Biblica® Open Lao Contemporary Version
2 ຂ່າວຄາວ 34
ປະຕິຮູບຂອງໂຢຊີຢາ
(2ກສ 22:1-7; 23:4-20)
ເມື່ອໂຢສີຢາໄດ້ຂຶ້ນເປັນກະສັດ ເພິ່ນມີອາຍຸແປດປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາສາມສິບເອັດປີ. ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ ແລະ ໄດ້ເຮັດຕາມແບບຢ່າງຂອງດາວິດບັນພະບຸລຸດຂອງເພິ່ນ, ໂດຍບໍ່ຫັນໄປທາງຂວາ ຫລື ໄປທາງຊ້າຍ.
ໃນປີທີແປດຂອງການປົກຄອງຂອງເພິ່ນ ເມື່ອເພິ່ນຍັງໜຸ່ມນ້ອຍ, ເພິ່ນກໍໄດ້ເລີ່ມສະແຫວງຫາພຣະເຈົ້າຂອງດາວິດບັນພະບຸລຸດຂອງເພິ່ນ ແລະ ໃນປີທີສິບສອງເພິ່ນກໍໄດ້ເລີ່ມຕົ້ນຊຳລະຢູດາຍ ແລະ ບ່ອນກາບໄຫວ້ຕ່າງໆ, ເສົາໄມ້ເຈົ້າແມ່ອາເຊຣາ, ຮູບເຄົາລົບອື່ນໆທີ່ຢູ່ໃນເຢຣູຊາເລັມ. ພາຍໃຕ້ການຊີ້ນຳຂອງເພິ່ນແທ່ນບູຊາພະບາອານໄດ້ຖືກທໍາລາຍລົງ ແລະ ແທ່ນເຜົາເຄື່ອງຫອມທີ່ຢູ່ເທິງແທ່ນບູຊານັ້ນກໍໄດ້ຖືກຕັດລົງເປັນປ່ຽງໆ, ເພິ່ນໄດ້ທັບເສົາໄມ້ເຈົ້າແມ່ອາເຊຣາ ແລະ ຮູບເຄົາລົບຕ່າງໆ. ແລ້ວເພິ່ນກໍໄດ້ທັບສິ່ງເຫລົ່ານີ້ໃຫ້ໝຸ່ນ ແລະ ເອົາໄປໂຮຍໃສ່ເທິງຂຸມຝັງສົບຂອງບັນດາຜູ້ທີ່ຖວາຍເຄື່ອງບູຊາແກ່ພະເຫລົ່ານັ້ນ. ເພິ່ນໄດ້ເຜົາກະດູກບັນດາປະໂລຫິດຂອງພະເຫລົ່ານັ້ນເທິງແທ່ນບູຊາຂອງພວກເຂົາເອງ, ແລ້ວກໍເພິ່ນກໍໄດ້ຊຳລະຢູດາຍ ແລະ ເຢຣູຊາເລັມ. ຢູ່ໃນເມືອງຕ່າງໆຂອງມານາເຊ, ເອຟຣາອິມ ແລະ ຊີເມໂອນໄປຈົນຮອດເນັບທາລີ ແລະ ໃນຊາກຫັກພັງທີ່ຢູ່ອ້ອມພວກເຂົາ, ເພິ່ນໄດ້ທັບແທ່ນບູຊາລົງ ແລະ ເສົາໄມ້ເຈົ້າແມ່ອາເຊຣາ ແລະ ທັບຮູບເຄົາລົບໃຫ້ໝຸ່ນເປັນຜົງ, ແທ່ນເຜົາເຄື່ອງຫອມໃຫ້ແຕກເປັນປ່ຽງໆທົ່ວອິດສະຣາເອນ. ແລ້ວເພິ່ນກໍໄດ້ກັບຄືນມາທີ່ເຢຣູຊາເລັມ.
ໃນປີທີສິບແປດຂອງການປົກຄອງຂອງໂຢສີຢາ, ເພິ່ນໄດ້ຊຳລະດິນແດນ ແລະ ວິຫານ, ໂຢສີຢາໄດ້ແຕ່ງຕັ້ງຊາຟານ ລູກຊາຍຂອງອາຊາລີຢາ, ມາອາເສອີຢາໄປເປັນຜູ້ປົກຄອງເມືອງ, ພ້ອມທັງໄດ້ແຕ່ງຕັ້ງໂຢອາ ລູກຊາຍຂອງໂຢອາຮາດເປັນຜູ້ບັນທຶກ, ເພື່ອໄປສ້ອມແປງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.
ພວກເຂົາໄດ້ໄປພົບມະຫາປະໂລຫິດຮິນກີຢາ ແລະ ໄດ້ມອບເງິນໃຫ້ແກ່ເພິ່ນ ເພື່ອນຳເອົາມາເຂົ້າໄປໄວ້ໃນວິຫານຂອງພຣະເຈົ້າ, ເຊິ່ງຊາວເລວີທີ່ເປັນຄົນເຝົ້າຍາມປະຕູໄດ້ຮວບຮວມເງິນມາຈາກຊາວມານາເຊ ແລະ ຊາວເອຟຣາອິມ ແລະ ຈາກປະຊາຊົນທີ່ຍັງເຫລືອຢູ່ໃນອິດສະຣາເອນທັງໝົດ ແລະ ຈາກປະຊາຊົນຊາວຢູດາ ຊາວເບັນຢາມິນ ແລະ ຄົນທີ່ອາໄສໃນເຢຣູຊາເລັມທັງໝົດ. ແລ້ວພວກເຂົານຳເອົາເງິນເຫລົ່ານີ້ໄປມອບໃຫ້ຜູ້ຄວບຄຸມການສ້ອມແປງວິຫານຂອງພຣະເຈົ້າຢາເວ. ຄົນເຫລົ່ານີ້ໄດ້ຈ່າຍເງິນໃຫ້ຄົນງານທີ່ເຮັດວຽກສ້ອມແປງ ແລະ ສ້າງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ພວກເຂົາຍັງໄດ້ມອບເງິນໃຫ້ຊ່າງໄມ້ ແລະ ຊ່າງກໍ່ໄປຊື້ຫີນທີ່ແກະສະຫລັກ ແລະ ໄມ້ສຳລັບເຮັດໂຄງຮ່າງຂອງອາຄານ ແລະ ໄມ້ຄານສຳລັບອາຄານຕ່າງໆທີ່ກະສັດຂອງຢູດາຍໄດ້ປ່ອຍໃຫ້ຫັກພັງລົງ.
ຄົນງານໄດ້ເຮັດໜ້າທີ່ຢ່າງສັດຊື່. ຜູ້ສັ່ງການແມ່ນຢາຮາດ ແລະ ໂອບາດີຢາ, ເປັນເຊື້ອສາຍຂອງຊາວເລວີຈາກຕະກຸນເມຣາຣິ, ເຊກາຣີຢາ ແລະ ເມຊຸນລຳຈາກຕະກຸນໂກຮາດ. ຊາວເລວີທຸກຄົນມີຄວາມຊຳນານໃນການຫລິ້ນດົນຕີ. ມີໜ້າທີ່ເບິ່ງແຍງສັ່ງການຄົນງານໃຫ້ເຮັດວຽກງານແຕ່ລະຢ່າງ. ຊາວເລວີບາງຄົນກໍເຮັດໜ້າທີ່ເປັນເລຂາທິການ, ຜູ້ປ້ອງກັນ ແລະ ເປັນຄົນເຝົ້າຍາມປະຕູ.
ໜັງສືກົດບັນຍັດຖືກຄົ້ນພົບ
(2ກສ 22:8-20; 23:1-3)
ໃນຂະນະທີ່ພວກເຂົາກໍາລັງນຳເອົາເງິນເຂົ້າມາໃນວິຫານຂອງພຣະເຈົ້າຢາເວ, ປະໂລຫິດຮິນກີຢາໄດ້ພົບໜັງສືກົດບັນຍັດຂອງພຣະເຈົ້າຢາເວທີ່ພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ. ຮິນກີຢາໄດ້ກ່າວແກ່ເລຂາຊາຟານວ່າ, “ຂ້າພະເຈົ້າໄດ້ພົບໜັງສືກົດບັນຍັດໃນວິຫານຂອງພຣະເຈົ້າຢາເວ”. ແລ້ວເພິ່ນກໍໄດ້ມອບໜັງສືນັ້ນໃຫ້ແກ່ຊາຟານ.
ຊາຟານຈຶ່ງນຳເອົາໜັງສືນັ້ນໄປມອບໃຫ້ກະສັດ ແລະ ລາຍງານຕໍ່ເພິ່ນວ່າ: “ບັນດາເຈົ້າໜ້າທີ່ຂອງທ່ານກໍາລັງເຮັດທຸກຢ່າງທີ່ໄດ້ມອບໝາຍໃຫ້ພວກເຂົາ. ພວກເຂົາໄດ້ນຳເອົາເງິນອອກມາຈາກວິຫານຂອງພຣະເຈົ້າຢາເວ ແລະ ມອບເງິນນັ້ນໃຫ້ຜູ້ທີ່ເບິ່ງແຍງວຽກງານ ແລະ ຄົນງານ”. ແລ້ວເລຂາຊາຟານກໍໄດ້ບອກກະສັດວ່າ, “ປະໂລຫິດຮິນກີຢາໄດ້ມອບໜັງສືນີ້ໃຫ້ຂ້ານ້ອຍ”. ແລ້ວຊາຟານຈຶ່ງອ່ານໜັງສືນັ້ນຕໍ່ໜ້າກະສັດ.
ເມື່ອກະສັດໄດ້ຍິນຄໍາຖ້ອຍຈາກໜັງສືກົດບັນຍັດນັ້ນ, ເພິ່ນກໍຈີກເສື້ອຂອງຕົນ ເພິ່ນໄດ້ສັ່ງຮິນກີຢາ, ອາຮີກຳ ລູກຊາຍຂອງຊາຟານ, ອັບໂດນ1 ລູກຊາຍຂອງມີກາ, ຊາຟານເລຂາທິການ ແລະ ອາສາອີຢາຜູ້ຮັບໃຊ້ປະຈຳກະສັດດັ້ງນີ້: “ຈົ່ງໄປຖາມພຣະເຈົ້າຢາເວເພື່ອເຮົາ ແລະ ເພື່ອປະຊາຊົນຜູ້ທີ່ຍັງເຫລືອຢູ່ໃນອານາຈັກອິດສະຣາເອນ ແລະ ຢູດາຍກ່ຽວກັບສິ່ງທີ່ໄດ້ຂຽນໄວ້ໃນໜັງສືທີ່ໄດ້ພົບນີ້. ຄວາມໂກດຮ້າຍຂອງພຣະເຈົ້າຢາເວທີ່ຕົກໃສ່ພວກເຮົານັ້ນໃຫຍ່ຫລາຍ ເພາະບັນພະບຸລຸດຂອງພວກເຮົານັ້ນບໍ່ໄດ້ຮັກສາຖ້ອຍຄຳຂອງພຣະເຈົ້າຢາເວ; ພວກເຂົາບໍ່ໄດ້ປະຕິບັດຕາມທຸກສິ່ງທີ່ໄດ້ບັນທຶກໄວ້ໃນໜັງສືນີ້ເລີຍ”.
ຮິນກີຢາ ແລະ ບັນດາຄົນທີ່ກະສັດສົ່ງມາກັບເພິ່ນຈຶ່ງໄປພົບກັບຜູ້ທຳນວາຍຍິງຮຸນດາ, ເຊິ່ງອາໄສຢູ່ທີ່ເຢຣູຊາເລັມແຂວງສອງ ນາງເປັນເມຍຂອງຊໍລູມທີ່ເປັນລູກຊາຍຂອງໂທກຮັດ ແລະ ຮາກຣາ2, ຊານລຸມເປັນຜູ້ຮັບຜິດຊອບເຄື່ອງນຸ່ງໃນວິຫານ.
ນາງກ່າວກັບພວກເຂົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ ຈົ່ງແຈ້ງຜູ້ທີ່ໃຊ້ເຈົ້າມາຫາເຮົາວ່າ: ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາຈະນຳໄພພິບັດມາຍັງບ່ອນນີ້ ແລະ ມາຍັງປະຊາຊົນຕາມຄຳສາບແຊ່ງທັງໝົດທີ່ໄດ້ຂຽນໄວ້ໃນໜັງສືທີ່ໄດ້ອ່ານຕໍ່ໜ້າກະສັດຢູດາຍ. ເພາະພວກເຂົາໄດ້ປະຖິ້ມເຮົາ ແລະ ໄດ້ເຜົາເຄື່ອງຫອມຖວາຍແກ່ບັນດາພະອື່ນໆ ແລະ ຍົວະຄວາມໃຈຮ້າຍຂອງເຮົາດ້ວຍທຸກຢ່າງທີ່ມືຂອງພວກເຂົາໄດ້ເຮັດຂຶ້ນ,3 ເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງໃສ່ບ່ອນນີ້ ແລະ ຈະລະງັບບໍ່ໄດ້’. ຈົ່ງບອກກະສັດຢູດາຍທີ່ໃຊ້ພວກເຈົ້າມາຖາມພຣະເຈົ້າຢາເວນັ້ນວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວກ່ຽວກັບຂໍ້ຄວາມທີ່ເຈົ້າໄດ້ຍິນດັ່ງນີ້ວ່າ: ເນື່ອງຈາກຈິດໃຈຂອງເຈົ້າໄດ້ຍອມຮັບ ແລະ ເຈົ້າໄດ້ຖ່ອມຕົວລົງຕໍ່ໜ້າພຣະເຈົ້າເມື່ອໄດ້ຍິນສິ່ງທີ່ເຮົາກ່າວໄວ້ກ່ຽວກັບສະຖານທີ່ນີ້ ແລະ ປະຊາຊົນ, ແລະ ເພາະເຈົ້າໄດ້ຖ່ອມຕົວລົງຕໍ່ໜ້າເຮົາ ແລະ ຈີກເສື້ອຂອງຕົນ ແລະ ຮ້ອງໄຫ້ຕໍ່ໜ້າເຮົາ, ເຮົາໄດ້ຍິນເຈົ້າແລ້ວ ພຣະເຈົ້າຢາເວປະກາດດັ່ງນີ້. ບັດນີ້ ເຮົາຈະຮວບຮວມເຈົ້າກັບບັນພະບຸລຸດຂອງເຈົ້າ ແລະ ເຈົ້າຈະຖືກຝັງໄວ້ຢ່າງສະຫງົບສຸກ. ດວງຕາຂອງເຈົ້າບໍ່ຕ້ອງເຫັນໄພພິບັດທັງໝົດ ເຊິ່ງເຮົາຈະນຳມາຍັງສະຖານທີ່ນີ້ ແລະ ປະຊາຊົນເຫລົ່ານັ້ນທີ່ອາໄສຢູ່ບ່ອນນີ້’ ”.
ດັ່ງນັ້ນ ພວກເຂົາຈຶ່ງໄດ້ນຳເອົາຄຳຕອບຂອງນາງກັບຄືນມາບອກກະສັດ.
ຫລັງຈາກນັ້ນ ກະສັດໂຢຊີຢາກໍໄດ້ເອີ້ນຜູ້ອາວຸໂສຂອງຢູດາຍ ແລະ ເຢຣູຊາເລັມທຸກຄົນມາລວມກັນ. ເພິ່ນໄດ້ຂຶ້ນໄປທີ່ວິຫານຂອງພຣະເຈົ້າຢາເວພ້ອມກັນກັບປະຊາຊົນຢູດາຍ, ຊາວເຢຣູຊາເລັມ, ບັນດາປະໂລຫິດ ແລະ ຄົນເລວີ ຄືປະຊາຊົນທັງໝົດ ຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ. ເພິ່ນໄດ້ອ່ານທຸກຖ້ອຍຄຳໃນໜັງສືພັນທະສັນຍາໃຫ້ພວກເຂົາຟັງ, ເຊິ່ງໄດ້ພົບໃນວິຫານຂອງພຣະເຈົ້າຢາເວນັ້ນ. ເພິ່ນຢືນຢູ່ຂ້າງເສົາ ແລະ ຮື້ຟື້ນພັນທະສັນຍາຕໍ່ໜ້າພຣະເຈົ້າຢາເວທີ່ວ່າຈະປະຕິບັດຕາມພຣະເຈົ້າຢາເວ ແລະ ປະຕິບັດຂໍ້ຄຳສັ່ງຂອງພຣະເຈົ້າ, ກົດລະບຽບ ແລະ ດຳລັດຂອງພຣະອົງດ້ວຍສຸດໃຈ ແລະ ສຸດຈິດ, ແລະ ຈະເຊື່ອຟັງຖ້ອຍຄຳແຫ່ງພັນທະສັນຍາທີ່ໄດ້ຂຽນໄວ້ໃນໜັງສືນີ້.
ແລ້ວເພິ່ນກໍໄດ້ໃຫ້ທຸກຄົນໃນເຢຣູຊາເລັມ ແລະ ຊາວເບັນຢາມິນປະຕິຍານຕົນຕໍ່ພັນທະສັນຍານັ້ນ; ປະຊາຊົນຊາວເຢຣູຊາເລັມກໍເຮັດຢ່າງນັ້ນຕາມພັນທະສັນຍາຂອງພຣະເຈົ້າ, ຜູ້ເປັນພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.
ໂຢຊີຢາໄດ້ທໍາລາຍຮູບເຄົາລົບອັນໜ້າລັງກຽດທັງໝົດໄປຈາກດິນແດນທັງໝົດທີ່ເປັນຂອງຊາວອິດສະຣາເອນ ແລະ ເພິ່ນໄດ້ຮຽກຮ້ອງໃຫ້ທຸກຄົນທີ່ຢູ່ໃນອິດສະຣາເອນໃຫ້ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ພວກເຂົາໄດ້ຕິດຕາມພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດພວກເຂົາຕະຫລອດສະໄໝຂອງໂຢຊີຢາ.
Source notes (3)
- Footnote ມີອີກຊື່ໜຶ່ງວ່າ ອັກໂບລູກຊາຍຂອງມີກາອີຢາ
- Footnote ມີອີກຊື່ໜຶ່ງວ່າ ຮາຣະຮັດ
- Footnote ຫລື ດ້ວຍທຸກສິ່ງທີ່ພວກເຂົາໄດ້ເຮັດຂຶ້ນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.