​ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ. ເຊເດກີຢາ​ຍັງ​ໄດ້​ກະບົດ​ຕໍ່​ກະສັດ​ເນບູກາດເນັດຊາ ຜູ້​ທີ່​ໄດ້​ໃຫ້​ເພິ່ນ​ປະຕິຍານ​ໃນ​ນາມ​ຂອງ​ພຣະເຈົ້າ. ເຊເດກີຢາ​ໄດ້​ກາຍ​ຄົນ​ໃຈ​ແຂງ ແລະ ດື້ດ້ານ ແລະ ບໍ່​ຍອມ​ຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ. ຍິ່ງ​ໄປ​ກວ່າ​ນັ້ນ ຜູ້ນຳ​ທັງໝົດ​ຂອງ​ປະໂລຫິດ ແລະ ຂອງ​ປະຊາຊົນ​ກໍ​ບໍ່ສັດຊື່​ຕໍ່​ພຣະເຈົ້າ​ຫລາຍ​ຂຶ້ນ, ໂດຍ​ຫັນ​ໄປ​ປະຕິບັດ​ຕາມ​ທຳນຽມ​ອັນ​ໜ້າກຽດ​ໜ້າຊັງ​ຂອງ​ຊົນຊາດ​ຕ່າງໆ ແລະ ສ້າງ​ມົນທິນ​ໃຫ້​ວິຫານ​ຂອງ​ພຣະເຈົ້າຢາເວ ເຊິ່ງ​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ແລ້ວ​ຢູ່​ໃນ​ເຢຣູຊາເລັມ.

ການ​ຫລົ້ມຈົມ​ຂອງ​ເຢຣູຊາເລັມ

(2ກສ 25:1-21; ອຊຣ 1:1-3; ຢມຢ 52:4-27)

ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ພຣະອົງ​ໄດ້​ສົ່ງ​ທູດ​ຂອງ​ພຣະອົງ​ມາ​ເຕືອນ​ພວກເຂົາ​ຢູ່​ຕະຫລອດ, ເພາະ​ພຣະອົງ​ສົງສານ​ປະຊາຊົນ ແລະ ບ່ອນ​ສະຖິດ​ຢູ່​ຂອງ​ພຣະອົງ. ແຕ່​ບັນດາ​ປະຊາຊົນ​ກໍ​ເຢາະເຢີ້ຍ​ບັນດາ​ທູດ​ຂອງ​ພຣະເຈົ້າ, ດູຖູກ​ຖ້ອຍຄໍາ​ຂອງ​ພຣະອົງ ແລະ ໝິ່ນປະໝາດ​ຜູ້ທຳນວາຍ​ທັງຫລາຍ​ຂອງ​ພຣະອົງ ຈົນ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ພຸ່ງ​ຂຶ້ນ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ແລະ ຈົນ​ບໍ່​ສາມາດ​ຢັບຢັ້ງ​ໄດ້​ອີກ​ຕໍ່ໄປ. ພຣະອົງ​ໄດ້​ນຳ​ເອົາ​ກະສັດ​ແຫ່ງ​ບາບີໂລນ7​ມາ​ຕໍ່ສູ້​ພວກເຂົາ, ຂ້າ​ຊາຍ​ໜຸ່ມ​ຂອງ​ພວກເຂົາ​ໃນ​ສະຖານ​ນະມັດສະການ ແລະ ບໍ່​ໄວ້​ຊີວິດ​ແມ່ນ​ແຕ່​ຊາຍ​ໜຸ່ມ ຫລື ຍິງ​ໜຸ່ມ, ຜູ້ເຖົ້າ ຫລື ຜູ້​ເຈັບປ່ວຍ. ພຣະເຈົ້າ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ເພິ່ນ. ເພິ່ນ​ໄດ້​ນຳ​ເອົາ​ເຄື່ອງ​ໃຊ້​ຕ່າງໆ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າ ບໍ່​ວ່າ​ນ້ອຍ ຫລື ໃຫຍ່ ແລະ ຊັບສົມບັດ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ຊັບສົມບັດ​ຂອງ​ກະສັດ ແລະ ຂອງ​ບັນດາ​ຂ້າລາຊະການ​ກັບ​ໄປ​ທີ່​ບາບີໂລນ. ພວກເຂົາ​ໄດ້​ຈູດ​ໄຟ​ເຜົາ​ວິຫານ​ຂອງ​ພຣະເຈົ້າ ແລະ ໄດ້​ທະລາຍ​ກຳແພງ​ເຢຣູຊາເລັມ​ລົງ ແລະ ຈູດ​ວັງ​ທຸກ​ບ່ອນ ແລະ ທຳລາຍ​ທຸກສິ່ງ​ທີ່​ມີ​ຄ່າ​ຢູ່​ທີ່​ນັ້ນ.

ບັນດາ​ຄົນ​ທີ່​ເຫລືອ​ຢູ່​ຜູ້​ລອດ​ຊີວິດ​ຈາກ​ຄົມ​ດາບ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ, ພວກເຂົາ​ໄດ້​ກາຍ​ເປັນ​ເປັນ​ຄົນ​ຮັບໃຊ້​ຂອງ​ເພິ່ນ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຈົນ​ອານາຈັກ​ແຫ່ງ​ເປີເຊຍ​ຂຶ້ນ​ມາ​ມີ​ອຳນາດ. ແຜ່ນດິນ​ກໍ​ໄດ້​ຊື່ນຊົມຍິນດີ​ກັບ​ວັນ​ຊະບາໂຕ​ແຫ່ງ​ການ​ຢຸດພັກ​ຕະຫລອດ​ຊ່ວງ​ປີ​ທີ່​ຮົກຮ້າງ​ຢູ່​ຈົນ​ຄົບ​ເຈັດ​ສິບ​ປີ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ໂດຍ​ເຢເຣມີຢາ.

ໃນ​ປີ​ທີ​ໜຶ່ງ​ຂອງ​ສະໄໝ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຖ້ອຍຄໍາ​ຂອງ​ພຣະອົງ​ສໍາເລັດ ໂດຍ​ພຣະເຈົ້າຢາເວ​ໄດ້​ດົນ​ໃຈ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໃຫ້​ປະກາດ​ອອກ​ໄປ​ທົ່ວ​ອານາຈັກ​ຂອງ​ເພິ່ນ ແລະ ໃຫ້​ບັນທຶກ​ເລື່ອງ​ນີ້​ລົງ​ເປັນ​ລາຍ​ລັກ​ອັກສອນ​ວ່າ:

“ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໄດ້​ກ່າວ​ດັ່ງນີ້​ວ່າ:

“ ‘ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ໄດ້​ມອບ​ອານາຈັກ​ທັງໝົດ​ຂອງ​ໂລກ​ນີ້​ໃຫ້​ແກ່​ຂ້າພະເຈົ້າ ແລະ ພຣະອົງ​ໄດ້​ມອບໝາຍ​ໃຫ້​ຂ້າພະເຈົ້າ​ສ້າງ​ວິຫານ​ສຳລັບ​ພຣະອົງ​ຢູ່​ທີ່​ເຢຣູຊາເລັມ​ໃນ​ເຂດ​ຢູດາຍ. ຄົນ​ໃດ​ໃນ​ບັນດາ​ພວກທ່ານ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ ຂໍ​ໃຫ້​ພວກທ່ານ​ກັບ​ໄປ​ທີ່​ນັ້ນ ແລະ ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຢູ່​ກັບ​ພວກເຂົາ​ດ້ວຍ’ ”.

Source notes (7)
  1. Footnote ພາສາ​ເຮັບເຣີ​ວ່າ ໂອາຮາດ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຢໂຮອາຮາດ ເຊັ່ນ​ດຽວ​ກັບ​ຂໍ້ 4
  2. Footnote ປະມານ 3,4 ໂຕນ
  3. Footnote ປະມານ 3,4 ໂຕນ
  4. Footnote ຫລື ວັງ
  5. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ແປດ​ປີ (ເບິ່ງ 2ກສ 24:8)
  6. Footnote ພາສາ​ເຮັບເຣີ​ວ່າ ອ້າຍນ້ອງ ໝາຍ​ເຖິງ ພີ່ນ້ອງ (ເບິ່ງ 2ກສ 24:17)
  7. Footnote ຫລື ຊາວ​ຄານເດອາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.