Biblica® Open Lao Contemporary Version
2 ຂ່າວຄາວ 35
ໂຢຊີຢາສະຫລອງປັດສະຄາ
(2ກສ 23:21-23)
ໂຢສີຢາໄດ້ສະຫລອງປັດສະຄາຖວາຍແກ່ພຣະເຈົ້າຢາເວໃນເຢຣູຊາເລັມ ແລະ ມີການຂ້າແກະປັດສະຄາໃນມື້ທີສິບສີ່ຂອງເດືອນທີໜຶ່ງ. ເພິ່ນໄດ້ແຕ່ງຕັ້ງປະໂລຫິດໃຫ້ເຮັດໜ້າທີ່ຂອງພວກເຂົາ ແລະ ໃຫ້ກຳລັງໃຈພວກເຂົາໃນການຮັບໃຊ້ໃນວິຫານຂອງພຣະເຈົ້າຢາເວ. ເພິ່ນໄດ້ເວົ້າກັບຄົນເລວີ, ຜູ້ສັ່ງສອນຊາວອິດສະຣາເອນທັງໝົດ ແລະ ຜູ້ທີ່ໄດ້ຊຳລະຕົນຖວາຍແກ່ພຣະເຈົ້າຢາເວແລ້ວນັ້ນວ່າ, “ຈົ່ງເກັບຫີບພັນທະສັນຍາອັນສັກສິດໄວ້ໃນວິຫານທີ່ໂຊໂລໂມນລູກຊາຍຂອງດາວິດກະສັດແຫ່ງອິດສະຣາເອນໄດ້ສ້າງຂຶ້ນ. ບໍ່ຕ້ອງຫາມໃສ່ບ່າຂອງພວກເຈົ້າອີກຕໍ່ໄປ, ບັດນີ້ ຈົ່ງບົວລະບັດຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ປະຊາຊົນອິດສະຣາເອນຂອງພຣະອົງ. ຈົ່ງຕຽມຕົວເຮັດໜ້າທີ່ຕາມກຸ່ມຄອບຄົວ, ຕາມທີ່ກະສັດດາວິດແຫ່ງອິດສະຣາເອນ ແລະ ໂຊໂລໂມນ ລູກຊາຍຂອງເພິ່ນໄດ້ກຳນົດໄວ້.
“ຈົ່ງໃຫ້ຄົນເລວີແຕ່ລະກຸ່ມປະຈຳໜ້າທີ່ໃນສະຖານສັກສິດເພື່ອປະຕິບັດພີ່ນ້ອງຊາວອິດສະຣາເອນຕາມແຕ່ລະກຸ່ມຄອບຄົວທີ່ໄດ້ແບ່ງກັນໄວ້. ຈົ່ງຂ້າແກະປັດສະຄາ, ຊຳລະຕົນ ແລະ ຈັດຕຽມລູກແກະເພື່ອຊາວອິດສະເອນພີ່ນ້ອງຮ່ວມຊາດຂອງພວກເຈົ້າ, ເຊິ່ງເປັນການເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊ”.
ໂຢຊີຢາໄດ້ຈັດຕຽມລູກແກະ ແລະ ລູກແບ້ເພື່ອເປັນເຄື່ອງບູຊາປັດສະຄາຈຳນວນສາມສິບພັນໂຕ ແລະ ງົວເຖິກຈຳນວນສາມພັນໂຕ ສິ່ງທັງທັງໝົດນີ້ແມ່ນມາຈາກຊັບສົມບັດສ່ວນຕົວຂອງກະສັດສຳລັບປະຊາຊົນທີ່ຢູ່ທີ່ນັ້ນ.
ບັນດາຂ້າລາຊະການຂອງເພິ່ນກໍໄດ້ບໍລິຈາກໃຫ້ປະຊາຊົນ, ບັນດາປະໂລຫິດ ແລະ ຄົນເລວີດ້ວຍຄວາມສະໝັກໃຈ. ສ່ວນຮິນກີຢາ, ເຊກາຣີຢາ ແລະ ເຢຮີເອນ ເຊິ່ງເປັນຜູ້ຮັບຜິດຊອບເບິ່ງແຍງວິຫານຂອງພຣະເຈົ້າໄດ້ມອບລູກແກະກັບລູກແບ້ເຖິກຈຳນວນສອງພັນຫົກຮ້ອຍໂຕ ແລະ ງົວເຖິກຈຳນວນສາມຮ້ອຍໂຕໃຫ້ແກ່ບັນດາປະໂລຫິດເປັນເຄື່ອງບູຊາປັດສະຄາ. ບັນດາຜູ້ນຳຂອງຊາວເລວີຄື ໂກນານີຢາ, ເຊມາອີຢາ ແລະ ເນທາເນນນ້ອງຊາຍຂອງລາວ ແລະ ຮາຊາບີຢາ, ເຢອີເອນ ແລະ ໂຢຊາບັດໄດ້ມອບລູກແກະ ແລະ ລູກແບ້ຈຳນວນຫ້າພັນໂຕ ແລະ ງົວເຖິກຈຳນວນຫ້າຮ້ອຍໂຕເປັນເຄື່ອງຖວາຍປັດສະຄາໃຫ້ແກ່ຄົນເລວີ.
ເມື່ອມີຈັດຕຽມທຸກຢ່າງໄວ້ຮຽບຮ້ອຍ ແລະ ບັນດາປະໂລຫິດກໍເຂົ້າປະຈຳໜ້າທີ່ຂອງຕົນ ພ້ອມທັງຄົນເລວີກໍໄດ້ເຂົ້າປະຈຳໜ້າທີ່ຕາມໝວດດັ່ງທີ່ກະສັດສັ່ງໄວ້ແລ້ວ. ກໍຂ້າລູກແກະປັດສະຄາ ແລະ ສົ່ງເລືອດໃຫ້ບັນດາປະໂລຫິດຊິດໃສ່ເທິງແທ່ນບູຊາ, ໃນຂະນະທີ່ຄົນເລວີກໍໄດ້ລອກໜັງສັດອອກ. ພວກເຂົາໄດ້ແຍກເຄື່ອງເຜົາບູຊາເພື່ອມອບໃຫ້ຕະກຸນຕ່າງໆ ເພື່ອໃຫ້ປະຊາຊົນໄດ້ຖວາຍແກ່ພຣະເຈົ້າຢາເວ, ຕາມທີ່ໄດ້ບັນທຶກໄວ້ໃນກົດບັນຍັດຂອງໂມເຊ. ພວກເຂົາກໍໄດ້ເຮັດແບບດຽວກັນກັບງົວເຖິກ. ພວກເຂົາປິ້ງສັດປັດສະຄາຕາມທີ່ໄດ້ກໍານົດໄວ້ ແລະ ຕົ້ມເຄື່ອງຖວາຍອັນບໍລິສຸດໃນໝໍ້, ໝໍ້ກະທະ ແລະ ພາຊະນະຕ່າງໆ ແລ້ວກໍຟ້າວນຳອອກໄປໃຫ້ປະຊາຊົນທັງໝົດກິນ. ຫລັງຈາກນັ້ນ ຄົນເລວີກໍໄດ້ຈັດຕຽມຊີ້ນສຳລັບຕົນເອງ ແລະ ບັນດາປະໂລຫິດ, ເພາະບັນດາປະໂລຫິດເຊື້ອສາຍຂອງອາໂຣນແມ່ນຢູ່ກັບການຖວາຍເຄື່ອງເຜົາບູຊາທັງໂຕ ແລະ ໄຂມັນເຄື່ອງບູຊາຈົນຄ່ຳ. ດັ່ງນັ້ນ ຄົນເລວີຈຶ່ງຈັດຕຽມອາຫານສຳລັບຕົນເອງ ແລະ ສໍາລັບບັນດາປະໂລຫິດທີ່ເປັນເຊື້ອສາຍຂອງອາໂຣນ.
ບັນດານັກດົນຕີເຊື້ອສາຍຂອງອາສັບ, ເຮມານ ແລະ ເຢດູທູນ ຜູ້ທຳນວາຍຂອງກະສັດ, ກໍເຂົ້າປະຈຳໜ້າທີ່ຂອງຕົນຕາມທີ່ດາວິດໄດ້ກໍານົດໄວ້. ຄົນເຝົ້າຍາມປະຕູແຕ່ລະປະຕູບໍ່ຈຳເປັນຕ້ອງປະລະຈາກຈຸດປະຕິບັດງານຂອງຕົນ ເພາະພີ່ນ້ອງຊາວເລວີຂອງພວກເຂົາໄດ້ຈັດຕຽມອາຫານໄວ້ໃຫ້ພວກເຂົາແລ້ວ.
ດັ່ງນັ້ນ ໃນເວລານັ້ນ ວຽກງານຮັບໃຊ້ພຣະເຈົ້າຢາເວທັງໝົດໃນການສະຫລອງປັດສະຄາ ແລະ ຖວາຍເຄື່ອງເຜົາບູຊາທັງໂຕເທິງແທ່ນບູຊາແກ່ພຣະເຈົ້າຢາເວໄດ້ສຳເລັດໄປໄດ້ດ້ວຍດີ ຕາມທີ່ກະສັດໂຢຊີຢາໄດ້ສັ່ງໄວ້. ຊາວອິດສະຣາເອນຜູ້ທີ່ຢູ່ທີ່ນັ້ນກໍໄດ້ຮ່ວມສະຫລອງປັດສະຄາ ແລະ ກໍສືບຕໍ່ສະຫລອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ. ນັບຕັ້ງແຕ່ສະໄໝຂອງຜູ້ທຳນວາຍຊາມູເອນ ບໍ່ເຄີຍມີການສະຫລອງປັດສະຄາໃນອິດສະຣາເອນຢ່າງນີ້ເລີຍ; ບໍ່ມີກະສັດຄົນໃດຂອງອິດສະຣາເອນສະຫລອງປັດສະຄາເໝືອນດັ່ງໂຢຊີຢາຮ່ວມກັບບັນດາປະໂລຫິດ, ຄົນເລວີ, ຊາວຢູດາ ແລະ ຊາວອິດສະຣາເອນທັງໝົດທີ່ຢູ່ກັບຊາວເຢຣູຊາເລັມ. ການສະຫລອງປັດສະຄານີ້ໄດ້ຖືກຈັດຂຶ້ນໃນປີທີສິບແປດຂອງການປົກຄອງຂອງໂຢຊີຢາ.
ການຕາຍຂອງໂຢຊີຢາ
(2ກສ 23:28-30)
ຫລັງຈາກທີ່ໂຢຊີຢາໄດ້ຈັດລະບຽບວິຫານຮຽບຮ້ອຍແລ້ວ, ກະສັດເນໂກແຫ່ງເອຢິບກໍໄດ້ຍົກທັບມາຕໍ່ສູ້ຢູ່ທີ່ກາກເກມິດ ທີ່ແມ່ນໍ້າເອີຟຣັດ, ແລະ ໂຢຊີຢາກໍໄດ້ຍົກທັບອອກໄປພົບເພິ່ນຢູ່ໃນສະໜາມຮົບ. ແຕ່ເນໂກໄດ້ສົ່ງຜູ້ນຳສານມາຫາເພິ່ນໂດຍກ່າວວ່າ, “ກະສັດແຫ່ງຢູດາຍ, ທ່ານ ແລະ ຂ້າພະເຈົ້າມີເລື່ອງຜິດຖຽງກັນອັນໃດບໍ? ຂ້າພະເຈົ້າບໍ່ໄດ້ຍົກທັບມາໂຈມຕີທ່ານໃນຄັ້ງນີ້, ແຕ່ຂ້າພະເຈົ້າມາສູ້ຮົບກັບຄອບຄົວນັ້ນທີ່ຜິດຖຽງກັນຢູ່. ພຣະເຈົ້າໄດ້ບອກໃຫ້ຂ້າພະເຈົ້າໃຫ້ຮີບຟ້າວ; ດັ່ງນັ້ນ ຈົ່ງຢ່າຂັດຂວາງພຣະເຈົ້າ, ຜູ້ທີ່ຢູ່ກັບຂ້າພະເຈົ້າເລີຍ, ບໍ່ດັ່ງນັ້ນພຣະອົງຈະທຳລາຍທ່ານ”.
ເຖິງຢ່າງໃດກໍຕາມ, ໂຢສີຢາກໍບໍ່ຍອມຖອຍທັບໜີຈາກເພິ່ນ, ແຕ່ໄດ້ປອມຕົວເຂົ້າໄປຕໍ່ສູ້ໃນສະໜາມຮົບ. ເພິ່ນບໍ່ຍອມຟັງສິ່ງທີ່ພຣະເຈົ້າໄດ້ກ່າວຜ່ານທາງກະສັດເນໂກ ແຕ່ໂຢສີຢາໄດ້ອອກໄປຕໍ່ສູ້ເພິ່ນຢູ່ທີ່ທົ່ງພຽງຂອງເມືອງເມກິດໂດ.
ທະຫານທະນູໄດ້ຍິງລູກທະນູຖືກກະສັດໂຢຊີຢາ ແລະ ເພິ່ນໄດ້ບອກຂ້າລາຊະການຂອງເພິ່ນວ່າ, “ຈົ່ງພາເຮົາອອກໄປຈາກທີ່ນີ້; ເຮົາໄດ້ຮັບບາດເຈັບຫລາຍ”. ດັ່ງນັ້ນ ພວກເຂົາຈຶ່ງເອົາເພິ່ນລົງຈາກລົດມ້າຂອງເພິ່ນ, ແລ້ວນຳເພິ່ນຂຶ້ນລົດມ້າຮົບອີກຄັ້ນໜຶ່ງ ແລະ ນໍາເອົາເພິ່ນກັບໄປທີ່ເຢຣູຊາເລັມ. ເພິ່ນກໍຕາຍ ແລະ ເພິ່ນໄດ້ຖືກຝັງໄວ້ໃນອຸບມຸງຂອງບັນພະບຸລຸດຂອງເພິ່ນ, ແລະ ປະຊາຊົນທັງໝົດໃນຢູດາຍ ແລະ ເຢຣູຊາເລັມກໍໄດ້ໄວ້ທຸກໃຫ້ເພິ່ນ.
ເຢເຣມີຢາໄດ້ແຕ່ງບົດເພງຄ່ຳຄວນໄວ້ທຸກໃຫ້ແກ່ໂຢຊີຢາ ແລະ ຄະນະນັກຮ້ອງຜູ້ຊາຍ ແລະ ຜູ້ຍິງທຸກຄົນກໍຍັງຮ້ອງເພງໄວ້ທຸກໃຫ້ແກ່ໂຢຊີຢາຈົນເຖິງທຸກວັນນີ້. ສິ່ງເຫລົ່ານີ້ໄດ້ກາຍເປັນປະເພນີໃນປະເທດອິດສະຣາເອນ ແລະ ມີບັນທຶກໄວ້ໃນບັນດາບົດເພງຄ່ຳຄວນ.
ເຫດການອື່ນໆກ່ຽວກັບການປົກຄອງຂອງໂຢຊີຢາ ແລະ ການງານຕ່າງໆທີ່ເພິ່ນໄດ້ທຸ້ມເທເຮັດຕາມສິ່ງທີ່ໄດ້ຂຽນໄວ້ໃນໜັງສືກົດບັນຍັດຂອງພຣະເຈົ້າຢາເວ ເຫດການທັງໝົດ, ຕັ້ງແຕ່ຕົ້ນຈົນຈົບແມ່ນໄດ້ຖືກຂຽນໄວ້ໃນປື້ມຂອງບັນດາກະສັດແຫ່ງອິດສະຣາເອນ ແລະ ຢູດາຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.